ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ຈີນ

(vovworld) - ການ​ຢ້ຽມຢາມ​ມິດຕະພາບ​ ຈີນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃນ​ລະຫວ່າງ​ວັນ​ທີ 23-27/12/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ ຈາງ​ຕີ​ຈຽງ, ກຳມະການກົມການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ​ຈີນ ນັ້ນ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ທັງ​ຊ່ວຍ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ.

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ຈີນ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ແລະ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ
ພາບ:nld.com.vn

        ນັບ​ແຕ່​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ເມື່ອ​ປີ 1991 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ​ໄດ້​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ. ບັນດາ​ການ​ຢ້ຽມຢາມ ​​ແລະ ພົບ​ປະ​ຂັ້ນ​ສູງ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ.     ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ​ ນັບ​ມື້​ນັບ​ແໜ້ນ​ແຟ້ນ. ການ​ຢ້ຽມຢາມ​ມິດຕະພາບ​ ຈີນ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຄັ້ງ​ນີ້, ​ແມ່ນ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ລັດ​ ຫວຽດນາມ ​ໃນ​ປີ 2015.

        ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ

        ພ້ອມ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ​ຈີນໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ນຳ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ຈັດ​ຄະນະ​ຜູ້​ແທນ​ ໄປ-ມາ​ ແລກປ່ຽນ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ, ປະກອບສ່ວນ​ປັບປຸງ ​ແລະ ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື, ​ແລກປ່ຽນນຳ​ກັນ. ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ແບ່ງປັນ ​ແລະ ຄົ້ນ​ຄ້ວາ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ​, ສ້າງ​ລະບົບ​ກົດໝາຍ​ຄົບ​ຊຸດ. ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນາງ​ຮອງ​ປະທານສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ຕ່ອງ​ທິຟ໋ອງ ​ເມື່ອ​ເດືອນ 1/2012; ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ​ໃນ​ນາມ​ເປັນ​ປະທານ​ຄະນະ​ກຳມະການ​ສັນຕິພາບ​ ຫວຽດນາມ​ເມື່ອ​ເດືອນ 9/2012; ຂອງຄະນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄ້ວານິຕິບັນຍັດ​ເມື່ອ​ເດືອນ 5/2012; ຂອງ​ຄະນະ​ຜູ້​ແທນ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ຫວຽດນາມເມື່ອ​ເດືອນ 7/2013. ສ່ວນ​ທາງ​ຝ່າຍ​ ຈີນ, ກໍ່​ມີ​ການ​ຢ້ຽມຢາມ ຫວຽດນາມ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຈີນ ຫລ​ີ​ຈຽນ​ກົ້ວ ​ເມື່ອ​ເດືອນ 12/2012; ຂອງ​ຄະນະ​ຜູ້​ແທນ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ຈີນ​ເມື່ອ​ເດືອນ 11/2013. ພິ​ເສດ​​, ໃນການ​ຢ້ຽມຢາມ​ ຫວຽດນາມ​ທາງ​ລັດຖະກິດຂອງ​ຕົນ ເມື່ອ​ເດືອນ 11/2015, ທ່ານ​ປະທານ​ປະ​ເທດ ຈີນ​ ສື​ຈິນຜິ​ງ ​​ໄດ້​ມີ​ບົດ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໃນ​ນັ້ນ​​ຍົກ​ອອກ​ສານທີ່​ຕັ້ງໜ້າ, ສັນຕິພາບ ​ແລະ ມິດຕະພາບ.

        ທີ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ, ສະພາ​ແຫ່ງ​ຊາດສອງ​ປະ​ເທດ​ຍາມ​ໃດ​ກໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ປະ​ກອບ​ຂໍ້​ລິ​ເລິ່ມ​ຫລາຍ​ຢ່າງ​ໃຫ້​ບັນ​ດາ​ອົງ​ການ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ໂລກ.

ຮັກ​ສາ​ການ​ພົວ​ພັນ​ຄູ​່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ຈ​ີນ

        ໄລ​ຍະ​ປະ​ຈຸ​ບັນ, ການ​ນຳ​ສອງ​ປະ​ເທດ​ບັນ​ລຸ​ຄວາມ​ຮັບ​ຮູ້​ລ​ວມທີ່​ສຳ​ຄັນ ກ່ຽວ​ກັບ​ທິດ​ທາງ, ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ປອດ​ໃສ ແລະ ໝັ້ນ​ຄົງ. ປີ 2015 ກໍ​ແມ່ນ​ປີ​ພິ​ເສດ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ, ແມ່ນ​ປີ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 65 ປີ ແຫ່ງ​​ວັນສ້າງ​ຕັງ​ການ​ພົວ​ພັນ​ທາງ​ການ​ທູດ.  ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ. ຄຽງ​ຄູ່​ກັນ​ນັ້ນ, ການ​ພົວ​ພັນ​ຮ່ວມ​ມື​ດ້ານເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ມີ​ຄວາມ​ຄືບ​ຫນ້າ​ຢ່າງ​ຕັ້ງ​ຫນ້າ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປີ 2014 ວົງ​ເງິ​ນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸກວ່າ 58 ຕື້ USD. ​ໃນ 10 ເດືອນ​ຕົ້ນ​ປີ 2015 ບັນ​ລຸ​ເກືອບ 55 ຕື້ USD. ກ່ຽວ​ກັບ​ການ​ລົງ​ທຶນ, ໄລ່​ຮອດ​ເດືອນ 10/2015, ຈີນ ມີກວ່າ 1.200 ໂຄງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶ​ນ​ຈົດ​ທະ​ບຽນ​ກວ່າ 8,4 ຕື້ USD, ຢືນ​ອັນ​ດັບ​ທີ 9 ໃນ​ຈຳ​ນວນ 105 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່ມີ​ເງິນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ຈຳ​ນວ​ນ​ແຂກ​ທ່ອງ​ທ່ຽວ ຈີນ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ 10 ເດືອນ​ຕົ້ນ​ປີ 2015 ບັນ​ລຸກວ່າ 1,4 ລ້ານ​ເທື່ອ​ຄົນ. ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ສຶກ​ສາບຳ​ລຸງ​ສ້າງ, ການ​ທ່ອງ​ທ່ຽວ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍູ້​ແຮງ. ເຖິງວ່າ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​, ຂໍ້​ຕິດ​ຂັດ​ຈຳ​ນວນ​ຫນຶ່ງໃນການ​ພົວ​ພັນ​ສອງ​ຝ່າຍກໍ​ຕາມ, ແຕ່​ສະ​ພາບ​ການ​ຢູ່​ເຂດ​ຊາຍ​ແດນ​ທາງ​ບົກ ແລະ ອ່າວ​ພາກ​ເຫນືອ ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ. ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຍັງ​ສັບ​ສົນ​ຢູ່, ເປັນ​ຕົ້ນ​ແມ່ນ​ເລື່ອງ​ຈີນ ຖົມ​ດິນກໍ່​ສ້າງ​ເກາະ​ທຽມ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ເຮັດ​ໃຫ້​ຫາງ​ສຽງ​ຫວຽດ​ນາມມ ແລະ ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ສອງ​ຝ່າຍ​ໄດ້​ເຫັນ​ດີ ຢືດ​ໝັ້ນ​​ການເຈ​ລະ​ຈາ​​ເພື່ອແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ, ຂ​ໍ້​ຕັດ​ຂ​ັດ​ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ປອດ​ໃສ, ເປັນ​ປົກ​ກະ​ຕິ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

        ບົນ​ພື້ນ​ຖານັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ຈີນ ກໍ​ຄື ໃນ​ການ​ພົວ​ພັນ​ກັບຕ່າງ​ປະ​ເທດຂອງ ຫວຽດ​ນາມ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໃນ​ຖາ​ນະ​ປະ​ທານ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ຮັກ​ສາ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້ານັ້ນ, ການ​ຢ້ຽມ​ຢາມ ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ກ່ຽວ​ກັບ​ການ​ພົວ​ພັນ​​ຖານບ້ານ​ໃກ້​ເຮືອນ​ຄຽງ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ການ​ພ​ົວ​ພັນ​ແລ​ກ​ປ່ຽນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຍິ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ. ສຳ​ລັບ ຫວຽດ​ນາມ, ການ​ຢ້ຽມ​ຢາມ ເພື່ອຢັ້ງ​ຢືນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ ແມ່ນ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​​ຢາກພັດ​ທະ​ນາ​ການ​ພ​ົວ​ພັນ​ອັນ​ດີ​ງາມ, ແທດ​ຈິງ ກັບ​ຈີນ ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ, ສະ​ເຫມີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ