ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ຢ່າງບໍ່ຢຸດຢັ້ງ

   ວັນ​ທີ 7/11, ທ່ານ​ນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev ​ໄດ້​ເລີ່ມຕົ້ນການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung. ນີ້​ແມ່ນ​ເຫດການ​ການ​ເມືອງ​ສຳຄັນສຳລັບ​ສອງ​ປະ​ເທດ ຊື່​ງສະ​ແດງ​ໃຫ້​ເຫັນ​ການພົວພັນສອງ​ຝ່າຍ​ລະຫວ່າງຫວຽດນາມ-​ສະຫະພັນ​ລັດ​ເຊຍ​ ​ໄດ້​ຮັບ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງກໍ່​ຄືຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ລັດ​ເຊຍ ຂອງ​ການ​ນຳ​ສອງ​ປະ​ເທດ. ຕໍ່​ໄປ​​ແມ່ນ​ບົດ​ຂຽນຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ທີ່​ມີ​ຫົວ​ຂໍ້​ວ່າ: ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຫວຽດນາມ-​ລັດ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ


ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ຢ່າງບໍ່ຢຸດຢັ້ງ - ảnh 1

ທ່ານ Dmitry Medvedev ​​ແລະ ​ທ່ານ​ Truong Tan Sang

(ພາບ:24h.com.vn)

   ການ​ຢ້ຽມຢາມ​ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev ​ໄດ້​ດຳ​ເນີນ​ໄປ​ບໍ່​ດົນ​ພາຍຫຼັງ​ການ​ຢ້ຽມຢາມສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ເມື່ອ​ເດືອນ 7/2012, ກໍ່​ແມ່ນ​ໂອກາດ​ສອງ​ປະ​ເທດ​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານກ່ວາ​ອີກ. ສະນັ້ນ, ການ​ຢ້ຽມ​ຢາມ​ຫວຽດນາມ ຄັ້ງນີ້ຂອງການ​ນຳ​ລັດຖະບານ​ລັດ​ເຊຍ ຄັ້ງນີ້​ຖືກ​ຖື​ວ່າ ​ແມ່ນ​ປະກົດ​ທຳ​ອິດ​ຂອງ​ການ​ປະຕິບັດ​ເອກະສານ​ສຳຄັນ​ສະບັບ​ນີ້. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ກ່ອນ​ການ​​ໄປຢ້ຽມຢາມ, ທ່ານນາຍົກ ລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev ​ໄດ້​ຢືນຢັນ​ວ່າ:

   “ຂ້າພະ​ເຈົ້າຍັງ​ມີ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ດີງາມ ​ແລະ ສະໜິດ ສະໜົມ​ກັບ​ປະຊາຊົນ​ຫວຽດນາມ. ​ໃນຕົວ​ຈິງ​ແລ້ວ, ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງທີ 3 ຂອງ​ຂ້າພະ​ເຈົ້າ ​ແລະ ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ຄວາມ​ຮູ້ສຶກ​ອັນ​ດີງາມ​ນັ້ນນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຂ້າພະ​ເຈົ້າ​ເຫັນ​ວ່າ ຫວຽດນາມ ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ​ໃນ 10 ປີ​ມາ​ນີ້. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຄັ້ງນີ້​ຈະ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພົວພັນ​ຂອງ​ພວກ​ເຮົາ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ຢ່າງບໍ່ຢຸດຢັ້ງ - ảnh 2

(ພາບປະກອບ:baocongthuong.com.vn)

    ທ່ານນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev​ໃຫ້ຮູ້​ວ່າ, ທ່ານ ​ແລະ ບັນດາ​ການ​ນຳ​ຫວຽດນາມ ປຶກສາ​ຫາລື​ບັນດາ​ບັນຫາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວ​ພັນ​ອັນ​ເປັນ​ມູນ​ເຊື້ອ ​ແລະ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານສອງ​ຝ່າຍ, ກ່ອນ​ອື່ນ​ໝົດ​ແມ່ນ​ຖື​ການ​ປຶກສາ​ຫາລື​ບັນຫາ​​ເສດຖະກິດ​ເປັນ​ສຳຄັນ. ສິ່ງ​ດັ່ງກ່າວອີງ​ບົນ​ພື້ນຖານ​ການ​ພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ​ລັດ​ເຊຍ ​ແລະ ຫວຽດນາມ​ ພວມ​ພັດທະນາ​ຢ່າງ​ແຮງ. ​ໃນ 9 ​ເດືອນ​ຂອງ​ປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 1,77 ຕື້​ໂດ​ລາ​ສະຫະລັດ ​ແລະ ຄາດ​ວ່າ​ຕົວ​ເລກ​ນີ້​ຈະ​ບັນລຸ 3 ຕື້​ໂດ​ລາ​ສະຫະລັດ​ໃນ​ທ້າຍ​ປີ​ນີ້. ​ໃນ​ຂົງ​ເຂດ​ການ​ລົງທຶນ, ​ໄລ່​ຮອດ​ເດືອນ 8/2012, ສະຫະພັນ​ລັດ​ເຊຍ​ມີ​ກ່ວາ 80 ​ໂຄງການ​ລົງທຶນ​ໂດຍ​ກົງ​ເຂົ້າຫວຽດນາມ​ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 950 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ແມ່ນ​ຈະ​ເພີ່ມ​ທະວີ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ສອງ​ຝ່າຍກ່ວາ​ອີກ​ເພື່ອ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ມິດ​ຕະພາບ​ອັນ​ດີງາມ​ລະ​ຫ່ວາງ​ຫວຽດນາມ-​ລັດ​ເຊຍ.

    ​ໃນ​ການ​ສ້າງ​ໂຄງ​ປະກອບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ລັດ​ເຊຍ, ສອງ​ປະ​ເທດ​ກໍ່​ຖື​ການ​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ເຄີຍ​ມີ​ພື້ນຖານໝັ້ນຄົງ​ແຕ່​ຫຼາຍ​ປີ​ກ່ອນເປັນ​ສຳຄັນຄື: ພະລັງງານ, ນ້ຳມັນ​ອາຍ​ແກ​ັດດ້ວຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ທີ່​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຫວຽດນາມ-​ລັດ​ເຊຍ​ ໃນ​ໄລຍະ​ຜ່ານ​ມາ. ການ​ຮ່ວມ​ມື​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-​ບຳລຸງ​ສ້າງ​ໄດ້​ຮັບ​ການ​ສ້າງຂຶ້ນ​ນັບ​ແຕ່​ສະ​ໄໝ​ໂຊ​ວຽດ​ເກົ່າ, ປະຈຸ​ບັນ​ສອງ​ຝ່າຍ​ຍັງ​ຖື​ວ່າ​ແມ່ນ​ທຶນ​ທີ່​ມີຄ່າ​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ເປີດ​ກ້ວາງ​ການ​ຮ່ວມ​ມື. ຄວາມ​ສາມາດ​ບົ່ມ​ຊ້ອນ: ​ແງ່​ຫວັງ​ອັນ​ດີງາມ​ຂອງ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ-​ລັດ​ເຊຍ ທັງ​ໝົດ​ນັ້ນ ຈະ​ມີ​ໂອກາດ​ພັດທະນາ​ຕື່ມ​ອີກ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງທ່ານນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ. ທ່ານ Buianov ປະທານ​ສະມາຄົມ​ມິດຕະພາບ​ລັດ​ເຊຍ-​ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ດ້ວຍ​ການ​ມາ​ຢ້ຽມຢາມ​ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev, ພວກ​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ສິ່ງ​ທີ່​ສອງ​ຝ່າຍ​ໄດ້​ຮັບຮອງ​ເອົາ​ໃນການ​ຢ້ຽມຢາມສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຈະ​​ເປັນເອກະ​ພາບກັນ ​ແລະ ຜັນ​ຂະຫຍາຍ. ສັນຍາ​ຮ່ວມ​ມື​ລະຫວ່າງສອງສະມາຄົມ​ມິດຕະພາບຫວຽດນາມ-​ລັດ​ເຊຍ ​ແລະ ລັດ​ເຊຍ​ຫວຽດນາມ ​ໄດ້​ລົງ​ນາມ​ເປັນ​ເທື່ອ​ທຳ​ອິດ​ໃນ​ໂອກາດ​ທ່ານ​ Dmitry Medvedev ​ເປັນ​ປະທານາທິບໍດີ​ລັດ​ເຊຍ ມາ​ຢ້ຽມຢາມ​ຫວຽດນາມ ກໍ່​ພວມ​ປະກອບສ່ວນຊຸກຍູ້​ການ​ພົວພັນ​ໃນ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ

     ​ເຖິງ​ວ່າ​ຈະ​ດຳ​ເນີນ​ໃນ​ເວລາ​ສັ້ນໆ​ກໍ່ຕາມ, ​ແຕ່​ການ​ມາ​ຢ້ຽມຢາມ​ຄັ້ງນີ້​ຂອງທ່ານນາຍົກລັດຖະມົນຕີ​ສະຫະພັນ​ລັດ​ເຊຍ Dmitry Medvedev ​ສືບ​ຕໍ່​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ ກໍ່​ຄື​ປັບປຸງ, ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-​ລັດ​ເຊຍ ​ໃຫ້​ດີ​ຍິ່ງກ່ວາ​ອີກ.

 

 



ຕອບກັບ

ຂ່າວ/ບົດ​ອື່ນ