ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ

   ວັນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Antananarivo, Madagascar ແຕ່​ວັນ​ທີ 26-27/11/2016. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າຮ່ວມກອງ​ປະ​ຊຸມ​ຈະ​ສືບ​ຕໍ່​ປັບ​ປຸງ, ເພີີ່ມ​ທະ​ວີ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ປະ​ຊາ​ຄົມບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ.

 

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ  ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ກັບ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​​ພາ​ສາ​ຝະ​ລັ່ງ​ສາ​ກົນ

          ໃນ​ເດືອນ 2/1986, ຕາມ​ຂໍ້​ລິ​ເລີ່ມ​ຂອງ​ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ​ຝະ​ລັ່ງ Francois Mitterran, ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 1 ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ປາ​ຣີ​ປະ​ເທດ​ຝະ​ລັ່ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ລັດ, ລັດ​ຖະ​ບານ ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຈຳ​ນວນ​ເກືອບ 40 ທ່ານ. ນີ້​ເປັນ​ຂີດ​ໝາຍ​ຕໍ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ​ຢ່າງ​ເປັນ​ທາງ​ການ. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ປະ​ຊາ​ຄົມ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດໄດ້ 15 ຄັ້ງ.

      ປະ​ຊາ​ຄົມ​ໜຶ່ງ​ທີ່​ມີຫຼາຍ​ຮູບຫຼາຍ​ສີ

  ປະ​ຈຸ​ບັນ, ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງມີ​ທັງ​ໝົດ 80 ປະ​ເທດ​ສະ​ມາ​ຊິກ ແລະ ປະ​ເທດ​ສັງ​ເກດ​ການ​ທີ່​ຂຶ້ນ​ກັບ 5 ທະ​ວີບ ດ້ວຍ​ປະ​ມານ 220 ລ້ານ​ຄົນ​ທີ່​ໃຊ້​ພາ​ສາ​ຝະ​ລັ່ງໃນ​ຍອດ​ຈຳ​ນວນປະ​ຊາ​ກອນ 890 ລ້ານ​ຄົນ​ໃນ​ປະ​ຊາ​ຄົມ. ການ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ມີຫຼາຍ​ຮູບຫຼາຍ​ສີ ແລະ ພາ​ສາຍາມ​ໃດ​ກໍ​ແມ່ນ​ຈຸດ​ໝາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ປະ​ຊາ​ຄົມ ແລະ ຕິດ​ພັນ​ກັບ​ການ​ຊຸກ​ຍູ້​ພາ​ສາ​ຝະ​ລັ່ງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ຕັ້ງ​ໜ້າ​ຂົນ​ຂວາຍ​ໃຫ້​ມີຄວາມຫຼາກຫຼາຍທາງ​ດ້ານ​ພາ​ສາຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ຕັ້ງ​ໜ້າ​ຂົນ​ຂວາຍ​ໃຫ້​ມີ​ຄວາມຫຼາກຫຼາຍ​ທາງ​ດ້ານ​ພາ​ສາ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ດ້ວຍ​ການ​ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ຄວາມ​ມີຫຼາຍ​ຮູບຫຼາຍ​ສີ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ຄະ​ນະ​ກຳ​ມະ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ປີ 2005. ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ, ສະ​ຫງວນຫຼາຍ​ແຫຼ່ງ​ກຳ​ລັງ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຍາວ​ນານ​ໃຫ້​ແກ່​ວິ​ກິດ​ການ, ການ​ປະ​ທະ​ກັນ, ຫນູນ​ຊ່ວຍວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ ແລະ ກໍ່​ສ້າງ​ລັດ​ແຫ່ງ​ກົດ​ໝາຍ​ຢູ່​ບາງ​ປະ​ເທດ​ສະ​ມາ​ຊິກ​ອາ​ຟະ​ລິ​ກາ.

        ໃນ​ຊຸມ​ປີມໍ່ໆ​ມານີ້, ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ເອົາ​ໃຈ​ໃສ່​ຊຸກ​ຍູ້ການ​ຮ່ວມ​ມື​ເສດ​ຖະ​ກິດ, ເອົາ​ໃຈໃສ່ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແມ່​ຍິງ ແລະ ຊາວ​ໜຸ່ມ. ໃນ​ເດືອນ 11/2014, ເປັນ​ຄັ້ງ​ທຳ​ອິດ​ທີ່​ເອ​ກະ​ສານກອງ​ປະ​ຊຸມ​ສຸດຍອດບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ລະ​ງັບ​ໃຈ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ຊົມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ, ຄວາມ​ເສ​ລ​ີ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ໃນ​ພາກ​ພື້ນ.

     ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ໃນ​ປະ​ຊາ​ຄົມ

    ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ປະ​ຊາ​ຄົມບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ. ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງສ່ວນຫຼາຍຕ່າງ​ກໍ​ຕັ້ງ​ໜ້າສະ​ໜັບ​ສະ​ໜູນ​ການ​ຕໍ່​​ສູ້ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ. ໃນ​ກ່​ວາ 30 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ເລີດ​ລ້ຳ​ຈາກປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງກ່ຽວ​ກັບ​ແຫຼ່ງ​ທຶນ, ພູມ​ປັນ​ຍາ ແລະ ເຕັກ​ນິກ. ພ້ອມ​ກັນ​ນັ້ນ, ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງກໍ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ຫວຽດ​ນາມ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ, ແມ່ນ​ຊອງ​ເພື່ອ​ຍາດ​ແຍ່ງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ບາງ​ປະ​ເທດ​ສະ​ມາ​ຊິກ​ພັດ​ທະ​ນາ ແລະ ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ອາ​ຟະ​ລິ​ກາ​ທີ່​ເປັນ​ມູນ​ເຊື້ອ. ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ຖືກ​ຂີດ​ໝາຍ​ດ້ວຍ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ​ຂອງ​ການ​ນຳ​ຂັ້​ນ​ສູງຫວຽດ​ນາມ.

      ດ້ວຍ​ການ​ຈັດ​ຕັ້ງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 7 ປີ 1997 ຢູ່​ຮ່າ​ໂນ້ຍ, ຫວຽດ​ນາມໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຫັນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ໃຫ້​ເປັນ​ລະ​ບອບ​ລະ​ບຽບ​ການ, ຍົກ​ສູງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພ້ອມ​ກັບ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ວັດ​ທະ​ນະ​ທຳ-ພາ​ສາ ແລະ ການ​ສຶກ​ສາ-ກໍ່​ສ້າ​ງ. ຍ້ອນໄດ້​ເຂົ້າ​ຮ່ວມ​ໃນ​ບັນ​ຫາ​ບຸ​ລິ​ມະ​ສິດ​ເກືອບ​ທັງ​ໝົດ​ຂອງ​ປະ​ຊາ​ຄົມ, ຈາກ​ການ​ວາງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ດ້ານ​ການ​ບໍ​ລິ​ຫານ, ການ​ເງິນ​ຕະຫຼອດ​ຮອດ​ການ​ດັດ​ປັບ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັຍ​ດາ​ຂົງ​ເຂ​ດ​ການ​ສຶກ​ສາ ແລະ ພັ​ດ​ທະ​ນາ, ດັ່ງ​ນັ້ນ​ຫວຽດ​ນາມ​ໄດ້​ຮັບ​ຖື​ວ່າ ນອນ​ໃນ​ກຸ່ມ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ເປັນ​ແກ່ນ​ສານ, ມີ​ສຽງ​ເວົ້າ​ສຳ​ລັບ​ການ​ວາງ​ແຜນ​ກຳ​ນົດ ແລະ ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ຮ່ວມ​ມື​ຂອງ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ. ຫວຽດ​ນາມ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ປະ​ຊາ​ຄົມ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ຕ່າງໆ​ທີ່​ສຳ​ຄັນ​ເຊັ່ນ: ປະ​ທານ​ສະ​ພາ​ປະ​ຈຳ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ, ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ, ປະ​ທານກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຍຸ​ການ 1997 – 1998….

          ການ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Antananarivo, Madagascar ຂອງທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ແມ່ນ​ເຫດ​ການການ​ເມືອງ​ທີ່​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ, ຢັ້ງ​ຢືນ​ຫວຽດ​ນາມ​ແມ່ນ​ຄູ່ຮ່ວມ​ມືທີ່​ໄວ້​ວາງ​ໃຈ ແລະ ສຳ​ຄັນ​ຂອງຫຼາຍ​ປະ​ເທດ​ສະ​ມາ​ຊິກ​ໃນ​ປະ​ຊາ​ຄົ​ມ.

ຕອບກັບ

ຂ່າວ/ບົດ​ອື່ນ