ເພີ່ມທະວີການລົງທຶນຂອງວິສາຫະກິດເຂົ້າຂົງເຂດກະສິກຳ


(vovworld)- ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ແລ້ວ, ກະ​ສິ​ກຳ ຫວຽດ​ນາມ ພວມ​ມີ​ກາ​ລະ​ໂອ​ກາດ​ດຶງ​ດູດ​ເງິນລົງ​ທຶນ ເພື່ອ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ຢ່າງ​ຮອບ​ດ້ານ. ໃນ​ຊຸມ​ປີ​ມໍ່ໆ​ມານີ້, ມີ​ກຸ່ມ​ບໍ​ລິ​ສັດ​ຫລາຍ​ແຫ່ງ​ພາຍ​ໃນ​ປະ​ເທດ ພວມ​ຫັນ​ທິດ​ລົງ​ທຶນ​ເຂົ້​າ​ຂົງ​ເຂດ​ກະ​ສິ​ກຳ ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ ໄດ້ມີ​ການ​ຫນູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ກາ​ລະ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຫລາຍກວ່າ. ນີ້​ແມ່ນ​ສັນ​ຍານ​ທີ່​ຫນ້າ​ຊື່ນ​ຊົມ​ສຳ​ລັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ມີງ​ລອງ ທີ່​ມີ​ຫົວ​ຂໍ້​ວ່າ: "​ ​ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ເຂົ້າ​ຂົງ​ເຂດກະ​ສິ​ກຳ”

ເພີ່ມທະວີການລົງທຶນຂອງວິສາຫະກິດເຂົ້າຂົງເຂດກະສິກຳ - ảnh 1
ພາບ​ປະ​ກອບ:internet

        ລັດ​ຖະ​ບານ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຊີ້​ນຳ​ປັ​ບ​ປຸງການ​ສ້າງ​ລະ​ບົບ​ກົນ​ໄກ​, ນະ​ໂຍ​ບາຍຫນູນ​ຊ່ວຍ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​. ພິ​ເສດ ໃນ ປີ 2014, 2015, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້ ມະ​ຕິ 2 ສະ​ບັບ​ເພື່ອ​ຊຸກ​ຍູ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​. ພ້ອມ​ກັນ​ນັ້ນ, ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫ​ມ່ ໂດຍ​ລັດ​ຖະ​ບານ​ອະ​ນຸ​ມັດ​ແຕ່​ປີ 2013 ແລະ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ. ຈຸດ​ສຸມ​ຂອງ​ແຜນ​ຮ່າງ​ແມ່ນ​ສຸມ​ໃສ່​ວິ​ສາ​ຫະ​ກິດ​ເພື່ອ​ປ່ຽນ​ແປງ​ໂຄງ​ປະ​ກອບ ແລະ ວິ​ທີ​ການ​ຜະ​ລິດ​ຂອງ​ທົ່ວ​ຂະ​ແຫນງ. ສິ່ງ​ດັ່ງ​ກ່າວ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ກະ​ສິ​ກຳ, ຊົນ​ນະ​ບົດ​ຢູ່​ຫວຽດ​ນາມ.

       ສັນ​ຍານ​ຕັ້ງ​ຫນ້າ​ຈາ​ກ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ສະ​ຫງ​ວນ​ໃຫ້​ແກ່​ກະ​ສິ​ກຳ

        ຫວຽດ​ນາມ ກໍ​ຄື​ຫລາຍ​ປະ​ເທດອື່ນ​ໃນ ອາ​ຊຽນ ບໍ່​ທັນ​ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ລົງ​ທຶນ​ເຂົ້​າ​ຂົງ​ເຂດ​ກະ​ສິ​ກຳ. ຕາມ​ການ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແລ້ວ, ການ​ລົງ​ທຶນ​ຂອງ​ບັ​ນ​ດາ​ວິ​ສາ​ຫະ​ກິດບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກໍ​ຄື​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ.

        ລັດ​ຖະ​ບານ ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບ​ັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ກະ​ສິ​ກຳ, ຊົນ​ນະ​ບົດ. ການ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ຢູ່​ພາຍ​ໃນ​ປະ​ເທດເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ ແມ່ນ​ຢ​ຟຢ​ເພີ່ມ​ຂຶ້ນ ຈາກ​ຈຳ​ນວນ​ວິ​ສາ​ຫະ​ກິດ 2.400 ແຫ່ງ​ໃນ​ປີ 2007 ຂຶ້ນ​ເຖິງ 3.630 ວິ​ສາ​ຫະ​ກິດ​ໃນ​ປີ 2013, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ 265.000 ຄົນ. ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ລົງ​ທຶນ​ສຳ​ເລັດ​ຜົນ ດ້ວຍ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ, ພັດ​ທະ​ນາ​ຕະ​ຫລາດ, ສ້າງ​ກຳ​ລັງ​ຫນູນ​ພັດ​ທະ​ນາ​ໃຫ້​ຫລາຍ​ເຂດ, ທ​ອ້​ງ​ຖິ່ນ​ຄື: ​ບໍ​ລິ​ສັດ Vinamilk, ມີງ​ຟູ, TH Truemilk, ຮ່​ວາງ​ແອງ​ຢາ​ລາຍ…ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​, ກຸ່ມ​ບໍ​ລິ​ສັດ​ໃຫຍ່ ຫລາຍ​ແຫ່ງ ຊອກ​ຫາ​ກາ​ລະ​ໂອ​ກາດ ແລະ ປາດ​ຖະ​ຫນາ​ຢາກ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ​ຄື: Vingroup, Himlam, Viettel, FLC.. ທ່ານ​ກາວ​ດຶກ​ຟາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຮູ້​ວ່າ:

        “ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່ ພ້ອມ​ກັບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແມ່ນ ການ​ປະ​ຕິ​ວັດ​ 2 ຄັ້ງ​ກ່ຽວ​ກັບກະ​ສິ​ກຳ ແລະ​ຊົນ​ນະ​ບົດ. ເພື່ອ​ປະ​ຕິ​ບັດ 2 ໂຄງ​ການ​ດັ່ງ​ກ່າວ ຄວນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ຈາກ​ສູນ​ກາງ​ຕະ​ຫລອດ​ຮອດ​ທ້ອງ​ຖິ່ນ, ໃນ​ນັ້ນ ລັດ​ສ​ວມ​ບົດ​ບາດ ເປັນຜູ້​ກໍ່ຕັ້ງ, ຊາວ​ກະ​ສ​ິ​ກອນເປັນ​ເຈົ້າ ແລະ ວິ​ສາ​ຫະ​ກິດ​ມີ​ບົດ​ບາດ​ຫລັກ​ແຫລ່ງ​ສຳ​ຄັນ.”

       ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ

        ທີ່ກອງ​ປະ​ຊຸມ “ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງ​ທຶນ​ໃຫ້​ກະ​ສິ​ກຳ-ຊົນ​ນະ​ບົດ” ດຳ​ເນີນ​ໃນ​ວັນ​ທີ28/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຢືນ​ຢັນ: ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ກະ​ສິ​ກຳ ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ເພື່ອ​ສື​ບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ແຮງ​ຂອງ​ກະ​ສິ​ກຳ, ລັດ​ຖະ​ບານ ຈະ​ສຸມ​ໃສ່​ລົງ​ທຶນ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຄື: ຊົນ​ລະ​ປະ​ທານ, ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ… ພ້ອມ​ກັນ​ນັ້ນ ເພີ່ມ​ທະ​ວີ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ເຂົ້າ​ກະ​ສິ​ກຳ.

        “ເມື່ອ​ເຂົ້າ​ຮ່ວມ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ບັນ​ດາ​ວິ​ສາ​ຫະ​ກິດ​​ອາດ​ຈະ​ເສີມ​ຂະ​ຫຍາຍ​ຄວາມສາ​ມາດ​ບົ່ມ​ຊ້ອນຫົວ​ຄິດ​ປະ​ດິດ​ສ້າງໃນ​ການ​ຜະ​ລິດ. ພວກ​ເຮົາ​ຕ້ອງ​ມີ​ກົນ​ໄກ​ເພຶື່ອ​ເສີມ​ຂະ​ຫຍາຍ​ສຸດ​ກຳ​ລັງ​ຄວ​າມ​ສາ​ມາດນີ້. ຕ້ອງ​ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຮ່ວມ​ສຳ​ພັນ​ຂອງ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ, ຂະ​ແຫນງ​ສິນ​ຄ້າ ພິ​ເສດ ແມ່ນ​ການ​ຮ່ວມ​ສຳ​ພັນ​ຂອງ​ວິ​ສາ​ຫະ​ກິດ​ເອງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ກະ​ສິ​ກຳ​ຄວນ​ຊຸກ​ຍູ້​ຂະ​ບວ​ນ​ການນີ້.”

        ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ “ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.” ມາ​ຮອດ​ປະ​ຈຸ​ບັນ, ຂະ​ແຫນງ​ກະ​ສິ​ກຳ ໄດ້​ສ້າງ ແລະ ປະ​ກາດ​ໃຊ້ 12 ແຜນ​ຮ່າງ ແລະ ແຜນ​ການ​ຫັນ​ການ​ກຳ​ນົດ​ທິດ​ ແລະ ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່​ໃນ​ທຸກ​ຂົງ​ເຂດເປັນ​ລະ​ອຽດ ຄື: ການ​ປູກ​ຝັງ, ລ້ຽງ​ສັດ, ປ່າ​ໄມ້, ສິນ​ໃນ​ນ້ຳ, ປຸງ​ແຕ່ງ, ຊົນ​ລະ​ປະ​ທານ. ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິ​ດ​ນັບ​ຮ້ອຍ​ແຫ່ງ ຊື່ງ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ບໍ​ລິ​ສັດ​ຮ່ວມ​ສຳ​ພັນ​ກັບ​ຊາວ​ກະ​ສິ​ກອນ​ຜະ​ລິດ​ສິນ​ຄ້າ​ໃນ​ເນື້ອ​ທີ່ 400.000 ເຮັກ​ຕາ.

        ເພື່ອ​ໃຫ້​ກະ​ສິ​ກຳ ຫວຽດ​ນາມ ສືບ​ຕໍ່​ເຕີມ​ໂຕ​ຢ່າງ​ແຮງ ແລະ ໝັ້ນ​ຄົງ, ຄຽງ​ຄູ່​ກັບ​ບົດ​ບາດ​ຫລັກ​ແຫລ່ງ​ຂອງ​ຊາວ​ກະ​ສິ​ກອນນ, ຄວນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຖັນ​ແຖວ​ນັກ​ທຸ​ລະ​ກິດ. ດ້ວຍ​ການ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ, ການ​ລົງ​ທຶນ​ຂອງບັນ​ດາ​ວິ​ສ​າ​ຫະ​ກິດ ແລະ ກະ​ສິ​ກຳ ບັນ​ດາ​ຄວາ​ມ​ຫຍຸ້ງ​ຍາກ, ຂໍ​້​ຕິດ​ຂັດ​ກ່ຽວ​ກັບ​ທຶນ​ຮອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະ​ລິດ, ກຳ​ລັງ​ຄວາ​ມ​ສາມ​າດ​ແກ້ງ​ແຍ້ງ​ໃນ​ຕະ​ຫລາດ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ແກ້​ໄຂ. ເລື່ອງ​ລັດ​ຖະ​ບານ​ຢືນ​ຢັນ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດນັ້ນ ຈະ​ນຳ​ມ​າ​ເຊິ່ງ​ແຫລ່ງ​ເງິນ​ລົງ​ທຶນ​ໃຫຍ່​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ​ຫວຽດ​ນາ​ມ.

ຕອບກັບ

ຂ່າວ/ບົດ​ອື່ນ