ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງຈົບງາມຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານນາງSue Linesປະທານສະພາສູງ ອົດສະຕາລີ  ແລະ ທ່ານAdrian Rurawhe ປະທານສະພາແຫ່ງຊາດ ນິວຊີແລັນມີການເຄື່ອນໄຫວກ່ວາ 40 ລາຍການຢູ່ສອງປະເທດໄດ້ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງລະຫວ່າງ ຫວຽດນາມ ກັບ 2 ປະເທດ ຢູ່ພາກພື້ນປາຊີຟິກໃຕ້.

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນໄປໃນລະຫວ່າງວັນທີ 30 ພະຈິກ ຫາ ວັນທີ 6 ທັນວາ. ການຢ້ຽມຢາມແມ່ນບາດກ້າວຜັນຂະຫຍາຍ ແຜນນະໂຍບາຍການຕ່າງປະເທດທີ່ສຳຄັນຂອງກອງປະຊຸມໃຫຍ່ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງລະອຽດ, ນັ້ນແມ່ນເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືຍຸດທະສາດໃຫ້ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.

ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ດຳເນີນໄປໃນສະພາບການ ຫວຽດນາມ - ອົດສະຕາລີ ພວມກະກຽມໃຫ້ແກ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (26/2/1973 – 26/2/2023). ໃນບັນດາການພົບປະກັບການນຳຂອງອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງໃຫ້ເຫັນທັດສະນະພັດທະນາຂອງ ຫວຽດນາມ ແລະ ປາດຖະໜາຢາກຮັດແໜ້ນການພົວພັນລະຫວ່າງ ອົດສະຕາລີ ກັບຫວຽດນາມ. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການສະໜັບສະໜູນເລື່ອງສອງປະເທດພິຈາລະນາຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນຈຸດເວລາທີ່ເໝາະສົມ, ເມື່ອປະຕິບັດສຳເລັດບັນດາລະບຽບການທີ່ກ່ຽວຂ້ອງ. ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້ ແມ່ນເລື່ອງສອງປະເທດຈັດຕັ້ງສຳເລັດເວທີປາໄສຮວ່ມມືເສດຖະກິດ ຫວຽດນາມ - ອົດສະຕາລີ. ທ່ານ Philipp Ivanov ຜູ້ອຳນວຍການຝ່າຍບໍລິຫານ ສະຫະສະມາຄົມ ອາຊີ ເຂົ້າຮ່ວມເວທີປາໄສ ກ່າວຄຳເຫັນວ່າ:

        ຂ້າພະເຈົ້າຄິດວ່າ ຈະມີຫຼາຍກາລະໂອກາດພາຍຫຼັງກອງປະຊຸມຄັ້ງນີ້, ຍິ່ງໄປກ່ວານັ້ນ ພວກເຮົາສາມາດເຫັນໄດ້ກາລະໂອກາດຢູ່ເວທີປາໄສ ນີ້, ນັ້ນແມ່ນເລື່ອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະໄດ້ພົບປະກັບ ບັນດາວິສາຫະກິດໃຫຍ່ຂອງ ອົດສະຕາລີທີ່ພວມມີການເຄື່ອນໄຫວຢູ່ ຫວຽດນາມ ແລະ ໄດ້ແລກປ່ຽນກ່ຽວກັບກາລະໂອກາດຮ່ວມມື. ນອກຈາກນັ້ນ, ພວກຂ້າພະເຈົ້າເຫັນໄດ້ວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍທີ່ສຸດໃນຂົງເຂດກະສິກຳ, ເຕັກໂນໂລຢີ ແລະ ການປ້ອງກັນຊາດ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ບັນດາກາລະໂອກາດໃໝ່ໃນອະນາຄົດ ພາຍຫຼັງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

        ກໍ່ໃນຂົງເຂດເສດຖະກິດ, ທີ່ການຢ້ຽມຢາມ ແລະ ເຮັດວຽກຢູ່ນິວຊີແລນ,  ການເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນໃຫ້ຫຼາຍກ່ວາອີກ, ນຳຂົງເຂດນີ້ກາຍເປັນກຳລັງໜູນພັດທະນາຂອງການພົວພັນຫວຽດນາມ - ນິວຊີແລນ ແມ່ນຄຳໝັ້ນສັນຍາ ທີ່ບັນລຸໄດ້ໃນການພົບປະລະຫວ່າງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບ ການນຳນິວຊີແລນ. ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຄື: ການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ. ຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸງ ຖືວ່າ:

        ນີ້ແມ່ນການຢ້ຽມຢາມທີ່ມີຄວາມສຳຄັນທີ່ສຸດ, ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນສອງປະເທດ, ເຮັດໃຫ້ການພົວພັນຮ່ວມມືທີ່ດີງາມລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດໂຄງການກະທຳກ່ຽວກັບການຜັນຂະຫຍາຍກອບຄູ່ຮ່ວມມືຍຸດທະສາດ ຫວຽດນາມ  - ນິວຊີແລນໄລຍະ 2021 2024.

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະທ່ານ ນາຍົກລັດຖະມົນຕີ ອົດສະຕາລີ  Anthony Albanese

ສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມມືລັດຖະສະພາ

        ເພີ່ມທະວີການຮ່ວມມືລັດຖະສະພາແມ່ນໜຶ່ງໃນບັນດາໝາກຜົນພົ້ນເດັ່ນໃນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ຢູ່ອົດສະຕາລີ, ຕາມທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງແລ້ວ, ສອງຝ່າຍໄດ້ລົງນາມຂໍ້ຕົກລົງກ່ຽວກັບການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອົດສະຕາລີ ໃຫ້ແກ່ໄລຍະຕໍ່ໄປ ດ້ວຍບັນດາເນື້ອໃນຮ່ວມມືໃໝ່ເລິກເຊິ່ງກວ້າງຂວາງກ່ວາໃນໄລຍະຈະມາເຖິງ. ທ່ານໃຫ້ຮູ້ວ່າ:

        ຂ້າພະເຈົ້າຕີລາຄາສູງທີ່ສຸດຕໍ່ການລົງນາມຂໍ້ຕົກລົງການຮ່ວມມື. ອາດເວົ້າໄດ້ວ່າ ນີ້ແມ່ນຄັ້ງທຳອິດໃນປະຫວັດສາດການທູດລັດຖະສະພາທີ່ມີການເຊັນສັນຍາ 3 ຝ່າຍ. ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ອົດສະຕາລີ ຖືເປັນສຳຄັນທີ່ສຸດຕໍ່ການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ. ທີສອງ, ເມື່ອເຊັນສັນຍາພ້ອມກັນຊຸກຍູ້ການຮ່ວມມືທັງສະພາສູງ ແລະ ສະພາຕ່ຳ ກັບ ສະພາແຫ່ງຊາດ ຫວຽດນາມ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຂອງພວກເຮົາໃຫ້ຂຶ້ນສູ່ລະດັບສູງໃໝ່

        ຢູ່ນິວຊີແລນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຄົ້ນຄ້ວາການສ້າງຂໍ້ຕົກລົງການຮ່ວມມືເພື່ອແນໃສ່ສ້າງກອບນິຕິກຳ ເພື່ອໃຫ້ສອງຝ່າຍຊຸກຍູ້ ແລະ ເຮັດໃຫ້ການພົວພັນໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກ. ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຖືວ່າ:

        ພວກເຮົາສືບຕໍ່ຊຸກຍູ້ກັບປະເທດເພື່ອນແມ່ນເພື່ອມີການແລກປ່ຽນກ່ຽວກັບເນື້ອໃນຂອງຂໍ້ຕົກລົງການຮ່ວມມືໂດຍໄວ ແລະ ຈະລົງນາມໃນເວລາໄວທີ່ສຸດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະສະແດງຄວາມຫວັງວ່າ ກ່ອນທີ່ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2025, ສອງຝ່າຍອາດຈະເຊັນຂໍ້ຕົກລົງຮ່ວມມືເພື່ອເປັນພື້ນຖານດ້ານນິຕິກຳ, ຊຸກຍູ້ການພົວພັນລັດຖະສະພາລະຫວ່າງ ຫວຽດນາມ - ນິວຊີແລນ

        ອາດເວົ້າໄດ້ວ່າ, ມີ ການເຄື່ອນໄຫວຕໍ່ເນື່ອງ 40 ລາຍການຢູ່ທັງສອງປະເທດ ອົດສະຕາລີ ແລະ ນິວຊີແລນ,ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງ. ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມມີກຳລັງແຜ່ຂະຫຍາຍຢ່າງແຮງ, ສ້າງພະລັງແຮງເພື່ອເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ