ເພີ່ມທະວີການຮ່ວມມືລັດຖະສະພາ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) -

ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ (ແຕ່ວັນທີ 4 6 ທັນວາ). ນີ້ແມ່ນເຫດການສຳຄັນ ແລະ ມີລັກສະນະປະຫວັດສາດໃນການພົວພັນລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ, ສ້າງພື້ນຖານທາງການໃຫ້ແກ່ການຮ່ວມມື 3 ຝ່າຍ ຢູ່ໃນລະດັບສູງສຸດຂອງສະພາແຫ່ງຊາດ 3 ປະເທດ. ພ້ອມທັງ, ປັບປຸງຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະກອບສ່ວນກຳນົດທິດສັງລວມໃນການພົວພັນ 3 ປະເທດ.


ເພີ່ມທະວີການຮ່ວມມືລັດຖະສະພາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1ປະທານສະພາແຫ່ງຊາດ ກຳປູເຈຍ - ຫວຽດນາມ - ລາວ

        ດ້ວຍຫົວຂໍ້ “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ, ລາວ, ຫວຽດນາມ”, ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ CLV ໄດ້ລົງເລິກຄົ້ນຄ້ວາ, ປຶກສາຫາລືບັນດາຂົງເຂດຮ່ວມມື, ລວມມີ: ການເມືອງ - ການຕ່າງປະເທດ; ເສດຖະກິດ, ວັດທະນະທຳ - ສັງຄົມ; ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ສ້າງພື້ນຖານການຮ່ວມມືຂັ້ນສູງສຸດຂອງສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

        ປີ 2020, ຢູ່ ກຳປູເຈຍ, ປະທານສະພາແຫ່ງຊາດ 3 ປະເທດ ໄດ້ອອກຖະແຫຼງການຢ່າງເປັນທາງການເພື່ອສ້າງກົນໄກກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV).

        ນີ້ແມ່ນກົນໄກທຳອິດໄດ້ຮັບການສ້າງຕັ້ງລະຫວ່າງບັນດາການນຳຂອງ 3 ອົງການນິຕິບັນຍັດ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຊ່ອງທາງລັດຖະສະພາ, ໜູນຊ່ວຍລັດຖະບານຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມຕໍ່ 3 ພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ເຂດ 3 ຫຼ່ຽມພັດທະນາເວົ້າສະເພາະ ແລະ ຊຸກຍູ້ການພັດທະນາແບບຍືນຍົງຂອງ ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ເວົ້າລວມ. ກ່ຽວກັບຄວາມໝາຍຂອງກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ CLV ທີ່ຈັດຄັ້ງທຳອິດຢູ່ລາວ, ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ລາວ, ໃຫ້ຮູ້ວ່າ:

“ການທີ່ປະທານສະພາແຫ່ງຊາດທັງ 3 ປະເທດໄດ້ຕົກລົງຍົກລະດັບການພົບປະຂັ້ນກຳມາທິການ ມາເປັນຂັ້ນປະທານສະພາແຫ່ງຊາດນັ້ນ  ເພື່ອເຮັດໃຫ້ການພົວພັນລະຫວ່າງສະພາແຫ່ງຊາດ ໄດ້ສອດຄ່ອງກັບ ຫຼືວ່າຄືກັນກັບການພົວພັນລະຫວ່າງ 3 ລັດຖະບານ, ເຊິ່ງວ່າ 3 ລັດຖະບານໄດ້ຈັດຕັ້ງກອງປະຊຸມສຸດຍອດຂອງລັດຖະບານໃນຕໍ່ໜ້າ. ສ່ວນການນຳຂອງ 3 ພັກກໍ່ມີກົນໄກຄືແນວນັ້ນຢູ່ແລ້ວ. ຂ້າພະເຈົ້າຄິດວ່າ, ຕ້ອງມີການສົມທົບຄືແນວໃດເພື່ອໃຫ້ການພົວພັນລະຫວ່າງ 3 ປະເທດໃຫ້ນັບມື້ນັບມີປະສິດທິຜົນ ສົມກັບເລື່ອງພວກເຮົາເຄີຍຮ່ວມສຸກ, ຮ່ວມທຸກ, ຕໍ່ສູ້ຍາດເອົາເອກະລາດມາເປັນເວລາຍາວນານ”.

ເພີ່ມທະວີການຮ່ວມມືລັດຖະສະພາ ກຳປູເຈຍ - ລາວ - ຫວຽດນາມ - ảnh 2ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ລາວ

ສຽງ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ລາວ

 

        ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີ ແລະ ປັບປຸງນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດເວົ້າລວມ, ລະອຽດແມ່ນລະຫວ່າງ 3 ອົງການນິຕິບັນຍັດ; ຍົກສູງບົດບາດຂອງສະພາແຫ່ງຊາດໃນການຕິດຕາມກວດກາ, ສົ່ງເສີມ ແລະ ຊຸກຍູ້ການປະຕິບັດບັນດາສັນຍາ, ໂຄງການ, ແຜນການຮ່ວມມືເຊິ່ງລັດຖະບານ 3 ປະເທດໄດ້ລົງນາມ ກໍ່ຄືບັນດາສົນທິສັນຍາຫຼາຍຝ່າຍເຊິ່ງ 3 ປະເທດເປັນສະມາຊິກ. ພ້ອມກັນນັ້ນ, ການຍູ້ແຮງການແລກປ່ຽນ, ເຜີຍແຜ່ຂໍ້ມູນຂ່າວສານ, ບົດຮຽນ, ປະສົບການກ່ຽວກັບການເຄື່ອນໄຫວ, ບົດບາດຂອງສະພາແຫ່ງຊາດ CLV; ຄົ້ນຄ້ວາ, ປຶກສາຫາລື, ເຊື່ອມຕໍ່ບັນດາເປົ້າໝາຍຂອງເຂດ 3 ຫຼ່ຽມພັດທະນາ (ກຳປູເຈຍ - ລາວ - ຫວຽດນາມ) ເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ຂອງທ້ອງຖິ່ນຜ່ານການຈັດແບ່ງງົບປະມານແຫ່ງລັດ, ລະດົມການລົງທຶນພາຍໃນປະເທດ ແລະ ບັນດາຄູ່ຮ່ວມມືພັດທະນາສາກົນເຂົ້າເຂດ ສາມຫຼ່ຽມພັດທະນາ (ກຳປູເຈຍ - ລາວ - ຫວຽດນາມ) ແລະ ບັນດາເຂດອື່ນ.

ຊຸກຍູ້ການຮ່ວມມືກັບ ລາວ ແລະ ກຳປູເຈຍ ໃນຊ່ອງທາງລັດຖະສະພາ

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ໃນການຊຸກຍູ້ການຮ່ວມມືກັບ ລາວ - ກຳປູເຈຍ ໃນຊ່ອງທາງລັດຖະສະພາ ແລະ ການສະຫລຸບຂອງກົມການເມືອງກ່ຽວກັບການກຳນົດທິດກັບການຮ່ວມມືອະນຸພາກພື້ນ ແມ່ນ້ຳຂອງ ຮອດປີ 2030, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການພົວພັນພາຍໃນ ແລະ ການພົວພັນຕ່າງປະເທດ ໃນໄລຍະພັດທະນາໃໝ່. ເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີທີ່ແໜ້ນແຟ້ນ, ການຮ່ວມມືຮອບດ້ານ; ຊຸກຍູ້ການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນດ້ານນິຕິດບັນຍັດ, ການຕິດຕາມກວດກາ ແລະ ພຶດຕິກຳຕົວຈິງລະຫວ່າງສະພາແຫ່ງຊາດ 3 ປະເທດ CLV ດ້ວຍຈຸດສຸມເພື່ອຊຸກຍູ້ການຮ່ວມມືກ່ຽວກັບການເມືອງ ການພົວພັນຕ່າງປະເທດ, ພັດທະນາເສດຖະກິດ - ສັງຄົມ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນເພື່ອການພັດທະນາແບບຍືນຍົງຂອງສາມປະເທດໃນເຂດ 3 ຫຼ່ຽມພັດທະນາ ແລະ ເຊື່ອມຕໍ່ 3 ພື້ນຖານເສດຖະກິດ.

        ພ້ອມກັບການເຂົ້າຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ 3 ປະເທດ CLV, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ມີການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ບົນພື້ນຖານການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະ, ໂອ້ລົມສົນທະນາກັບການນຳຂັ້ນສູງຂອງພັກ ແລະ ລັດ ລາວ ເພື່ອພ້ອມກັນແລກປ່ຽນກ່ຽວກັບທິດທາງ, ມາດຕະການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

        ຈາກຂີດໝາຍປະຫວັດສາດ ເມື່ອປະທານສະພາແຫ່ງຊາດ 3 ທ່ານພ້ອມກັນລົງນາມໃນຖະແຫຼງການຮ່ວມກ່ຽວກັບກອງປະຊຸມສຸດຍອດ ສະພາແຫ່ງຊາດ 3 ປະເທດ CLV ຕະຫຼອດຮອດການຈັດກອງປະຊຸມຄັ້ງທຳອິດຢູ່ນະຄອນຫຼວງ ວຽງຈັນ, ສະພາແຫ່ງຊາດ 3 ປະເທດ ພວມພ້ອມກັນຫັນວິໄສທັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ - ອົງການຕາງໜ້າຂອງປະຊາຊົນແຕ່ລະປະເທດ, ຮ່ວມແຮງຮ່ວມໃຈເຄື່ອນໄຫວເພື່ອໃຫ້ 3 ປະເທດພ້ອມກັນກ້າວໄປໄວກ່ວາ, ພ້ອມກັນກ້າວໄປເຖິງຈຸດໝາຍປາຍທາງທີ່ພັດທະນາແບບຍືນຍົງ, ວັດທະນາຖາວອນໃນໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ./.

ຕອບກັບ

ຂ່າວ/ບົດ​ອື່ນ