ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ, ​ຈຳ​ກັດ ແລະ ລົບ​ລ້າງ​ອາ​ວຸ​ດ​ນິວ​ເຄຼຍຢ່າງ​ສີ້ນ​ເຊີງ

(VOVWORLD) -     ໃນສະພາບການໂລກມີການຜັນແປຢ່າງສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ນັບມື້ນັບມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນອອກສຽງຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມຄວບຄຸມ, ຈຳກັດ ແລະ ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍຢ່າງສີ້ນເຊີງ. ເພາະສະນັ້ນ, ກອງປະຊຸມຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10 ຖືກໄຂຂຶ້ນໃນວັນທີ 1 ສິງຫາ ຢູ່ສຳນັກງານຂອງ ສປຊ ປະຈຳ ນິວຢອກ (ອາເມລິກາ), ໄດ້ຮັບຄວາມຫວັງວ່າ ຈະບັນລຸໄດ້ບາດກ້າວຢ່າງໃຫຍ່ຫຼວງໃນວິວັດທະນາການປອດນິວເຄຼຍໃນຂອບເຂດທົ່ວໂລກ.

ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໄດ້ລົງນາມເມື່ອປີ 1968 ແລະ ມີຜົນສັກສິດໃນປີ 1970. ຈຸດປະສົງຂອງສົນທິສັນຍາສະບັບນີ້ ແມ່ນເພື່ອສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍໃນທົ່ວໂລກ. ຮອດຈຸດເວລານີ້, NPT ມີ 190 ປະເທດສະມາຊິກ ສປຊ ຮັບຮອງເອົາ, ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາລວມຂອງສ່ວນຫຼາຍບັນດາປະເທດຕໍ່ໂລກປອດອາວຸດນິວເຄຼຍ.

ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ, ​ຈຳ​ກັດ ແລະ ລົບ​ລ້າງ​ອາ​ວຸ​ດ​ນິວ​ເຄຼຍຢ່າງ​ສີ້ນ​ເຊີງ - ảnh 1ກອງປະຊຸມຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10  (ພາບ: AFP/TTXVN)

ຄວາມສ່ຽງສົງຄາມນິວເຄຼຍ

        ກອງປະຊຸມດັ່ງກ່າວໄດ້ຕີລາຄາວ່າ NPT ຄັ້ງທີ 10 ຖືກຈັດຂຶ້ນໃນສະພາບການນັບມື້ນັບມີຫຼາຍຄຳກ່າວເຕືອນກ່ຽວກັບຄວາມສ່ຽງເກີດສົງຄາມນິວເຄຼຍໄດ້ຍົກອອກ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍຊີ້ແຈ້ງວ່າ ໂລກຕ້ອງປະເຊີນໜ້າກັບ “ຄວາມສ່ຽງນິວເຄຼຍແບບບໍ່ເຄີຍມີມາກ່ອນ ນັບແຕ່ໄລຍະເວລາທີ່ເປັນຈຸດສູງຂອງສົງຄາມເຢັນ” ແລະ “ມີແຕ່ຄິດໄລ່ຜິດພາດໜ້ອຍໜຶ່ງກໍຈະເຮັດໃຫ້ເກີດການທຳລາຍນິວເຄຼຍ”. ຜູ້ນຳໜ້າ ສປຊ ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ ແມ່ນ “ໂອກາດເພື່ອປັບປຸງສົນທິສັນຍາ NPT” ແລະ “ເຮັດໃຫ້ສົນທິສັນຍາສະບັບນີ້ ແທດເໝາະກັບສະພາບການສັບສົນຂອງໂລກໃນປັດຈຸບັນ”, ພ້ອມທັງພາໄປເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ສະພາບຄວາມເຄັ່ງຕຶງໃນແຫຼມເກົາຫຼີ ແລະ ຄວາມຂາດສະຖຽນລະພາບຢູ່ພາກພື້ນ ຕາເວັນອອກກາງ.

        ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ກ່ອນເດີນທາງໄປຍັງ ນິວຢອກ ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ກໍກ່າວເຕືອນວ່າ, ກຳລັງໜູນທົ່ວໂລກເພື່ອປະຕິບັດເປົ້າໝາຍຫັນໜ່ວຍໂລກປອດນິວເຄຼຍໃຫ້ປະກົດຜົນເປັນຈິງ ພວມຫຼຸດລົງຫຼາຍພໍສົມຄວນ.

        ໃນຈົດໝາຍສົ່ງເຖິງບັນດາຝ່າຍເຂົ້າຮ່ວມກອງປະຊຸມ NPT ຄັ້ງທີ 10 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຊີ້ແຈ້ງວ່າ ຄວາມສ່ຽງເກີດສົງຄາມນິວເຄຼຍແມ່ນຍັງຊ້ອນແຝງຢູ່ ແລະ ບັນຫາເຫຼົ່ານັ້ນຕ້ອງໄດ້ລົບລ້າງ. ທ່ານປະທານາທີບໍດີ ລັດເຊຍ ຢັ້ງຢືນວ່າ ຈະບໍ່ມີຝ່າຍໄດ້ຮັບໄຊຊະນະສົງຄາມນິວເຄຼຍ ແລະ ສົງຄາມຄືແນວນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້. ໂດຍເປັນປະເທດສະມາຊິກເຂົ້າຮ່ວມສົນທິສັນຍາ NPT ແລະ ແມ່ນໜຶ່ງໃນບັນດາປະເທດທີ່ເປັນກຳມະສິດສາງອາວຸດນິວເຄຼຍ, ລັດເຊຍ ຍາມໃດກໍປະຕິບັດນະໂຍບາຍ ແລະ ເນື້ອໃຈຈິດໃຈຂອງສົນທິສັນຍາສະບັບນີ້.  

ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ, ​ຈຳ​ກັດ ແລະ ລົບ​ລ້າງ​ອາ​ວຸ​ດ​ນິວ​ເຄຼຍຢ່າງ​ສີ້ນ​ເຊີງ - ảnh 2ທ່ານເລຂາທິການໃຫຍ່ ສປຊ Antonio Guterrs (ພາບ: AFP/TTXVN)

        ຮ່ວມແຮງຮ່ວມໃຈກະທຳເພື່ອໂລກປອດອາວຸດນິວເຄຼຍ

        ເພື່ອລົບລ້າງຄວາມສ່ຽງເກີດສົງຄາມນິວເຄຼຍ ແລະ ມຸ່ງໄປເຖິງການປອດນິວເຄຼຍ, ທ່ານເລຂາທິການໃຫຍ່ ສປຊ Antonio Guterrs ສະເໜີ 5 ຂົງເຂດເຄື່ອນໄຫວ ເຊິ່ງລວມມີ: ປັບປຸງສົນທິສັນຍາ NPT; ລົບລ້າງອາວຸດນິວເຄຼຍ; ແກ້ໄຂຄວາມເຄັ່ງຕຶງຢູ່ພາກພື້ນ ຕາເວັນອອກກາງ ແລະ ອາຊີ; ຊຸກຍູ້ການນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ຜ່ານນັ້ນກໍ່ປະກອບສ່ວນຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງ ສົນທິສັນຍາ ທີ່ປະຕິບັດຍັງບໍ່ທັນສຳເລັດ.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປັບປຸງ ແລະ ປະຕິບັດສົນທິສັນຍາ NPT, ເພາະວ່າ ສົນທິສັນຍາສະບັບນີ້ ໄດ້ກາຍເປັນໜຶ່ງໃນບັນດາປັດໄຈສຳຄັນຂອງລະບົບຄວາມໝັ້ນຄົງສາກົນ ແລະ ສະຖຽນລະພາບຍຸດທະສາດໃນເຄິ່ງສະຕະວັດທີ່ຄົງຕົວ. NPT ຍົກອອກມີພັນທະຕ່າງໆທີ່ກ່ຽວຂ້ອງເຖິງການບໍ່ແຜ່ຂະຫຍາຍ ແລະ ລົບລ້າງອາວຸດນິວເຄຼຍ, ນຳໃຊ້ພະລັງງານນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ, ຕອບສະໜອງຜົນປະໂຫຍດຂອງບັນດາປະເທດມະຫາອຳນາດນິວເຄຼຍ ແລະ ບັນດາປະເທດທີ່ບໍ່ເປັນກຳມະສິດອາວຸດປະເພດນີ້. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຄຳໝັ້ນສັນຍາວ່າ ຈະຊອກຫາວິທີເພີ່ມກຳລັງໜູນໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກ ມຸ່ງໄປເຖິງໜ່ວຍໂລກປອດອາວຸດນິວເຄຼຍ.

        ດ້ວຍຖານະເປັນປະເທດທີ່ເຂົ້າຮ່ວມ NPT ໂດຍໄວ, ຫວຽດນາມ ຍາມໃດກໍສະແດງທັດສະນະສະເໝີຕົ້ນສະເໝີປາຍວ່າ ຕ້ອງລົບລ້າງອາວຸດໃນຂອບເຂດທົ່ວໂລກ. ກ່າວຄຳເຫັນທີ່ກອງປະຊຸມຕີລາຄາ NPT ຄັ້ງທີ 10, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມຫງອກ ຢັ້ງຢືນວ່າ ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ຊຸກຍູ້ຄວາມດຸ່ນດ່ຽງຢູ່ທັງ 3 ເສົາຄ້ຳຂອງ ສົນທິສັນຍາ ນັ້ນແມ່ນ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຮຽກຮ້ອງໃຫ້ບັນດາປະເທດລົບລ້າງອາວຸດນິວເຄຼຍ ແລະ ເນັ້ນໜັກເຖິງສິດຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ທ່ານຮອງລັດຖະມົນຕີການຕ່າງປະເທດຖືວ່າ ບັນດາປະເທດກຳມະສິດນິວເຄຼຍ ມີຄວາມຮັບຜິດຊອບເປັນຫຼັກໃນການຊຸກຍູ້ການລົບລ້າງອາວຸດປະເພດນີ້. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ພັນທະຕ່າງໆໃນຂອບເຂດສົນທິສັນຍາ NPT ກໍຄືບັນດາຄຳໝັ້ນສັນຍາສາກົນອື່ນທີ່ສຳຄັນໃນຂົງເຂດນີ້, ໃນນັ້ນ ມີການຊຸກຍູ້ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບຢູ່ພາກພື້ນ ແລະ ສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ