ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ.

ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ. - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີນ ພົບປະກັບ
ທ່ານ Ron Bryson ລັດຖະມົນຕີ ກະຊວງການຄ້າອາເມລິກາ
(ພາບ:tinmoi.vn)

(vov) - ​ແຕ່​ວັນ​ທີ 8 - 11/2, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ຫວູວັນນີ​ນ ຮອງ​ນາຍົກລັດຖະມົນຕີ ນຳ​ຫນ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ. ​ການ​ພົບ​ປະກັບ​ການ​ນຳ ອຳນາດ​ການ​ປົກຄອງ, ສະພາ​ແຫ່ງ​ຊາດ, ບັນດາ​ກະຊວງ ຂະ​ແຫນງ​ການ ​ແລະ ນັກທຸລະກິດ ອາ​ເມ​ລິ​ກາ ຄັ້ງ​ຕ່າງໆ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ໄດ້​ເປີດ​ກາລະ​ໂອກາດ​ການ​ຮ່ວມ​ມື​ຫລາຍ​ຢ່າງ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ບູ່​ຍ​ແທນ​ເຊີນ ຮອງ​ລັດຖະມົນຕີການຕ່າງປະ​ເທດ, ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສົ່ງ​ສານ​ທີ່​ມີ​ຄວາມ​ໝາຍຫລາຍ​ສະບັບ​​ເຖິງ​ວົງ​ການ​ການ​ເມືອງ ​ແລະ ວິ​ສາ​ຫະກິດ ອາ​ເມລິ​ກາ. ນັ້ນ​ແມ່ນ ຫວຽດນາມ ສືບ​ຕໍ່​ປະຕິບັດ​ບັນດາ​ກິດຈະການ​ປ່ຽນ​ແປງ​ໃຫມ່​ໃນ​ທຸກ​ຂົງ​ເຂດ. ຫວຽດນາມ ກໍ​ຕັ້ງຫນ້າ​ເປັນ​ເຈົ້າ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ ສືບ​ຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ຫັນ​ການ​ພົວພັນເປັນຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລີກ, ​ໃນ​ນັ້ນ ມີ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ. ​ໃນ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ, ຫວຽດນາມ ປະຕິບັດການ​ປ່ຽນ​​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ປະຕິ​ຮູບ​ເສດຖະກິດ ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​​ໃຫມ່, ຫັນປ່ຽນ​ຮູບ​ແບບ​ເສດຖະກິດ​ຂອງ​ຫວຽດນາມ ຈາກ​ລວງ​ກວ້າງ​ໄປ​ສູ່​ລວງ​ເລີກ. ຄະນະ​ຜູ້​ແທນ​ຫວຽດນາມ ກໍ​ຢືນຢັນ​ວ່າ: ​ໃນ​ສະພາບ​ເສດຖະກິດ​ໂລກ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ອາ​ເມ​ລິ​ກາ ຄວນຮ່ວມ​ມື​ກັບ​ຝ່າຍ​ຫວຽດນາມ ​ເພື່ອ​ຈຳກັດ, ລົບ​ລ້າງຮົ້ວ​ກີດ​ຂວາງ​ດ້ານການ​ຄ້າ​ສຳລັບ​ສິນຄ້າ​ຂອງ​ຫວຽດນາມ ທີ່​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ​ຄື: ປາຈາ, ປາ​ບາ​ຊາ, ທໍ່​ເຫລັກ​ກ້າ ​ແລະ ​ເສົາ​​ໄຟຟ້າ​ໃຊ້ພະລັງ​ແຮງ​ລົມ.

“ສານ​​ ​ຂອງ​ທ່ານຮອງ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງວ່າ ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ ຫວຽດນາມ ຈະປະຕິບັດ​ວຽກງານ​ຈຳນວນ​ຫນຶ່ງຄື. ທີ​ຫນຶ່ງ ​ແມ່ນ​ສືບ​ຕໍ່​ຄວບ​ຄຸມໄພ​ເງິນ​ເຟີ້​, ຮັກສາ​ເສດຖະກິດ​ມະຫາ​ພາກ ​ແລະ ຮັກ​ສາ​ການ​ຮັບປະກັນ​ຊີວິດ​ສັງຄົມ​​ໃຫ້ເປັນ​ປົກກະຕິ. ທີ​ສອງ ​ແມ່ນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ປ່ຽນ​​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ. ທີ​ສາມ ​ແມ່ນ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ສັງຄົມ ປີ 2011 - 2021, ​ໃນ​ນັ້ນ ສ້າງ 3 ບາດ​ກ້າວ​ບຸກທະລຸ​ສຳຄັນ ນັ້ນ​ແມ່ນ​ສ້າງ​ລະບອບ ກົນ​ໄກການ​ຕະຫລາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ການຮັບ​ໃຊ້​ຂອງ ແຫ​ລ່ງຊັບພະຍາກອນ​ມະນຸດ ​ເພື່ອຮັບ​ໃຊ້​ວິວັດທະນາ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.”

ພ້ອມ​ກັບ​ບັນດາ​ສານ​ຈາ​ກຄະນະ​ຜູ້​ແທນ​ຫວຽດນາມ, ຜູ້​ຕາງຫນ້າ​ວົງ​ການ​ການ​ເມືອງ ອາ​ເມ​ລິ​ກາ ​ເນັ້ນ​ຫນັກ​ວ່າ ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ຄ້າ ການ​ລົງທຶນ, ວິທະຍາສາດ - ​ເທັກ​ໂນ​ໂລ​ຊີ, ການ​ສຶກສາ ບຳລຸງ​ສ້າງ, ມະນຸດສະທຳ ກໍ​ຄື ສົມທົບ​ກັນ​ຢ່າງ​​ແຫນ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​​ໄສ​ຫລາຍ​ຝ່າຍ ​ແລະ ພາກ​ພື້ນ​ຄື:​ ​ສະມາຄົມ​ປະຊາ​ຊາດ ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້ (ASEAN), ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ພາກ​ພື້ນ ASEAN (ARF), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ​ອາ​ຊີ ປາຊີ​ຟີ​ກ (APEC), ກອງ​ປະຊຸມ​ສຸດ​ຍອດ ອາ​ຊີ​ຕາ​ເວັນ​ອອກ (EAS). ພ້ອມ​ກັນ​ນັ້ນຝ່າຍ​ອ​າ​ເມ​ລິ​ກາ ຍັງປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ແກ້​ໄຂບັນດາ​ບັນຫາ​ຍັງ​ຄົງ​ຄ້າງ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ ພ້ອມ​ກັນ​ມານະ​ພະຍາຍາມ​ເພ່ືອ​ສາມາດ​ປະຕິບັດ​ສຳ​ເລັດການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າພາກ​ພື້ນ ອາຊີ - ​ປາຊີ​ຟີ​ກ (TPP) ​ໂດຍ​ໄວ. ຕາມ​ທ່ານ​ຮອງ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ​ແລ້ວ, ດ້ວຍ​ພື້ນຖານ​ນັ້ນ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ແລະ ຂະຫຍາຍ​ຕົວ​ຫລາຍ​ກວ່າ ໃນ​ໄລຍະ​ຈະມ​າ​ເຖິງ. ​ແລະ​ກໍ​ໃນ​​ໄລຍະ​ຢູ່​ຢ້ຽມຢາມ ນະຄອນຫລວງ ວໍ​ໍຊິງ​ຕັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ນ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ ລະຫວ່າງ​ຫວຽດນາມ ​ແລະ ​ອາ​ເມ​ລິ​ກາ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ການ​ນຳ​ກຸ່ມ​ບໍລິສັດ​ຊັ້ນ​ນຳ​ຂອງ​ອາ​ເມ​ລິ​ກາ. ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຫວູວັນນີ​ນ ຢືນຢັນ​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງການ​ລົງທຶນ​ຢ່າງ​ສະ​ດວກສະບາຍ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ບັນດາ​ນັກ​ລົງທຶນ​ອາ​ເມ​ລິ​ກາ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ແງ່​ຫວັງ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ ບຸ່ຍ​ແທນ​ເຊີນ ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ  ​ໃຫ້​ຮູ້​ວ່າ:

“ສອງ​ຝ່າຍ​ໄດ້​ແລກປ່ຽນ​ເພື່ອ​ວາງ​ອອກບັນດາ​ມາດ​ຕະການ​ຮ່ວມ​ມື​ຢ່າງ​ລະອຽດ​ກວ່າ ​​ແນ​ໃສ່ຍົກ​ລະດັບ​ການ​ພົວພັນ​ນີ້. ​​ໃນ​ວິວັດ​ການ​ແລກປ່ຽນ, ສອງ​ຝ່າຍ ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາ​ບັນຫາ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື ກໍ​ຄື ບັນດາ​ສິ່ງ ກີດຂວາງ​ທີ່​ຍັງ​ຄົງ​ຄ້າງ. ບົນ​ຈິດ​ໃຈ​ນັ້ນ ດ້ວຍ​​ເຈດ​ຕະນາ​ດີ ກໍ​ຄືຄວາມ​ເອົາ​ໃຈ​ໃສ​່​ຢ່າງ​​ໃກ້​ຊິດ​ຕິດ​ແທດ​ຈາກ​ຝ່າຍ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ຫວຽດນາມ, ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ ມີ​ພື້ນຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ເວົ້າ​ວ່າ: ພວກ​ເຮົາ​ສາມາດ​ຍົກ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ ຂຶ້ນ​ສູ່​ລະດັບ​ສູງ​​ໃຫມ່ ​ໃນ​​ໄລຍະ​ທີ່ຈະ​ມາ​ເຖິງ.”

ທ່ານ​ຮອງ​ລັດຖະມົນຕີ ບຸ່ຍ​ແທນ​ເຊີນ ກໍ​ໃຫ້​ຮູ້​ວ່າ: ນອກຈາກ​ບັນດາ​ການ​ພົບ​ປະ​ກັບ​ບັນດາ​ນັກການ​ເມືອງ ອາ​ເມ​ລິ​ກາ ຄື: ທ່ານ Daniel Inouye ຜູ້​ຮັກ​ສາ​ການ ປະທານ​ສະພາ​ສູງ, ທ່ານ Jim Webb ປະທານ​ອະນຸ​ກຳມະການ ອາຊີ - ຕາ​ເວັນ​ອອກ    ປາຊີ​ຟີ​ກ ຂຶ້ນ​ກັບ​ຄະນະ​ກຳມາທິການ​ການຕ່າງປະ​ເທດ ສະພາ​ສູງ, ທ່ານ John Bryson ລັດຖະມົນຕີ​ກະຊວງ​ການ​ຄ້າ, ສ່ວນ ທ່ານ​ຮອງ​ນາຍົກລັດຖະ​ມົນຕີ     ຫວູວັນນີ​ນ ​ໄດ້​ມີ​ການພົບ​ປະ​ກັບ​ທ່ານ Robert Zoelick ປະທານ​ທະນາຄານ​ໂລກ (WB) ​ແລະ ທ່ານ Naoyuki Shinohara ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ກອງ​ທຶນ​ເງິນຕາ​ສາກົນ (IMF). ຜູ້ຕາງຫນ້າ​ບັນດາ​ອົງການ​ການ​ເງິນ​ສາກົນ​ ​ໄດ້​ມີ​ການ​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ເສດຖະກິດ ຊຶ່ງ​ຫວຽດນາມ ພວມ​ນຳ​ໃຊ້.

“ບັນດາ​ອົງການ​ການ​ເງິນ​ສາກົນ ຕີ​ລາຄາ​ສູງ​ບັນດາ​ມາ​ດຕະການ ຊຶ່ງ​ລັດ​ ​ແລະ ລັດຖະບານ​ຫວຽດນາມ ວາງ​ອອກ. ​ເຂົາ​ເຈົ້າ​ໄດ້​ໃຫ້​ຂໍ້​ສັງ​ເກດວ່າ ຖ້າ​ຫວຽດນາມ ຢືດໝັ້ນ​ປະຕິບັດ ປີ 2012 ຫວຽດນາມ ຈະ​ຄວບ​ຄຸມໄພ​ເງິນ​ເຟີ້​ລົງ​ລະດັບ​  1  ຕົວ​ເລກ ພ້ອມ​ກັນ​ນັນ ຍັງ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ເໝາະ​ສົມ. ບັນດາ​ອົງການ​ນີ້ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ຫນູນ​ຊ່ວຍ​ຫວຽດນາມ ປະຕິບັດ​ບັນດາ​ຈຸດໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ ດ້ວຍ​ເລື່ອງ​ສົ່ງ​ຄະນະ​ການ​ນຳ​ ​ແລະ ຜູ້​ຊ່ຽວຊານຫລາຍຄະນະ ​ມາແລກປ່ຽນກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ບັນດາ​ອົງການ​ທີ່​ມີຫນ້າ​ທ່ີ​ຮັບຜິດຊອບ​ຂອງ​ຫວຽດນາມ​ເພື່ອ​​ເປັນ​ທ່ີ​ປຶກສາ. ບັນດາ​ການ​ແລກປ່ຽນ​ຂອງ​ເຂົາ​ເຈົ້າ​ແມ່ນ​ກົງ​ໄປ​ກົງ​ມາ ​ແລະ ມີ​ຜົນປະ​ໂຫຍ​ດ, ນັ້ນ​ແມ່ນ​ພື້ນຖານ​ເພື່ອ​​ໃຫ້​ພວກ​ເຮົາ​ທາ​ບທ່າມຄວາມ​ເຫັນ ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ທີ່​ໄດ້​ວາງ​ອອກ.”

ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມ​ສືບ​ຕໍ່​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ, ​ເທັກ​ໂນ​ໂລ​ຊີ, ການ​ສຶກສາ. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອາ​ເມ​ລິ​ກາ ຄັ້ງ​ນີ້​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ນ ປະ​ກອບ​ສ່ວນ​ປັບປຸງ​ຜົນງານ​ດັ່ງກ່າວ ​ແລະ ​ເປີດ​ບັນດາກາລະ​ໂອກາດການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ


ຕອບກັບ

ຂ່າວ/ບົດ​ອື່ນ