ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ວັນທີ 19 ເມສາ, ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໂດຍຖືກດຳເນີນພາຍຫຼັງການຢ້ຽມຢາມ ອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃນເດືອນ ທັນວາ 2021 ແລະ ການໂອ້ລົມທາງໂທລະສັບລະຫວ່າງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ຫວ່າງມໍ່ໆມານີ້, ການຢ້ຽມຢາມຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເປັນການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.
ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ໃນການຢ້ຽມຢາມອິນເດຍ ປີ 2021 (ພາບ: quochoi.vn)

ການຢ້ຽມຢາມດັ່ງກ່າວ ຖືກດຳເນີນໃນສະພາບປີ 2022, ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (ວັນທີ 7 ມັງກອນ 1972 – 7 ມັງກອນ 2022). ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (ສ້າງຕັ້ງເມື່ອເດືອນ ກັນຍາ 2016) ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງ ແລະ ຢ່າງບໍ່ຢຸດຢັ້ງ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19.

ຫວຽດນາມ ແລະ ອິນເດຍ ແບ່ງປັນຫຼາຍຄຸນຄ່າລວມ

        ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນໄລຍະ 50 ກວ່າປີຜ່ານມາໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບມີປະສິດທິຜົນໃນຫຼາຍຂົງເຂດ, ປະຊາຊົນທຸກຊັ້ນວັນນະຂອງສອງປະເທດນັບມື້ນັບໃກ້ຊິດ, ສະໜິດສະໜົມ. ສອງປະເທດມີສາຍສຳພັນທາງດ້ານວັດທະນະທຳ ແລະ ອະລິຍະທຳມາແຕ່ດົນນານ ແລະ ອຸດົມສົມບູນ, ພ້ອມກັນມຸ່ງໄປເຖິງຄຸນຄ່າລວມນັ້ນແມ່ນ ນ້ຳໃຈຮັກຊາດ, ມູນເຊື້ອວັດທະນະທຳມະນຸດ, ຮັກຫອມສັນຕິພາບ; ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ໄລຍະປັດຈຸບັນ, ສອງປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃຫ້ພັດທະນາຢ່າງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານ ຫງວຽນແມັ້ງຮຸ່ງ ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ, ຢັ້ງຢືນວ່າ:

        “ຈຸດຄ້າຍຄືກັນກ່ຽວກັບນະໂຍບາຍ ແລະ ການກຳນົດທິດພັດທະນາເສດຖະກິດ - ສັງຄົມ ມຸ່ງໄປເຖິງປະຊາຊົນຂອງ ຫວຽດນາມ ແລະ ອິນເດຍ ຈະແມ່ນປະຖົມປັດໄຈທີ່ສຳຄັນເພື່ອໃຫ້ພວກເຮົາເປີດກວ້າງການພົວພັນຮ່ວມມືຕ່າງໆ. ໄດ້ມີຫຼາຍໂຄງການ, ແຜນການຮ່ວມມືສອງຝ່າຍກ່ຽວກັບເສດຖະກິດສັງຄົມພວມຕັ້ງໜ້າກໍ່ສ້າງ ແລະ ຜັນຂະຫຍາຍການຮ່ວມມືລະອຽດ ແລະ ມີປະສິດທິຜົນກ່ຽວກັບເສດຖະກິດສັງຄົມລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ… ນີ້ຈະແມ່ນພື້ນຖານອັນໝັ້ນແກ່ນເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ.”

        ທີ່ກອງປະຊຸມສຸດຍອດທາງໄກທ້າຍປີ 2020, ທ່ານນາຍົກລັດຖະມົນຕີສອງຝ່າຍໄດ້ຮັບຮອງເອົາ “ວິໄສທັດລວມເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດ” ທີ່ມີລັກສະນະປະຫວັດສາດ, ວາງອອກຫຼາຍຫຼັກການຊີ້ນຳໃຫ້ແກ່ການພັດທະນາໃນອະນາຄົດຂອງການພົວພັນສອງຝ່າຍລະຫວ່າງສອງປະເທດ.

        ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນປັດຈຸບັນ ໄດ້ເປີດກວ້າງຂົງເຂດຮ່ວມມືໃນຫຼາຍຮູບຫຼາຍແບບ, ຈາກການແລກປ່ຽນດ້ານການເມືອງຕະຫຼອດຮອດການພົວພັນດ້ານການຄ້າ ແລະ ການລົງທຶນ,  ການຮ່ວມມືດ້ານພະລັງງານ, ຄູ່ຮ່ວມມືພັດທະນາ, ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ພ້ອມກັບການພົບປະແລກປ່ຽນປະຊາຊົນ… ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ສາຍພົວພັນຄູ່ຮ່ວມມືແບບພິເສດ ເຊິ່ງສອງຝ່າຍໄດ້ແບ່ງປັນກໍຄືສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈເຊິ່ງກັນແລະກັນ.

        ກາລະໂອກາດຮ່ວມມືໃໝ່ ແລະ ບັນດາເປົ້າໝາຍໃຫຍ່ຫຼວງກວ່າ

        ໂດຍເປັນ 2 ໃນບັນດາພື້ນຖານເສດຖະກິດພັດທະນາໄວ, ການຮ່ວມມືດ້ານເສດຖະກິດລະຫວ່າງ ອິນເດຍ ແລະ ຫວຽດນາມ ພວມເພີ່ມຂຶ້ນຢ່າງແຮງ. “ວິໄສທັດເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດ” ໄດ້ກຳນົດບຸລິມະສິດການຮ່ວມມືສ້າງການພົວພັນຄູ່ຮ່ວມມືໃໝ່, ລະບົບຕອບສະໜອງທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ມີໄຫວພິບເພື່ອຜ່ານຜ່າຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ຕັ້ງຄາດໝາຍວົງເງິນການຄ້າບັນລຸໃຫ້ໄດ້ 15 ຕື້ USD. ສິ່ງດັ່ງກ່າວໄດ້ຮັບຮູ້ການເສີມສ້າງຊ່ວຍກັນຂອງຕະຫຼາດພາຍໃນທີ່ກວ້າງໃຫຍ່ ແລະ ວິໄສທັດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອິນເດຍ ດ້ວຍພະລັງຊີວິດ ແລະ ກຳລັງຄວາມສາມາດທາງດ້ານເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ. ວິສາຫະກິດ ແລະ ຂະແໜງການຕ່າງໆຂອງສອງຝ່າຍພວມຊອກຫາກາລະໂອກາດຢູ່ທັງສອງຕະຫຼາດ ດ້ວຍແງ່ຫວັງທີ່ໃຫຍ່ຫຼວງກວ່າ. ຫວຽດນາມ ແລະ ອິນເດຍ ພວມສ້າງສາຍພົວພັນຄູ່ຮ່ວມມືໃໝ່ໃນຂົງເຂດໃໝ່ຄື ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ພະລັງງານຜະລິດຄືນໃໝ່, ການປ່ຽນແປງໃໝ່…

        ທັດສະນະ ແລະ ຜົນປະໂຫຍດລວມຂອງສອງປະເທດທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ກໍຈະສ້າງພື້ນຖານອັນໝັ້ນແກ່ນແກ່ການຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນ. ປັດຈຸບັນ, ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍເຄື່ອນໄຫວ ມຸ່ງໄປເຖິງທິດຕາເວັນອອກຂອງ ອິນເດຍ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕົ້ນຕໍແກ່ວິໄສທັດ ອິນເດຍ - ປາຊີຟິກ. ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ຢັ້ງຢືນວ່າ:

        “ນະໂຍບາຍເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ”  ແມ່ນໜຶ່ງໃນບັນດາວິໄສທັດພື້ນຖານຂອງພວກຂ້າພະເຈົ້າໃນການພົວພັນກັບພາກພື້ນໃກ້ຄຽງຂອງພວກຂ້າພະເຈົ້າມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ. ຫວຽດນາມ ສະແດງຢ່າງເຫັນໄດ້ຊັດໃນວິໄສທັດນັ້ນ. ໂດຍແມ່ນຄູ່ຮ່ວມມືທີ່ສະໜິດສະໜົມຂອງ ອິນເດຍ ໃນສາຍພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງໃນຫຼາຍດ້ານ ແລະ ແມ່ນສິ່ງສຳຄັນຕົ້ນຕໍໃນຄຳໝັ້ນສັນຍາຂອງ ອິນເດຍ ກັບ ອາຊຽນ,  ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ບໍ່ອາດຂາດໄດ້ໃນວິໄສທັດ ອິນເດຍ - ປາຊີຟິກ, ໂດຍອີງໃສ່ບັນດາຄຸນຄ່າ ແລະ ຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ”.

        ບົນພື້ນຖານຂອງການພົວພັນສອງຝ່າຍທີ່ພວມພັດທະນາຢ່າງດີງາມ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ສືບຕໍ່ແມ່ນຂີດໝາຍໃໝ່ໃນໄລຍະທາງ 50 ປີ ແຫ່ງການຮ່ວມມືລະຫວ່າງສອງປະເທດ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງເພີ່ມເຕີມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ມີຢູ່ແລ້ວ, ສ້າງທ່ວງທ່າແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ ແລະ

ອິນເດຍ./.

ຕອບກັບ

ຂ່າວ/ບົດ​ອື່ນ