ເພີ່ມທະວີການພົວພັນຫວຽດນາມ - Kazakhstan

(vovowrld) - ມື້​ນີ້​, ທ່ານ​ປະທານ​ປະ​ເທດ Truong Tan Sang ປະຕິບັດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສາທາລະນະ​ລັດ Kazakhstan ​ໃນ 2 ວັນ ຄື​ວັນ​ທີ 10 ​ແລະ 11/9/2012. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຂົງ​ເຂດ.

ເພີ່ມທະວີການພົວພັນຫວຽດນາມ - Kazakhstan - ảnh 1

ທ່ານ​ປະທານ​ປະ​ເທດ Truong Tan Sang

​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສາທາລະນະ​ລັດ Kazakhstan ​

        ​ໂດຍ​ຕັ້ງ​ຢູ່​ເຂດ​ອາຊີ​ກາງ, Kazakhstan ​ແມ່ນ​ໜຶ່ງ​ໃນ​ຈຳນວນ 15 ປະ​ເທດ​ສາທາລະນະ​ລັດ​ທີ່​ຂຶ້ນ​ກັບ​ສະຫະພາບ​ໂຊ​ວຽດ​ເກົ່າ. ພາຍຫຼັງ​ປະກາດຖະ​ແຫຼ​ງ​ເອກະລາດ​ເມື່ອ​ປີ 1999, Kazakhstan ​ໄດ້​ຫັນ​ໄປ​ສູ່​ເສດຖະກິດ​ການ​ຕະຫຼາດ, ຕັ້ງໜ້າ​​ເຊື່ອມ​ຕົວ​ເຂົ້າ​ກັບ​ເສດຖະກິດ​ໂລກ, ບັນດາ​ມາດ​ຕະການ​ປະຕິ​ຮູບ​ເສດຖະກິດ​ຂອງ​ລັດຖະບານ ​ແລະ ວິວັດ​ການ​ຫັນ​ເປັນ​ພາກສ່ວນ​ເສດຖະກິດ​ເອກະ​ຊົນພວມ​ດຳ​ເນີນ​ຢ່າງ​ວ່ອງ​ໄວ, ນຳ​ມາ​ເຊິ່ງຜົນງານ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ. ປະຈຸ​ບັນ, Kazakhstan ພວມ​ດຳ​ເນີນ​ນະ​ໂຍບາຍ​ອຸດສາຫະກຳ ​ເພື່ອ​ແນ​ໃສ່​ຫັນ​ພື້ນຖານ​ເສດຖະກິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ນັບ​ແຕ່​ປີ 2000, ​ເສດຖະກິດ Kazakhstan ​ເລີ່​ມບັນລຸ​ລະດັບ​ເຕີບ​ໂຕ​ສູງ. ​ໃນ 10 ປີ​ມາ​ນີ້, GDP ຂອງ Kazakhstan ​ເພີ່ມ​ຂຶ້ນ 3,5 ​ເທົ່າ ​ແລະ ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ເພີ່ມ​ຂຶ້ນ 3 ​ເທົ່າ, ອັນ​ໄດ້​​ເຮັດ​ໃຫ້ປະ​ເທດ​ນີ້​ກາຍ​ເປັນ​ໜຶ່ງ​ໃນ​ຈຳນວນ 6 ປະ​ເທດ​ນຳ​ໜ້າ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກທັນ​ຍາ​ຫານ. ປີ 2010, GDP ຂອງ Kazakhstan ​ເພີ່ມ​ຂຶ້ນ 7% ​ແລະ GDP ປີ 2011 ​ເພີ່ມ​ຂຶ້ນ 7,5%. Kazakhstan ມີ​ນ້ຳມັນ​ສະ​ສົມ​ຫຼາຍ​ອັນ​ດັບ 8 ຢູ່​ໂລກ.

        Kazakhstan ​ເຂົ້າ​ຮ່ວມ​ພັນທະ​ພາບພາສີກັບ​ລັດ​ເຊຍ, ​ເບ​ລາ​ຮຸດ ​ໃນ​ເດືອນ 7/2010 ​ແລະ​ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເປັນ​ເອກະ​ພາບ​ລະຫວ່າງ 3 ປະ​ເທດ​ໃນ​ປີ 2012, Kazakhstan ປະຕິບັດ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢ່າງ​ແຮງ, ປະຈຸ​ບັນ, Kazakhstan ມີ 19.000 ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ.

ເພີ່ມທະວີການພົວພັນຫວຽດນາມ - Kazakhstan - ảnh 2
ຊາວຫວຽດນາມອາໄສຢູ່Kazakhstan ຕ້ອນຮັບປະທານປະເທດ Trương Tấn Sang

        ຫວຽດນາມ ​ແລະ Kazakhstan ມີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ນຳ​ກັນ. ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນັບ​ແຕ່​ວັນ​ທີ 26/6/1992. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ໄດ້​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ພົບ​ປະ​ສອງ​ຝ່າຍ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ແລະ Kazakhstan ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ຕ່າງປະ​ເທດ, ການ​ສຶກສາ, ການ​ລົງທຶນ, ການ​ອອກ​ແຮງ​ງານ, ພະລັງງານ… ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ​ພວມ​ມີ​ທ່າ​ພັດທະນາ​ຢ່າງ​ຕັ້ງໜ້າ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ, ​ແຕ່​ຍັງ​ໜ້ອຍ​ຢູ່​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ, ປີ 2011 ບັນລຸ​ປະມານ 49 ລ້ານ USD, 8 ​ເດືອນ​ຕົ້ນ​ປີ 2012 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ​ກວ່າ 41 ລ້ານ USD. ຢູ່​ທີ່​ສະ​ໄໝ​ປະຊຸມ​ທີ 5 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ ​ເຊິ່ງດຳ​ເນີນ​ໃນ​ເດືອນ 9/2011 ນັ້ນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ​ຮ່ວມ​ຫວຽດນາມ - Kazakhdtan ​ໄລຍະ 2011-2013 ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື. ພິ​ເສດ, ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 11/2011 ຂອງ​ປະທານາທິບໍດີ Kazakhstan Nursultan Nazarbayev, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ຢັ້ງຢືນ​ວ່າ ຫວຽດນາມ ​ແລະ Kazakhstan ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກວ່າ​ອີກ​ໃນ​ຂົງ​ເຂດ​ການ​ເມືອງ,  ການ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ​ແລະ ຫຼາຍ​ຂົງ​ເຂດ​ອື່ນໆ. ສອງ​ຝ່າຍ​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ດຶງ​ດູດ​ທຶນ​ຂອງ​ກັນ​ເຂົ້າ​​ບັນ​ດາ​ຂະ​ແໜງ​ເສດຖະກິດ, ​ໃນ​ນັ້ນ​ໃຫ້​ບຸລິ​ມາ​ສິດແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຂະ​ແໜງ​ຂຸດ​ຄົ້ນ​ແຮ່​ທາດ. ຜະລິດ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ​ແລະ ​ເກີບ, ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຜະລິດ​ຢາງພາລາ, ໝາກ​ໄມ້, ສິນ​ໃນ​ນ້ຳ, ລ້ຽງສັດ….

        ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ​ເທົ່າ​ນັ້ນ, ຫວຽດນາມ ​ແລະ Kazakhstan ຍັງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ກັນ​ຢູ່​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອີກ​ດ້ວຍ. ສອງ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ກັນ ສະໝັກ​ຮັບ​ເລືອກ​ຕັ້ງ​​ເຂົ້າສະພາສິດທິ​ມະນຸດ ສະຫະ​ປະຊາ​ຊາດ ​ແລະ ຮັບ​ຮູ້​ກັນ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ….

ເພີ່ມທະວີການພົວພັນຫວຽດນາມ - Kazakhstan - ảnh 3

        ບົນ​ພື້ນຖານ​ສາຍ​ພົວພັນ​ທີ່​ພວມ​ມີ​ທ່າ​ພັດທະນາ​ຢ່າງ​ຈົບງາມ​ນັ້ນ, ການ​ຢ້ຽມຢາມ​ສາທາລະນະ​ລັດ Kazakhstan ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຄັ້ງ​ນີ້​ໄດ້​ເປັນ​ການ​ຢັ້ງຢືນ​ເຖິງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ Kazakhstan ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ກະ​ສີ​ກຳ - ອຸດສາຫະກຳ, ວິທະຍາສາດ - ການ​ສຶກສາ ລະຫວ່າງ​ສອງ​ປະ​ເທດ, ທັງ​ແມ່ນ​ໂອກາດ​ເພື່ອ​ຂົນຂວາຍ​ການ​ນຳ Kazakhstan ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ນ້ຳມັນ​ອາຍ​ແກ​ດຢູ່ Kazakhstan. ການ​ຢ້ຽມຢາມ​ກໍ່​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

       

 


ຕອບກັບ

trần mạnh tuấn

Cảm ơn bài viết đã cho tôi hiểu thêm về đất nước và con người Kazakhstan. Và đặc biệt đã giúp tôi hoàn thiện hơn trong v ... ອ່ານຕໍ່

ຂ່າວ/ບົດ​ອື່ນ