ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

(VOVWORLD) - 2 ປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ສາມັກຄີຮ່ວມແຮງຮ່ວມໃຈ, ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ.
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ - ảnh 1
(ພິທີຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈັດຂຶ້ນຢ່າງເປັນທາງການດ້ວຍພິທີສູງສຸດສຳລັບປະມຸກລັດ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ, ວັນທີ 09 ສິງຫາ, ທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຊວັນຟຸກ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີປະເທດ ສປປ.ລາວ ຢ່າງເປັນທາງການ. ການຢ້ຽມຢາມເປັນການຢັ້ງຢືນວ່າ ເຖິງວ່າສະພາບການສາກົນ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ພິເສດແມ່ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ກໍຕາມ, ແຕ່ 2 ປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ສາມັກຄີຮ່ວມແຮງຮ່ວມໃຈ, ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ພ້ອມກັນພັດທະນາ ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ.

        ລາວ ແມ່ນປະເທດທຳອິດເຊິ່ງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເລືອກໄປຢ້ຽມຢາມ ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງເປັນປະທານປະເທດ ອາຍຸການໃໝ່ ແລະ ພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເດືອນ ມິຖຸນາ ຜ່ານມາ. ການຢ້ຽມຢາມມີຄວາມໝາຍພິເສດ, ຢືນຢັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງທັງ 2 ປະເທດ, ພິເສດຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຮັດໃຫ້ການພົວພັນອັນສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດໃນອາຍຸການໃໝ່ເລິກເຊິ່ງກວ່າອີກ.

ສາຍພົວພັນອັນສະໜິດແໜ້ນ, ສັດຊື່ບໍລິສຸດ

        59 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຍົກລະດັບ, ໜູນຊ່ວຍເຊິ່ງກັນແລະກັນໃນການພັດທະນາ, ພ້ອມກັນຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທາງດ້ານເສດຖະກິດ, ສັງຄົມ, ການຕ່າງປະເທດ. ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ທຸກການເຄື່ອນໄຫວ, ການນຳ 2 ປະເທດຍັງຈັດຕັ້ງບັນດາການພົບປະຂັ້ນສູງເປັນປະຈຳ ຕາມຮູບການທີ່ເໝາະສົມ, ການຮ່ວມມືໃນຂົງເຂດການເມືອງສືບຕໍ່ໄດ້ຮັບການຮັດແໜ້ນ, ໃກ້ຊິດສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງເລິກເຊິ່ງ.

        ໃນການຢ້ຽມຢາມລາວ ເປັນເວລາ 2 ວັນນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມພິທີເປີດ ແລະ ມອບຮັບຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄປຢ້ຽມຢາມ ລາວ ໃນເດືອນ ພະຈິກ 2016. ພາຍຫຼັງພິທີວາງສີລາລຶກກໍ່ສ້າງໃນເດືອນ ພະຈິກ 2017, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລ້ວນແຕ່ໄປກວດກາລະດັບຄວາມຄືບໜ້າຂອງການກໍ່ສ້າງກິດຈະກຳພິເສດນີ້ໃນປີ 2018 ແລະ 2019.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ - ảnh 2
(ທ່ານ ພົນຈັດຕະວາ ຫງວຽນກວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11)

ທ່ານ ພົນຈັດຕະວາ ຫງວຽນກວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11, ກະຊວງປ້ອງກັນປະເທດ ຫວຽດນາມ, ເຊິ່ງແມ່ນກົມກອງເປັນກຽດຮັບເໝົາກໍ່ສ້າງກິດຈະກຳພິເສດນີ້ໃຫ້ຮູ້ວ່າ: ຫໍສະພາແຫ່ງຊາດລາວ ແມ່ນກິດຈະກຳພິເສດ, ໃນຕະຫຼອດໄລຍະ 38 ເດືອນແຫ່ງການກໍ່ສ້າງ, ບັນດາການຢ້ຽມຢາມຂອງພະນັກງານ, ນັກຮົບ ແລະ ກຳມະກອນຢູ່ເຂດກໍ່ສ້າງນີ້ຂອງບັນດາການນຳຂັ້ນສູງ 2 ປະເທດ ໄດ້ເປັນການລະດົມກຳລັງໃຈໃຫ້ແກ່ບັນດາກຳລັງກໍ່ສ້າງ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບດິນຟ້າອາກາດ, ພິເສດແມ່ນໂລກລະບາດໂຄວິດ-19 ເພື່ອກໍ່ສ້າງໂຄງການໃຫ້ສຳເລັດ. ພາຍຫຼັງດຳເນີນການກໍ່ສ້າງເປັນເວລາເກືອບ 1.300 ວັນ, ດ້ວຍກວ່າ 4 ລ້ານຊົ່ວໂມງເຮັດວຽກອອກແຮງງານທີ່ປອດໄພນັ້ນ, ກິດຈະກຳໄດ້ກໍ່ສ້າງສຳເລັດ ແລະ ພ້ອມແລ້ວທີ່ຈະຮັບໃຊ້ບັນດາເຫດການສຳຄັນຂອງປະເທດເພື່ອນ ລາວ.

        “ພວກຂ້າພະເຈົ້າຕັດສິນໃຈກໍ່ສ້າງ ແລະ ສຸມທຸກແຫຼ່ງກຳລັງ, ພາຫະນະອຸປະກອນທີ່ມີຢູ່ແລ້ວຂອງແມ່ທັບນ້ອຍ; ພ້ອມທັງລົງທຶນຊື້ອຸປະກອນທີ່ທັນສະໄໝໃນໂລກຕື່ມອີກ ກໍຄືລົງທຶນດ້ວຍແຫຼ່ງທຶນທັງໝົດທີ່ມີຢູ່ແລ້ວຂອງແມ່ທັບນ້ອຍເພື່ອລົງນາມກ່ອນ, ລົງນາມກັບບັນດານັກສະໜອງອຸປະກອນກໍ່ສ້າງ. ຕ້ອງເປັນຄືແນວນັ້ນພວກເຮົາຈຶ່ງຮັບປະກັນລະດັບຄວາມຄືບໜ້າໃນການກໍ່ສ້າງ. ນັ້ນແມ່ນນ້ຳໃຈຂອງທະຫານລຸງໂຮ່”.

        ໂດຍໄດ້ຮັບການກໍ່ສ້າງຕາມຮູບແບບ ແລະ ໂຄງຮ່າງຫຼັກຈາກທຸງຊາດຂອງລາວ, ກິດຈະກຳຫໍສະພາແຫ່ງຊາດຫຼັງໃໝ່ແມ່ນການສົມທົບກັນຢ່າງກົມກຽວລະຫວ່າງວັດທະນະທຳ, ລວດລາຍທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ຮີດຄອງປະເພນີຂອງລາວ ແລະ ບັນດາມາດຕະການດ້ານເຕັກໂນໂລຊີ, ອຸປະກອນທີ່ທັນສະໄໝ, ເຕັກນິກ, ເຕັກໂນໂລຊີຄຸ້ມຄອງການດຳເນີນການກໍ່ສ້າງທີ່ກ້າວໜ້າຂອງຫວຽດນາມ.

        ນີ້ກໍ່ແມ່ນກິດຈະກຳທີ່ໄດ້ຮັບການຕີລາຄາສູງຈາກການນຳ ລາວ ກ່ຽວກັບຄຸນນະພາບ ແລະ ຄວາມຄືບໜ້າໃນການດຳເນີນການກໍ່ສ້າງຢູ່ ລາວ. ເນື່ອງໃນໂອກາດມາຢ້ຽມຢາມ ແລະ ກວດກາລະດັບຄວາມຄືບໜ້າໃນການກໍ່ສ້າງກິດຈະກຳ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸສິດ, ແບ່ງປັນວ່າ:

"ຂ້າພະເຈົ້າຂໍຊົມເຊີຍຄວາມຮັບຜິດຊອບສູງ, ສີມືທີ່ເປັນວິຊາຊີບປານິດລະດັບສູງ, ເຫັນຄວາມຍິ່ງໃຫຍ່ຂອງໂຄງການ ແລະ ເຫັນດ້ານຄຸນນະພາບທີ່ມີສິລະປະກຳສະຖາປັດຕະຍະກຳທີ່ສູງຂອງສະຫາຍ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ອີກບໍ່ດົນປະເທດລາວ, ປະຊາຊົນລາວ, ສະມາຊິກສະພາແຫ່ງຊາດລາວ ຈະໄດ້ຫໍສະພາແຫ່ງຊາດສວຍສົດງົດງາມ, ສະຫງ່າລາສີ ແລະ ຈະກາຍເປັນມໍລະດົກຕົກທອດໃຫ້ລູກໃຫ້ຫຼານລາວ ຈະຖືວ່າອັນນີ້ເປັນໄດ້ມາຈາກນ້ຳໃຈອັນເຫຼື້ອມໃສຂອງພັກ, ລັດ, ປະຊາຊົນ ຫວຽດນາມ ທຸກໆໝາກຫົວໃຈ."

(ສຽງຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸສິດ)

        ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ຖືວ່າ ເຖິງວ່າຫວຽດນາມ ກໍ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍນ້ຳໃຈຖານສະຫາຍອ້າຍນ້ອງ, ຫວຽດນາມ ໄດ້ແບ່ງປັນແຫຼ່ງກຳລັງໜູນຊ່ວຍພັກ, ລັດ ແລະ ປະຊາຊົນລາວ ເພື່ອກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ດ້ວຍມູນຄ່າການລົງທຶນ ສູງ. ເລື່ອງກໍ່ສ້າງກິດຈະກຳດັ່ງກ່າວແມ່ມມີຄວາມໝາຍສຳຄັນຍິ່ງ ເຊິ່ງໄດ້ຮັບການກໍ່ສ້າງໃນຈຸດເວລາທີ່ທັງ 2 ປະເທດພວມສຸມທຸກແຫຼ່ງກຳລັງເພື່ອຕ້ານການແຜ່ລະບາດຂອງໂລກລະບາດໂຄວິດ-19. ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈເປັນຢ່າງສູງຂອງທັງ 2 ຝ່າຍ, ກິດຈະກຳຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ຖືກນຳເຂົ້າຮັບໃຊ້ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດລາວ ຊຸດທີ IX ໃນເດືອນ ມີນາ ຜ່ານມາ:

"ອັນພິເສດທີ່ສຸດແມ່ນວ່າຝ່າຍທາງຫວຽດນາມ ເອງກໍ່ມີຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ດ້ວຍມິດຈິດມິດໃຈຖານອ້າຍນ້ອງສະຫາຍນ້ຳກັນ ຈຶ່ງໄດ້ບິແບ່ງທຶນຮອນຊ່ວຍພັກ, ລັດ, ປະຊາຊົນລາວ ພວກຂ້າພະເຈົ້າເພື່ອປຸກສ້າງ ຫໍສະພາແຫ່ງຊາດຫຼັງໃໝ່ທີ່ເປັນຕຶກທີ່ມີມູນຄ່າສູງ ໂຄງການນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດທີ່ພັກ, ລັດ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມອບໃຫ້ແກ່ພັກ, ລັດ, ປະຊາຊົນ ພວກຂ້າພະເຈົ້າ ເປັນໂຄງການທີ່ມີຄວາມໝາຍສຳຄັນເປັນສັນຍາລັກ, ຕົວແບບຄວາມສາມັກຕີແບບພິເສດທີ່ມີຊີວິດຊີວາລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ  - ລາວ. ຫໍສະພາແຫ່ງຊາດ ລາວ ຫຼັງນີ້ ມີຄວາມໂອ້ໂຖງ, ມີຄວາມສະຫງ່າ, ມີຄຸນນະພາບທາງດ້ານສິລະປະກຳ, ສະຖາປັດຕະຍະກຳ ແລະ ມີຄວາມສວຍສົດງົດງາມທີ່ໂດດເດັ່ນຕາມມາດຕະຖານເຕັກນິກທີ່ທັນສະໄໝ ແລະ ການອອກແບບ ແລະ ການກໍ່ສ້າງ, ມີຄວາມງົດງາມດ້ວຍເອກະລັກວັດທະນະທຳ ແລະ ສະຖາປັດຕະຍະກຳແບບ ລາວ ແທ້ໆຢູ່ໃນນະຄອນຫຼວງວຽງຈັນເວົ້າສະເພາະ ກໍ່ບໍ່ທັນມີຕຶກໃດທີ່ງົດງາມຄືແນວນີ້, ທັນສະໄໝຄືແນວນີ້, ຖືວ່ານີ້ກໍ່ເປັນກໍ່ແມ່ນມິດຈິດມິດໃຈທີ່ຫາຍາກຂອງພັກ, ລັດ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມອບເປັນຂອງຂວັນໃຫ້ແກ່ພັກ, ລັດ, ປະຊາຊົນ ລາວ ພວກຂ້າພະເຈົ້າດ້ວຍ ມິດຈິດມິດໃຈຈິງໃຈແທ້ໆ ແລະ ຫໍສະພາແຫ່ງຊາດຈະປະກອບສ່ວນໃນການຍົກສູງບົດບາດ ແລະ ຄຸນນະພາບຂອງສະພາແຫ່ງຊາດ ແລະ ການປະຕິບັດໜ້າທີ່ຂອງຕົນທັງໃນການເຄື່ອນໄຫວພາຍໃນເວທີພາກພື້ນສາກົນ."

(ສຽງຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ)

        ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ເປີດ ແລະ ມອບຮັບໃນການຢ້ຽມຢາມລາວ ຂອງ ທ່ານປະທານປະເທດ ຫງວຽນຊວັນຟຸກ ຄັ້ງນີ້ ແມ່ນສິ່ງທີ່ພິສູດຢ່າງມີຊີວິດຊີວາ ແລະ ແມ່ນການກະທຳຢ່າງລະອຽດເພື່ອປະກອບສ່ວນສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ. ເປັນຂີດໝາຍພັດທະນາໃໝ່ໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ