ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ - ມົງ​ໂກນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຈະຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 1  5 ພະຈິກ. ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ສອງປະເທດ ແລກປ່ຽນກ່ຽວກັບທິດທາງ ແລະ ມາດຕະການຮັກສາສາຍພົວພັນດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດໃນທຸກຂົງເຂດ ຢ່າງແທດຈິງ, ມີປະສິດທິຜົນກວ່າ.

ຫວຽດນາມ ແລະ ມົງໂກນ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ. ມົງໂກນ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ, ການຮ່ວມມືກັບປະເທດ ມົງໂກນ ເປັນສຳຄັນ, ຖື ມົງໂກນ ເປັນຄູ່ຮ່ວມມືສຳຄັນຢູ່ ອາຊີ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືທຸກຂັ້ນ, ທຸກກະຊວງ, ຂະແໜງການ, ອົງການມິດຕະພາບເປັນປະຈຳ.

     ຫວຽດນາມ ແລະ ມົງໂກນ ພວມກະກຽມການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 70 ປີ (17/11/1954-17/11/2024).

ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ - ມົງ​ໂກນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະສອງຝ່າຍກັບທ່ານາຍົກລັດຖະມົນຕີ ມົງໂກນ  Oyun-Erdene Luvsannamsrai (ພາບ: VOV)

     ພື້ນຖານການພົວພັນອັນດີງາມ

     ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ (17/11/1954), ມົງໂກນ ແມ່ນໜຶ່ງໃນບັນດາປະເທດເພື່ອນມິດທີ່ຍາມໃດກໍ່ຮຽງບາຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນໄລຍະຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. ນັບແຕ່ປີ 1979 ມາຮອດປັດຈຸບັນ, ຫວຽດນາມ - ມົງໂກນ ໄດ້ດຳເນີນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ເປັນ 15 ຄັ້ງ, ຊຸກຍູ້ການຮ່ວມມືສອງຝ່າຍພັດທະນາ. ລະອຽດຄື, ສອງປະເທດໄດ້ລົງນາມໃນສັນຍາຫຼາຍສະບັບກ່ຽວກັບທາງດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກນິກ.

ປີ 2009, ສອງປະເທດສົມທົບກັນຕັ້ງຮູບປັ້ນປະທານ ໂຮ່ຈີມິນ ແລະ ເປີດສະຫຼອງສູນວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນມັດທະຍົມເລກທີ 14 ທີ່ມີຊື່ ປະທານ ໂຮ່ຈີມິນ ຢູ່ ນະຄອນຫຼວງ Ulanbator. ປີ 2013, ຫວຽດນາມ ແລະ ມົງໂກນ ສົມທົບກັນຜະລິດຮູບເງົາ “ຊີວິດຄືດັ່ງຮູບເງົາເລື່ອງໜຶ່ງ” ຂອງ ມົງໂກນ ດ້ວຍພາບຖ່າຍທຳຕ່າງໆຢູ່ ຫວຽດນາມ ແລະ ໄດ້ສາຍຢ່າງກວ້າງຂວາງຢູ່ ມົງໂກນ ແລະ ຫວຽດນາມ.  ປີ 2014, ຝ່າຍມົງໂກນ ໄດ້ຈັດສົ່ງຄະນະນັກສິລະປິນມາເຂົ້າຮ່ວມ Festival ເຫວ້.  ແລະ ກໍໃນປີ 2014, ສອງຝ່າຍໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ.

     ກ່ຽວກັບການສຶກສາ, ບຳລຸງສ້າງ, ການແລກປ່ຽນນັກສຶກສາ ກໍ່ໄດ້ປະຕິບັດແຕ່ຊຸມປີ 60 ແລະ ແຕ່ລະປີ, ສອງຝ່າຍລ້ວນແຕ່ຮັບກໍ່ສ້າງນັກສຶກສາຂອງກັນ. ເຖິງຢ່າງໃດກໍຕາມ, ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ຍັງບໍ່ທັນບັນລຸໄດ້ໝາກຜົນເທົ່າທີ່ຄວນ. ຫວຽດນາມ ແມ່ນປະຕູຊ່ວຍນຳສິນຄ້າ ມົງໂກນ ເຂົ້າຕະຫຼາດ ອາຊຽນ,  ແຕ່ໄລ່ມາຮອດປັດຈຸບັນ, ວົງເງິນການຄ້າສອງຝ່າຍ ຍັງຢູ່ໃນລະດັບຈຳກັດຢູ່. ປີ 2021, ການຄ້າລະຫວ່າງສອງປະເທດ ບັນລຸ 81 ລ້ານ USD, ປີ 2022 ແມ່ນ 85 ລ້ານ USD ແລະ 9 ເດືອນ ຕົ້ນປີນີ້ ບັນລຸປະມານກວ່າ 65 ລ້ານ USD ຍ້ອນສອງປະເທດຍັງບໍ່ທັນມີສາຍການບິນໂດຍກົງ.

ຫວຽດນາມ ແລະ ມົງໂກນ ມີກຳລັງບົ່ມຊ້ອນຮ່ວມມືຫຼາຍຢ່າງ

     ຫວຽດນາມ ແລະ ມົງໂກນ ພວມກະກຽມການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 70 ປີ (17/11/1954-17/11/2024). ໃນການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໃນໄລຍະຜ່ານມາ, ທັງສອງຝ່າຍລ້ວນແຕ່ປາດຖະໜາຢາກຊຸກຍູ້ ແລະ ເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດກະສິກຳ. ໄລ່ແຕ່ເດືອນມິຖຸນາ ມາຮອດປັດຈຸບັນ, ບັນດາຜະລິດຕະພັນກະເສດ ແລະ ຊີ້ນສັດປີກສັດລ້ຽງຂອງ ມົງໂກນ ໄດ້ສົ່ງອອກໄປຍັງຫຼາຍປະເທດ. ມົງໂກນ ກໍພວມນຳເຂົ້າຜະລິດຕະພັນຊີ້ນໄກ່, ເຂົ້າສານຈາກ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ແລະ ມົງໂກນ ມີຄວາມເຫັນດີນຳກັນວ່າ ຈະເພີ່ມທະວີການຮ່ວມມື, ແກ້ໄຂບັນດາສິ່ງກີດຂວາງ, ເພື່ອຊຸກຍູ້ການສົ່ງອອກສິນຄ້າໄປຍັງຕະຫຼາດຂອງກັນ.

     ນອກນັ້ນ, ຫວຽດນາມ ກໍ່ມີທ່າແຮງກ່ຽວກັບບັນດາຜະລິດຕະພັນກະເສດ, ໃນຂະນະທີ່ ມົງໂກນ ມີສະໝູນໄພຫຼາຍຊະນິດທີ່ຫາຍາກ ເຊິ່ງສາມາດຮ່ວມມືກັບບັນດາວິສາຫະກິດຜະລິດຢາພື້ນເມືອງ, ອາຫານເສີມໄດ້. ການທ່ອງທ່ຽວກໍເປັນຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນລະຫວ່າງສອງປະເທດ. ນອກຈາກຂົງເຂດກະສິກຳ ແລະ ການທ່ອງທ່ຽວແລ້ວ, ວົງເງິນການຄ້າລະຫວ່າງສອງຝ່າຍສາມາດພັດທະນາຫຼາຍກວ່າອີກ ຍ້ອນມືການຍູ້ແຮງການຮ່ວມມືໃນບາງຂົງເຂດອື່ນ, ເປັນຕົ້ນແມ່ນ: ການຜະລິດວັກແຊງໃຫ້ແກ່ສັດລ້ຽງ, ສັດປີກ, ການບໍລິການດ້ານການບິນ…

     ໃນສະພາບການນັ້ນ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ມົງໂກນ ແມ່ນເພື່ອແນໃສ່ຫັນບັນດາກຳລັງບົ່ມຊ້ອນຂອງສອງຝ່າຍເປັນລະອຽດ, ເປັນການເລີ່ມຕົ້ນໃໝ່ແກ່ການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ. ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ສະຫະພັນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຈະສົມທົບກັບສະຖານທູດ, ຫ້ອງການການຄ້າ ແລະ ອຸດສາຫະກຳ ມົງໂກນ ຈັດເວທີປາໄສວິສາຫະກິດ ຫວຽດນາມ - ມົງໂກນ, ແນໃສ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດ ຊຸກຍູ້ການພົວພັນລົງທຶນ, ສ້າງບັນດາໂຄງການຮ່ວມມືລະອຽດ, ຊອກຮູ້ຂໍ້ມູນກ່ຽວກັບຕະຫຼາດ, ກາລະໂອກາດລົງທຶນ…, ຈາກນັ້ນ ກໍ່ປະກອບສ່ວນເພີ່ມວົງເງິນການຄ້າລະຫວ່າງສອງປະເທດ.    

     ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນໃນບັນດາຂົງເຂດ, ນຳການພົວພັນລະຫວ່າງ ຫວຽດນາມ - ມົງໂກນ ມີປະສິດທິຜົນ, ແທດຈິງກວ່າ ໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ./.



ຕອບກັບ

ຂ່າວ/ບົດ​ອື່ນ