ເພີ່ມທະວີການສ້າງໂຄງປະກອບຄືນໃໝ່ເພື່ອພັດທະນາກະສິກຳໃຫ້ທັນສະໄໝ,ຍືນຍົງ

(VOVWORLD) -ມະຕິເລກທີ 26 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 10 ກ່ຽວກັບການພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດ ເຊິ່ງຫວຽດນາມ ຜັນຂະຫຍາຍນັບແຕ່ປີ 2008.
ເພີ່ມທະວີການສ້າງໂຄງປະກອບຄືນໃໝ່ເພື່ອພັດທະນາກະສິກຳໃຫ້ທັນສະໄໝ,ຍືນຍົງ - ảnh 1 (ພາບປະກອບອີນເຕີແນັດ)

ເປົ້າໝາຍຂອງມະຕິແມ່ນພັດທະນາພື້ນຖານກະສິກຳໃຫ້ທັນສະໄໝ, ຍືນຍົງ, ສ້າງຊົນນະບົດໃໝ່ມີພື້ນຖານເສດຖະກິດທີ່ທັນສະໄໝ ແລະ ຊົນຊັ້ນຊາວກະສິກອນມີຄຸນນະທາດດ້ານການເມືອງຢ່າງພຽງພໍ ເພື່ອເປັນເຈົ້າຊົນນະບົດໃໝ່. ພາຍຫຼັງໄລຍະ 10 ປີແຫ່ງການປະຕິບັດມະຕິ, ຂະແໜງກະສິກຳຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ໃນການພັດທະນາ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ. ເລື່ອງສ້າງໂຄງປະກອບກະສິກຳຄືນໃໝ່ ຕາມຈິດໃຈຂອງມະຕິດັ່ງກ່າວ ຫວຽດນາມ ສືບຕໍ່ຜັນຂະຫຍາຍຢ່າງແຮງໃນໄລຍະຈະມາເຖິງ.

        ໄລ່ມາຮອດປີ 2017, ການຄ້ຳປະກັນດ້ານສະບຽງອາຫານຂອງຫວຽດນາມ ໄດ້ຮັບການຮັບປະກັນແບບຍືນຍົງ ດ້ວຍອັດຕາມູນຄ່າການຜະລິດສິນໃນນ້ຳເພີ່ມຂຶ້ນ 26,25%; ອັດຕາມູນຄ່າການລ້ຽງສັດເພີ່ມຂຶ້ນ 27,2%. ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ໄດ້ກ້າວໄປເຖິງເລື່ອງຢັ້ງຢືນທີ່ຕັ້ງ, ຄວາມສາມາດແກ່ງແຍ້ງໃນຕະຫຼາດສາກົນ, ດ້ວຍບັນດາຜະລິດຕະພັນຄື: ເຂົ້າສານ, ຢາງພາລາ, ກາເຟ, ໝາກມ່ວງຫິມະພານ, ກຸ້ງ, ໝາກໄໝ້ເຂດຮ້ອນ, ອັນໄດ້ປະກອບສ່ວນເຂົ້າໃນການເຕີບໂຕ GDP ຂະແໜງກະສິກຳບັນລຸ 2,66%, ຂອບຂະໜາດເພີ່ມຂຶ້ນທົບ 1,25% ເທົ່າເມື່ອທຽບໃສ່ປີ 2008. ການກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການເລິກເຊິ່ງ, ກວ້າງຂວາງດ້ວຍ 3.069 ຕາແສງໄດ້ຮັບການຮັບຮູ້ບັນລຸມາດຖານຊົນນະບົດໃໝ່, ລະດັບວິທະຍາສາດເຕັກໂນໂລຊີກະສິກຳໄດ້ຮັບການຍູ້ແຮງ, ດ້ວຍແຮງງານຊົນະບົດທີ່ໄດ້ບຳລຸງວິຊາຊີບ 7,2 ລ້ານຄົນ, ອັດຕາສ່ວນແຮງງານຊົນນະບົດໄດ້ຮັບການບຳລຸງສ້າງແມ່ນ 13,7% ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ປີ 2008.

ສືບຕໍ່ບັນລຸບາດກ້າວບຸກທະລຸໃນການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່

        ການສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່ ເມື່ອຜັນຂະຫຍາຍມະຕິເລກທີ 26, ມາດຕະການແກ້ໄຂສຳຄັນດັ່ງກ່າວ ໄດ້ເຮັດພື້ນຖານເສດຖະກິດກະສິກຳມີການປ່ຽນແປງໂດຍພື້ນຖານ, ບັນລຸໄດ້ໝາກຜົນອັນໃຫຍ່ຫຼວງຫຼາຍຢ່າງ, ກ່ອນອື່ນໝົດ ແລະ ສຳຄັນທ່ີສຸດແມ່ນສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮັບຮູ້ ແລະ ເປັນເອກະພາບທັດນະທະໃນທົ່ວສັງຄົມ ຍ້ອນຄວາມຈຳເປັນຕ້ອງສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່. ເຖິງຢ່າງໃດກໍ່ຕາມ, ການຜະລິດກະສິກຳໃນປະຈຸບັນ ຄວນຫັນປ່ຽນຕາມທິດເສີມຂະຫຍາຍທ່າແຮງໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ ແລະ ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ຍິ່ງກວ່ານັ້ນ, ຕະຫຼາດຈຳໜ່າຍຜະລິດຕະພັນກະເສດຂອງຫວຽດນາມ ກໍ່ໄດ້ຮັບການເປີດກວ້າງ, ສ້າງໂຄງປະກອບຜະລິດຕະພັນສົ່ງອອກເພີ່ມຂຶ້ນຢ່າງໄວ, ປະຈຸບັນຜະລິດຕະພັນກະເສດຂອງຫວຽດນາມ ໄດ້ນຳໄປຂາຍຢູ່ 180 ປະເທດ ແລະ ເຂດແຄ້ວນ, ສະນັ້ນ ເລື່ອງສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່ ຮຽກຮ້ອງໃຫ້ຕ້ອງມີວິໄສທັດທີ່ຍາວໄກກວ່າຈຸດເວລາ 10 ປີກ່ອນ. ສະນັ້ນ, ຄວນມີບັນດາກົນໄກ, ນະໂຍບາຍໃໝ່ຕື່ມອີກເພື່ອດຶງດູດບັນດາວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ... ກ່ຽວກັບສິ່ງດັ່ງກ່າວ, ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ໃຫ້ຮູ້ວ່າ.

        “ສືບຕໍ່ມີບັນດາບາດກ້າວເພີ່ມທະວີການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່ ດ້ວຍວີທີກວດກາຄືນແຕ່ລະໝວດສິນຄ້າ ເພື່ອສຸມໃສ່ບັນດາໝວດສິນຄ້າເຊິ່ງຫວຽດນາມ ພວມມີທ່າແຮງ, ບັນດາໝວດສິນຄ້າເຊິ່ງໂລກພວມມີຄວາມຕ້ອງການສູງ. ບົນພື້ນຖານນັ້ນ, ໝູນໃຊ້ວິທະຍາສາດເຕັກໂນໂລຊີໃນທຸກຂອດ, ກໍ່ຄືອັບເດດປັດໄຈຍຸກສະໄໝ, ພິເສດແມ່ນໄລຍະການປະຕິວັດອຸດສາຫະກຳ 4.0 ເພື່ອຈັດຕັ້ງການຜະລິດບັນດາໝວດສິນຄ້າຢ່າງມີປະສິດທິຜົນ ແລະ ຍືນຍົງ. ພ້ອມທັງຍູ້ໄວເສດຖະກິດຊົນນະບົດເພື່ອໃຫ້ແຮງງານຢູ່ເຂດຊົນນະບົດບໍ່ແມ່ນຢູ່ໃນລະດັບ 37% ຫາກຕ່ຳກວ່າອີກ ຈຶ່ງສາມາດມີເງື່ອນໄຂຢ່າງພຽງພໍເພື່ອຈັດຕັ້ງພື້ນຖານກະສິກຳຕາມທິດຫັນເປັນອຸດສາຫະກຳ ແລະ ບັນລຸປະສິດທິຜົນ”.

ສ້າງພື້ນຖານກະສິກຳທັນສະໄໝເພື່ອແກ່ງແຍ້ງກັບສາກົນ

       ຫວຽດນາມ ຈະສືບຕໍ່ກວດກາຄືນບັນດາຂະແໜງການ, ສ້າງໂຄງປະກອບຄືນໃໝ່ຕິດພັນກັບທ່າໄດ້ປຽບຂອງແຕ່ລະເຂດພາກ, ຕິດພັນຕະຫຼາດ ເພື່ອສ້າງແຫຼ່ງຜະລິດຕະພັນອັນໃຫຍ່ຫຼວງ, ມີຄຸນນະພາບສູງ, ຖືເອົາຕະຫຼາດໂລກເພື່ອແກ່ງແຍ້ງ ແລະ ຖືຕະຫຼາດພາຍໃນປະເທດເປັນສຳຄັນ, ຈາກນັ້ນໄດ້ເລືອກເຟັ້ນບັນດາຜະລິດຕະພັນທີ່ເໝາະສົມເພື່ອພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢູ້ງ ໄດ້ຊີ້ແຈ້ງວ່າ:

        “ໄລຍະຈະມາເຖິງ, ການກຳນົດເປົ້າໝາຍລວມແມ່ນສ້າງພື້ນຖານກະສິກຳທັນສະໄໝ, ມີການແກ່ງແຍ້ງກັບສາກົນ, ຢາກແກ່ງແຍ້ງໄດ້ແມ່ນຕ້ອງມີຄຸນນະພາບ, ສະມັດຕະພາບ ແລະ ປະສິດທິຜົນຂອງວຽກງານໃຫຍ່ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນບັນຫາທົ່ວໂລກເຊິ່ງ ຫວຽດນາມແມ່ນປະເທດຕ້ອງປະເຊີນໜ້າກັບບັນຫານີ້. ພ້ອມກັນນັ້ນ, ກໍ່ຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງຕິດພັນກັບການພັດທະນາເສດຖະກິດຊົນນະບົດ. ດຶງດູດບັນດາວິສາຫະກິດໃນນັ້ນມີບັນດາສະຫະກອນລົງທຶນພັດທະນາກະສິກຳ ແລະ ຕ້ອງຖືວິສາຫະກິດ, ສະຫະກອນແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການພັດທະນາ ແລະ ຖືປະຊາຊົນແມ່ນເປົ້າໝາຍເພື່ອພວກເຮົາຮັບໃຊ້ ແລະ ແມ່ນປັດໄຈຕັດສິນຜົນສຳເລັດຂອງວິວັດການສ້າງໂຄງປະກອບຄືນໃໝ່ ແລະ ການພັດທະນາກະສິກຳ.” 

        ນັບແຕ່ນີ້ຮອດປີ 2020, ຫວຽດນາມ ໄດ້ວາງຄາດໝາຍເພີ່ມມູນຄ່າກະສິກຳບັນລຸຢ່າງໜ້ອຍສຸດແມ່ນ 3%/ປີ; ສະມັດຕະພາບແຮງງານກະສິກຳເພີ່ມຂຶ້ນຢ່າງໜ້ອຍສຸດແຕ່ 3,5%/ປີ; ລາຍຮັບຂອງປະຊາຊົນເຂດຊົນນະບົດເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 1,8 ເທົ່າເມື່ອທຽບໃສ່ປີ 2015. ທົ່ວປະເທດສູ້ຊົນໃຫ້ມີກ່ວາ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່; 15.000 ສະຫະກອນ, ສະຫະພັນສະຫະກອນກະສິກຳເຄື່ອນໄຫວຢ່າງມີປະສິດທິຜົນ; ອັດຕາການປົກຄຸມຂອງປ່າບັນລຸ 42%. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຂະແໜງກະສິກຳ ຫວຽດນາມ ໄດ້ສ້າງ 3 ໝວດຜະລິດຕະພັນກະເສດລວມມີ: ໝວດຜະລິດຕະພັນຫຼັກແຫຼ່ງແຫ່ງຊາດ; ໝວດຜະລິດຕະພັນຕົ້ນຕໍຂອງແຂວງ; ໝວດຜະລິດຕະພັນຕາມຮູບແບບ “ໜຶ່ງຕາແສງ, ໜຶ່ງຜະລິດຕະພັນ”  ເພື່ອໃຫ້ມີຍຸດທະສາດ ແລະ ມາດຕະການພັດທະນາຢ່າງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ