ເພີ່ມທະວີຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ຝະລັ່ງ

ການ​ມາຢ້ຽມ​ຢາມ​ຫວຽດ​ນາມ​ແຕ່​ວັນ​ທີ 5-7/9 ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande ຈະສ້າງ​ກຳ​ລັງ​ຫນູນ​ໃໝ່ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ພາຍຫຼັງ 12 ປີ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ ໄດ້​ຮັບ​ຄວາມ​ຄອງ​ຄອຍ​ວ່າ ຈະ​ເຮັດ​ໃຫ້​ການພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງມີ​ຄວາມ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ.

ເພີ່ມທະວີຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ຝະລັ່ງ - ảnh 1
​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande   (ພາບCameronian)

       ຫວຽດ​ນາມ-ຝະ​ລັ່ງໄດ້​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ເມື່ອ​ເດືອນ 4 ປີ 1973, ເລື່ອງ 2 ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ ການພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ປີ 2013 ໄດ້​ເປັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ໃຫ້​ເປີດ​ກ້​ວາງ​ສູ່​ທຸ​ຸກໆ​ຂົງ​ເຂດ.

     ການ​ພົວ​ພັນ ຫວຽດ​ນາມ-ຝະ​ລັ່ງ​ຊ້ອນ​ແຝງ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ​ຢ່າງ

  ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ດ້ວຍຫຼາຍ​ແງ່​ຫວັງ. ຝະ​ລັ່ງ​ແມ່ນ​ຄ​ູ່​ຮ່ວມ​ມື​ການ​ຄ້າ​ເອີ​ລົບ​ໃຫຍ່​ອັນ​ດັບ​ທີ 5 ຂອງ​ຫວຽດ​ນາມ. ມູນ​ຄ່າ​ການ​ແລ​ກ​ປ່ຽນ​ການ​ຄ້າ 2 ສົ້ນ​ປີ 2015 ບັນ​ລຸ 4,2 ຕື້ USD ( ເພີ່ມ​ຂຶ້ນ 19% ເມື່ອ​ທຽບ​ໃສ່​ປີ 2014 ) ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ​ຝະ​ລັ່ງ​ບັນ​ລຸ 2,9 ຕື້ USD (ເພີ່ມ​ຂຶ້ນ 23% ເມື່ອ​ທຽບ​ໃສ່​ປີ 2014 ). ປະ​ຈຸ​ບັນ, ຝະ​ລັ່ງ​ແມ່ນ​ຄ​ູ່​ຮ່ວມ​ມື​ການ​ຄ້າ​ເອີ​ລົບ​ໃຫຍ່​ອັນ​ດັບ​ທີ 3 ຢູ່ຫວຽດ​ນາມຖັດ​ຈາກ​ໂຮນ​ລັງ ແລະ ອັງ​ກິດ ແລະ ຢືນອັນ​ດັບ​ທີ 16 ໃນ​ຍອດ​ຈຳ​ນວນ 114 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ດ້ວຍ 461 ໂຄງ​ການ​ລົງ​ທຶນ​ທີ່​ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້, ຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ບັນ​ລຸກວ່າ 3,4 ຕື້ USD. ທາງ​ດ້ານ​ການ​ຮ່ວມ​ມື​ພັດ​ທະ​ນາ, ຝະ​ລັ່ງ​ແມ່ນ​ນັກ​ອຸ​ຖຳ​ 2 ຝ່າຍຂອງ​ເອີ​ລົບ​ໃຫຍ່​ອັນ​ດັບ​ 1 ຂອງ​ຫວຽດ​ນາມ.

    ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື

  ມາ​ຮອດ​ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ໂດຍ​ຈຳ​ເປັນ​ເກືອບ​ທັງ​ໝົດ​ເພື່ອ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ເຊັ່ນ: ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ສັນ​ຍາ​ສົ່ງ​ເສີມ ແລະ ປົກ​ປ້ອງ​ການ​ລົງ​ທຶນ, ສັນ​ຍ​າຫຼີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ ແລະ ອື່ນໆ, ອັນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ. ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ​ຊຶ່ງ​ໄດ້ ແລະ ພວມ​ປ່ຽນ​ແປງ​ຢ່າງວ່ອງ​ໄວ, ດ້ວຍ​ແງ່​ຫວັງ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພາບ​ເອີ​ລົບ EU, ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຝິກ, ດ້ວຍ​ການ​ປັບ​ປຸງ​ກົດ​ໝາ​ຍວ່າດ້ວຍ​ການ​ລ​ົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ດ້ວຍ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015… ປັດ​ໄຈ​ເຫຼົ່າ​ນີ້ ຈະ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ, ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ​ຝະ​ລັ່ງ. ເພາະ​ສະ​ນັ້ນ, ການ​ມາຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ນີ້ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande ຈະສ້າງທ່ວງ​ທ່​າໃຫ້​ແກ່​ໄລ​ຍະ​ຮ່ວມ​ມື​ພັດ​ທະ​ນາ​ໃໝ່​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງ. ທ່ານ Pierre Journoud ຜູ້​ຕິດ​ຕາມ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ໃຫ້​ຮູ້​ວ່າ : 

    “ ການ​ຢ້ຽມຢາມຫວຽດ​ນາມ​ຄັ້ງ​ນີ້ ແມ່ນ​ກົງ​ກັບ​ຈຸດ​ເວ​ລາ​ທີ່​ທັງ​ຝະ​ລັ່ງ ແລະ ຫວຽດ​ນາມ​ຕ່າງ​ກໍ​ຕ້ອງ​ການ​ມີ​ສາຍ​ລົມ​ໃໝ່, ​ກຳ​ລັງ​ຫນູນ​ໃໝ່ໃຫ້​ແກ່​ການ​ພົວ​ພັນ​ໂດຍ​ສັງ​ລວມແມ່ນ​ດີ​ງາມ​ໃນ​ທຸກ​ແງ່​ມຸມລະ​ຫວ່າງ 2 ປະ​ເທດ, ຈາກ​ລັດ​ຖະ​ບານ, ອຳ​ນາດ​ການ​ປົກ​ຄອງ, ຕະຫຼອດ​ຮອດ​ບັນ​ດາ​ທ້ອງ​ຖິ່ນ…ສັງ​ລວມ​ແລ້ວ, ນີ້​ແມ່ນ​ການ​ພົວ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ, ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ສີ, ແຕ່​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແມ່ນ​ຍັງ​ບໍ່​ທັນ​ເທົ່າ​ກັບ​ດ້ານ​ການ​ເມືອງ​ເທື່ອ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໜຶ່ງ​ໃນ​ບັນ​ດາ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ໃນການ​ມາຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande ແມ່ນ ຈະສ້າງທ່ວງ​ທ່​າໃຫ້​ແກ່​ໄລ​ຍະ​ຮ່ວມ​ມື​ພັດ​ທະ​ນາ​ໃໝ່​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງ ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ”

     ການ​ຮ່ວມ​ມື​ທາງ​ດ້​ານ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ໃນ​ຊຸມ​ປີ 1980. ໃນ​ໄລ​ຍະ​ປະ​ຈຸ​ບັນ, ດ້ວຍ​ນະ​ໂຍ​ບາຍມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ພ້ອມ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມືທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ຝະ​ລັ່ງ​ຍັງ​ຖື​ຫວຽດ​ນາມ​ແມ່ນ​ບໍ​ລິ​ເວນ​ຍຸ​ທະ​ສາດ​ເພື່ອ​ເປີດ​ກ້​ວາງຂົງ​ເຂດ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ຂະ​ບວນ​ການ​ພັດ​ທະ​ນາ​ພາ​ສາ​ຝະ​ລັ່ງ​ໃນ​ອາ​ຊຽນ. ນັກ​ທະ​ນາຍ​ຄວາມ Gerard ໂງ່ ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ຝະ​ລັ່ງ​ຮັບ​ຮູ້​ໄດ້​ວ່າ ການ​ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ດີ​ທີ່​ສຸດ​​ນັ້ນ, ອາດ​ຈະ​ແມ່ນ ກັບ​ຫວຽດ​ນ​າມ. ຫວຽດ​ນາມ​ອາດ​ຈະ​ຊ່ວຍ​ຊຸກ​ຍູ້​ຂະ​ບວນ​ການ​ພາ​ສາ​ຝະ​ລັ່ງ​ໃນ​ພາກ​ພື້ນ. ທາງ​ຝ່າຍ​ຫວຽດ​ນາມ​ກໍ​ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ຝະ​ລັ່ງ​ເຊັ່ນ​ກັນ.  ຂ້າ​ພະ​ເຈົ້າ​ຖື​ວ່າ ຝະ​ລັ່ງ​ພວມ​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງເພື່ອ​ຟື້ນ​ຟູ​ຜົນ​ສະ​ທ້ອນ​ໃນ​ພາກ​ພື້ນ, ກໍ​ຄື​ສຸມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ເພາະ​ວ່າ ພຽງ​ແຕ່​ໃນ​ຂະ​ນະ​ທີ່ ການ​ພົວ​ພັນ​​ເສດ​ຖະ​ກິດ, ການ​ຄ້າບັນ​ລຸ​ປະ​ສິດ​ທິ​ຜົນ​ນັ້ນ, ບັນ​ດາ​ຜູ້​ຮຽນ​ພາ​ສາ​ຝະ​ລັ່ງ​ຈຶ່ງ​ມີ​ໂອ​ກາດ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ດີ, ເວ​ລານັ້​ນ, ຝະ​ລັ່ງ​ຈຶ່ງ​ສາ​ມາດ​ແກ່ງ​ແຍ​້ງ​ກັບ​ບັນ​ດາ​ປະ​ເທດ​ເວົ້າ​ພາ​ສາ​ອັງ​ກິດ​ຢູ່​ຫວຽດ​ນາມ ແລະ ອາ​ຊີ​ໄດ້”

             ການ​ມາຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ນີ້ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francoi Hollande  ແນ່ນອນ​ວ່າ ຈະ​ຫັນ​ເນື້ອ​ໃນ​ການ​ພົວ​ພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ-ຝະ​ລັ່ງເປັນ​ລະ​ອຽດ ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງດ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຫວຽດ​ນາມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ​ຂອງ​ຝະ​ລັ່ງ​ຢູ່​ອາ​ຊີ​ຕາ​ເວັນອອກ​ສ່ຽງ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ