ເພີີ່ມທະວີການພົວພັນ ຫວຽດນາມ ແລະ ໂປໂລຍ

(VOVWORLD) -ໂດຍຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ປະທານາທິບໍດີ ສ.ໂປໂລຍ Andrzej Duda ແລະ ພັນລະຍາໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຫວຽດນາມແຕ່ວັນທີ 27 ຫາວັນທີ 30 ພະຈິກປີ 2017
 ການຢ້ຽມຢາມຫວຽດນາມຂອງ ປະທານາທິບໍດີ ສ.ໂປໂລຍ Andrzej Duda ຄັ້ງນີ້ ເປັນການເປີດໜ້າປະຫວັດສາດໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ໂປໂລຍ, ເຮັດໃຫ້ການພົວພັນຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.
ເພີີ່ມທະວີການພົວພັນ ຫວຽດນາມ ແລະ ໂປໂລຍ - ảnh 1 ປະທານາທິບໍດີ ສ.ໂປໂລຍ Andrzej Duda

     ສ.ໂປໂລຍ ໃນໄລຍະທີ່ຜ່ານມາ ໄດ້ຍຶດໝັ້ນປະຕິບັດນະໂຍບາຍຫັນເສດຖະກິດເປັນເວລີ, ແມ່ນປະເທດຢືນອັນດັບທີ 20 ກ່ຽວກັບລະດັບ GDP ໃນໂລກ ແລະ ແມ່ນພື້ນຖານເສດຖະກິດຢືນອັນດັບທີ 6 ໃນສະຫະພາບເອີລົບ.

  ຫວຽດນາມ ແລະ ໂປໂລຍໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 4 ກຸມພາປີ 1950. ນັບແຕ່ເມື່ອໄດ້ ສ້າງຕັ້ງການພົວພັນທາງການທູດ, 2 ປະເທດໄດ້ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ.

   ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພັດທະນາໃນທຸກໆຂົງເຂດ

ໃນຊຸມປີມໍ່ໆມານີ້, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ໂປໂລຍໄດ້ພັດທະນາຢ່າງຕັ້ງໜ້າ, 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆເປັນປະຈຳ. ປະຈຸບັນ, ໂປໂລຍແມ່ນຄູ່ຄ້າອັນດັບໜຶ່ງຂອງຫວຽດນາມຢູ່ເອີລົບຕາເວັນອອກກາງ ແລະ ຫວຽດນາມແມ່ນຄູ່ຄ້າອັນດັບທີ 7 ຂອງ ໂປໂລຍ. ສິນຄ້າຕົ້ນຕໍທີ່ຫວຽດນາມສົ່ງອອກຂາຍໃຫ້ໂປໂລຍແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ເຂົ້າສານ, ກາເຟ, ໝາກພີກໄທ, ຜະລິດຕະພັນກະເສດ, ເຄື່ອງເອເລັກໂຕນິກ…ແລະໄດ້ນຳເຂົ້າສິນຄ້າປະເພດຕ່າງໆຂອງໂປໂລຍເຊັ່ນ: ນ້ຳນົມຜົງ, ໝາກໄມ້, ເຄື່ອງອຸປະກອນຮັບໃຊ້ຂະແໜງຖ່ານຫີນ, ການຕໍ່ກຳປັ່ນ, ເຫຼັກເສດ…ວົງເງິນການຄ້າລະຫວ່າງ 2 ຝ່າຍໃນຊຸມປີທີ່ຜ່ານມາໄດ້ເພີ່ມຂຶ້ນໄວສົມຄວນ. ປີ 2016, ວົງເງິນສົ່ງອອກ ແລະ ນຳເຂົ້າບັນລຸ 790 ລ້ານ USD . ໃນ 9 ເດືອນຕົ້ນປີ 2017, ຍອດວົງເງິນສົ່ງອອກ ແລະ ນຳເຂົ້າບັນລຸ 730 ລ້ານ USD.

   ທາງດ້ານການລົງທຶນ, ໄລຍະ 2014-2017, ການລົງທຶນຂອງໂປໂລຍເຂົ້າ ຫວຽດນາມໄດ້ເພີ່ມຂຶ້ນທົບ 2 ເທົ່າ ຊຶ່ງຕົ້ນຕໍແມ່ນໃນຂົງເຂດອະສັງຫາລິມມະຊັບ, ການປຸງແຕ່ງ, ການບໍລິການ. ໄລ່ຮອດເດືອນຕຸລາປີ 2017, ໂປໂລຍ ມີ 14 ໂຄງການລົງທຶນທີ່ຍັງມີຜົນບັງຄັບໃຊ້ຢູ່ຫວຽດນາມ ດ້ວຍຍອດທຶນຈົດທະບຽນບັນລຸ 182 ລ້ານກວ່າ USD.

     ກ່ຽວກັບການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ວັດທະນະທຳ, ໃນລະຫວ່າງຊຸມປີ 1960 ຫາ 1990, ໂປໂລຍໄດ້ຊ່ວຍຫວຽດນາມ ບຳລຸງສ້າງນັກສຶກສາ ແລະ ພະນັກງານວິທະຍາສາດກວ່າ 4000 ຄົນ, ກຳມະກອນຊຳນານງານກວ່າ 3.500 ຄົນ ຊຶ່ງຕົ້ນຕໍ່ແມ່ນໃນຂະແໜງຖ່ານຫີນ, ການຕໍ່ກຳປັ່ນ, ຊຸມປີມໍ່ໆມານີ້, ຈຳນວນນັກຮຽນຫວຽດນາມໄປສຶກສາຮ່ຳຮຽນຢູ່ໂປໂລຍດ້ວຍທຶນສ່ວນຕົວໄດ້ເພີ່ມຂຶ້ນ. ປະຈຸບັນ, ໃນແຕ່ລະປີ, ໂປໂລຍໄດ້ສະໜອງ 10 ທຶນການສຶກສາຂັ້ນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລໃຫ້ແກ່ຫວຽດນາມ ແລະ ຫວຽດນາມ ກໍໄດ້ຮັບນັກສຶກສາໂປໂລຍ 10 ຄົນມາຝຶກຫັດ.

    ທາງດ້ານການຮ່ວມມືປ້ອງກັນຊາດ, ຫວຽດນາມ ແລະ ໂປໂລຍໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມມືດ້ານການປ້ອງກັນຊາດປີ 2010. 2 ຝ່າຍແລກປ່ຽນຄະນະຜູ້ແທນໄປມາຢ້ຽມຢາມກັນເປັນປະຈຳ. ເດືອນຕຸລາປີ 2010, ໂປໂລຍໄດ້ແຕ່ງຕັ້ງທູດທະຫານມາປະຈຳການຢູ່ຫວຽດນາມທີ່ຮ່າໂນ້ຍ. ເດືອນເມສາປີ 2014, ຫວຽດນາມໄດ້ແຕ່ງຕັ້ງທູດທະຫານໄປປະຈຳການຢູ່ໂປໂລຍ.

    ປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ໂປໂລຍມີປະມານ 4 ໝື່ນຄົນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນເສດຖະກິດ, ການຄ້າລະຫວ່າງ 2 ປະເທດ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກອຳນາດການປົກຄອງໂປໂລຍ. ມີຊາວຫວຽດນາມຈຳນວນໜຶ່ງທີ່ອາໄສຢູ່ໂປໂລຍໄດ້ກັບຄືນປະເທດ ລົງທຶນຢ່າງສຳເລັດຜົນ, ເປັນຕົ້ນແມ່ນໃນຂົງເຂດອະສັງຫາລິມມະຊັບ, ການເງິນ. ຊຸມປີມໍ່ໆມານີ້, ຈຳນວນຊາວໂປໂລຍຢູ່ ຫວຽດນາມກໍໄດ້ເພີ່ມຂຶ້ນ, ສ່ວນຫຼາຍດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.

    ການຢ້ຽມຢາມສ້າງກຳລັງໜູນໃໝ່.

  ການຢ້ຽມຢາມທາງລັດຖະກິດຫວຽດນາມຄັ້ງນີ້ຂອງປະທານາທິບໍດີ ສ.ໂປໂລຍ Andrzej Duda ກໍເປັນການຢັ້ງຢືນວ່າ ໂປໂລຍຖືເປັນສຳຄັນ ແລະ ມີຄວາມຫວັງຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການເງິນ, ການສຶກສາ-ບຳລຸງສ້າງ, ສື່ສານ, ຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ກະສີກຳ, ພິເສດແມ່ນການຄ້າ ແລະ ການລົງທຶນ, ການຮ່ວມມືພັດທະນາ, ການປ້ອງກັນຊາດ. ການຢ້ຽມຢາມຍັງເປັນການສ້າງເງື່ອນໄຂຊ່ວຍວິສາຫະກິດຂອງ 2 ປະເທດໄດ້ໄປມາຊອກຮູ້ຕະຫຼາດ, ຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ທ່າແຮງຂອງກັນ ແລະ ກັນ.  ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ບັນດາມາດຕະການປະສານສົມທົບ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ