ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນປະເທດແລະວິສາຫະກິດ FDI ໃນສະພາບເຊື່ອມໂຍງ

(VOVWORLD) -ໃນສະພາບເຊື່ອມໂຍງເຂົ້າກັບເສດຖະກິດສາກົນຄືໃນປະຈຸບັນ, ລັດຖະບານຫວຽດນາມ ພວມມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງສະດວກສະບາຍ, ກະຈ່າງແຈ້ງໃຫ້ທຸກຮູບແບບວິສາຫະກິດ. ເພື່ອມີພື້ນຖານເສດຖະກິດມີກຳລັງແຮງຢ່າງພຽງພໍເພື່ອເຂົ້າຮ່ວມລະບົບມູນຄ່າຂອງພາກພື້ນ ແລະ ໂລກ, ບັນດາພາກສ່ວນເສດຖະກິດຕ້ອງມີການພັດທະນາຢ່າງສະໝ່ຳສະເໝີ. ບົດຂຽນຂອງ ເລເຟືອງ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດ FDI ໃນສະພາບເຊື່ອມໂຍງ”.
ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນປະເທດແລະວິສາຫະກິດ FDI ໃນສະພາບເຊື່ອມໂຍງ - ảnh 1 (ເວທີປາໄສວິສາຫະກິດຫວຽດນາມ ກາງສະໄໝປີ 2017)

ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ແມ່ນປັດໃຈສຳຄັນ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳຕື່ມອີກ, ເພີ່ມປະລິມານອຸດສາຫະກຳ ແລະ ຍູ້ແຮງການສົ່ງອອກຂອງຫວຽດນາມ. ປະຈຸບັນ, ຂົງເຂດ FDI ໄດ້ປະກອບມູນຄ່າອຸດສາຫະກຳປຸງແຕ່ງກວ່າ 50% ແລະ ວົງເງິນສົ່ງອອກຂອງຫວຽດນາມ ບັນລຸ 70%. FDI ກໍ່ມີໜ້າໃນຫຼາຍຂົງເຂດຂອງພື້ນຖານເສດຖະກິດຫວຽດນາມ, ນັບທັງບັນດາຂະແໜງເຊິ່ງວິສາຫະກິດຢູ່ພາຍໃນປະເທດສາມາດລົງທຶນ.

ຮ່ວມສຳພັນວິສາຫະກິດພາຍໃນປະເທດກັບວິສາຫະກິດ FDI ແມ່ນມີຄວາມຈຳເປັນ

        ປະຈຸບັນ, ຢູ່ຫວຽດນາມ ບັນດາວິສາຫະກິດ FDI ໄດ້ຮັບບັນດາບຸລິມະສິດໃຫຍ່ຄື: ບຸລິມະສິດໃນການສຳພັດກັບທີ່ດິນ, ບຸລິມະສິດດ້ານພາສີອາກອນ… ດ້ວຍກຳລັງຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກວ່າເມື່ອທຽບໃສ່ບັນດາວິສາຫະກິດພາຍໃນປະເທດ ກ່ຽວກັບດ້ານທຶນຮອນ, ເຕັກໂນໂລຊີ, ການບໍລິຫານ, ການເຊື່ອມຕໍ່ຕະຫຼາດ, ພັດຖືກຜົນສະທ້ອນໜ້ອຍກວ່າຍ້ອນບັນດາຮົ້ວກີດຂວາງຈາກລະບອບລະບຽບການ, ສະນັ້ນບັນດາວິສາຫະກິດ FDI ໄດ້ລື່ນກາຍຢ່າງວ່ອງໄວກວມເອົາອັດຕາສ່ວນນັບມື້ນັບສູູງໃນບັນດາຂົງເຂດເຊິ່ງໄດ້ຮັບຖືວ່າແມ່ນກຳລັງໜູນເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ. ໃນຂະນະນັ້ນ, ສະພາບຕົວຈິງທີ່ຍັງຄົງຕົວນັ້ນແມ່ນບັນດາວິສາຫະກິດພາກເອກະຊົນຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການສຳພັດກັບບັນດາລະບົບມູນຄ່າທົ່ວໂລກ; ພິເສດ, ປະສົບກັບຄວາມຫຍຸ້ງຍາກທີ່ສຸດເມື່ອເຂົ້າຮ່ວມບັນດາຂອດຜະລິດຂອງວິສາຫະກິດ FDI. ບັນດາສິ່ງຈຳກັດຂອງວິສາຫະກິດພາຍໃນປະເທດກ່ຽວຂ້ອງເຖິງບັນຫາສຳພັດກັບການຕະຫຼາດ ຫຼື ຂໍ້ມູນເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການຍັງອ່ອນຢູ່, ຍັງບໍ່ທັນຕອບສະໜອງມາດຕະຖານຄຸນນະພາບຜະລິດຕະພັນຂອງບັນດາສະຫະກິດ FDI ຢູ່ຫວຽດນາມ ໄດ້ເທື່ອ ນັ້ນແມ່ນບັນດາສາຍເຫດຕົ້ນຕໍຂອງສະພາບດັ່ງກ່າວ. ໃນຂະນະນັ້ນ, ວິສາຫະກິດ FDI ເຕີບໃຫຍ່, ມີລະດັບເຕີບໂຕຢ່າງວ່ອງໄວນັ້ນ, ວິສາຫະກິດພາກເອກະຊົນຢູ່ພາຍໃນປະເທດມີຂອບຂະໜາດເກືອບຄືວ່າບໍ່ມີການປ່ຽນແປງ. ທ່ານ ຫວູຕ໋ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ຖືວ່າ.

        “ມີ 4 ພາກສ່ວນ: ບົດບາດຂອງລັດ ດ້ວຍຖານະເປັນຜູ້ສ້າງຂອບເຂດ, ສະພາບແວດລ້ອມ, ສ້າງເງື່ອນໄຂ; ບົດບາດຂອງສະຫະສະມາຄົມວິສາຫະກິດຕ່າງປະເທດຢູ່ຫວຽດນາມ ເພື່ອໃຫ້ບັນດາວິສາຫະກິດ FDI ແລະ ບັນດາວິສາຫະກິດຢູ່ພາຍໃນປະເທດສາມາດຮ່ວມສຳພັນນຳກັນ. ທີ 3 ແລະ ທີ 4 ແມ່ນ FDI ແລະ ບັນດາວິສາຫະກິດພາກເອກະຊົນຢູ່ພາຍໃນປະເທດ. ຖ້າຫາກ 4 ພາກສ່ວນນີ້ເຄື່ອນໄຫວຢ່າງກົມກຽວ, ການຮ່ວມສຳພັນວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດຈະໄດ້ຮັບການເພີ່ມທະວີ. ບັນດາວິສາຫະກິດ FDI ຮ່ວມມືກັບວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ ແມ່ນມາດຕະການແກ້ໄຂເພື່ອຮັບປະກັນການພັດທະນາແບບຍືນຍົງຂອງບັນດາ FDI ໃນພື້ນຖານເສດຖະກິດຫວຽດນາມ, ຮັບປະກັນຜົນປະໂຫຍດໃນຕໍ່ໜ້າ ແລະ ຍາວນານຂອງບັນດາ FDI ກໍຄືຮັບປະກັນການບືນຕົວຂຶ້ນຂອງບັນດາວິສາຫະກິດພາກເອກຊົນຂອງຫວຽດນາມ”.

ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດແລະວິສາຫະກິດ FDI ພ້ອມກັນພັດທະນາ

        ໃນໄລຍະຜ່ານມາ, ທີ່ເວທີປາໄສວິສາຫະກິດຫວຽດນາມ ກາງສະໄໝປີ 2017, ຜູ້ຕາງໜ້າບັນດາສະຫະສະມາຄົມວິສາຫະກິດຕ່າງປະເທດຢູ່ຫວຽດນາມ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ FDI ແລະ ວິສາຫະກິດຫວຽດນາມ ກໍຄືເພື່ອໃຫ້ 2 ຂົງເຂດວິສາຫະກິດດັ່ງກ່າວພັດທະນາຢ່າງສະໝ່ຳສະເໝີ. ທ່ານ Hiro Sagara, ປະທານຮ່ວມສຳພັນທະມິດເວທີປາໄສວິສາຫະກິດຫວຽດນາມ ປີ 2017, ຖືວ່າ.

        “ກ່ຽວກັບຝ່າຍຫວຽດນາມ, ຄວນຫັນບັນດາຂໍ້ກຳນົດຂອງກົດໝາຍໃຫ້ເປັນງ່າຍດາຍ, ພິເສດສຳລັບບັນດາວິສາຫະກິດຂະໜາດນ້ອຍ, ຄວນຊ່ວຍເຂົາເຈົ້າຜັນຂະຫຍາຍບັນດາວຽກງານ ແລະ ລະບຽບການຢ່າງວ່ອງໄວກວ່າ. ຕ້ອງປະຕິບັດບັນດາວຽກງານ, ຂໍ້ກຳນົດ, ລະບຽບການຢ່າງໄວ ເພື່ອຫັນບັນດາຂໍ້ກຳນົດຂອງກົດໝາຍໃຫ້ເປັນງ່າຍດາຍ ແລະ ຄວນເຮັດທຸກສິ່ງທຸກຢ່າງໃຫ້ກະຈ່າງແຈ້ງ ເຮັດໄດ້ຄືແນວນັ້ນຫວຽດນາມ ຈຶ່ງສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໄດ້ ກໍຄືເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດລົງທຶນຕ່າງປະເທດ ກັບວິສາຫະກິດພາຍໃນປະເທດ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ, ລັດຖະບານຫວຽດນາມ ຖື FDI ແມ່ນພາກສ່ວນທີ່ມີຄວາມສຳຄັນທີ່ສຸດໃນພື້ນຖານເສດຖະກິດຫວຽດນາມ ແລະ ແຜນນະໂຍບາຍສືບຕໍ່ດຶງດູດຢ່າງແຮງ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ FDI ເຂົ້າມາລົງທຶນດຳເນີນທຸລະກິດ ແລະ ລົງທຶນດຳເນີນທຸລະກິດບັນລຸຜົນສຳເລັດຢູ່ຫວຽດນາມ, ຖືຜົນສຳເລັດຂອງບັນດາວິສາຫະກິດ FDI ແມ່ນຜົນສຳເລັດຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.

        “ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ລວມທັງລັດວິສາຫະກິດ, FDI, ວິສາຫະກິດພາກເອກະຊົນ, ຄອບຄົວດຳເນີນທຸລະກິດສ່ວນຕົວ… ລັດຖະບານຫວຽດນາມ ໄດ້ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ, ກະຈ່າງແຈ້ງໃຫ້ທຸກໆຮູບການວິສາຫະກິດ. ລັດຖະບານຈະໃຫ້ບຸລິມະສິດຄັດເລືອກບັນດາວິສາຫະກິດ FDI ລົງທຶນດຳເນີນທຸລະກິດເຂົ້າຫວຽດນາມ ເໝາະສົມກັບການກຳນົດທິດສ້າງໂຄງປະກອບພື້ນຖານເສດຖະກິດຫວຽດນາມຄືນໃໝ່, ບຸລິມະສິດໃຫ້ບັນດາວິສາຫະກິດມີເຕັກໂນໂລຊີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ມີການບໍລິຫານທີ່ດີ  ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່ກັບບັນດາວິສາຫະກິດຫວຽດນາມ”.

        ໃນສະພາບການປະຕິວັດອຸສາຫະກຳ 4.0 ພວມດຳເນີນໄປຢ່າງແຮງຄືໃນປະຈຸບັນ, ລັດຖະບານ ໄດ້ສວມບົດບາດໜູນຊ່ວຍ ສ່ວນບົດບາດໃຈກາງຕ້ອງຂຶ້ນກັບວິສາຫະກິດ. ເມື່ອບັນດາວິສາຫະກິດຕ່າງປະເທດສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ຮ່ວມສຳພັນ, ພ້ອມກັນເຂົ້າຮ່ວມລະບົບມູນຄ່າຂອງຕົນ, ເຮັດຄືແນວນັ້ນ, ບັນດາພື້ນຖານເສດຖະກິດຈຶ່ງສາມາດພ້ອມກັນພັດທະນາຢ່າງຍາວນານ ແລະ ໝັ້ນຄົງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ