ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ


(vovworld) - ວັນ​ທີ 22/5, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) Ban Ki Moon ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ສະພາບການ​ທີ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສປຊ ພວມ​ພັດທະນາ​ຢ່າງ​ຈົບງາມ. ການ​ຢ້ຽມຢາມ​ຫວຽດນາມ​ ໃນ​ໄລຍະ 2 ວັນ​ຂອງຜູ້ນຳ ສປຊ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານລະຫວ່າງ​ຫວຽດນາມ - ສປຊ, ກໍ່​ຄື​ຊຸກຍູ້​ບັນດາ​ບັນຫາ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ - ảnh 1

T
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) Ban Ki Moon ແລະ ພັນລະຍາ

ໃນການຢ້ຽມຢາມຫວຽດນາມ ປີ 2010 (ພາບ: Reuters)

        ສປຊ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 24/10/1945. ປະຈຸ​ບັນ, ສປຊ ​ແມ່ນ​ອົງການ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ທົ່ວ​ໂລກ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ, ​ເຂດແຜ່ນດິນ​ທີ່​ມີ​ອະທິປະ​ໄຕ, ​ເອກະລາດ​ເກືອບ​ທັງ​ໝົດ​ໃນ​ໂລກ. ສປຊ ​ເປີດ​ກວ້າງ​ບົດບາດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໃນ​ທຸກ​ດ້ານ, ມານະ​ພະຍາຍາມ​ເຄື່ອນ​ໄຫວ, ປະຕິບັດ​ບັນດາ​ຄະຕິທິດ, ຄາດໝາຍ​ທີ່​ໄດ້​ວງອອກ, ຜ່ານ​ນັ້ນມີ​ການ​ກະທົບ​ຢ່າງ​ຕັ້ງໜ້າ ​ແລະ ​ໃຫຍ່​ຫຼວງ​ເຖິງ​ຊີວິດ​ສາກົນ ​ແລະ ​ແຕ່ລະ​ປະ​ເທດ.

        ພື້ນຖານ​ທີ່​ຂາດ​ບໍ່​ໄດ້​ເພື່ອ​ໂລກ​​ແຫ່ງສັນຕິພາບ

        ​​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ສ້າງ​ຕັ້ງ, ສປຊ ມີ 51 ປະ​ເທດ​ສະມາຊິກ, ​ແຕ່​ປະຈຸ​ບັນ​ໄດ້​ມີ​ເຖິງ 193 ປະ​ເທດ​ສະມາ​ຊິກ ​ແລະ ກາຍ​ເປັນ​ລະບົບ​ຮອບດ້ານ, ດ້ວຍ 6 ອົງການ​ຕົ້ນຕໍ, ຫຼາຍ​ອົງການ​ສຳຮອງ, 20 ອົງການ​ວິຊາ​ການ ​ແລະ 5 ຄະນະ​ກຳມະການ​ເສດຖະກິດ - ສັງຄົມ​ຢູ່​ພາກ​ພື້ນ​ຕ່າງໆ​, ພ້ອມ​ກັບ​ກອງ​ທຶນນັບ​ສິບ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ການ​ແກ້​ໄຂ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ, ຫຼຸດຜ່ອນ​ກຳລັງ​ອາວຸດ ​ແລະ ທະຫານ ກໍ່​ຄື​ບໍ່​ເຜີຍ​ແຜ່​ກຳລັງ​ອາວຸດ. ຕ້ານ​ກໍ່​ການ​ຮ້າຍ, ປົກ​ປ້ອງ​ຄົນ​ຫຼົບ​ໄພ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ, ຊຸກຍູ້​ປະຊາທິປະ​ໄຕ, ສິດທິ​ມະນຸດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ພັດທະນາ​ເສດຖະກິດ, ສັງຄົມ, ຮັບ​ມື​ກັບ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ດ້ວຍ​ບັນດາ​ຜົນງານ​ສຳຄັນ​ທີ່​ບັນລຸ​ໄດ້​ນັ້ນ, ສປຊ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ປະຊາ​ຄົມ​ສາກົນ​ວ່າ​ ແມ່ນ​ອົງການ​ທົ່ວ​ໂລກ​ທີ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ດ້ານ​ການ​ເມືອງ​ສາກົນ, ທັງ​ແມ່ນ​ພື້ນຖານ​ທີ່​ຂາດ​ບໍ່​ໄດ້​ເພື່ອ​ໂລກ​​ແຫ່ງສັນຕິພາບ, ວັດທະນາ​ຖາວອນ ​ແລະ ຍຸຕິ​ທຳ​ກວ່າ.

        ​ໃນ​ຜົນງານ​ລວມ, ​ແມ່ນ​ມີຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ກໍ່​ຄື​ການປະກອບສ່ວນ​ຫຼາຍ​ຢ່າງ​ຂອງທ່ານ​ເລຂາທິການ​ໃຫຍ່​ Ban Ki Moon ໃນ​ການ​ຊຸກຍູ້​ບົດບາດ​ຂອງ ສປຊ ດ້ວຍສາມ​ເສົາ​ຄຳ້​ ແມ່ນ​ສັນຕິພາບ - ຄວາມ​ໝັ້ນຄົງ, ການພັດທະນາ ​ແລະ ຮັບປະກັນ​ສິດ​ທິມະນຸດ. ທ່ານ​ມີ​ຂໍ້​ລິ​ເລີ່​ມ ​ແລະ ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ, ປະຕິ​ຮູບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ​ແລະ ຊຸກຍູ້​ການ​ຫຼຸດຜ່ອນ​ກຳລັງ​ອາວຸດ, ລະດົມ​ຄວາມ​ມານະ​ພະຍາຍາມ​ສາກົນ​ໃນ​ການ​ຕ້ານ​ກໍ່​ການ​ຮ້າຍ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ປ້ອງ​ກັນ, ຕ້ານ​ໂລກລະບາດ, ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ ​ແລະ ກໍ່ສ້າງ​ລາຍການ​ພັດທະນາ​ຫຼັງ​ປີ 2015. ທ່ານ​ເລຂາທິການ​ໃຫຍ່​ Ban Ki Moon ມີ​ຄວາມ​ສະໜິດສະໜົມ​ກັບ​ຫວຽດນາມ ​ແລະ ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ສປຊ - ຫວຽດນາມ ​ແລະ ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ທ່ານ​ມາ​ຢາມ​ຫວຽດນາມ.

        ຫວຽດນາມ, ສະມາຊິກ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ ສປຊ

        ຫວຽດນາມ ​ເຂົ້າ​ເປັນ​ສະມາ​ຊີກ ສປຊ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 9/1977. ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສປຊ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ. ບັນດາ​ການ​ນຳ​ຫວຽດນາມ ​ແລະ ສປຊ ​ເຄີຍ​ດຳ​ເນີນການ​ພົບ​ປະ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ແລກປ່ຽນ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື. ຫວຽດນາມ ​ແລະ ສປຊ ພວມ​ຕັ້ງໜ້າ​ສົມທົບ​ກັນ​ຜັນ​ຂະຫຍາຍ​ແຜນການ​ລວມຂອງ ສປຊ ​ໄລຍະ 2011-2015 ​ແລະ ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 2011-2020 ຂອງ​ຫວຽດນາມ. ​ໄລຍະ​ຜ່ານ​ມາ, ຫວຽດນາມ​ ເປັນ​ເຈົ້າ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສປຊ ​ໃນ​ຫຼາຍ​ຂົງ​ເຂດ. ຫວຽດນາມ​ ​ໄດ້ ​ແລະ ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ຊາຍ​ຄາ​ລວມ ສປຊ ຢູ່​ຫວຽດນາມ, ​ແມ່ນ​ຮູບ​ແບບ​ທຳ​ອິດ​ຂອງ ສປຊ ຢູ່​ໂລກ, ​ແມ່ນ​ການ​ປະກອບສ່ວນ​ຢ່າງ​ລະອຽດ ​ແລະ ພົ້ນ​ເດັ່ນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ກິດຈະການ​ປະຕິ​ຮູບ​ອົງການ​ຫຼາຍ​ຝ່າຍ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ.

        ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ສປຊ ຖືກ​ຖື​ວ່າ​ແມ່ນ​ຕົວຢ່າງ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ ສປຊ ກໍ່​ຄື​ບົດບາດ​ຂອງ ສປຊ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ, ສັງຄົມ, ວັດທະນະທຳ ​ແລະ ມະນຸດສະທຳ. ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ນີ້ ພ້ອມ​ກັບບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ມີ​ລັກສະນະ​ສ້າງສັນ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ສປຊ ​ ພວມ​ໄດ້​ຮັບ​ການ​ຕີ​ລາຄສູງ​ຈາກ​ປະຊາ​ຄົມ​ສາກົນ ​ແລະ ບັນດາ​ອົງການ ສປຊ, ພິ​ເສດ​ແມ່ນ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ຮ່ວມ​ມື​ສາມ​ຝ່າຍ…

        ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່​ Ban Ki Moon ​ດຳ​ເນີນ​ໃນ​ປີ 2015, ​ແມ່ນ​ປີ​ທີ່​ມີ​ຂີດ​ໝາຍ ​ແລະ ການ​ເຄື່ອນ​ໄຫວ​ສຳຄັນ​ຫຼາຍ​ຢ່າງ​ຂອງ ສປຊ. ການ​ຢ້ຽມຢາມ​ຫວຽດນາມ ​ຂອງທ່ານ​ເລຂາທິການ​ໃຫຍ່​ Ban Ki Moon ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ສປຊ ​ແລະ ຫວຽດນາມ, ຊຸກຍູ້​ການ​ແລກປ່ຽນ​​ບັນຫາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ໃນ​ທົ່ວ​ໂລກ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ ຢັ້ງຢືນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ກັບ​ສາກົນ​ຂອງ​ຫວຽດນາມ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ. ​ໃນ​ນັ້ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ສປຊ ​ແລະ ​​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ, ຢ່າງ​ຕັ້ງໜ້າ ​ແລະ ມີຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ສປຊ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ