ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ

(vovworld)- ບົດ​ລາຍງານຂອງ​ລັດຖະບານ​ທີ່​ວາລະ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບ​ຮູ້​ວ່າ: ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳສໍ້​ລາດ​ບັງ​ຫລວງປີ 2012 ບັນລຸ​ໝາກຜົນ​ຕັ້ງຫນ້າ, ​ແຕ່​ສະພາບ​ອາດຊະຍາ​ກຳສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງ​ເທື່ອ, ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ນັບ​ທັງ​ດ້ານລັກສະນະ​ກໍ​ຄື​ລະດັບຄວາມ​ເສຍ​ຫາຍ. ກ່ຽວ​ຂ້ອງ​ເຖິງ​ບັນຫາ​ນີ້, ທ່ານ Huynh Phong Tranh ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ​ໄດ້​ຢືນຢັນ​ວ່າ: ພັກ ​ແລະ ລັດ ຫວຽດນາມ ສືບ​ຕໍ່ຖືວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ບັນຫາຕົ້ນຕໍ ດ້ວຍ​ບັນດາ​ມາດ​ຕະການ​ເດັດ​ຂາດ ​ແລະ ​ແຂງ​ແຮງ.

ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ - ảnh 1
ພາບປະກອບ: internet

        ບົດ​ລາຍ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ Huynh Phong Tranh ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ​ ສະ​​ເຫ​ນີທີ່​ວາລະ​ປະຊຸມ​ຄັ້ງ​ທີ 11 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ຈຳນວນຄະດີ​ສໍ້​ລາດ​ບັງ​ຫລວງ​ຖືກ​​ເປີດການ ​ສືບສວນສອບ​ສວນ, ການສືບສວນສອບສວນ, ສັ່ງຟ້ອງ​​ໃນ​ປີ 2012 ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບົດ​ລາຍ​ງານ​ຂອງ​ລັດຖະບານ​ຕີ​ລາຄາ​ວ່າ: “ສະພາບ​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງ​ເທື່ອ, ຍັງ​ຄົງ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບສົນ​ນັບ​ທັງ​ດ້ານລັກສະນະ​ກໍ​ຄື​ລະດັບຄວາມ​ເສຍ​ຫາຍ, ພິ​ເສດ ​ໃນ​ຂົ​ງ​ເຂດ​ທະນາຄານ, ການ​ເງິນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຄຸ້ມ​ຄອງ​ທີ່​ດິນ ​ແລະ ​ໃນ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ, ​​ເຮັດ​ໃຫ້​ຊັບ​ສິນ​ຂອງ​ລັດ​ຖືກ​ຮົ່ວ​ໄຫລ. ກ່ຽວຂ້ອງ​ເຖິງ​ບັນ​ຫາ​ນີ້, ທ່ານ Huynh Phong Tranh ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ຢືນຢັນ: ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ເຖິງ​ວ່າ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

        “​ໃນ​ຊຸມ​ປີຜ່ານມາ ພິ​ເສດ​​ແມ່ນໃນ​ປີ 2012, ພັກ ​ແລະ ລັດ​ກໍ​ຄື​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ ພ້ອມ​ກັບ​ທົ່ວ​ປວງ​ຊົນ ​ໄດ້​ສຸມ​ໃສ່​​ວຽກ​ງານ​ປ້ອງ​ກັນ​ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຫລາຍ​ທີ່​ສຸດເພື່ອ​ຍູ້​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຖອຍ​ໄປ. ​ໃນ​ປີ 2012 ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ ຈາກ​ການ​ແຈ້ງ​ຊັບ​ສິນ​ຕະຫລອດ​ຮອດ​ຄວາມ​ຮັບຜິດຊອບ​ຂອງ​ຫົວຫນ້າ​ຂະ​ແຫນງ ​ແລະ ການສືບສວນສອບສວນ ​ປັບ​ໄຫມ​ລົງ​ໂທດ​ຄະດີ​ສໍ້ລາດ​ບັງ​ຫລວງ…​ອັນໄດ້ບັນລຸ​ປະສິດຜົນ​​ຢ່າງ​ແນ່ນອນໃນ​ຂົງ​ເຂດ​ຈຳນວນ​ຫນຶ່ງ

ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ - ảnh 2
ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ
ພາບ: phapluatvn.vn

        ທ່ານ Huynh Phong Tranh ກໍ​ໃຫ້​ຮູ້​ວ່າ: ​ໃນ​ວິວັດ​ການ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່ ຫວຽດນາມ ​ໄດ້ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຂໍ້​ຈຳກັດ​ບາງ​ຢ່າງ ​ແລະ ນັ້ນ​ກໍແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​​ໃນປະຈຸ​ບັນ​ຍັງ​ຜັນ​ແປ​ໄປ​ຢ່າງ​ຮ້າຍ​ແຮງ. ນັ້ນ​ແມ່ນ​ລະບອບ​ກົນ​ໄກ​ນະ​ໂຍບາຍ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ​ປັບ​ໄຫ​ມລົງ​ໂທດ​ການ​ສໍ້​ລາດ​ບັງ​ຫລວງ​ຍັງ​ຈຳກັດ​ຫລາຍ. ​ເລື່ອງ​ເປ​ີດ​ເຜີຍ, ​ແຈ້ງ​ຊັບ​ສິນ,  ການປ່ຽນ​ຕຳ​ແຫນ່​ງວຽກ​ງານ ຫລື​ປັບ​ໄຫມ​ລົງ​ໂທດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງການ​ນຳ​ຂະ​ແຫນງ​ເມື່ອ​ປະ​ໃຫ້​ເກີດ​ກໍລະນີ​ສໍ້​ລາດ​ບັງ​ຫລວງ, ​ເລື່ອງ​ຊື້​ຊັບ​ສິນ​ໃຫຍ່​ຂອງ​ອົງການ​ລັດ​ຜ່ານ​ບັນຊີ ​… ​ເພື່ອ​​ແນ​ໃສ່ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແຕ່ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ໃນ​ໄລຍະ​ຜ່ານ​ມາ. ສະ​ນັ້ນ ບັນດາ​ອົງການ​ກ່ຽວ​ຂ້ອງ​ຈ​ະ​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມາດ​ຕະການ​ນີ້​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລຍະ​ຈະມ​າ​ເຖິງ. ທ່ານ Huynh Phong Tranh  ​ເນັ້ນ​ຫນັກ​ວ່າ:

        “ທີ​ຫນຶ່ງ​ແມ່ນ ຕ້ອງ​ເຊີດ​ຊູ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ການ​ນຳ​ຂະ​ແຫນງ, ​ແກ້​ໄຂ ແລະ ຕ້ອງ​ມີ​ຄວາມຮັບຜິດຊອບ​ເມື່ອ​ປະ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​​ໃນຫົວຫນ່ວຍ​ຂອງຕົນ, ທ້ອງ​ຖິ່ນ​ຕົນ. ທີ​ສອງ ຕ້ອງ​ຕັ້ງຫນ້າ​ວາງ​ອອກ​ບັນດາ​ນະ​ໂຍບາຍ​ຕິດ​ພັນ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ເພື່ອ​​ເຮັດ​ແນວ​ໃດ​​ໃຫ້​ມີ​ການປະຕິບັດ​ຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ. ທີ​ສາມ ຕ້ອງ​ປັບປຸງກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ສົມບູນ​ແບບ​ຕາມ​ທິດ​ເປີດ​ກວ້າງ​ເປົ້າ​ໝາຍ​ແຈ້ງ​ຊັບ​ສິນ, ​ເປີດ​ເຜີຍ​​ແລະ ​ແຈ້ງຊັບ​ສິນ​ຄື​ແນວ​ໃດ.”

          ຄວາມ​ຈິງ​ສະ​ແດງໃຫ້​ເຫັນ​ວ່າ, ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປີດ​ເຜີຍ,​ໂປ່​ງ​ໃສ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ, ຫົວຫນ່ວຍ, ສ້າງ ​ແລະ ປະຕິບັດ​ບັນດາ​ລະບອບ, ກຳນົດ​ລະດັບມາດຕະຖານ, ຫລັກການ​ປະ​ພຶດ, ຫລັກ​ຄຸນສົມບັດ​ອາຊີບ, ຊັບປ່ຽນ​ທີ່​ຕັ້ງ​ວຽກ​ງານ​ຂອງ​ພະນັກງານ, ລັດຖະກອນ … ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ປີ 2005 ຂອງ ຫວຽດນາມ ​ໄດ້​ເສີມ​ຂະຫຍາ​ຍຄຸນປະ​ໂຫຍ​ດ, ປ​ະກອບ​ສ່ວນ​ປ້ອງ​ກັນ ສະກັດ​ກັ້ນ ​ແລະ ຈຳກັດ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ​ຈຳນວນ​ຫນຶ່ງ. ​ເພື່ອ​​ໃຫ້​ກິດຈະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ມີ​ປະສິດທິ​ຜົນກວ່າ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ສະບັບ​ປັບປຸງ ຕາມ​ທິດ​ເປີດ​ກວ້າງ​ເປົ້າ​ໝາຍ​ຕ້ອງ​ແຈ້ງ​ຊັບ​ສິນ, ​ແຈ້ງ​ລາຍ​ຮັບ ຊຶ່ງ​ລວມມີ: ຜູ້​ມີ​ຖານະ​ຕຳ​ແຫນ່​ງ, ສິດ​ອຳນາດ​ທັງ​ໝົດ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແຈ້ງ​ຊັບ​ສິນ​​ທີ່ຢູ່​ອາ​ໄສ ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄວາ​ມມານະ​ພະຍາຍາມ​ປັບປຸງ​ລະບົບ​ເອກະສານ​ນິຕິ​ກຳ​ໃຫ້​ສົມບູນ​ແບບ​, ​ແກ້​ໄຂ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ກົນ​ໄກ​ກວດກາ​ຊັບ​ສິນ, ລາຍ​ຮັບ​ຂອງ​ພະນັກງານ​ຄຸ້ມ​ຄອງ​ທຸກ​ຂັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ກິດຈະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສ້ໍ​ລາດ​ບັງ​ຫລວງ​ຢ່າງ​ແຂງ​ແຮງ ​ເພື່ອ​ສ້າງ​ສັງຄົມ​ໃຫ້​ປອດ​​ໃສ ​ແລະ ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ