ເພີ່ມສະມັດຕະພາບບັນດາປັດໄຈສັງລວມ ຕອບສະໜອງການເຊື່ອມໂຍງເຂົ້າກັບສາກົນ

ໃນ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ຊຶ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ​ໄດ້​ວາງ​ອອກ, ຄາດ​ໝາຍ​ການ​ເຕີບ​ໂຕ​ດ້ານ​ສະ​ມັດ​ຕະ​ພາບ​ບັນ​ດາ​ປັດ​ໄຈ​ສັງ​ລວມ​ໄດ້​ຮັບ​ການ​ກຳ​ນົດ​ຢູ່​ໃນ​ລະ​ດັບ​ແຕ່ 30% - 35% ໃນ​ປີ 2020. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ຫຍຸ້ງຍາກ​ແຕ່ຈະສາ​ມາດ​ປະ​ຕິ​ບັດ​ໄດ້, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາ​ມ​ພວມ​ຕັ້ງ​ໜ້າ​ກະ​ກຽມ​​ເຊື່ອ​ມ​ໂຍງ​ເຂົາ​ກັບ​ສາ​ກົນ ຂະ​ນະ​ທີ່​ສັນ​ຍາ​ຄູ່​ຮ່ວມ​ມືຂ້າມ​ປາ​ຊີ​ຟິກ TPP ມີ​ຜົນ​ສັກ​ສິດ.

ເພີ່ມສະມັດຕະພາບບັນດາປັດໄຈສັງລວມ ຕອບສະໜອງການເຊື່ອມໂຍງເຂົ້າກັບສາກົນ - ảnh 1
​ທ່ານ​ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ

        ບໍ່​ເຊັ່ນ​ດຽວ​ກັນ​ກັບ​ສະ​ມັດ​ຕະ​ພາບການ​ອອກ​ແຮງ​ງານ, ​ສະ​ມັດ​ຕະ​ພາບ​ບັນ​ດາ​ປັດ​ໄຈ​ສັງ​ລວມ( ເອີ້ນ​ຫຍໍ້​ວ່າ : TFP) ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ປັດ​ໄຈ​ເຊັ່ນ: ລະ​ດັບ​ຄວາມ​ຮູ້, ບົດ​ຮຽນ, ປະ​ສັບ​ການ, ທັກ​ສະ​ການ​ອອກ​ແຮງ​ງານ, ຄຸນ​ນະ​ພາບ​ເງິນ​ລົງ​ທຶນ, ສິນ​ຄ້າ​ການ​ບໍ​ລິ​ການ, ທັກ​ສະ​ການ​ຄຸ້ມ​ຄອງ…ນີ້​ແມ່ນ​ຂົງ​ເຂດ​ທີ່ບໍ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ. ໃນ​ປີ 2010, TFP ຂອງ​ຫວຽດ​ນາມ​ຖືກ​ລົບ, ລົງເຫຼືອ​ພຽງ 0,27%.

     ເປົ້າ​ໝາຍ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້

  ຕາມ​ທ່ານ​ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ​ແລ້ວ, ໃນ​ປີ 2011, TFP ໄດ້​ເລີ່ມ​ມີ​ການ​ເຕີບ​ໂຕ ແລະ ສະ​ຖຽນ​ລະ​ພາບ. ຄິດ​ສະ​ເລ່ຍ​ໄລ​ຍະ 2011-2014, ລະ​ດັບ​ເພີ່ມ​ຂອງ TFP ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປະ​ມານ 26%. ເມື່ອ​ມີ​ການ​ເຕີບ​ໂຕ TFP, ຈະ​ຊຸກ​ຍູ້​ການ​ເຕີບ​ໂຕ GDP ໂດຍບໍ່​ອາ​ໄສຫຼາຍ​ຕໍ່​ການ​ເພີ່ມ​ເງິນ​ລົງ​ທຶນ, ຈຳ​ນວນ​ແຮງ​ງານ, ກໍ​ຄື​ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ດ້ວຍ​ທ່າ​ດີນີ້, ການ​ກະ​ຕຸ້ນ​ການ​ເຕີບ​ໂຕ TFP ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກຫຼາຍ​ປະ​ເທດ​ເມື່ອ​ມຸ່ງ​ໄປ​ສູ່​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ, ໃນ​ນັ້ນ ມີ​ຫວຽ​ດ​ນາມ. ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ​ໄດ້​ວາງເປົ້າ​ໝາຍ​ເຖິງ​ປີ 2020, ຮັບ​ຮອງ​ເອົາ ​​ປັດ​ໄຈສະ​ມັດ​ຕະ​ພາບ​ສັງ​ລວມ TFP, ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຈະ​ປະ​ກອບ​ສ່ວນ​ປະ​ມານ 35% ມູນ​ຄ່າ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ທ່ານ​ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເປົ້າ​ໝາຍນີ້ ອາດ​ສາ​ມາດ​ປະ​ຕິ​ບັດ​ໄດ້. ເພາະ​ປີ​ກາຍ, ຕາມ​ການ​ຄິດ​ໄລ່​ໃນ​ເບື້ອງ​ຕົ້ນ, TFP ໄດ້​ບັນ​ລຸກວ່າ 34%. ປີນີ້, ຄາດ​ຄະ​ເນ​ວ່າ ອາດ​ຈະ​ບັນ​ລຸ​ເກືອບ 39%. ທັງ​ໄລ​ຍະ 2011-2020, ພວກ​ເຮົາ​ຄິດ​ສະ​ເລ່ຍ TFP ຈະ​ຕົກ​ຢູ່​ໃນ​ປະ​ມານ 30-35% ແມ່ນ​ດີ​ແລ້ວ, ເພາະ​ໃນ 2-3 ປີ​ທຳ​ອິດ, TFPຍັງ​ຕ່ຳ​ກ່ວ​າ 20%. ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຄື​ໃນ​ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ TFP ຈະ​ເພີ່ມ​ຂຶ້ນ​ອີກ​ໃນ​ຊຸມ​ປີ​ຕໍ່ໆ​ໄປ ເພື່ອ​ສາ​ມາດ​ບັນ​ລຸ​ລະ​ດັບ​ສະ​ເລ່ຍ 10 ປີ ຫຼາຍກວ່າ 35% ”

     ກາ​ລະ​ໂອ​ກາດ​ພ້ອມ​ກັບ​ສິ່ງ​ທ້າ​ທາຍ.

   ​ສະ​ມັດ​ຕະ​ພາບການ​ອອກ​ແຮງ​ງານ​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ລາຍ​ຮັບ​ຂອງ​ແຮງ​ງານ​ເພີ່ມ​ຂຶ້ນ. ໃນ​ທ່າ​ອຽງເຊື່ອ​ມ​ໂຍງ​ເຂົາ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ຄື​ໃນ​ປະ​ຈຸ​ບັນ, ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ TPP  ແລະ ປະ​ຊາ​ຄົມ​ເສດ​ຖະ​ກິດ​ຮ່ວມ​ອາ​ຊຽນ, ດ້ວຍ​ວິ​ໄສ​ທັດ​ຍາວ​ນານ ແລະ ສັງ​ລວມ, ເງິນ​ເດືອນ ແລະ ລາ​ຍ​ຮັບ​ຂອງ​ຜູ້​ອອກ​ແຮ​ງ​ງານ​ມີ​ທ່າ​ອຽງ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ແຕ່​ພ້ອມ​ກັບ​ບັນ​ດາ​ຜົນ​ກະ​ທົບ​ອັນ​ຕັ້ງ​ໜ້າ, ຊາວ​ຜູ້​ອອກ​ແຮ​ງານ, ເປັນ​ຕົ້ນ​ແມ່ນ​ຄົນ​ງານ​ດ້ວຍ​ຄ່າ​ຈ້າງ​ຖືກ, ຈະ​ຕ້ອງ​ແຂ່ງ​ຂັນ​ກັບ​ຖັນ​ແຖວ​ຄົນ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ. ການເຊື່ອ​ມ​ໂຍງ​ເຂົາ​ກັບ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕ້ອງ​ມີ​ຄວາມ​ສາ​ມາດ, ບັນ​ລ​ຸ​ມາດ​ຖານ. ນາງວູ້​ທິ​ຖາວ​ວີ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

   “ ນ້ອງ​ເຫັນ​ວ່າ ນີ້​ແມ່ນ​ໂອ​ກາດ​ທີ່​ດີຂອງ​ຫວຽດ​ນາມ ກໍ​ຄື​ສິ່ງ​ທ້າ​ທາຍ. ຖ້າ​ຫາກ​ຕັດ​ສິນ​ໃຈ, ປະ​ເທດ​ເຮົາ ແນ່ນ​ອນ​ຈະປະ​ຕິ​ບັດ​ໄດ້. ນ້ອງ​ຄິດ​ວ່າ ການ​ແຂ່ງ​ຂັນ​ດ້​ານ​ວຽກ​ເຮັດ​ງານ​ທ​ຳ ແລະ​ທາງ​ດ້ານ​ພາ​ສາ​ອັງ​ກິດນັ້ນ ແມ່ນ​ຕ້ອງ​ເລີ່ມ​ມາ​ຈາກ​ແຕ່​ລະ​ຄົນ​ເອງ ຊຶ່ງ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ. ເປັນ​ອັນ​ວ່າ ຄົນ​ລຸ່ນ​ໜຸ່ມ​ຕ້ອງ​ຝຶກ​ຝົນຫຼໍ່ຫຼອມເພື່ອ​ດີ​ຂຶ້ນ ເພື່ອ​ກາຍ​ເປັນ​ບັນ​ດາ​ຜູ້​ສາ​ມາດ​ປະ​ກອບ​ສ່ວນ​ໃຫ້​ແກ່ປະ​ເທດ​ຊາດ ”

    ເພື່ອບ​ັນ​ລຸ​ເປົ້າ​ໝ!ຍ​ການ​ເຕີບ​ໂຕ TFP, ຫວຽດ​ນາມ​ຍັງ​ວາງ​ອອກຫຼາຍ​ມາດ​ຕະ​ການ​ແກ້​ໄຂ​ເຊັ່ນ: ໜູນ​ຊ່ວຍ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ, ຈ້າງ​ຜູ້​ຊ່ຽວ​ຊານ, ລະ​ດົມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ສະ​ຖາ​ບັນ, ໂຮງ​ຮຽນ..ເພື່ອ​ເຄື່ອນ​ໄຫວ​ພ້ອມ​ກັບ​ວິ​ສາ​ຫະ​ກິດ. ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ພວມ​ພ້ອມ​ກັນ​ສົມ​ທົບ​ກັນ ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ. ໂຄງ​ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ​ໄລ​ຍະ 2 (2016 – 2020) ເພື່ອ​ແນ​ໃສ່​ສ້າງ 2.000 ມາດ​ຕະຖານ​ໃໝ່​ຂອງ​ລະ​ບົບ​ມາດ​ຕະ​ຖານແຫ່ງ​ຊາດເພື່ອ​ໃຫ້ກົມ​ກ່ຽວ​ກັບ​ມາດ​ຕະ​ຖານ​ພາກ​ພື້ນ ແລະ ສາ​ກົນ ແລະ ໜູນ​ຊ່ວຍ​ປ່ຽນ​ແປງ​ໃໝ່​ດ້​ານ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່ວິ​ສາ​ຫະ​ກິດ 60.000 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ