ເພີ່​ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພ​ົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ລັດ​ເຊຍ - ຕາ​ເວັນ​ຕົກ

(VOVWORLD) -ໃນຊຸມວັນຕົ້ນເດືອນມີນາ, ການພົວພັນທີ່ບໍ່ຄ່ອຍໄດ້ດີປານໃດ ນັບແຕ່ກ່ອນມາຮອດປັດຈຸບັນ ລະຫວ່າງ ຕາເວັນຕົກ ແລະ ລັດເຊຍ ພັດສືບຕໍ່ເຄັ່ງຕຶງຂຶ້ນຕື່ມ ຍ້ອນຫຼາຍມາດຕະການໃໝ່ ໂດຍ ອາເມລິກາ ແລະ ສະຫະພາບເອີີຣົບ (ອີຢູ) ຈັດວາງ ເພື່ອຕ້ານຄືນ ມົດສະກູ.

ດ້ວຍຄຳກ່າວຫາທີ່ກ່ຽວຂ້ອງເຖິງທ່ານ Alexei Navalny - ນັກການເມືອງຝ່າຍຄ້ານຢູ່ ລັດເຊຍ, ວັນທີ 2 ມີນາ, ອຳນາດການປົກຄອງ ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດ ແນໃສ່ ເຈົ້າໜ້າທີ່ຂັ້ນສູງ 7 ທ່ານ ຂອງ ລັດເຊຍ. ນີ້ແມ່ນມາດຕະການລົງໂທດທຳອິດຂອງອຳນາດການປົກຄອງ ອາເມລິກາ ເລັ່ງໃສ່ປະເທດ ລັດເຊຍ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Joe Biden. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈກວ່າແມ່ນ ມາດຕະການລົງໂທດດັ່ງກ່າວ ຖືກດຳເນີນໃນເວລາພຽງໜຶ່ງວັນ ພາຍຫຼັງທີ່ ອີຢູ ປະກາດຈັດວາງຄຳສັ່ງຫ້າມການສັນຈອນໄປມາ ແລະ ອາຍັດຊັບຂອງເຈົ້າໜ້າທີ່ຂັ້ນສູງ 4 ທ່ານ ໃນອຳນາດການປົກຄອງ ລັດເຊຍ. ຕາມວົງການນັກໄຈ້ແຍກແລ້ວ, ດ້ວຍການລົງໂທດພ້ອມກັນນີ້, ຕາເວັນຕົກຢາກສົ່ງສານ ໄປຍັງວັງ Kremlin.

ເພີ່​ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພ​ົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ລັດ​ເຊຍ - ຕາ​ເວັນ​ຕົກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: New York Times)

ການປັບໄໝລົງໂທດພ້ອມໆກັນ

ສິ່ງທີ່ໜ້າສົນໃຈທີ່ສຸດໃນບັນຊີລາຍຊື່ເຈົ້າໜ້າທີ່ ລັດເຊຍ ທີ່ຖືກອຳນາດການປົກຄອງ ອາເມລິກາ ຈັດວາງຄຳສັ່ງລົງໂທດນັ້ນ ແມ່ນທ່ານ Alexander Bortnikov - ຜູ້ນຳໜ້າອົງການຄວາມໝັ້ນຄົງ ສະຫະພັນ ລັດເຊຍ (FSB). ນອກຈາກໄດ້ຈັດວາງຄຳສັ່ງລົງໂທດແນໃສ່ບັນດາເຈົ້າໜ້າທີ່ ລັດເຊຍ ແລ້ວ, ອຳນາດການປົກຄອງ ອາເມລິກາ ຍັງເພີ່ມທະວີການຄວບຄຸມການສົ່ງອອກສຳລັບບາງຫົວໜ່ວຍດຳເນີນທຸລະກິດ ທີ່ກ່ຽວຂ້ອງເຖິງການຜະລິດບັນດາຜະລິດຕະພັນທີ່ສົ່ງຜົນກະທົບທາງດ້ານຊີວະພາບຂອງ ລັດເຊຍ. ຕາມນັ້ນແລ້ວ, ກະຊວງການຄ້າ ອາເມລິກາ ຈະເພີ່ມ14 ກຸ່ມເຂົ້າໃນບັນຊີລາຍຊື່ບັນດາຫົວໜ່ວຍທີ່ຖືກລົງໂທດຕື່ມອີກ ຍ້ອນຜະລິດບັນດາຜະລິດຕະພັນທີ່ສົ່ງຜົນກະທົບທາງດ້ານຊີວະພາບ ແລະ ທາດເຄມີ, ລວມມີ 9 ອົງການການຄ້າ ຢູ່ ລັດເຊຍ, 3 ອົງການຢູ່ ເຢຍລະມັນ ແລະ 1 ອົງການຢູ່ ສະວິດ. ຄຳຕັດສິນລົງໂທດນີ້ໄດ້ຍົກອອກ ພາຍຫຼັງທີ່ມີການຕີລາຄາຂອງ ປະຊາຄົມສືບລາຊະການລັບ ອາເມລິກາ ຢັ້ງຢືນຢ່າງແນວແນວ່າ ບັນດານາຍທະຫານຂອງ ອົງການຄວາມໝັ້ນຄົງ ສະຫະພັນ ລັດເຊຍ (FSB) ໄດ້ວາງຢາເບື່ອລະບົບເສັ້ນປະສາດ Novichok ໃສ່ທ່ານ Navalny. ນີ້ແມ່ນມາດຕະການລົງໂທດທຳອິດ ຂອງ ອາເມລິກາ ສຳລັບບັນດາສ່ວນບຸກຄົນ ແລະ ອົງການຂອງ ລັດເຊຍ ທີ່ມີສ່ວນກ່ຽວຂ້ອງເຖິງເຫດການຂອງທ່ານ Navalny.

ເພີ່​ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພ​ົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ລັດ​ເຊຍ - ຕາ​ເວັນ​ຕົກ - ảnh 2ທ່ານ Alexei Navalny - ນັກການເມືອງຝ່າຍຄ້ານຢູ່ ລັດເຊຍ (ພາບ:Reuters)

ໃນຂະນະນັ້ນ, ເຈົ້າໜ້າທີ່ສອງທ່ານທີ່ນຳໜ້າໃນບັນຊີລາຍຊື່ຖືກ ອີຢູ ລົງໂທດ ນັ້ນແມ່ນ ທ່ານປະທານຄະນະກຳມະການສືບສວນສະຫະພັນ ລັດຊຍ Alexander Bastrykin ແລະ ທ່ານ Igor Krasnov - ປະທານອົງການໄອຍະການ. ທ່ານ Charles Michel - ປະທານສະພາເອີຣົບ (EC) ປະກາດບັນດາຄຳສັ່ງລົງໂທດ ທີ່ຊີ້ໃຫ້ເຫັນວ່າ ອີຢູ ມີຄວາມສາມັກຄີໃນການປົກປ້ອງບັນດາຄຸນຄ່າ ແລະ ຜົນປະໂຫຍດຂອງຕົນ.

ບັນດານັກສັງເກດການຖືວ່າ, ຖ້າຫາກເບິ່ງໃນແງ່ມູນເວລາ, ເປົ້າໝາຍ ແລະ ເນື້ອໃນທີ່ຖືກລົງໂທດນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການລົງໂທດລວມກັນຂອງຝ່າຍຕາເວັນຕົກ ດ້ວຍເຈດຈຳນົງຢາກສົ່ງສານໃດໜຶ່ງໄປຍັງ ລັດເຊຍ. ໃນຕົວຈິງ, ໃນວັນທີ 2 ມີນາ, ສຳນັກຂ່າວສານ Reuters ຂອງ ອັງກິດ ກໍໄດ້ຄັດສະເໜີຄຳກ່າວປາໄສຂອງເຈົ້າໜ້າທີ່ ອາເມລິກາ ທີ່ຢັ້ງຢືນວ່າ: ມາດຕະການລົງໂທດຂອງ ລັດຖະບານອຳນາດການປົກຄອງ Joe Biden ຖືກດຳເນີນ ໂດຍມີການສົມທົບຂອງ ອີຢູ.

ສານສົ່ງໄປຍັງ ລັດເຊຍ

        ຄວາມຈິງແລ້ວ, ເລື່ອງ ເອເມລິກາ ຈັດວາງຄຳສັ່ງລົງໂທດແນໃສ່ ລັດເຊຍ ກໍໄດ້ຮັບການຄາດຄະເນ ນັບແຕ່ເມື່ອທ່ານ Joe Biden ພວມແຂ່ງຂັນເຂົ້າທຳນຽບຂາວແລ້ວ. ເພາະສະນັ້ນ, ການຈັດວາງຄຳສັ່ງລົງໂທດແມ່ນເພື່ອແນໃສ່ສົ່ງສານ ກ່ຽວກັບແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍໃນການຮັບມືກັບ ລັດເຊຍ ຂອງທ່ານປະທານາທິບໍດີຄົນໃໝ່ Joe Biden ກໍຄືນະໂຍບາຍທີ່ແຂງກະດ້າງ ສຳລັບ ມົດສະກູ ໃນຕະຫຼອດຫຼາຍປີຜ່ານມາຂອງ ວໍຊິງຕັນ. ສານດັ່ງກ່າວ ບໍ່ພຽງແຕ່ສົ່ງສະເພາະໄປຍັງ ລັດເຊຍ ເທົ່ານັ້ນ, ຫາກຍັງສົ່ງໄປຍັງບັນດາຄູ່ແຂ່ງປັດຈຸບັນ ຫຼື ອະນາຄົດຂອງ ອາເມລິກາ ກໍຄືສຳລັບພາຍໃນຂອງ ອາເມລິກາ ອີກດ້ວຍ.

ທີສອງແມ່ນ ອາເມລິກາ ຢາກ ເຮັດໃຫ້ບັນດາສຳພັນທະມິດໃນທົ່ວໂລກ, ພິເສດແມ່ນ EU ອຸ່ນອ່ຽນໃຈ ວ່າ ຍາມໃດ ວໍຊິງຕັນກໍ່ຈະຮ່ຽງບ່າຮ່ຽງໄລ່ກັບສຳພັນທະມິດໃນທຸກແນວໂຮມ, ໃນນັ້ນມີບັນຫາຮັບມືກັບ ມົດສະກູ.

ເຖິງຢ່າງໃດກໍ່ຕາມ, ເມື່ອພິຈະລານາຕາມລະດັບ ແລະ ເປົ້າໝາຍລົງໂທດ, ໃນນັ້ນເລື່ອງບໍ່ແນໃສ່ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ຫຼື ບັນດາ ເປົ້າໝາຍຫຼັກແຫຼ່ງໃນລັດຖະບານ ລັດເຊຍ ກໍ່ໝາຍຄວາມວ່າ ອຳນາດການປົກຄອງ ອາເມລິກາ ຍັງບໍ່ມີ ຫຼື ບໍ່ຢາກມີຄວາມເຄັ່ງຕຶງກັບ ລັດເຊຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ອາເມລິກາ ຍັງຢາກຮັກສາການໂອ້ລົມສົນທະນາກັບ ລັດເຊຍ ເພື່ອແກ້ໄຂບັນດາເອກະສານສາກົນສຳຄັນຄື ບັນຫານິວເຄຼຍ ອີຣານ, ສປປ.ເກົາຫຼີ, ການຄວບຄຸມອາວຸດ ນິວເຄຼຍ, ການຕ້ານການກໍ່ການຮ້າຍ, ການປ່ຽນແປງຂອງດິນຟ້າອາກາດ…ຊ້ຳບໍ່ໜຳແມ່ນທັງການຮັບມືກັບຈີນ. ນອກຈາກນັ້ນ, ທິດກ້າວເດີນນີ້ ກໍ່ເພື່ອແນໃສ່ ສ້າງຄວາມສົມດຸນ ກັບທ່າທີຂອງ EU ຕໍ່ ລັດເຊຍນັ້ນແມ່ນ ຖືລັດເຊຍ ທັງເປັນຄູ່ຮ່ວມມື, ທັງເປັນຄູ່ແຂ່ງ.

ແຕ່ວ່າ, ຕາມແງ່ມູນໃດກໍ່ຕາມ, ບັນດາມາດຕະການລົງໂທດໃໝ່ຂອງ ຝ່າຍຕາເວັນຕົກ, ພິເສດແມ່ນຂອງອຳນາດການປົກຄອງ ອາເມລິກາ ທີ່ເລັ່ງໃສ່ ລັດເຊຍ, ກໍ່ແມ່ນບາດກ້າວທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ລະຫວ່າງສອງຝ່າຍ, ມັນບໍ່ມີຜົນປະໂຫຍດໃຫ້ແກ່ການຮ່ວມມື ແລະ ຄວາມປອງດອງທົ່ວໂລກ, ພ້ອມກັນນັ້ນກໍ່ສ້າງເງື່ອນໄຂໃຫ້ແກ່ຄູ່ແຂ່ງຂອງບັນດາຝ່າຍໃນຄວາມເຄັ່ງຕຶງນີ້ ບື່ນຕົວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ