ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມກັບມາລເຊຍ ແລະ ສິງຄະໂປ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມກັບມາລເຊຍ ແລະ ສິງຄະໂປ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ
(ພາບປະກອບ)

(vovworld) - ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 7/8, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ ​ກົວ​ລາ​ລຳ​ເປີ ຢ້ຽມຢາມມາ​ເລ​ເຊຍ​ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 7-8/8, ຫຼັງ​ຈາກ​ນັ້ນ​ຈະ​ຢ້ຽມຢາມ​ສິງ​ຄະ​ໂປ, ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​​ເອກະລາດ​ປະ​ເທດ​ນີ້​ຄື​ວັນ​ທີ 9/8. ການ​ຢ້ຽມຢາມ​ສອງ​ປະ​ເທດ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ NaJip Razak  ​ແລະ ທ່ານ​ນາຍົກລັດຖະມົນຕີສິງຄະ​ໂປ ຫຼີຊຽນຫຼົງ ນັ້ນ, ຈະ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ນີ້​ກວ່າ​ອີກ.

       ການ​ຢ້ຽມຢາມ​ຂອງ​ທ່ານ ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ​ເຖິງ​ສອງ​ປະ​ເທດ​ມາ​ເລ​ເຊຍ ​ແລະ ສິງ​ຄະ​ໂປ ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ, ຢັ້ງຢືນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຫວຽດນາມ ທີ່​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິ​ມາ​ສິດ​ໃຫ້ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ສະພາບ​ຫວຽດນາມ, ມາ​ເລ​ເຊຍ ​ແລະ ສິງ​ຄະ​ໂປ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ໆ​ຂອງ​ອາ​ຊຽນ ພວມ​ມານະ​ພະຍາຍາມ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້,

        ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ມາ​ເລ​ເຊຍ

   ໜຶ່ງ​ໃນ​ບັນດາ​ຄາດໝາຍ​ສຳຄັນ​ໃນ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ, ນັ້ນ​ແມ່ນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ມາ​ເລ​ເຊຍ. ນີ້​ແມ່ນ​ຄວາມ​ສົນ​ໃຈ​ລວມ, ທັງ​ແມ່ນ​ຄວາມ​ປາຖະໜາ​ຢາກ​ຍົກ​ສາຍພົວພັນ ​ສອງ​ຝ່າຍ​ຂອງ​ສອງ​ປະ​ເທດ​ຂຶ້ນ​ລະດັບ​ສູງ​ກວ່າ. ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ພາຍຫຼັງ​ກວ່າ 10 ປີ​ແຫ່ງ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ສະຕະວັດ​ທີ 21, ​ໄດ້ ​ແລະ ພວມ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ທັງ​ຫວຽດນາມ ​ແລະ ມາ​ເລ​ເຊຍ.

     ບົນ​ພື້ນຖານການ​ພົວພັນ​ດ້ານການ​ເມືອ​ງອັນ​ດີງາມ ​ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ນັບ​ມື້ນັບ​ໄດ້​ຮັບ​ການ​ປັບ​ປຸງ ຜ່ານ​ບັນດາ​ການ​ຢ້ຽມຢາມຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ລະຫວ່າງ 2 ປະ​ເທດ, ປະຈຸ​ບັນ ມາ​ເລ​ເຊຍ ແມ່ນໜຶ່ງໃນຈຳນວນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ. ຖ້າ​ປີ 2010, ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​​ແມ່ນ 5,5 ຕື້​ໂດ​ລາ​ສະຫະລັດ, ຮອດ​ປີ 2010, ຕົວ​ເລກ​ນີ້​ໄດ້​ເພີ່ມ​ຂຶ້ນ​ກວ່າ 8 ຕື້ໂດ​ລາ​ສະຫະລັດ. ສິ່ງ​ທີ່​ໜ້າ​ສົ​ນ​ໃຈນັ້ນ​ແມ່ນ, ​ເຖິງ​ວ່າ​ໃນ​ສະພາບທີ່​ເສດຖະກິດ​ທົ່ວ​ໂລກ​ພວມຊຸດ​ໂຊມກໍ​ຕາມ ​ແຕ່​ການ​ເຕີບ​​ໂຕ​ດ້ານ​ການ​ຄ້າ​ລະຫວ່າງຫວຽດນາມ ​ແລະ ມາ​ເລ​ເຊ​ຍ ຍັງ​ເພີ່ມ​ຂຶ້ນ​ຜ່ານ​​ແຕ່ລະ​ປີ. ມາ​ເລ​ເຊຍ ພວມ​ແມ່ນ​ຕະຫຼາດ​ບໍລິ​ໂພ​ກ, ອຸປະ​ໂພ​ກ ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍ່​ຂອງຫວຽດນາມ ຄື: ນ້ຳມັນ​ດິບ, ​ເຂົ້າສານ, ກາ​ເຟ, ສິນ​ໃນ​ນ້ຳ, ​ໃນ​ນັ້ນ​ເຂົ້າສານ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ກວມ 50% ປະລິ​ມານ​ເຂົ້າສານ​ນຳ​ເຂົ້າ​ແຕ່ລະ​ປີ​ຂອງ​ມາ​ເລ​ເຊຍ. ​ໃນ​ຂົງ​ເຂດ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ​ກໍສ້າງ​ຄວາມ​ປະທັບ​ໃຈ​ຄື​ການ​ພົວພັນ​ດ້ານ​ການ​ຄ້າ. ດ້ວຍ 500 ​​ໂຄງການ​ລົງ​ທຶນລວມມູນ​ຄ່າ​ເກືອບ 11 ຕື້​ດົງ, ມາ​ເລ​ເຊຍ ພວມ​ຢືນ​ອັນ​ດັບ​ 8 ​ໃນ​ຈຳນວນ 100 ປະ​ເທ​ດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ​ຫວຽດນາມ ​ແລະ ບັນ​ດາ​ວິ​ສາ​ຫະກິດ​ຫວຽດນາມ ກໍ​ເລີ່​ມ​ເປີດ​ກວ້າງ​ການ​ລົງທຶນ​ໄປ​ຍັງ​ປະ​ເທດ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ສຳ​ຫຼວດ, ຂຸດ​ຄົ້ນນ້ຳມັນ​ອາຍ​​ແກ​ສ ​ແລະ ດ້ວຍ 2 ​ໂຄງການ​​ເທົ່າ​ນັ້ນກໍ​ມີຈຳນວນ​​ເງິນ​ລົງທຶນ 558 ລ້ານໂດ​ລາ​ສະຫະລັດ​ແລ້ວ.

      ພ້ອ​ມກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ບັນດາ​ຂົງ​ເຂດ​ຮ່ວມ​ມື​ດ້ານການ​ສຶກສາ, ກິລາ, ທ່ອງ​ທ່ຽວ, ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ, ​ແຮງ​ການ, ສົ່ງ​ອອກ ນຳ​ເຂົ້າ​ຖ່ານ​ຫີນ… ​ລະຫວ່າ​ງຫວຽດນາມ ​ແລະ ມາ​ເລ​ເຊຍ ກໍ​ໄດ້​ຮັບ​ການ​ເປີດ​ກວ້າງຢ່າງ​ບໍ່​ຢຸດ​ຢັ້ງ. 2 ປະ​ເທດ​ກໍພວມສົມທົບ​ກັນ​ແກ້​ໄຂ​ບັນຫາ​ຊາວ​ປະມົງ ​ແລະ ກຳ​ປັ່ນ​ທີ່​ລະ​ເມີດ​ເຂດ​ທະ​ເລ ກໍ​ຄື​ວຽກ​ງານປົກ​ປ້ອງ​ພົນລະ​ເມືອງ​ຢ່າງຕັ້ງ​ໜ້າ.

  ດ້ວຍສາຍ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໄວ້​ເນຶ້ອ​ເຊື່ອ​ໃຈ ​​ເຊິ່ງໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ມາ​ເປັນ​ເວລາສ້າງ​ກວ່າ 40 ປີຜ່ານມາ ດ້ວຍບັນດາ​ຜົນ​ປະ​ໂຫຍດ​ແທ​ດຈິງ​ທີ່ນຳ​ມາ​​ເຊິ່ງ​ແຕ່ລະ​ປະ​ເທດ​ຫວ່າງ​​ແລ້ວ​ນີ້ ​ແລະ ພິ​ເສດ​ແມ່ນ​ດ້ວຍ​ຄວາມສາມາດ​ບົ່ມ​ຊ້ອນ, ທ່າ​ແຮງຢ່າງ​ຫຼວງ​ຫຼາຍລະຫວ່າງ 2 ປະ​ເທດ​, ການ​ຢ້ຽມຢາມ​ມາ​ເລ​ເຊຍ​ ຢ່າງ​ເປັນ​ທາງ​ການ​ຂອງນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ມາ​ເລ​ເຊຍ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ລະດັບ​ສູງ​ກວ່າ

        ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ກັບ​ສິງ​ຄະ​ໂປ

        ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ສິງ​ຄະ​ໂປ​ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໄວ ​ແລະ ​ແຮງ. ສອງ​ຝ່າຍ​ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ເດືອນ 9/2013 ຕາມ​ທິດ​ແທດ​ຈິງ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ຄະນະຜູ້​ແທນ​ລະຫວ່າງ​ປະ​ເທດ​ຕ່າງໆ​ເປັນ​ປະຈຳ,  ນັບ​ມື້​ນັບ​ເປີດ​ກວ້າງ​ການ​ຮ່ວມ​ມື​ກວ່າ​ອີກ. ສິງ​ຄະ​ໂປ​​ ແມ່ນ​ລູກ​ຄ້າ​​ໃຫຍ່ອັນ​ດັບ 3 ຂອງ​ຫວຽດນາມ​ ໃນ​ອາ​ຊຽນ ​ແລະ ​ໃຫຍ່ອັນ​ດັບ 8 ຢູ່​ໂລກ. ດ້ວຍ​ວົງ​ເງິນການ​ຄ້າ​ສອງ​ສົ້ນປີ 2014 ​ແມ່ນ 9,8 ຕື້​ໂດ​ລາ​ສະຫະລັດ. ກ່ຽວ​ກັບ​ການ​ລົງທຶນ, ປະຈຸ​ບັນ, ສິງ​ຄະ​ໂປ​ ຖືກ​ຈັດ​ອັນ​ດັບ 3 ​ໃນ​ຈຳນວນ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ລົງທຶນ​ເຂົ້າ​ຫວຽດນາມ, ​ເຊິ່ງລວມມີ 1400 ກວ່າ​ໂຄງການ​ພວມ​ມີ​ຜົນ​ສັກ​ສິດ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​​ແມ່ນກວ່າ 33 ຕື້​ໂດ​ລາ​ສະຫະລັດ. ສ່ວນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ​ເຊັ່ນ, ການ​ສຶກສາ, ບຳລຸງ​ສ້າງ, ການທ່ອງທ່ຽວ, ການ​ເງິນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ລ້ວນ​ແຕ່​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ.

        ດ້ວຍ​ການ​ພົວພັນ​ອັນ​ດີງາມ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ການ​ມີໜ້າ​ຂອງ​ທ່ານ ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ​ທີ່​ພິທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ວັນ​ເອກະລາດ​ສິງ​ຄະ​ໂປ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 9/8 ນັ້ນ ຈະ​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ກັບ​ບັນດາ​ການ​ນຳ​ສິງ​ຄະ​ໂປ, ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ