ເພີ່ມທະວີພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດຜ່ານການເຄື່ອນໄຫວຊັກຖາມ

(VOVWORLD) - ພາຍຫຼັງການເຮັດວຽກຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບມາເປັນເວລາ 3 ວັນ, ຕອນບ່າຍວັນທີ 6 ມິຖຸນາ, ສະພາແຫ່ງຊາດໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.
ເພີ່ມທະວີພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດຜ່ານການເຄື່ອນໄຫວຊັກຖາມ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ກອງປະຊຸມ

ບັນດາໝວດບັນຫາໂດຍສະພາແຫ່ງຊາດເລືອກເຟັ້ນເພື່ອຊັກຖາມລ້ວນແຕ່ແມ່ນບັນດາບັນຫາໃຫຍ່ກ່ຽວກັບເສດຖະກິດ - ສັງຄົມ, ສຳຄັນທີ່ໄດ້ຮັບຄວາມສົນໃຈຈາກບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແລະ ຜູ້ມີສິດເລືອກຕັ້ງ ກໍ່ຄືຫາງສຽງສັງຄົມ ແລະ ປະຊາຊົນໃນທົ່ວປະເທດ, ຜ່ານນັ້ນ, ຍົກສູງຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດກໍ່ຄືພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດ.

        ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດໄດ້ຊັກຖາມບັນດາເນື້ອໃນທີ່ກ່ຽວຂ້ອງເຖິງ 4 ຂົງເຂດຄື: ຄົມມະນາຄົມ, ຂົນສົ່ງ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ການສຶກສາ ແລະ ບຳລຸງສ້າງ. ບັນດາລັດຖະມົນຕີຮັບຜິດຊອບບັນດາຂົງເຂດຊັກຖາມພ້ອມກັບບັນດາຮອງລັດຖະມົນຕີຄື: ທ່ານ ເວືອງດິ່ງເຫ້ວ, ຫວູດຶກດາມ, ຈິ້ງດີ່ງຢູ້ງ ແລະ ບັນດາລັດຖະມົນຕີກະຊວງການເງິນ, ກະຊວງຕຳຫຼວດ, ກະຊວງພາຍໃນ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ເຂົ້າຮ່ວມການລາຍງານ, ອະພິປາຍ ເຮັດແຈ້ງບັນດາບັນຫາກ່ຽວຂ້ອງເຖິງເນື້ອໃນການຊັກຖາມຂອງ ສສຊ.

ປ່ຽນໃໝ່ເພື່ອຍົກສູງຄຸນນະພາບການຊັກຖາມ

       ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດສືບຕໍ່ມີບັນດາການປັບປຸງ, ປ່ຽນແປງໃໝ່ກ່ຽວກັບການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ. ຈຸດໃໝ່ທີ່ພົ້ນເດັ່ນຢູ່ວາລະຊັກຖາມຄັ້ງນີ້ແມ່ນເວລາເພື່ອໃຫ້ບັນດາ ສສຊ ແຕ່ລະຄົນຕັ້ງຄຳຊັກຖາມ ແມ່ນໜຶ່ງນາທີ ແລະ ພາຍຫຼັງ ສສຊ 3 ທ່ານຕັ້ງຄຳຖາມແລ້ວ, ຜູ້ຖືກຊັກຖາມຕ້ອງຕອບໃນທັນທີ; ເວລາເພື່ອຕອບຄຳຖາມໜຶ່ງແມ່ນ 3 ນາທີ. ການດັບປັບ, ປ່ຽນໃໝ່ນີ້ແມ່ນເພື່ອແນໃສ່ຈຸດປະສົງເພີ່ມທະວີລັກສະນະສົນທະນາ, ໂຕ້ວາທີໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານນາງ ຫງວຽນແທງຫາຍ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງຄະນະປະຈຳສະພາແຫ່ງຊາດ, ໃຫ້ຮູ້ວ່າ:

        “ຕິດແທດກັບຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ ແມ່ນ ຢາກໃຫ້ສະພາແຫ່ງຊາດປ່ຽນແປງໃໝ່ ແຕ່ໃກ້ຊິດຕິດແທດກັບຊີວິດການເປັນຢູ່, ຕິດພັນກັບ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ຍ້ອນເຫດນັ້ນ, ທຳອິດແມ່ນການເລືອກເຟັ້ນເປົ້າໝາຍຊັກຖາມ ແລະ ຫົວຂໍ້ຂອງວາລະຊັກຖາມ. ວິທີການຊັກຖາມໄດ້ສາທິດຜ່ານວາລະຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງຜູ້ຖາມ ແລະ ຜູ້ມີສິດເລືອກຕັ້ງ ພວມຕິດຕາມຄຳຖາມນັ້ນ.”

        ສະມາຊິກສະພາແຫ່ງຊາດ ຮ່ວມເດີນທາງພ້ອມກັບລັດຖະບານໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ

        ທີ່ບັນດາວາລະຊັກຖາມມີ ສສຊ ກ່ວາ 250 ເທື່ອຄົນຊັກຖາມ ແລະ ໂຕ້ວາທີ. ບັນດາສະມາຊິກລັດຖະບານ ໄດ້ຕອບບັນດາຄຳຖາມເກືອບທັງໝົດ ແລະ ເຖິງວ່າສະພາແຫ່ງຊາດໄດ້ສະຫງວນເວລາ 3 ວັນເພື່ອປະຕິບັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ ກໍ່ຕາມແຕ່ຍັງມີ ສສຊ ຫຼາຍທ່ານໄດ້ຕັ້ງຄຳຖາມແລ້ວແຕ່ບໍ່ມີເວລາພຽງພໍ ທີ່ຈະຕອບຄຳຖາມໂດຍກົງຢູ່ຫໍປະຊຸມ ແລະ ບັນດາສະມາຊິກລັດຖະບານຈະຕອບຄຳຖາມດ້ວຍເອກະສານ. ກ່າວຄຳເຫັນອັດວາລະຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ:

        “ສສຊ ໄດ້ສະແດງຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມຮັບຜິດຊອບຢ່າງເຂັ້ມງວດ, ເນື້ອໃນຄຳຊັກຖາມສັ້ນ, ຈະແຈ້ງ, ຕິດແທດກັບໝວດບັນຫາ ແລະ ຕັ້ງໜ້າໂຕ້ວາທີເພື່ອເຮັດແຈ້ງເນື້ອໃນການຊັກຖາມ. ບັນດາສະມາຊິກຂອງລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ກຳແໜ້ນສະພາບການຕົວຈິງຂອງຂະແໜງ, ຂົງເຂດຮັບຜິດຊອບ, ຕອບຄຳຖາມກົງໄປກົງມາ ແລະ ອະພິປາຍແຈ້ງບັນດາບັນຫາ ທີ່ ສສຊ ຍົກອອກມາຂຶ້ນກັບຂອບເຂດ, ຄວາມຮັບຜິດຊອບຂອງຕົນ ແລະ ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາສິ່ງຈຳກັດ, ເຄັ່ງຮ້ອນເພື່ອຍົກສູງປະສິດທິພາບ, ປະສິດທິຜົນ, ເພີ່ມທະວີການປະຕິບັດລະບຽບວິໄນ, ກົດລະບຽບ, ຕັດສິນໃຈສ້າງການຫັນປ່ຽນໃນໄລຍະຈະມາເຖິງ.”

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ຍັງມີຫຼາຍບັນຫາຄົງຄ້າງ, ບາງບັນຫາທີ່ສະພາແຫ່ງຊາດໄດ້ຊັກຖາມ, ຕິດຕາມ ກວດກາແຕ່ການຫັນປ່ຽນຍັງຊັກຊ້າ, ຍັງບໍ່ທັນບັນລຸໄດ້ຄືດັ່ງຄວາມມຸ່ງຫວັງເທື່ອ. ສະນັ້ນຄວນມີຄວາມຕັດສິນໃຈສູງກ່ວາ, ມີມາດຕະການບຸກທະລຸກ່ວາເພື່ອສ້າງການຫັນປ່ຽນໃຫ້ແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ:

        “ຜ່ານການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມໄດ້ສະແດງໃຫ້ເຫັນວ່າສະພາແຫ່ງຊາດ, ບັນດາ ສສຊ ບໍ່ພຽງແຕ່ຍົກອອກບັນດາສິ່ງຈຳກັດ, ເຄັ່ງຮ້ອນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ຮຽງບ່າຮຽງໄລ່ພ້ອມກັບລັດຖະບານ, ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ເພື່ອການພັດທະນາຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນອີກດ້ວຍ. ໃນບັນດາບັນຫາທີ່ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງມີຄວາມຮຽກຮ້ອງຕ້ອງການນັ້ນມີເນື້ອໃນກ່ຽວຂ້ອງເຖິງວຽກງານການຄຸ້ມຄອງ, ບໍລິຫານ ອາດຈະດັດປັບ, ຜັນຂະຫຍາຍໃນທັນທີ, ແຕ່ກໍ່ມີບັນດາເນື້ອໃນກ່ຽວຂ້ອງເຖິງບັນດາຂະແໜງ, ຂົງເຂດ ຄວນໄດ້ພິຈາລະນາ, ປັບປຸງນະໂຍບາຍກົດໝາຍ ເພື່ອຜັນຂະຫຍາຍຢ່າງຄົບຊຸດຈຶ່ງມີປະສິດທິຜົນ.”

        ພາຍຫຼັງກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະກະກຽມຮ່າງມະຕິກ່ຽວກັບການຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາ ໃນທ້າຍສະໄໝປະຊຸມ, ເປັນພື້ນຖານໃຫ້ແກ່ການຕິດຕາມກວດກາຜັນຂະຫຍາຍປະຕິບັດ. ພ້ອມກັນນັ້ນ, ລັດຖະບານ, ບັນດາກະຊວງ, ຂະແໜງການຈະຄົ້ນຄ້ວາ ຮັບເອົາຄຳເຫັນຂອງ ສສຊ, ຄຳເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຝາກເຖິງກອງປະຊຸມຢ່າງຄົບຖ້ວນ ແລະ ເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ