ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ສ. ເຊັກໂກ

(VOVWORLD) - ໂດຍຮັບຄຳເຊີນຈາກທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ປະທານາທິບໍດີ ສ. ເຊັກໂກ Milos Zeman ໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 6 -8 ມິຖຸນາ 2017. ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ, ການສົ່ງອອກແຮງງານ, ພ້ອມທັງບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 
ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ສ. ເຊັກໂກ - ảnh 1ທ່ານປະທານາທິບໍດີ Milos Zeman 

ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 2 ກຸມພາ 1950, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ. ເຊັກໂກ ໄດ້ຮັບການເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງ 2 ປະເທດ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນ ເອີລົບກາງ, ເອີລົບຕາເວັນອອກ, ໃນນັ້ນມີ ສ. ເຊັກໂກ ຊຶ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ. ສ. ເຊັກໂກ  ຍາມໃດກໍ່ປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

        ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ສ. ເຊັກໂກ

        ກ່ອນທີ່ດຳເນີນການຢ້ຽມຢາມ, ທ່ານ Rodolf Jindrack, ຜູ້ອຳນວຍການຮັບຜິດຊອບການພົວພັນຕ່າງປະເທດ, ຫ້ອງວ່າການປະທານາທິບໍດີ Milos Zeman ໄດ້ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງປະທານາທິບໍດີ ສ. ເຊັກໂກ ແມ່ນມີຄວາມໝາຍພິເສດ, ເພາະນີ້ເປັນຄັ້ງທຳອິດທີ່ທ່ານ Milos Zeman ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານາທິບໍດີ ແລະ ນີ້ແມ່ນໜຶ່ງໃນບັນດາການເດີນທາງຢ້ຽມຢາມຕ່າງປະເທດທີ່ສຳຄັນທີ່ສຸດຂອງທ່ານໃນປີ 2017. ສິ່ງນີ້ສະແດງໃຫ້ເຫັນວ່າ: ສ. ເຊັກໂກ ຖືເປັນສຳຄັນທີ່ສຸດການພົວພັນກັບ ຫວຽດນາມ.

        “ລະຫວ່າງ 2 ປະເທດ ພວກເຮົາໄດ້ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ນັບທັງໃນໄລຍະເປັນສະຫະພັນ ເຊັກໂກ ສະໂລວາກີ ເມືຶ່ອກ່ອນນີ້. ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ສຳຄັນ ແລະ ເປັນປະຕູເພື່ອໃຫ້ພວກຂ້າພະເຈົ້າ ເຂົາໄປທະວີບອາຊີເວົ້າລວມ ແລະ ອາຊີ ຕາເວັນອອກສ່ຽງໃຕ້ເວົ້າສະເພາະ. ຍິ່ງໄປກ່ວານັ້ນ, ລະຫວ່າງ 2 ປະເທດພວກເຮົາ ກໍ່ໄດ້ມີຄວາມຜູກຮັດນຳກັນ ດ້ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ຊຶ່ງໄດ້ຮັບຖືວ່າ ແມ່ນຊົນເຜົ່າສ່ວນໜ້ອຍໃຫຍ່ອັນດັບທີ 3 ທີ່ພວມດຳລົງຊີວິດຢູ່ ສ. ເຊັກໂກ ແລະ ພວກຂ້າພະເຈົ້າເຄົາລົບນັບຖືສິ່ງນີ້ທີ່ສຸດ.”

        ປະຈຸບັນ,  ມີຊາວ ຫວຽດນາມ ກ່ວາ 6 ໝື່ນຄົນພວມດຳລົງຊີວິດ, ເຮັດວຽກ, ທຳມາຫາກິນ ແລະ ຮ່ຳຮຽນຢູ່ ສ. ເຊັກໂກ ແລະ ພວມຕັ້ງໜ້າເຊື່ອມຕົວເຂົ້າກັບສັງຄົມເຊັກໂກ. ລັດຖະບານ ເຊັກໂກ ຍາມໃດກໍ່ຕີລາຄາສູງການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ເຂົ້າໃນການພັດທະນາຂອງສັງຄົມເຊັກໂກ ກໍ່ຄືການພົວພັນລະຫວ່າງ 2 ປະເທດ.

        ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ ກໍ່ມີບັນດາບາດກ້າວຂະຫຍາຍຕົວດີພໍສົມຄວນ. ວົງເງິນການຄ້າ 2 ຝ່າຍໃນປີ 2016 ໄດ້ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2015, ບັນລຸເກືອບ 1 ຕື້ USD. ໃນຍຸດທະສາດການສົ່ງອອກແຫ່ງຊາດໄລຍະ 2012 – 2020, ສ. ເຊັກໂກ ໄດ້ນຳ ຫວຽດນາມ ເຂົ້າໃນບັນຊີລາຍຊື່ 12 ຕະຫຼາດບຸລິມະສິດ. ປະຈຸບັນ, ບໍລິສັດ ການບິນ Vietnam Airlines ພວມຄົ້ນຄ້ວາເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ສ. ເຊັກໂກ ແນໃສ່ສ້າງເງື່ອນໄຂສະດວກ ແລະ ເພີ່ມທະວີການແລກປ່ຽນການຄ້າລະຫວ່າງ 2 ປະເທດ. ມາຮອດປະຈຸບັນ, ເຊັກໂກ ມີ 35 ໂຄງການລົງທຶນຢູ່ ຫວຽດນາມ ຢື່ນອັນດັບທີ 42 ໃນຈຳນວນ 101 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ.

        ຈຸດທີ່ພົ້ນເດັ່ນໃນການຢ້ຽມຢາມ ແລະ ແງ່ຫວັງການຮ່ວມມື

        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ໃນໄລຍະທີ່ຜ່ານມາ, ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ Milos Zeman ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃຫ້ດີຍິ່ງຂຶ້ນອີກ. ຕິດຕາມ ປະທານາທິບໍດີ Milos Zeman ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ມີປະມານ 60 ວິສາຫະກິດ ເຊັກໂກ. ຄະນະລວມມີຜູ້ຕາງໜ້າຂອງບັນດາວິສາຫະກິດ ເຊັກໂກ ໃນຂົງເຂດພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຜະລິດຕະພັນການຢາ, ການຄຸ້ມຄອງແຫຼ່ງນ້ຳ, ການທ່ອງທ່ຽວ, ການບໍລິການ… ທ່ານ Rodolf Jindrack, ຜູ້ອຳນວຍການຮັບຜິດຊອບການພົວພັນຕ່າງປະເທດ, ຫ້ອງວ່າການປະທານາທິບໍດີ Milos Zeman ໃຫ້ຮູ້ວ່າ:

        “ນອກຈາກບັນດາບັນຫາທາງດ້ານເສດຖະກິດ, ໃນຄັ້ງນີ້, ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງການຮ່ວມມື 2 ຝ່າຍກ່ຽວກັບການທ່ອງທ່ຽວ ລະອຽດແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ເຊັກໂກ ເຂົ້າມາທ່ອງທ່ຽວຢູ່ ຫວຽດນາມ ແລະ ກົງກັນຂ້າມ. ໃນປີທີ່ຜ່ານມາ, ມີແຂກທ່ອງທ່ຽວ ເຊັກໂກ 14.000 ເທື່ອຄົນມາ ຫວຽດນາມ, ນີ້ແມ່ນສັນຍານທີ່ດີສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືທາງດ້ານການທ່ອງທ່ຽວລະຫວ່າງ 2 ຝ່າຍ. ຂ້າພະເຈົ້າຍັງຕີລາຄາສູງ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງ 2 ຊາດພວກເຮົາ.”

        ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງ ທ່ານປະທານາທິບໍດີ Milos Zeman ໃນຄັ້ງນີ້ ແມ່ນເພື່ອປັບປຸງ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ໃຫ້ດີຍິ່ງໆຂຶ້ນ, ອັນໄດ້ນຳການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ