ເພີ່ມທະວີບົດບາດຕິດຕາມກວດກາຂອງປະຊາຊົນ

(vovworld)- ​ໃນ​ວິວັດ​ການ​ປຶກສາ​ຫາລື, ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ທີ່​ປະກອບໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ມີ​ບັນຫາ​ຫນຶ່ງ​ທີ່​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງນັ້ນ​ແມ່ນ ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ສຳລັບ​ລະບົບ​ອົງການ​ທີ່​ມີ​ສິດ​ອຳນາດ​ແຫ່ງ​ລັດ​ເພື່ອ​ຍົກ​ສູງ​ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການນີ້. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້, ​ພວກ​ເຮົາ​ຂໍ​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະ​ຊາ​ຊົນ. ​        ມີ​ຫລາຍຄຳ​ເຫັນຢືນຢັນ​ວ່າ: ຍາມ​ໃດກົນ​ໄກ​ກວດກາ, ຕິດຕາມ​ກວດກາ​ສິດອຳນາ​ດ​ແຫ່ງ​ລັດ ກໍ​ຮັກສາ​ທີ່​ຕັ້ງ​ສຳຄັນພິ​ເສດ​ໃນ​ການຈັດ​ຕັ້ງ ​ແລະ ປະຕິບັດສິດ​ອຳນາດ​ຂອງ​ລັດ. ​ເລື່ອງ​ສ້າງ​ກົນ​ໄກ​ກວດກາ​ຢ່າງ​​ເໝາະ​ສົມ, ຄົບ​ຖ້ວນ ​ແລະ ມີ​ຜົນ​ສັກສິດ​ຈະ​ຮັບປະກັນ​ໃຫ້​ການ​ເຄື່ອນ​ໄຫວ​ສິດ​ອຳນາດ​​ແຫ່ງ​ລັດ​ມີ​ປະສິດທິ​ຜົນ. ທ່ານ ​ເລືອ​ງຮຸ່ງ​ຕຽນ, ຮອງ​ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ນາມ​ດີ້​ງ ​ໃຫ້​ຮູ້​ວ່າ:

        “ຄວນ​ສ້າງ​ພາກ​ສະ​ເພາະ​ທີ່​ກຳນົດ​ກ່ຽວ​ກັບ​ລະບົບ​ການ​ເມືອງ, ກຳນົດ​ພາ​ລະ​ບົດບາດ​ບັນດາ​ອົງການ ​ແລະ ຫລັກການ​ເຄື່ອນ​ໄຫວ​ຂອງ​ລະບົບ. ພວກ​ເຮົາ​ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ສິດ​ອຳນາດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ​ຕາງຫນ້າ​ໃຫ້​ປະຊາຊົນ​ໃນ​ການ​ຕິດຕາມ​ກວດກາ​ແຕ່ບໍ່​ມີ​ລັກສະນະ​ສິດ​ອຳນາດ ​​ແມ່ນບໍ່​ຖື​ກຕ້ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ. ສະ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ, ສິ່ງ​ນີ້​ແມ່ນ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນຫາ​ຕາງຫນ້າ. ​ແລະ ບັນ​ຫາ​ຕາງຫນ້າ​ກໍ​ຕ້ອງ​ແບ່ງ​ເປັນ​ຂັ້ນ. ສະ​ນັ້ນ ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ຕ້ອງ​ແມ່ນ​ການ​ຕິດຕາມ​ກວດກາ​ສູງ​ສຸດ. ປະຊາຊົນ​ສາມາດ​ຊັກ​ຖາມ​ໂດຍ​ກົງ​ປະທານ​ປະ​ເທດ, ນາຍົກລັດຖະມົນຕີ.”

ເພີ່ມທະວີບົດບາດຕິດຕາມກວດກາຂອງປະຊາຊົນ - ảnh 1
ປະຊາຊົນມີສິດປະກອບຄຳເຫັນໃນການພົບປະ
ລະຫວ່າງສະມາຊິກສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ
ພາບ:baomoi.com

        ບົນ​ພື້ນຖານ​ລັດ, ພັກ​ກອມ​ມູນິດ​ຫວຽດນາມ​ຕະຫລອດ​ຮອດ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ, ອົງການ​ການ​ເມືອງ, ສັງຄົມ ດ້ວຍ​ພາລະ​ບົດບາດ, ສິດ​ອຳນາດ, ການ​ພົວພັນ​ດ້ານ​ການ​ເມືອງ, ສັງຄົມ, ນິຕິ​ກຳ​ຂອງ​ຕົນ ລ້ວນ​ແຕ່​ນອນ​ໃນ​ເນື້ອ​ແທ້​ຂອງ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ; ​ວຽກ​ງານ​ທັງ​ໝົດລ້ວນ​ແຕ່​ເພື່ອ​ປະຕິບັດ​ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ, ສະ​ນັ້ນ ຕາມ​ທ່ານ ຟ້າ​ມງອກ​ຮູຍ(Pham Ngoc Huy), ປະທານ​ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ​ແຂວງ ຮື​ງອຽນ ​ແລ້ວ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ຂອບ​ເຂດ​ຕິດຕາມ​ກວດກາ.

        “​ເພື່ອ​ຢືນຢັນ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ສຳລັບ​ພັກ​​ໃນ ຂໍ້ 2 ຄວນປັບປຸງ​ທີ່​ວ່າ: ຕ້ອງ​ຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ຖ້າພວກ​ເຮົາ​ເວົ້າຕິດຕາມ​ກວດກາ​ລ້າໆ​ເທົ່າ​ນັ້ນ ​ແມ່ນ​ຍາກ​ທີ່ປະຕິບັດ​ໄດ້​. ພວກ​ເຮົາ​ສະ​ເຫ​ນີວ່າ ພາຍຫລັງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແລ້ວຕ້ອງ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ເພື່ອ​ຕິດຕາມ​ກວດກາ​ພັກ, ອຳນາດ​ການ​ປົກຄອງ.”

        ມີຫລາຍ​ຄຳ​ເຫັນ​ຫລາຍ​​ຖື​ວ່າ ສຳລັບ​ກົນ​ໄກ​ກວດກາ​ສິດ​ອຳນາດ, ຮ່າງ​ ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ເພື່ອ​ຫັນ​ການ​ປະຕິບັດ​ສິດ​ນີ້​​ຄື: ​ເນື້ອ​ໃນ, ຮູບ​ການ, ຂອບ​ເຂດ​ກວດກາ, ຕິດຕາມ​ກວດກາໃຫ້​ປະກົດ​ຜົນ​ເປັນ​ຈິງ . ​ເລື່ອງ​ກຳນົດ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ​ຂອງ​ປະຊາຊົນ​ຜ່ານ​ສິດ​ພົ້ນ​ຕຳ​ແຫນ່​ງຂອງ​ຜູ້​ມີສິດ​ເລືອກ​ຕັ້ງ, ລົງ​ຄະ​ແນນ​ສຽງ​ໃນ​ການລົງ​ປະຊາ​ມະຕິ​, ສິດ​ຕັດສິນກ່ຽວ​ກັບ​ລັດຖະທຳ​ມະນູນບໍ່​ມີ​ລັກສະນະ​ເປັນ​ໄປ​ສູງ. ນັບ​ທັງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ຕ້ອງ​ແມ່ນ​ສະ​ພາ​ແຫ່ງ​ຊາດ​ຕັດສິນ. ສິ່ງ​ດັ່ງກ່າວ​ບໍ່​ທັນ​ສະ​ແດງ​​ໃຫ້​ເຫັນ​ຫລັກການ​ສິດ​ອຳນາດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ. ສະ​ນັ້ນ ຕ້ອງ​ເພີ່ມ​ເຕີມວ່າບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ລົງ​ປະຊາ​ມະຕິ. ພ້ອມ​ກັນ​ນັ້ນ ​ຕ້ອງເປີດ​ກວ້າງ ​ແລະ ສ້າງ​ຂໍ້​ກຳນົດ​ນີ້​ໃຫ້​ສົມບູນ​ແບບ ຕາມ​ທິດ​ປະຊາຊົນ​ໄດ້​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ໂດຍ​ກົງ​ກ່ຽວ​ຕໍ່ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ນີ້, ທ່ານ ວີ​ວັນ​ຫວູ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ດົ່ງ​ນາຍ ​ໃຫ້​ຮູ້​ວ່າ:

        “​​ໂດຍເລີ່​ມມາ​ຈາກ​ບົດບາດ​ຕິດຕາມ​ກວດກາ​ສິດ​ອຳນາດ​ແຫ່ງ​ລັດ​ຈາກ​​ພາຍນອກ​ຕ້ອງ​ຄົບ​ຊຸດ​ກັບ​ການ​ຕິດຕາມ​ກວດກາ​ສິດ​ອຳນາດ​ແຫ່ງ​ລັດ​ຢູ່ພາຍ​ໃນ ສະ​ນັ້ນ ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ລັດ​ຕ້ອງ​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ​ແລະ ການ​​ໄຈ້​ແຍກຕີ​ລາຄາ​​ສັງຄົມຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ວ່າ ບົດບາດ​ທີ່​ຕັ້ງ​ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ​ ສັງຄົມຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແມ່ນ​ສົມ​ດຸນ​ກັບ​ບົດບາດ​ທີ່​ຕັ້ງ​ຕິດຕາມ​ກວດກາຂອງ​ພັກ, ລັດ​ໃນ​ການວາງ​ແຜນ​ກຳນົດ​ກົນ​ໄກ​ນະ​ໂຍບາຍ.”

ເພີ່ມທະວີບົດບາດຕິດຕາມກວດກາຂອງປະຊາຊົນ - ảnh 2
ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ພາບ:internet

        ລັດຖະທຳ​ມະນູນ ​ແມ່ນ​ກົດໝາຍ​ຕົ້ນສະບັບ​ ​ໂດຍ​​ກຳນົດເຈດ​ຈຳນົງ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ ​ແລະ ສູງ​ສຸດ. ການ​ພັດທະນາ ​ແລະ ປັບປຸງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ກົນ​ໄກ​ກວດກາ, ຕິດຕາມ​ກວດກາສິດ​ອຳນາດ​ແຫ່ງ​ລັດ​ ​ເພື່ອ​ໃຫ້​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ ນັ້ນ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ ​ຂອງ​ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິບັດ​ດ້ວຍ​ຕົນ​ເອງ​ຂອງ​ວິວັດ​ການ​ສ້າງ ​ແລະ ​ປະຕິບັດ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ