ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມເຕີມກຳລັງໜູນໃຫ້ການເຕີບໂຕເສດຖະກິດ

(VOVWORLD) -ປະຊາຄົມວິສາຫະກິດຫວຽດນາມ, ລວມທັງວິສາຫະກິດພາຍໃນ ແລະ ຕ່າງປະເທດ ພວມນັບມື້ນັບເຕີບໃຫຍ່, ຂະຫຍາຍຕົວທັງດ້ານປະລິມານ, ຄຸນນະພາບ ແລະ ແມ່ນກຳລັງໜູນສຳຄັນປະກອບສ່ວນນຳພື້ນຖານເສດຖະກິດຂອງຫວຽດນາມ ສືບຕໍ່ເຕີບໂຕຢູ່ໃນລະດັບ  ສູງໃນໄລຍະຜ່ານມາ.

ເຖິງຢ່າງໃດກໍຕາມ, ຄວາມສາມາດໃນການຮ່ວມສຳພັນລະຫວ່າງ 02 ກຸ່ມວິສາຫະກິດດັ່ງກ່າວ ຍັງຄົງມີຂໍ້ຈຳກັດ. ເພື່ອໃຫ້ມີພື້ນຖານເສດຖະກິດ ທີ່ມີກຳລັງພຽງພໍ ເຂົ້າຮ່ວມບັນດາລະບົບມູນຄ່າຂອງພາກພື້ນ ແລະ ໂລກນັ້ນ, ວິສາຫະກິດທັງຢູ່ພາຍໃນ ແລະ ວິສາຫະກິດຕ່າງປະເທດ ຄວນມີການພັດທະນາຢ່າງສະໝ່ຳສະເໝີ.

        ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ປັດຈຸບັນ ໄດ້ມີ 128 ປະເທດ ແລະເຂດແຄວ້ນ ລົງທຶນເຂົ້າຫວຽດນາມ ດ້ວຍຈຳນວນໂຄງການ FDI ປະມານ 26.000 ໂຄງການ, ຍອດທຶນຈົດທະບຽນ ແມ່ນ 326 ຕື້ USD. ກຸ່ມວິສາຫະກິດ FDI ນັບມື້ນັບ ໄດ້ຢັ້ງຢືນບົດບາດສຳຄັນໃນພື້ນຖານເສດຖະກິດຂອງຫວຽດນາມ, ປະກອບສ່ວນປະມານ 25% ເງິນລົງທຶນທົ່ວສັງຄົມ ແລະ ປະມານ 20% GDP, ປະກອບສ່ວນ 72,6% ຍອດວົງເງິນສົ່ງອອກ, ສ້າງວຽກເຮັດງານທຳໂດຍກົງ ໃຫ້ຜູ້ອອກແຮງງານ 3,6 ລ້ານຄົນ ແລະ ຜູ້ອອກແຮງງານທາງອ້ອມ 5 – 6 ລ້ານຄົນ.

ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມເຕີມກຳລັງໜູນໃຫ້ການເຕີບໂຕເສດຖະກິດ - ảnh 1 (ພາບປະກອບ: tapchitaichinh.vn)

ການຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດ FDI ຍັງມີຂໍ້ຈຳກັດຢູ່

        ເມື່ອສັງເກດກ່ຽວກັບການຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ຖືວ່າ ວິສາຫະກິດ FDI ໄດ້ສົ່ງສັນຍານແຜ່ຂະຫຍາຍສຳລັບບັນດາຂົງເຂດຂອງພື້ນຖານເສດຖະກິດ, ຜ່ານການສຳຜັດກັບເຕັກໂນໂລຢີກ້າວໜ້າ ແລະ ມາດຕະຖານສາກົນເຂົ້າໃນການບໍລິຫານວິສາຫະກິດ, ພັດທະນາທັກສະຂອງກຳລັງແຮງງານ, ກໍຄືສ້າງວຽກເຮັດງານທຳຫຼາຍຢ່າງໃນບັນດາຂົງເຂດຂອງພື້ນຖານເສດຖະກິດ… ໃນໄລຍະເວລາ 30 ປີ ທີ່ FDI ມາລົງທຶນຢູ່ຫວຽດນາມ, ພ້ອມກັບການພັດທະນາຂອງບັນດາວິສາຫະກິດຕ່າງປະເທດ ກໍຄືການປັບຕົວຂອງພື້ນຖານເສດຖະກິດຫວຽດນາມ ເຂົ້າກັບເສດຖະກິດຂອງໂລກ, ບັນດາວິສາຫະກິດພາຍໃນປະເທດ ໄດ້ມີບັນດາບາດກ້າວຫັນປ່ຽນຫຼາຍພໍສົມຄວນ ເພື່ອປັບຕົວເຂົ້າກັບສະພາບແວດລ້ອມແຫ່ງການແກ່ງແຍ້ງສາກົນ. ເຖິງຢ່າງໃດກໍຕາມ, ການຮ່ວມສຳພັນລະຫວ່າງກຸ່ມວິສາຫະກິດ FDI ກັບກຸ່ມວິສາຫະກິດຢູ່ພາຍໃນປະເທດ ພ້ອມກັນເຂົ້າຮ່ວມລະບົບມູນຄ່ານັ້ນ ຍັງບໍ່ທັນບັນລຸໄດ້ໝາກຜົນຄືດັ່ງຄວາມມຸ່ງຫວັງ, ພັດທະນາຂະແໜງອຸດສາຫະກຳໜູນຊ່ວຍ ແລະ ການເຄື່ອນໄຫວມອບໂອນເຕັກໂນໂລຢີ ຍັງຢູ່ລະດັບຕ່ຳ. ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິີ໋ຢຸງ ຊີ້ແຈ້ງວ່າ:

        “ບັນຫາຕົ້ນຕໍ ແມ່ນ ວິທະຍາສາດເຕັກໂນໂລຢີ, ບັນດາຕົວເລກຄາດໝາຍທີ່ມີສ່ວນກ່ຽວຂ້ອງເຖິງຄວາມສາມາດໃນການຮັບຮູ້ເຕັກໂນໂລຢີ, ຄວາມສາມາດໃນການກຳແໜ້ນເຕັກໂນໂລຢີ ແລະ ການພັດທະນາເຕັກໂນໂລຢີຂອງບັນດາວິສາຫະກິດຫວຽດນາມພວມມີຂໍ້ຈຳກັດຢູ່. ສະນັ້ນ, ຍັງບໍ່ທັນມີມາດຖານ ແລະ ຄວາມສາມາດພຽງພໍ ເພື່ອເຊື່ອມຕໍ່ກັບວິສາຫະກິດ FDI. ສອງກຸ່ມວິສາຫະກິດດັ່ງກ່າວ ພວມມີຄວາມຜິດດ່ຽງກັນ. ກຸ່ມວິສາຫະກິດ FDI ມີຄວາມສາມາດດ້ານເຕັກໂນໂລຢີທີ່ແຕກຕ່າງກັນກັບວິສາຫະກິດຢູ່ພາຍໃນປະເທດ. ສະນັ້ນ, ຍັງບໍ່ທັນມີການຮ່ວມສຳພັນນຳກັນ. ວິສາຫະກິດ FDI ຈະສ້າງກຳລັງໜູນແຜ່ຂະຫຍາຍ ແລະ ເຊື່ອມຕໍ່ກັບວິສາຫະກິດຢູ່ພາຍໃນປະເທດ, ຊຸກຍູ້ວິສາຫະກິດພາຍໃນພັດທະນາ ຈິ່ງເຮັດໃຫ້ພື້ນຖານເສດຖະກິດຂອງຫວຽດນາມ ເປັນເຈົ້າຕົນເອງ ແລະ ພັດທະນາແບບຍືນຍົງໄດ້. ນີ້ແມ່ນບັນຫາ ທີ່ພວມວາງອອກ ສຳລັບພື້ນຖານເສດຖະກິດຫວຽດນາມ”.

ເມື່ອປຶກສາຫາລືການຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດ FDI, ທ່ານ Tomaso Andreatta ປະທານຮ່ວມສະຫະພັນເວທີປາໄສວິສາຫະກິດຫວຽດນາມ (VBF) ຖືວ່າ: ວິສາຫະກິດຢູ່ພາຍໃນປະເທດສ່ວນຫລາຍແມ່ນວິສາຫະກິດຂະຫນາດນ້ອຍ ແລະ ຂາດຄວາມຮູ້ກໍຄືບົດຮຽນໃນການຂາຍຜະລິດຕະພັນ ສະນັ້ນ ບັນດາວິສາຫະກິດຕ່າງປະເທດ ຍັງຄົງຕ້ອງນຳບັນດານັກສະຫນອງຈາກພາຍນອກເຂົ້າມາ ແທນໃຫ້ເລື່ອງນຳບັນດາບໍລິສັດ ຫວຽດນາມ ພັດທະນາຢ່າງກະໂດດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການເຕັກໂນໂລຊີ.

ແກ້ໄຂຄວາມຕິດຂັດ, ເພີ່ມທະວີລັກສະນະຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນ  ແລະ ຕ່າງປະເທດ

ຕາມລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມແລ້ວ, ເພື່ອໃຫ້ມີການຮ່ວມສຳພັນລະຫວ່າງ 2 ກຸ່ມວິສາຫະກິດໃຫ້ມີປະສິດທິຜົນ, ບັນດາວິສາຫະກິດ FDI ຄວນເປັນເຈົ້າການ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມີກາລະໂອກາດເຂົ້າຮ່ວມລະບົບມູນຄ່າເທື່ອລະກ້າວ. ໃນຂະນະນັ້ນ ວິສາຫະກິດຢູ່ພາຍໃນປະເທດ ຕ້ອງມານະພະຍາຍາມປ່ຽນໃຫມ່ຈີນຕະນາການຄຸ້ມຄອງຕາມທິດທັນສະໄຫມ, ສຳຜັດກັບເຕັກໂນໂລຊີກ້າວຫນ້າ, ຍົກສູງທັກສະ ແລະ ລະດັບຄວາມຮູ້ໃນການອອກແຮງງານ, ເພີ່ມກຳລັງຄວາມສາມາດການຜະລິດ, ຄຸນນະພາບຜະລິດຕະພັນ ແລະ ກຳລັງຄວາມສາມາດແກ້ງແຍ້ງ. ຮ່ວມເດີນທາງກັບວິສາຫະກິດ, ລັດຖະບານຕ້ອງມີບັນດາມາດຕະການຢ່າງແທດຈິງ ເພື່ອສ້າງເງື່ອນໄຂ ແລະ ຫນູນຊ່ວຍໃຫ້ການຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດ FDI ຢ່າງມີປະສິດທິຜົນ ແລະ ສຳຜັດໄດ້ງ່າຍ.

ບັນດາວິສາຫະກິດຕ່າງປະເທດຖືວ່າ: ໃນສະພາບປະຈຸບັນ, ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຫວຽດນາມ ຄວນໄດ້ຮັບການຫນູນຊ່ວຍຫລາຍກວ່າເພື່ອເຂົ້າຮ່ວມການເຊື່ອມໂຍງຢ່າງເລິກເຊິ່ງກວ່າ, ມີຄວາມສາມາດຜ່ານຜ່າຮົ້ວກີດຂວາງການແກ້ງແຍ້ງ. ສະນັ້ນ ວິສາຫະກິດຫວຽດນາມ ຄວນມີລະດັບຄວາມຮູ້ການຄຸ້ມຄອງຢູ່ລະດັບສາກົນ, ຄວນມີບັນດາການເຄື່ອນໄຫວກ່ຽວກັບເຕັກໂນໂລຊີກໍ່ຄືແຜນການຮັບປະກັນການເຄື່ອນໄຫວຂອງເຂົາເຈົ້າ. ທ່ານ Tomaso Andreatta ເນັ້ນຫນັກວ່າ:

“ພວກເຮົາຄວນມີບັນດານະໂຍບາຍຕັ້ງຫນ້າເພື່ອຫນູນຊ່ວຍໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດ. ພ້ອມກັນນັ້ນ ບັນດາວິສາຫະກິດເຫລົ່ານັ້ນກໍ່ຕ້ອງຄິດໄລ່ເຖິງເລື່ອງເຮັດແນວໃດເພື່ອໃຫ້ດຸ່ນດ່ຽງລາຍຈ່າຍການຜະລິດຢ່າງມີປະສິດທິຜົນ, ຍົກສູງລັກສະນະແກ້ງແຍ້ງໃນຕະຫລາດທົ່ວໂລກປະຈຸບັນ. ພວກເຮົາຄວນມີການເຊື່ອມຈອດລະຫວ່າງບັນດາວິສາຫະກິດຫວຽດນາມ ກັບບັນດາປະເທດອື່ນໃນພາກພື້ນ.”

ດ້ານອື່ນ ທ່ານ Tomaso Andreatta  ກໍ່ຖືວ່າ ຫລຸດຜ່ອນພາລະແບກຫາບດ້ານອາກອນ ແລະ ພາສີ ຈະຊ່ວຍປົດປ່ອຍແຫລ່ງກຳລັງໃຫ້ແກ່ບັນດາບໍລິສັດຢູ່ພາຍໃນປະເທດເພື່ອລົງທຶນໃສ່ຄວາມຮູ້ ແລະ ເຕັກໂນໂລຊີ ແລະ ດຶງດູດບັນດາບໍລິສັດຕ່າງປະເທດຜະລິດໃຫ້ຕະຫລາຍພາຍໃນ.

ຕາມຄຳສະເຫນີຂອງບັນດາກຸ່ມວິສາຫະກິດ, ໃນສະພາບປະຈຸບັນ ເພື່ອເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດກໍ່ຄືເສີມຂະຫຍາຍປະສິດທິຜົນຂອງສາຍພົວພັນນີ້ ຄວນມີມາດຕະການບຸກລະລຸ ເພື່ອປັບປຸງ ແລະ ຮັດແຄບຊ່ອງຫວ່າງກ່ຽວກັບລະດັບຄວາມຮູ້ດ້ານເຕັກໂນໂລຊີລະຫວ່າງວິສາຫະກິດພາຍໃນ ແລະ ວິສາຫະກິດ FDI ຜ່ານເລື່ອງສະຫນອງການບໍລິການໃຫ້ຄຳປຶກສາດ້ານເຕັກໂນໂລຊີ, ນຳໃຊ້ກອງທຶນພັດທະນາເຕັກໂນໂລຊີ, ນຳໃຊ້ບັນດານະໂຍບາຍກ່ຽວກັບພາສີ, ການເງິນເພື່ອສົ່ງເສີມການລົງທຶນເຕັກໂນໂລຊີສູງ. ຄຽງຂ້າງການຫນູນຊ່ວຍຂອງລັດ, ບັນດາວິສາຫະກິດຢູ່ພາຍໃນປະເທດເອງກໍ່ຕ້ອງເປັນເຈົ້າການບືນຂຶ້ນ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການ, ມາດຕະຖານຂອງວິສາຫະກິດ FDI.



ຕອບກັບ

ຂ່າວ/ບົດ​ອື່ນ