ເພີ່ມມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ

ວັນ​ທີ 21/3, ປະທານາທິບໍດີປະ​ເທດ​ສາທາລະນະ​ລັດ​ຈີ​ເລ Sebastian Pinera Echennique ​ໄດ້​ເລີ່​ມດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ 2 ວັນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ການ​ຢ້ຽມຢາມຄັ້ງນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ສອງ​ປະ​ເທດ​ແລກປ່ຽນ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ​ ​ເພື່ອເພີ່ມ​ທະວີ​ການ​ພົວພັນ​ຄ່ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ຈີ​ເລ ​ໃນ​ທຸກໆ​ຂົງ​ເຂດ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ເພີ່ມມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ - ảnh 1

ພິທີ​ລົງ​ນາມ​ FTA ລະຫວ່າງຫວຽດນາມ ​ແລະ ຈີ​ເລ ​

(ພາບ:thesaigontimes.vn)

​   ເຖິງ​ວ່າ​​ພູມ​ມີ​ສັນຖານຂອງ​ສອງ​ປະ​ເທດຢູ່ຫ່າງ​ໄກ​ກັນ​​ກໍ່ຕາມ ​ແຕ່​ຫວຽດນາມ ​ແລະ ຈີ​ເລ ມີ​ການ​ພົວພັນ​ອັນ​ຈົບງາມ, ອີງ​ບົນ​ພື້ນຖານ​ດ້ານ​ປະຫວັດສາດ​ພິ​ເສດ. ​ໃນ​ໄລຍະທີ່​ປະ​ເທດ​ຫວຽດນາມ ທຳ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຂະ​ບວນການສາມັກຄີ ​ແລະ ສະໜັບສະໜູນ​ຫວຽດນາມ ​ໄດ້​ຂະຫຍາຍຕົວຢ່າງ​ແຮງ​ຢູ່ ຈີ​ເລ. ​ໃນຂະນະ​ທີ່ການ​ຕໍ່ຕ້ານຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ພາບ​ເປັນ​ເອກະ​ລາດ ຂອງ​ປະຊາຊົນ​ຫວຽດນາມ ພວມ​ຢູ່​ໃນ​ໄລຍະ​ດຸ​ເດືອດ​ທີ່​ສຸດ​ນັ້ນ, ຈີ​ເລ ​ໄດ້​ກາຍ​ເປັນ​ປະ​ເທດ​ທີ 2 ຢູ່​ອາ​ເມ​ລິ​ກາລາ​ຕິນ, ຖັດຈາກ ກູ​ຍບາ ​ທີ່ໄດ້​ສ້າງສາຍ​ພົວພັນທາງ​ການ​ທູດ​ກັບ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ເຫດການ​ດັ່ງກ່າວ​ໄດ້​ເປີດ​ໜ້າ​ປະຫວັດສາດໃໝ່​​ໃຫ້​ແກ່​ການ​ພົວພັນ​ລະຫວ່າງຫວຽດນາມ ​ແລະ ຈີ​ເລ. ປີ 1990, ຫວຽດນາມ ​ແລະ ຈີ​ເລ ​ໄດ້​ສ້າງສາຍ​ພົວພັນທາງ​ການ​ທູດ​​ໃນ​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ຢ່າງ​ເປັນ​ທາງ​ການ ​ແລະ ນັບ​ແຕ່​ນັ້ນມາ​, ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ. ທ່ານ Fernando Urrutina, ​ເອກ​ອັກຄະ​ລັດຖະທູດ​ຈີ​ເລ ປະຈຳ​ຫວຽດນາມ ຖື​ວ່າ:

    “ຈີ​ເລ​ ບໍ່​ພຽງ​ແຕ່​ແມ່ນ 1 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ທຳ​ອິດ​ຢູ່​ທະວີ​ບ ອາ​ເມ​ລິ​ກາ​ລາ​ຕິນ ​ໄດ້​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ ​ຄື​ໃນ​ວັນ​ທີ 25/31971 ​ເທົ່າ​ນັ້ນ, ຫາກໃນ​ຕະຫຼອດ 40 ທີ່ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ພັດທະນາ​ຢ່າງ​​ແຂງແຮງ. ການ​ພົວພັນ​ອັນ​ດີງາມ​ໃນ​ອະດີດຕະການ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ​ແລະ ຈີ​ເລ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື, ​ເພື່ອ​ຄວາມ​ຈະ​ເລີ​ນຮູ່​ງເຮືອງ​ຢູ່​ແຕ່ລະ​ປະ​ເທດ“

ເພີ່ມມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ - ảnh 2

ສະຖານທູດ​ຫວຽດນາມ ​ປະຈຳ​ ຈີ​ເລ ລະນຶກ 40 ປີ​

ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ

(ພາບ:socongthuong.danang.gov.vn )

​   ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະກັນ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາລື ​ແລະ ກຳນົດ​ທິດ​ທາງ​ການ​ຮ່ວມ​ມື. ສອງ​ປະ​ເທດ​ມີ​ຈຸດ​ຄ້າຍຄື​ກັນ​ຫຼາຍ​ຢ່າງ ຊື່​ງສາມາດ​ຮ່ວມ​ມື​ນຳ​ກັນ​ໄດ້​ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ໂດຍ​ສະ​ເພາະ​ແມ່ນ​​ໃນບັນດາ​ຂົງ​ເຂດພັດທະນາ​ການ​ຂຸດ​ຄົ້ນ​​ແຮ່​ທາດ, ວິທະຍາສາດ-​ເຕັກນິກ, ກະສິກຳ, ການ​ສຶກສາ… ຈີ​ເລ ​ໄດ້​ຖື​ການ​ພົວພັນ​ກັບ​ຫວຽດນາມ ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ໃນ​ການ​ພົວພັນ​ກັບ​ຫວຽດນາມ. ຈີ​ເລ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ໃໝ່​ເຂົ້າ​ໃນ​ຂົງ​ເຂດຂຸດ​ຄົ້ນ​​ແຮ່​ທາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ດ້ວຍ​ບັນດາ​ບົດຮຽນ ​ແລະ ຜົນງານ​ໃນ​ຂົງ​ເຂດ​ກະສິກຳ, ຈີ​ເລ ກໍ​ສາມາດ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສົ່ງ​ອອກ​ໝາກ​ໄມ້ ​ແລະ ອຸດສາຫະກຳ​ສະບຽງ​ອາຫານ…. ຫວຽດນາມ ​ຖືການ​ພົວພັນ​ຮ່ວມ​ມື​ກັບ​ຈີ​ເລ ​ເປັນ​ສຳຄັນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຈີ​ເລ​ ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ. ການ​ນຳ​ຫວຽດນາມ​ ໄດ້​ຖະ​ແຫຼ​ງ​ເປັນ​ຫຼາຍ​ເທື່ອ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່ ​ເພື່ອ​ໃຫ້​ຈີ​ເລ ພັດທະນາ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກົງກັນຂ້າມ, ຈີ​ເລ ກໍ​ມີ​ຄວາມ​ຫວັງວ່າ ຫວຽດນາມ​ ຈະ​ແມ່ນຂົວ​ເຊື່ອມ​ຕໍ່​ ເພື່ອ​ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ຈີ​ເລ ​ສົ່ງ​ໄປ​ຍັງຕະຫຼາດ​ແຫ່ງ​ອື່ນໆ​ຢູ່ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Fernando Urrutina, ​ເອກ​ອັກຄະ​ລັດຖະທູດ​ຈີ​ເລ ປະຈຳ​ຫວຽດນາມ ​ໄດ້​ເວົ້າ​ວ່າ:

   “​ໂດຍ​ແມ່ນ​ຕະຫຼາດ​ແຫ່ງ​ໜື່ງດ້ວຍ​ພົນລະ​ເມືອງ 17 ລ້ານ​ຄົນ, ລາຍ​ຮັບ​ສະ​ເລັຍຕໍ່​ຫົວ​ຄົນ​ແມ່ນ 14.000 USD/ປີນັ້ນ, ຈີ​ເລ ບໍ່​ພຽງ​ແຕ່​ແມ່ນ​ຕະຫຼາດ​ນຳ​ເຂົ້າບັນດາ​ຜະລິດ​ຕະພັນ, ສິນຄ້າ​ຂອງ​ຫວຽດນາມ ​ໃນຈຳ​ນວນຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ຕໍ່​ເພື່ອ​ສົ່ງສິນຄ້າ​ຂອງ​ຫວຽດນາມ ​ໄປ​ຂາຍ​ຢູ່​ທັງ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນທີ່​ກ້ວາງ​ໃຫ່ຍອີກ​ດ້ວຍ. ນອກຈາ​ກນັ້ນ​ແລ້ວ, ສອງ​ປະ​ເທດ​ກໍ່​ພວມ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ຂອບ​ເຂດ​ສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​​ເຂດປາຊີ​ຟິກ. ຄຽງ​ຂ້າງ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ, ພວກ​ເຮົາ​ສາມາດ ​ແລະ ຄວນ​ຊຸກຍູ້​ການ​ພົວພັນ​ດ້ານ​ວັດທະນະທຳ ​ແລະ ນ້ຳ​ໃຈ​ມິດຕະພາບ​ຕື່ມ​ອີກ“

  ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ແລະ ຈີ​ເລ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​​ໃນ​ບັນດາ​ຂົງ​ເຂດການ​ເມືອງ-​ການ​ທູດ, ​ເສດຖະກິດ-​ການ​ຄ້າ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການທ່ອງທ່ຽວ...ເກືອບ 20 ສະບັບ​ແລ້ວ ຊື່​ງ​ໄດ້​ເປັນ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ວ່ອງໄວ, ຈາກ 18 ລ້ານ USD ​ໃນ​ປີ 2000 ຂຶ້ນ​ເປັນ 500  ລ້ານ USD ​ໃນ​ປີ 2011. ປີ 2007, ຈີ​ເລ ​ໄດ້​ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຢູ່​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ພິ​ເສດ​, ​ໃນ​ວັນ​ທີ 11/11/2011, ຫວຽດນາມ ​ແລະ ຈີ​ເລ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ຢ່າງ​ເປັນ​ທາງ​ການ ພາຍຫລັງດຳ​ເນີນ​ການເຈລະຈາ 8 ຮອບ​​ໃນ​ເວລາ 3 ປີ. ​ເມື່ອ FTA ມີ​ຜົນ​ສັກ​ສິດ, ຈີ​ເລ ສາມາດ ສົ່ງ​ຊີ້ນ​ໝູ, ໝາກ​ໄມ້, ນ້ຳໝາກ​ໄມ້ ​ໄປ​ຂາຍ​ຢູ່​ຫວຽດນາມ ດ້ວຍ​ອັດຕາ​ພາສີ​​ບຸລິມະສິດ ​ແລະ ຫວຽດນາມ ກໍ່ສາມາດ​ສົ່ງ​ເກີບ, ​ເຂົ້າສານ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍີບ, ກາ​ເຟ… ​ໄປ​ຈີ​ເລ ດ້ວຍ​ອັດຕາ​ພາສີ​​ຕ່ຳ.

   ຫວຽດນາມ ​ແລະ ຈີ​ເລ ມີ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ເຄີຍ​ສະ​ຫນັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ. ປະຊາຊົນ​ສອງ​ປະ​ເທດລ້ວນ​ແຕ່​ຮັກຫອມ​ສັນຕິພາບ, ​ເອກະລາດ, ​ເສລີພາບ. ຈີ​ເລ ​ເຄີຍລະດົມກຳລັງ​ໃຈ ​ແລະ ສະໜັບສະໜູນ​ການ​ຕໍ່ສູ້​ອັນຊອບ​ທຳ ​ເພື່ອຍາດ​ເອົາ​​ເອກະລາດ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ປະຈຸ​ບັນ, ປະຊາຊົນ​ຈີ​ເລ ສືບ​ຕໍ່​ສະໜັບສະໜູນ​ພາລະກິດ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ຢ່າງ​ແຮງ. ສ່ວນ​ຫວຽດນາມ ​ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ໃຫ້​ຈີ​ເລ ນັບ​ມື້​ນັບ​ມີ​ການພັດທະນາ​ກ່ວາ​ອີ​ກ. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້ການ​ຢ້ຽມຢາມ​ຫວຽດນາມ ​ຂອງປະທານາທິບໍດີ Sebastian Pinera Echennique ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ນຳ​ສາຍ​ພົວພັນ “ຄູ່​ຮ່ວມ​ມື​ຮອບດ້ານ“ ລະຫວ່າງ​ຫວຽດນາມ-​ຈີ​ເລ ພັດທະນາ​ກ່ວາ​ອີກ ຕາມ​ທິດ​ແທດ​ຈິງ ​ແລະ ມີ​ປະ​ສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ