ເພີ່ມທະວີການຮ່ວມມືກັບສາກົນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມເອກະສານສາກົນຫຼາຍສະບັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິຂອງແມ່ຍິງ ແລະ ມອບສິດທິໃຫ້ແກ່ແມ່ຍິງ.
ເພີ່ມທະວີການຮ່ວມມືກັບສາກົນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1ກອງປະຊຸມສ້າງຕັ້ງເຄືອຂ່າຍສາກົນຢູ່ປາຣີ, ປະເທດຝລັ່ງ ນຳໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ
(ພາບ: baoquocte.vn)

ວັນທີ 16 ກຸມພາ 2021 ຜ່ານມາ, ທີ່ກອງປະຊຸມສ້າງຕັ້ງເຄືອຂ່າຍສາກົນຢູ່ປາຣີ, ປະເທດຝລັ່ງ ນຳໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ UNESCO ໄດ້ຢືນຢັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງແຮງ ຜ່ານການເພີ່ມທະວີການຮ່ວມມືສາກົນ, ແລກປ່ຽນບົດຮຽນ, ວາງອອກບັນດາມາດຕະການ ແລະ ດຶງດູດ ແຫຼ່ງກຳລັງທີ່ຈຳເປັນ ເພື່ອຍົກສູງບົດບາດ ແລະ ການປະກອບສ່ວນຂອງແມ່ຍິງ. ນີ້ແມ່ນການເຄື່ອນໄຫວຫຼ້າສຸດຂອງຫວຽດນາມ ໃນວິວັດທະນາການເພີ່ມທະວີການຮ່ວມມື ສາກົນ ເພື່ອເປົ້າໝາຍຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ຫວຽດນາມ ກໍຄືໃນພາກພື້ນ ແລະ ທົ່ວໂລກ.

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມເອກະສານສາກົນຫຼາຍສະບັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິຂອງແມ່ຍິງ ແລະ ມອບສິດທິໃຫ້ແກ່ແມ່ຍິງ. ປີ 2006, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໃນນັ້ນຮຽກຮ້ອງໃຫ້ບັນດາອົງການລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ ປະຕິບັດໜ້າທີ່ຂອງຕົນໃນການຄຸ້ມຄອງລັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໃນຊຸມທົດສະວັດຜ່ານມາ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນບັນດາປະເທດຢູ່ພາກພື້ນອາຊີ - ປາຊີຟິກ ທີ່ບັນລຸບັນດາຄວາມກ້າວໜ້າພໍສົມຄວນກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫຼາຍຂົງເຂດເສດຖະກິດ-ສັງຄົມ.

        ປີ 2020, ເມື່ອໂລກ ແລະ ມວນມະນຸດພວມຜ່ານຜ່າຈຸດເວລາຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງທຸກດ້ານໃນການດຳລົງຊີວິດຂອງຫຼາຍປະເທດ, ຫວຽດນາມ ໄດ້ມີການເຄື່ອນໄຫວຫຼາຍຢ່າງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ເພື່ອແນໃສ່ເພີ່ມສິດທິໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ເຊິ່ງເປົ້າໝາຍເປັນກຸ່ມຖືກທີ່ຜົນສະທ້ອນຢ່າງເລິກເຊິ່ງທີ່ສຸດຈາກໂລກລະບາດນີ້. ໃນຂອບເຂດກອງປະຊຸມສຸດຍອດການນຳຍິງອາຊຽນ ດ້ວຍຫົວຂໍ້ວ່າ “ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນ ສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ໝັ້ນຄົງ ແລະ ກວມລວມໃນໂລກ ພາຍຫຫຼັງໂລກລະບາດໂຄວິດ-19”, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຊີ້ແຈ້ງວ່າ.

        “ວິວັດການສ້າງປະຊາຄົມອາຊຽນ ໄດ້ສະແດງໃຫ້ພວກເຮົາເຫັນສະພາບຕົວຈິງທີ່ວ່າ ແມ່ຍິງກວມເອົາເກືອບເຄິ່ງໜຶ່ງ (48,7%) ຈຳນວນພົນລະເມືອງໃນເກນອາຍຸອອກແຮງງານ, ເຊິ່ງໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມວັດທະນາຖາວອນຂອງພາກພື້ນນີ້. ນັບທັງໃນສະພາບການທີ່ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ພາກພື້ນ ແລະ ໃນໂລກ, ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງປະຊາຊົນທຸກຄົນນັ້ນ, ແມ່ຍິງຍັງແມ່ນຜູ້ສວມບົດບາດສຳຄັນໃນວິວັດການແກ້ໄຂ ແລະ ບືນຕົວຂຶ້ນໃຫ້ພົ້ນອອກຈາກວິກິດການ.”

ເພີ່ມທະວີການຮ່ວມມືກັບສາກົນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 2(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມການນຳຍິງອາຊຽນ ເມື່ອປີ 2020)

ເພື່ອສືບຕໍ່ເສີມຂະຫຍາຍບົດບາດຂອງແມ່ຍິງ, ປະກອບສ່ວນຢ່າງແທ້ຈິງໃຫ້ແກ່ພາລະກິດຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງຂອງອາຊຽນ, ກໍ່ຄືໃນການປັບປຸງ ແລະ ກໍ່ສ້າງປະຊາຄົມອາຊຽນ ໃນໄລຍະທີ່ຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ກ່ຽວກັບການຮັບປະກັນບັນດາສິດຜົນປະໂຫຍດອັນຊອບທຳທາງດ້ານເສດຖະກິດ ແລະ ສຸຂະພາບຂອງແມ່ຍິງ ດ້ວຍບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະ ທັນການ, ກໍຄືຮັບປະກັນວ່າ ບັນດາຄວາມມານະພະຍາຍາມຂອງສາກົນ, ພາກພື້ນ ແລະ ປະເທດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ສືບຕໍ່ໄດ້ຮັບການຮັກສາ, ຊຸກຍູ້ ແລະ ບໍ່ຖືກກີດຂວາງຈາກໂລກລະບາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ຮຽກຮ້ອງວ່າ.

        “ອາຊຽນ ຄວນຖືເອົາແມ່ຍິງແມ່ນຈຸດໃຈກາງຂອງວິວັດທະນາການສ້າງສາ ແລະ ຟື້ນຟູ; ເພີ່ມທະວີບົດບາດຊີ້ນຳນຳພາ ແລະ ສຽງເວົ້າຂອງແມ່ຍິງໃນບັນດາວິວັດ ການວາງອອກລັດຖະນະໂຍບາຍ, ກໍ່ຄືເພີ່ມສິດອຳນາດທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ເພື່ອແນໃສ່ຮັດແຄບຊ່ອງວ່າງໃນການພັດທະນາ, ປັບປຸງການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຄົມ ຕໍ່ບັນດາການກະທົບກະເທືອນຈາກພາຍນອກ. ນຳຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມອບສິດທິໃຫ້ແກ່ແມ່ຍິງໃຫ້ກາຍເປັນບຸລິມະສິດສຳຄັນໃນວິວັດທະນາການສ້າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025. ຕໍ່ໜ້າບັນດາການຫັນປ່ຽນຢ່າງວ່ອງໄວ, ສັບສົນຂອງສະພາບແວດລ້ອມສາກົນ ແລະ ພາກພື້ນນັ້ນ, ອາຊຽນ ຕ້ອງມີວິທີສຳຜັດໃໝ່, ປະດິດຄິດສ້າງ ແລະ ມີປະສິດທິຜົນໃຫ້ຫຼາຍກວ່າເກົ່າ ເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງໃນທຸກດ້ານ, ພິເສດແມ່ນຕ້ອງນຳໃຊ້ບັນດາຜົນປະໂຫຍດໂດຍຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລຊີ, ເປັນຕົ້ນແມ່ນເຕັກໂນໂລຊີດີຈີຕອນນຳມາ ເພື່ອຍົກສູງກຳລັງຄວາມສາມາດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງ.”

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຫວຽດນາມ ພວມພ້ອມກັບບັນດາປະເທດອາຊຽນ ມຸ່ງໄປເຖິງການສ້າງປະຊາຄົມເປັນເອກະພາບ, ມີສັນຕິພາບ, ສະຖຽນລະພາບ, ພ້ອມກັນແບ່ງປັນຄວາມວັດທະນາຖາວອນ, ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ, ຮັບປະກັນກາລະໂອກາດສຳຜັດໂດຍມີຄວາມສະເໝີພາບໃຫ້ແກ່ທຸກໆຄົນ, ໂດຍສະເພາະແມ່ນແມ່ຍິງ, ເດັກຍິງ. ເພື່ອຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງນັ້ນ, ຄາດວ່າ ຫວຽດນາມ ຈະຈັດກອງປະຊຸມເວທີປາໄສສຸດຍອດອາຊຽນ ກ່ຽວກັບບົດບາດຂອງແມ່ຍິງທີ່ປະກອບສ່ວນໃຫ້ແກ່ການຟື້ນຟູຢ່າງຮອບດ້ານ ແລະ ໝັ້ນຄົງໃນປີ 2021.

        ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການເພີ່ມທະວີການຮ່ວມມືຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ພົ້ນເດັ່ນແມ່ນການຈັດຕັ້ງກອງປະຊຸມສຸດຍອດການນຳຍິງອາຊຽນ ຄັ້ງປະຖົມມະເລີກຢ່າງສຳເລັດຜົນ, ການສົນທະນາຂັ້ນລັດຖະມົນຕີອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ກອງປະຊຸມສາກົນທົ່ວໂລກກ່ຽວກັບແມ່ຍິງ… ຍິ່ງເປັນການຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງແມ່ຍິງເປັນຢ່າງສູງ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງຖານະບົດບາດຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ