ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ

(VOVWORLD) - ພາຍຫຼັງເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 54 ຂອງ WEF ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການຢ້ຽມຢາມສອງປະເທດ ຮຸງກາຣີ ແລະ ໂຣມານີ ຢ່າງເປັນທາງການ ໃນລະຫວ່າງວັນທີ 18  23 ມັງກອນ. ການຢ້ຽມຢາມປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ກັບ ຮຸງກາຣີ ແລະ ໂຣມານີ ມີຊີວິດຊີວາກ່ວາເກົ່າ, ຊຸກຍູ້ ແລະ ນຳບັນດາຂົງເຂດຮ່ວມມືທີ່ມີແຕ່ດົນນານ ກ້າວເຂົ້າສູ່ໄລຍະໃໝ່.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ (ພາບ: VGP)

ຮຸງກາຣີ ແລະ ໂຣມານີ ແມ່ນ ສອງໃນຈຳນວນ 10 ປະເທດທຳອິດໃນໂລກ ຢັ້ງຢືນ ແລະ ສ້າງການພົວພັນທາງການທູດ ກັບ ຫວຽດນາມ ພາຍຫຼັງຫວຽດນາມ ຍາດໄດ້ເອກະລາດ. ໃນໄລຍະ 70 ປີຜ່ານມາ, ລັດຖະບານ ແລະ ປະຊາຊົນສອງປະເທດຍາມໃດກໍ່ສະຫງວນການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນໃຫ້ແກ່ ຫວຽດນາມ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບຍືນຍົງ ກັບ ຮຸງກາຣີ

ຫວຽດນາມ ແລະ ຮຸງກາຣີ ສ້າງຕັ້ງການພົວພັນທາງການທູດ ໃນວັນທີ 3 ກຸມພາ 1950 ແລະ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2018. ນັບແຕ່ນັ້ນມາ, ການພົວພັນສອງປະເທດ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ. ໄລ່ມາຮອດປັດຈຸບັນ, ຮຸງກາຣີ ມີ 15 ໂຄງການ FDI ຍັງມີຜົນສັກສິດຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນຈົດທະບຽນແມ່ນ 50,66 ລ້ານ USD, ຢືນອັນດັບທີ 55 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດຢູ່ ຫວຽດນາມ.

ໃນໄລຍະ ພະຍາດໂຄວິດ - 19 ເກີດຂຶ້ນຢ່າງຮ້າຍແຮງ, ຮຸງກາຣີ ແມ່ນໜຶ່ງໃນບັນດາປະເທດທຳອິດໜູນຊ່ວຍຫວຽດນາມ ດ້ວຍວັກຊິນກ່ວາ 200.000 ໂດສ ແລະ ວັດຖຸອຸປະກອນການແພດ ເປັນຈຳນວນຫຼາຍ, ພ້ອມທັງຂາຍວັກຊິດກ່ວາ 400.000 ໂດສໃຫ້ ຫວຽດນາມ, ປະກອບສ່ວນຊ່ວຍຫວຽດນາມ ຄວບຄຸມພະຍາດໂຄວິດ - 19 ໂດຍໄວ.

ການສຶກສາ ບຳລຸງສ້າງແມ່ນຂົງເຂດຮ່ວມມືມີມາແຕ່ດົນນານລະຫວ່າງ ຫວຽດນາມ ແລະ ຮຸງກາຣີ. ປັດຈຸບັນ, ຮຸງກາຣີ ແມ່ນປະເທດສະໜອງທຶນສຶກສາຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ ໃນບັນດາປະເທດ EU. ທ່ານ Zsigmond Barna Pal ຮອງລັດຖະມົນຕີກະຊວງບັນດາບັນຫາເອີລົບ ຂອງ ຮຸງກາຣີ ຖືວ່າ:

ພວກເຮົາ ໄດ້ສ້າງຕັ້ງການພົວພັນດ້ານສຶກສາ ມາແຕ່ຫຼາຍສີບປີກ່ອນແລ້ວ. ເສົາຄ້ຳໃນການຮ່ວມມືພັດທະນາ ແລະ ບັນດານະໂຍບາຍໜູນຊ່ວຍຂອງ ພວກຂ້າພະເຈົ້າ ກັບ ຫວຽດນາມ ແມ່ນໂຄງການທຶນການສຶກສາ, ຜ່ານນັ້ນ ຮຸງກາຣີ ໄດ້ສະໜອງທຶນການສຶກສາ 200 ທຶນໃນທຸກປີ ໃຫ້ແກ່ນັກສຶກສາ ຫວຽດນາມ. ພວກຂ້າພະເຈົ້າ ຮູ້ສຶກດີໃຈເມື່ອໄດ້ຕອ້ນຮັບນັກສຶກສາ ຫວຽດນາມ ມາຮ່ຳຮຽນຢູ່ຮຸງກາຣີ ຊຶ່ງຈະ ເປັນຜູ້ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ປະກອບສ່ວນເພີ່ມທະວີການພົວພັນສອງປະເທດພວກເຮົາ.

ປັດຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ມີປະມານ 6000 ຄົນ, ສ່ວນຫຼາຍດຳລົງຊີວິດຢູ່ Budapest ໂດຍມີການດຳລົງຊີວິດທີ່ເປັນປົກກະຕິພໍສົມຄວນ. ໃນສະພາບການພົວພັນສອງປະເທດ ພວມມີການພັດທະນາອັນດີງາມ, ການຢ້ຽມຢາມ ຮຸງກາຣີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນ. ທ່ານ Zsigmond Barna Pal ຢັ້ງຢືນວ່າ:

ຂ້າພະເຈົ້າຄິດວ່ານີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ. ປັດຈຸບັນ ພວກຂ້າພະເຈົ້າມີການພົວພັນທີ່ດີ ກັບ ຫວຽດນາມ ແລະ ມີຄວາມເອົາໃຈໃສ່ເຖິງການຍົກລະດັບການຮ່ວມມືໃນທຸກຂົງເຂດ, ແຕ່ການເມືອງ, ວັດທະນະທຳ ແລະ ເສດຖະກິດ. ສອງປະເທດ ແລະ ການນຳສອງຝ່າຍລ້ວນແຕ່ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ຂ້າພະເຈົ້າຖືວ່າ ຈະມີແນວຄວາມຄິດຫຼາຍຢ່າງອາດຈະໄດ້ຮັບການແບ່ງປັນລະຫວ່າງສອງປະເທດ.

ໃນສະພາບການຮຸງກາຣີຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະພາ EU ໃນໄລຍະ 6 ເດືອນທ້າຍປີ 2024, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົມທົບກັບ EU ໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ເປັນຕົ້ນແມ່ນຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA).

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ - ảnh 2ທ່ານ Zsigmond Barna Pal ຮອງລັດຖະມົນຕີກະຊວງບັນດາບັນຫາເອີລົບ ຂອງ ຮຸງກາຣີ (ພາບ:  quochoi.vn )

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ - ໂຣມານີ

ຫວຽດນາມ ແລະ ໂຣມານີ ມີການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມາແຕ່ກ່ວາ 70 ປີແລ້ວ. ສອງປະເທດ ໄດ້ສ້າງຕັ້ງການພົວພັນທາງການທູດແຕ່ ວັນທີ 3 ກຸມພາ 1950. ໃນນະໂຍບາຍການຕ່າງປະເທດ ຂອງຕົນ, ໂຣມານີ ມີແຜນນະໂຍບາຍຍູ້ແຮງການພົວພັນກັບ ອາຊີ - ປາຊີຟິກ, ໃນນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ. ການນຳ ໂຣມານີ ຍາມໃດກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້.

ໂຣມານີ ໄດ້ຕັ້ງໜ້າໜູນຊ່ວຍ, ຊຸກຍູ້ການເຊັນສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ແມ່ນໜຶ່ງໃນ ສາມປະເທດສະມາຊິກ EU ທຳອິດໃຫ້ສັດຕະຍາບັນ EVFTA. ການພົວພັນເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ ແລະ ໂຣມານີ ມີການພັດທະນາອັນດີງາມ. ກ່ຽວກັບການລົງທຶນ, ໄລ່ໝົດປີ 2022, ໂຣມານີ ມີ 5 ໂຄງການລົງທຶນໂດຍກົງຍັງມີຜົນສັກສິດຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນຈົດທະບຽນ 1,56 ລ້ານ USD, ຢືນຢູ່ອັນດັບທີ 42 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ.

ຊຸກຍູ້ການຮ່ວມມື ລະຫວ່າງ ຫວຽດນາມ ກັບ ຮຸງກາຣີ ແລະ ໂຣມານີ

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະເຈລະຈາ, ເຮັດວຽກກັບບັນດາການນຳຂັ້ນສູຂອງ ຮຸງກາຣີ ແລະ ໂຣມານີ, ຢ້ຽມຢາມບັນດາທ້ອງຖິ່ນ, ມະຫາວິທະຍາໄລ, ສູນຄົ້ນຄ້ວາ, ວິສາຫະກິດ, ເຂົ້າຮ່ວມການພົບປະສະມາຄົມມິດຕິພາບ ຫວຽດນາມ ກັບ ຮຸງກາຣີ ແລະ ໂຣມານີ, ພົບປະກັບປະຊາຄົມຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ສອງປະເທດ…

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອມີຊີວິດຊີວາກ່ວາເກົ່າ, ຕັ້ງໜ້າໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ກັບ ຮຸງກາຣີ ແລະ ໂຣມານີ; ຊຸກຍູ້ ແລະ ນຳຂົງເຂດຮ່ວມມືທີ່ມີແຕ່ດົນນານຄື: ເສດຖະກິດ, ການຄ້າ, ແຮງງານ, ວັດທະນະທຳ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ກ້າວເຂົ້າສູ່ໄລຍະໃໝ່ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງແຕ່ລະປະເທດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ. ໄປຄຽງຄູ່ກັນນັ້ນ, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ພ້ອມກັບຮຸງກາຣີ ແລະ ໂຣມານີ ຍູ້ແຮງການເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ ກັບພາກພື້ນ ເອີລົບຕາເວັນອອກກາງ ແລະ ລະຫວ່າງສອງປະເທດ ກັບ ອາຊຽນ, ສົມທົບກັນຢ່າງແໜ້ນແຟ້ນ ໃນການແກ້ໄຂບັນດາບັນຫາທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ