ເພີ່ມພູມພູມປັນຍາຫວຽດ ເພື່ອໃຫ້ຫວຽດນາມ ບິນຂຶ້ນ

(VOVWORLD) -ໃນໄລຍະ 1 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດໂລກ, ມີວິສາຫະກິດເຕັກໂນໂລຊີ 13.000 ແຫ່ງໄດ້ຮັບການສ້າງຕັ້ງໃໝ່, ເທົ່າກັບລະດັບເພີ່ມຂຶ້ນເກືອບ 30% ຂອງໄລຍະ 30 ປີກ່ອນນີ້.
ເພີ່ມພູມພູມປັນຍາຫວຽດ ເພື່ອໃຫ້ຫວຽດນາມ ບິນຂຶ້ນ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ
(ພາບ: MPI)

ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຂອງຫວຽດນາມ ແມ່ນ: “ຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ: ເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝນີ້, ລາຍຮັບປານກາງສູງ; ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ: ກາຍເປັນປະເທດພັດທະນາ, ມີລາຍຮັບສູງ”. ນີ້ແມ່ນຄວາມຄາດຫວັງ, ແມ່ນເປົ້າໝາຍເພື່ອໃຫ້ຊາດຫວຽດນາມ ບືນຕົວຂຶ້ນ. ບົນເສັ້ນທາງໄປເຖິງເປົ້າໝາຍນັ້ນ, ຫວຽດນາມ ໄດ້ ແລະ ພວມສຸມໃສ່ຂຸດຄົ້ນພູມປັນຍາ, ແຫຼ່ງຊັບພະຍາກອນທີ່ອຸດົມສົມບູນເພື່ອໃຫ້ຫວຽດນາມ ບິນຂຶ້ນ.

        ໃນໄລຍະ 20 ປີມານີ້, ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ, ການປ່ຽນແປງໃໝ່ປະດິດຄິດສ້າງໄດ້ສວມບົດບາດເປັນກຳລັງໜູນສຳຄັນສຳລັບການເພີ່ມສະມັດຕະພາບ, ປະສິດທິຜົນ, ການເຕີບໂຕ ແລະ ກຳລັງແກ່ງແຍ້ງແຫ່ງຊາດໃນໄລຍະຍາວ. ຍ້ອນເຫດນີ້, ການປ່ຽນໃໝ່ປະດິດຄິດສ້າງໄດ້ກາຍເປັນ “ກຸນແຈຂອງຜົນສຳເລັດ” ແລະ ແມ່ນໜຶ່ງໃນບັນດາ “ທ່ວງທ່າສະດວກ” ສຳຄັນທີ່ສຸດໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມຂອງສ່ວນຫຼາຍປະເທດ ແລະ ເຂດແຄ້ວນ.

ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງແຫຼ່ງຊັບພະຍາກອນປັນຍາຊົນຫວຽດນາມ

        ເພື່ອປະຕິບັດໄດ້ເປົ້າໝາຍຄວບຄູ່, ຄວາມຄາດຫວັງດັ່ງກ່າວ ຫວຽດນາມ ຕ້ອງອີງໃສ່ປັນຍາຊົນ, ວິທະຍາສາດເຕັກໂນໂລຊີ ແລະ ພິເສດແມ່ນການປ່ຽນແປງໃໝ່ປະດິດຄິດສ້າງ. ນີ້ແມ່ນປັດໄຈພາຍໃນປະເທດທີ່ສຳຄັນຂອງການເຕີບໂຕ. ຍ້ອນມີເຕັກໂນໂລຊີໃໝ່, ພ້ອມກັບແຫຼ່ງປັນຍາຊົນໝຸ່ມທີ່ເໝາະສົມ (ມີຄວາມສາມາດນຳໃຊ້, ຄວບຄຸມ ແລະ ປະດິດຄິດສ້າງເຕັກໂນໂລຊີໃໝ່) ແມ່ນປັດໄຈຕັດສິນໃຫ້ແກ່ການເຕີບໂຕໃນໄລຍະຍາວ, ແມ່ນກຸນແຈເພື່ອໃຫ້ຫວຽດນາມ ບຸກທະລຸໃນການພັດທະນາ, ຫຼຸດພົ້ນອອກຈາກລະດັບລາຍຮັບປານກາງ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ, ເນັ້ນໜັກວ່າ.

        “ມະຕິຂອງກົມການເມືອງ ໄດ້ຢືນຢັນວ່າ, ພັດທະນາລະບົບປ່ຽນແປງໃໝ່ປະດິດຄິດສ້າງ ຖືວິສາຫະກິດແມ່ນໃຈກາງ, ມະຫາວິທະຍາໄລແມ່ນເຈົ້າກຳເພື່ອຄົ້ນຄວ້າຂະແໜງ. ໂດຍໄດ້ປະຕິບັດແຜນນະໂຍບາຍນັ້ນ, ກະຊວງແຜນການ ແລະ ການລົງທຶນ ໄດ້ ແລະ ພວມແຜ່ຂະຫຍາຍຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງໃນທຸກການເຄື່ອນໄຫວຂອງປະຊາຊົນ, ວິສາຫະກິດຢ່າງບໍ່ຢຸດຢັ້ງ, ຖືນັກທຸລະກິດມີຫົວຄິດປະດິດສ້າງໃນການຄົ້ນຄວ້າ, ຜະລິດ, ຊຸກຍູ້ການຮ່ວມສຳພັນ ຈາກສະພາບຕົວຈິງຂອງວິສາຫະກິດກັບບັນດາສະຖາບັນຄົ້ນຄວ້າ, ໂຮງຮຽນ, ພ້ອມກັນນັ້ນ ກໍ່ປຸກລຸກຄວາມຄາດຫວັງອຸທິດສ່ວນ ແລະ ປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງໃນປະຊາຊົນ, ວິສາຫະກິດ, ພິເສດແມ່ນຂອງຊາວໜຸ່ມ ແລະ ໄວໜຸ່ມຫວຽດນາມ”.

ເພີ່ມພູມພູມປັນຍາຫວຽດ ເພື່ອໃຫ້ຫວຽດນາມ ບິນຂຶ້ນ - ảnh 2ທ່ານປະລິນຍາເອກ ຫງວຽນແມ້ງຮຸ່ງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ Thai Ha Books
(ພາບ: nhadautu.vn)

ພູມປັນຍາຊາວຫວຽດນາມ ແມ່ນກຳລັງແຮງ ແລະ ແມ່ນຊັບສົມບັດອັນລ້ຳຄ່າເພື່ອໃຫ້ຫວຽດນາມ ພັດທະນາ

        ໃນໄລຍະ 1 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດໂລກ, ມີວິສາຫະກິດເຕັກໂນໂລຊີ 13.000 ແຫ່ງໄດ້ຮັບການສ້າງຕັ້ງໃໝ່, ເທົ່າກັບລະດັບເພີ່ມຂຶ້ນເກືອບ 30% ຂອງໄລຍະ 30 ປີກ່ອນນີ້. ສະເພາະຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານໄດ້ນຳໃຊ້ຜູ້ອອກແຮງງານກວ່າ 1 ລ້ານຄົນ, ປະກອບເຂົ້າ GDP ກວ່າ 14% ແລະ ບັນລຸອັດຕາສົ່ງອອກຂອງທົ່ວປະເທດເກືອບ 40%. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ເປັນເຈົ້າຂອງເຕັກໂນໂລຊີ, ຜະລິດເຄື່ອງອຸປະກອນເຕັກໂນໂລຊີ 5G ສຳເລັດ… ຊ່ວຍນຳຫວຽດນາມ ເຂົ້າໃກ້ກັບບັນດາປະເທດມະຫາອຳນາດກ່ຽວກັບລະດັບຄວາມປອດໄພທາງເຄືອຂ່າຍອີນເຕີແນັດກວ່າ, ດ້ວຍບັນດາຜະລິດຕະພັນເຕັກໂນໂລຊີສູງທີ່ໄດ້ສົ່ງອອກໄປຍັງອາເມລິກາ. ການເຕີບໃຫຍ່ຂອງບັນດາວິສາຫະກິດເຕັກໂນໂລຊີດີຈີຕອນ ກໍ່ເຫັນໄດ້ຢູ່ວິວັດທະນາການສ້າງຕັ້ງສະພາບເປັນປົກກະຕິຄືນໃໝ່ຂອງການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19, ມີເກືອບ 40 ພື້ນຖານຫັນເປັນດີຈີຕອນໄດ້ເປີດຕົວ ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ການສະກັດກັ້ນໂລກລະບາດເທົ່ານັ້ນ, ຫາກນັບທັງວິວັດທະການພັດທະນາເສດຖະກິດສັງຄົມອີກດ້ວຍ. ນັ້ນແມ່ນບັນດາໝາກຜົນຂອງການຫັນເປັນດີຈີຕອນຂອງຊາວຫວຽດນາມ ມັນສະແດງໃຫ້ເຫັນການເຂົ້າຮ່ວມຢ່າງໄວຂອງບັນດາວິສາຫະກິດຫວຽດນາມ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຫວຽດນາມ ຍັງນອນໃນກຸ່ມ 6 ປະເທດພັດທະນາເຕັກໂນໂລຊີໃນໂລກ ທີ່ມີພື້ນຖານ 5G ດ້ວຍເຕັກນິກໃໝ່, ເຕັກໂນໂລຊີໃໝ່… ຜ່ານນັ້ນ, ອີກຄັ້ງໜຶ່ງໄດ້ເປັນການພິສູດໃຫ້ເຫັນພູມປັນຍາຂອງຊາວຫວຽດນາມ ຈຶ່ງແມ່ນກຳລັງແຮງ ແລະ ຊັບສົນບັດທີ່ລ້ຳຄ່າ, ແມ່ນກຳລັງໜູນເພື່ອໃຫ້ຫວຽດນາມ ພັດທະນາ. ທ່ານປະລິນຍາເອກ ຫງວຽນແມ້ງຮຸ່ງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ Thai Ha Books, ໃຫ້ຮູ້ວ່າ.

        “ຫວຽດນາມ ຕ້ອງຖືນີ້ແມ່ນກາລະໂອກາດໜຶ່ງດຽວ ຍ້ອນການປະຕິວັດອຸດສາຫະກຳຄັ້ງທີ 1,2,3 ຂອງພວກເຮົາແມ່ນຊ້າກວ່າໂລກ 20-30 ປີແລ້ວ. ສະນັ້ນ, ການປະຕິວັດອຸດສາຫະກຳຄັ້ງທີ 4 ກ່ຽວກັບການຫັນເປັນດີຈີຕອນແມ່ນກາລະໂອກາດປະຫວັດສາດໜຶ່ງດຽວຈະບໍ່ມີອີກ ເພື່ອໃຫ້ຫວຽດນາມ ທຽບເທົ່າກັບບັນດາປະເທດມະຫາອຳນາດ. ຍ້ອນເຫດນັ້ນ, ນີ້ແມ່ນກາລະໂອກາດໃຫ້ແກ່ຫວຽດນາມ, ໃຫ້ແກ່ພູມປັນຍາຫວຽດນາມ ອຸທິດສ່ວນໃຫ້ບັນດາແນວຄວາມຄິດປະດິດຄິດສ້າງ. ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງຖະແຫຼງຂ່າວ ແລະ ສື່ສານພຶ້ມກັບວິສາຫະກິດຫວຽດນາມ ໄດ້ເຂົ້າຮ່ວມເພື່ອໃຫ້ຫວຽດນາມ ສາມາດໄປທຽບທັນ”.

        ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ນີ້, ຫວຽດນາມ ບັນລຸຜົນສຳເລັດໃນເບື້ອງຕົ້ນ. ໃນນັ້ນ, ປັດໄຈແກ່ນສານແມ່ນລັດຖະບານເຫັນໄດ້ການຫັນເປັນດີຈີຕອນແມ່ນໂອກາດທອງ. ນັບແຕ່ຕົ້ນປີ, ລັດຖະບານກໍ່ຄືບັນດາກະຊວງ, ຂະແໜງການໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນຫວຽດນາມ ທຸກຊັ້ນວັນນະໄດ້ເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0 ຜ່ານນັ້ນໄດ້ລະດົມເຂົາເຈົ້ານຳໃຊ້, ເສີມຂະຫຍາຍທ່າອ່ຽງຂອງການປະຕິວັດອຸດສາຫະກຳ 4.0, ຄົ້ນຄວ້າ, ຜະລິດອອກບັນດາຜະລິດຕະພັນທີ່ມີຄວາມສາມາດນຳໃຊ້ສູງ, ຊຸກຍູ້ການເພີ່ມສະມັດຕະພາບການອອກແຮງງານ, ມີຄຸນນະພາບ ແລະ ກຳລັງແກ່ງແຍ້ງສູງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ