ເພີ່ມທະວີນ້ຳໃຈມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ - ຈີນ

(vovworld)- ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ຈີນ ຄັ້ງ​ທີ 3 ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ ໂດຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈັດ​ຕັ້ງ ຢູ່ ນະ​ຄອນ ລ້າງ​ເຊີນ (ຫ​ວຽດ​ນາມ) ແລະ ແຂວງ ກວາງ​ຊີ (ຈີນ). ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ ປີນີ້ ອີກ​ຄັ້ງ​ຫນຶ່ງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສ້າງ​ກຳ​ລັງ​ຫນູນ​ໃຫມ່, ຄວາມຕັດ​ສິນ​ໃຈໃຫມ່ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ເລິກ​ເຊິ່ງກວ່າ, ກໍ່​ສ້າງ​ເຂດ​ຊາຍ​ແດນ​ຫວຽດ​ນາມ - ຈີນ ກາຍ​ເປັນ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ ແລະ ໝັ້ນ​ຄົງ.

        ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​​ກຳ​ລັງປ້ອງ​ກັນ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ, ດ້ານ​ຈິດ​ໃຈ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ​ຈີນ. ພິ​ເສດກວ່າ, ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ ​ເປັນ​ສັນ​ຍາ​ລັກຂອງກອງ​ທັບ​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຊາຍ​ແດນ​ຮ່ວມ.

ເພີ່ມທະວີນ້ຳໃຈມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ - ຈີນ - ảnh 1
ຄະ​ນະຜູ້​ແທນ​ກຳ​ລັງ​ປ​້ອງ​ກັນ​ປະ​ເທດ​ຫວຽດ​ນາມ-ຈີນ​ເຂົ້າ​ຮ່ວມ​
ການ​ພົບ​ປະ​ມິດ​ຕະ​ພາບ
ພາບ:TTXVN

        ສືບ​ທອດ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາ​ບ​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ

       ຫວຽດ​ນາມ ແລະ ຈີນ ມີ​ພູ​ຜາ​ປ່າ​ໄມ້​ແມ່​ນ້ຳ​ລຳ​ເຊ​ຕິດ​ຕໍ່​ກັນ. ປັດ​ໄຈ​ພູມ​ສາດ​ທຳ​ມະ​ຊາດ ແລະ ວິ​ວັດ​​ແຫ່ງການ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ​ໄດ້​ເຮັດ​ໃຫ້​ສອງ​ປະ​ເທດ​ສະ​ຫນິດ​ຕິດ​ພັນ​ນຳ​ກັນ, ສ້າງ​ເປັນ​ຫລາຍ​ຈຸດ​ວັດ​ທະ​ນະ​ທຳ​, ຮີດ​ຄອງ​ປະ​ເພ​ນີ​ຄ້າຍ​ຄື​ກັນ. ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ກ່ອນນີ້, ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ ໄດ້​ຮຽງ​ບ່າ​ຮຽງ​ໄ​ຫລ່ກັນ, ສະ​ຫນັບ​ສະ​ຫນູນ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ.

        ໃນ​ໄລ​ຍະ​ປະ​ຈຸ​ບັນ, ສອງ​ປະ​ເທດ​ພ້ອມ​ກັນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຫລັກ​ແຫລ່ງ​ແກ່ນ​ສານ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ. ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອ​ງ​ປະ​ເທດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ໝັ້ນ​ຄົງ, ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ພື້ນ​ຖານ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ປະ​ເທດ​ຢູ່​ຊາຍ​ແດນ ຫວຽດ​ນາມ - ຈີນ ບໍ່​ພຽງ​ແຕ່​ເປັນ​ການ​ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ໄມ​ຕິ​ຈິດ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ, ກອງ​ທັບ​ສອງ​ປະ​ເທດ​ເວົ້າ​ລ​ວ​ມ, ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ ແລະ ກຳ​ລັງ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ສອງ​ປະ​ເທດ​ເວົ້າ​ສະ​ເພາະເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຕໍ່​ສູ້​ຕ້ານ​ບັນ​ດາ​ຖ້ອຍ​ທຳ​ນອງ​ເສັກ​ສັນ​ປັ້ນ​ແຕ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ຂອງ​ບັນ​ດາ​​ອິດ​ທິກຳ​ລັງ​​ທີ່ເປັນ​ປໍ​ລະ​ປັກ​ອີກ​ດ້ວຍ. ພົນ​ໂທ ຊື​ຈ​ຽ​ນກົ້ວ, ຮອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ເສ​ນາ​ທິ​ການ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ຈີນ ຖື​ວ່າ:

        “ພວກ​ເຮົາ​ຈົ່ງ​ສາ​ມັກ​ຄີ​ກັນຢ່າງ​ແຫນ້ນ​ແຟ້ນ​ກວ່າ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຄູ່​ຮ່ວມ​ມື​ໃຫມ່, ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຍາດ​ໄຊ​ຊະ​ນະ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ພ້ອມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃຫມ່​ມຸ້ງ​ໄປ​ເຖິງ​ອະ​ນາ​ຄົດ, ເພື່ອ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ສອງກອງ​ທັບ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ກວ່າ, ເພື່ອ​ໃຫ້​ທັດ​ສະ​ນະ​ພັດ​ທະ​ນາ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງ ແລະ ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ​​ໄດ້​ຮັບ​ການສືບ​ທອດ​ຈາກ​ຄົນ​ລຸ້ນນີ້​ໄປ​ສູ່​ລຸ້ນ​ອື່ນ.”

        ອາດ​ຈະຢືນ​ຢັນ​ໄດ້​ວ່າ ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ປະ​ເທດ ຢູ່​ຊາຍ​ແດນ ຫວຽດ​ນາມ - ຈີນ ໄດ້​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ. ຜ່ານ​ການ​ຈັດ​ຕັ້ງ​ມາ​ເປັນ​ເວ​ລາ 3 ຄັ້ງ, ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບປ້ອງ​ກັນ​ປະ​ເທດ​ຢູ່​ຊາຍ​ແດນ ຫວຽດ​ນາມ - ຈີນ ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃນ​ໝູ່ປະ​ຊາ​ຊົນ ແລະ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ສອງ​ປະ​ເທດ​ເພື່ອ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຍາວ​ນານ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທດ​ຈິງ​ໃນ​ວຽກ​ງານ​ຄຸ້​ມ​ຄອງ, ປົກ​ປັກ​ຮັກ​ສາ ແລະ ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຢູ່​ເຂດ​ຊາຍ​ແດນ. ໃນ​ໄລ​ຍະ 3 ປີ​ຜ່ານ​ມາ, ສະ​ຕິ​ການ​ປະ​ຕິ​ບັດ​ກົດ​ໝາຍ, ປົ​ກ​ປັກ​ຮັກ​ສາ​ເສັ້ນ​ຊ​າຍ​ແດນ, ຫລັກ​ໝາຍ​ຊາຍ​ແດນ ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ. ກຳ​ລັງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ແລະ ຈີນ ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາໃຫ້​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ກ່ຽວ​ກັບບັນ​ດາ​ການ​ນຳ​ນົດ​ທິດ ແລະ ມາດ​ຕະ​ການ​ໃຫຍ່ ຊື່ງ​ການ​ນຳ​ສອງ​ປະ​ເທດ​ບັນ​ລຸ​ໄດ້​. ຜ່ານນັ້ນ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ, ກຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ຈີນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປອດ​ໃສ, ເປັນ​ປົກ​ກະ​ຕິ, ໝັ້ນ​ຄົງ​ເຂັ້ມ​ແຂງ.

        ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ

        ໃນ​ໄລ​ຍະ​ໃຫມ່, ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ່​ຢ່າງວ່ອງ​ໄວ​ຂອງ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ, ພິ​ເສດ ລະ​ຫວ່າງ​ສອງ​ປະ​ເທດ​ຍັງມີ​​ບາງ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຊາຍ​ແດນ​ບົນ​ທະ​ເລ, ​ການ​ເພີ່ມ​ທະ​ວີ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ກວ່າ​ເວ​ລາ​ໃດ​ໝົດ. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຈາກ​ບັນ​ດາ​ການ​ນຳ​ສອງ​ປະ​ເທດ ຜ່ານ​ບັນ​ດາ​ຖະ​ແຫລງ​ການ​ທີ່​ການ​ຢ້ຽມ​ຢາມ​ຄັ້ງ​ຕ່າງ. ເພື່​ອ​ເພີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທຸກ​ປະ​ເພດ​ເປັນ​ຢ່າງ​ດີ, ການ​ຄຸ້ມ​ຄອ​ງ​ຄົນ​ງານ​ຂອງ​ສອງ​ຝ​່າຍ, ເພີ່​ມທະ​ວີ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຮກ​ສ່ຽວ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ສອງ​ປະ​ເທດ, ລະ​ຫວ່າງ​ເຂດ​ຊຸມ​ຊົນ​ຢູ່​ລຽບ​ຕາມ​ຊາຍ​ແດນ​ສອງ​ປະ​ເທດ.ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ແລກ​ປ່ຽນ, ທ່ານ ຫງວຽນ​ຈີວິ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ສະ​ເຫນີ​ວ່າ:

        “ກຳ​ລັງ​ປະ​ກອບ​ອາ​ວຸດ​ສອງ​ປະ​ເທດ​ເວົ້າ​ລ​ວມ ແລະ ກຳ​ລັງ​ຄຸ້ມ​ຄອງ​ປົກ​ປັກ​ຮັກ​ສາ​ຊາ​ຍ​ແດນ​ເວົ້າ​ສະ​ເພາະ ຄວນ​ເພີ່ມ​ທະ​ວີ​ການ​ສົມ​ທົບ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ແລະ ສະ​ເຫນີ​ບັນ​ດາ​ເນື້ອ​ໃນ​ຮ່​ວມ​ມື​ໃຫມ່​ທີ່​ມີ​ຊີ​ວິດ​ຊີ​ວາກວ່າ, ອຸ​ດົມ​ສົມ​ບຸນກວ່າ ແລະ ແທດ​ຈິງກວ່າ, ເພື່ອ​ເພີ່ມ​ທະ​ວີ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​ໃຫ້​ປ​ະ​ຊາ​ຊົນ​ສອງ​ປະ​ເທດ​ພັດ​ທະ​ນາ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ອັນ​ດີ​ງາມລະ​ຫວ່າງ ຫວຽດ​ນາມ ແລະ ຈີນ. ຂ້າ​ພະ​ເຈົ້າ​ສະ​ເຫນີ ບັນ​ດາ​ຄະ​ນະ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ ສອງ​ແຂວງ ລ້າງ​ເລີນ ແລະ ກວາງ​ຊີ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ສອງ​ປະ​ເທດ.”

        ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ຂັ້ນ​ສູງ ຢູ່​ຊາຍ​ແດນ ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ຄື​ສືບ​ທອດ​ປະ​ຫວັດ​ຄວາມ​ເປັນ​ມາ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ກອງ​ທັບ​ສອງ​ປະ​ເທດ. ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີນີ້ ຍັງ​ເປັນ​ຂົວ​ເຊື່ອມ​ຕໍ່​ໄມ​ຕິ​ຈິດ​ມິດ​ຕະ​ພາບ, ຄວາມ​ຮັກ​ແພງ​ລະ​ຫວ່າງ​ປະ​ຊາ​ຊົນ​ຢູ່​ຊາຍ​ແດນ​ສອງ​ປະ​ເທດ ຫວຽດ​ນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ