ເພື່ອຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ

(VOVWORLD) - ຈຳນວນສະມາຊິກສະພາປະຊາຊົນໄດ້ຮັບການເລືອກຕັ້ງຢູ່ແຕ່ລະຫົວໜ່ວຍບໍລິຫານ ຕ້ອງອີງໃສ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາກອນຂອງແຕ່ລະຫົວໜ່ວຍບໍລິຫານ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 2026 ຈະດຳເນີນໃນວັນທີ 23 ພຶດສະພາ 2021 ແມ່ນເຫດການການເມືອງສຳຄັນ ແລະ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ໂດຍຜ່ານການເລືອກຕັ້ງ, ເລືອກເອົາບັນດາຜູ້ແທນດີເດັ່ນ, ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທດຈິງ, ສົມເປັນຕົວແທນໃຫ້ປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ເຫດການສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຢູ່ບັນດາທ້ອງຖິ່ນ.

ເພື່ອຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ - ảnh 1ພາບປະກອບ

          ຕາມມະຕິເລກທີ 1185, ຍອດຈຳນວນຜູ້ແທນສະພາແຫ່ງຊາດຊຸດທີ XV ແມ່ນ 500 ທ່ານ. ມີໂຄງປະກອບທີ່ເໝາະສົມ, ເປັນຕົວແທນດີເດັ່ນທີ່ຕາງໜ້າໃຫ້ບັນດາຂະແໜງການ, ທຸກເພດ ແລະ ປະຊາຊົນທຸກຊັ້ນວັນນະ.

ຈຳນວນສະມາຊິກສະພາປະຊາຊົນໄດ້ຮັບການເລືອກຕັ້ງຢູ່ແຕ່ລະຫົວໜ່ວຍບໍລິຫານ ຕ້ອງອີງໃສ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາກອນຂອງແຕ່ລະຫົວໜ່ວຍບໍລິຫານ.

ຮັບປະກັນລັກສະນະປະຊາທິປະໄຕ

       ເພື່ອກະກຽມໃຫ້ແກ່ການເລືອກຕັ້ງ, ວັນທີ 20 ມິຖຸນາ 2020, ກົມການເມືອງໄດ້ປະກາດຄຳສັ່ງເລກທີ 45 ເຊິ່ງຮຽກຮ້ອງທັງລະບົບການເມືອງ ສຸມແຫຼ່ງກຳລັງ ເພື່ອກະກຽມບັນດາເງື່ອນໄຂຈຳເປັນ ເພື່ອຮັບປະກັນໃຫ້ການເລືອກຕັ້ງດຳເນີນໄປແບບປະຊາທິປະໄຕ, ສະເໝີພາບ, ຖືກກັບກົດໝາຍຢ່າງແທ້ຈິງ. ຕໍ່ຈາກນັ້ນ, ລັດຖະບານ, ຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາຂະແໜງການ, ທຸກຂັ້ນ ແລະ ບັນດາທ້ອງຖິ່ນ ໄດ້ຮີບເຮັ່ງປະກາດໃຊ້ແຜນການ, ແນະນຳ, ຈັດຕັ້ງຜັນຂະຫຍາຍວຽກງານເລືອກຕັ້ງ ໃຫ້ຖືກຂໍ້ກຳນົດ ແລະ ຄວາມຄືບໜ້າທີ່ໄດ້ວາງອອກ.

ໄລ່ຮອດວັນທີ 14 ມັງກອນ, ບັນດາອົງການທີ່ກ່ຽວຂ້ອງໄດ້ສຳເລັດວຽກງານປະກາດໃຊ້ບັນດາເອກະສານແນະນຳທີ່ກ່ຽວຂ້ອງເຖິງການເລືອກຕັ້ງ. ສະພາເລືອກຕັ້ງແຫ່ງຊາດໄດ້ປະກາດໃຊ້ແຜນການເລກທີ 42, ໃນນັ້ນ ຊີ້ແຈ້ງ 16 ຈຸດເວລາສຳຄັນໃນການເລືອກຕັ້ງຄັ້ງນີ້. ໂດຍອີງໃສ່ການກຳນົດຈຸດເວລາ, ມາຮອດປະຈຸບັນ, ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນ; ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ຂັ້ນຕາແສງໄດ້ຮັບການສ້າງຂຶ້ນ. ບັນດາທ້ອງຖິ່ນໄດ້ສົ່ງບັນຊີລາຍຊື່ສະຖານທີ່ເລືອກຕັ້ງຢູ່ທ້ອງຖິ່ນເຖິງສະພາເລືອກຕັ້ງແຫ່ງຊາດ.

63 ແຂວງ, ນະຄອນທັງໝົດໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຄັ້ງທີໜຶ່ງແລ້ວ. ຜ່ານກອງປະຊຸມດັ່ງກ່າວ, ຍອດຈຳນວນຜູ້ໄດ້ຮັບການແນະນຳເປັນຜູ້ແທນສະພາແຫ່ງຊາດແມ່ນ 1.076 ຄົນ, ບັນລຸອັດຕາສະເລ່ຍ 2,15 ເທົ່າ ເມື່ອທຽບໃສ່ຍອດຈຳນວນຜູ້ແທນຄາດຄະເນໄດ້ຮັບການເລືອກຕັ້ງ. ອັດຕານີ້ຂອງການເລືອກຕັ້ງສະພາແຫ່ງຊາດຊຸກທີ XIV ແມ່ນ 2,04 ເທົ່າ; ສະພາແຫ່ງຊາດຊຸດທີ XIII ແມ່ນ 2,20 ເທົ່າ. ກ່ຽວກັບຈຳນວນຜູ້ໄດ້ຮັບການແນະນຳສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ແມ່ນ 7.656 ຄົນ ໃນຍອດຈຳນວນຜູ້ແທນໄດ້ຮັບການເລືອກຕັ້ງຕາມຂໍ້ກຳນົດແມ່ນ 3.715 ຄົນ; ບັນລຸອັດຕາສະເລ່ຍແມ່ນ 2,06 ເທົ່າ ໃນຍອດຈຳນວນຜູ້ແທນໄດ້ຮັບການເລືອກຕັ້ງ. ອັດຕານີ້ຂອງການເລືອກຕັ້ງປີ 2016 ແມ່ນ 1,66 ເທົ່າ; ປີ 2011 ແມ່ນ 2,02 ເທົ່າ.

ໃນຊຸມວັນຈະມາເຖິງ, ອົງການສຳນັກງານທີ່ມີສິດອຳນາດ ຈະປະກາດຈຳນວນເຂດເລືອກຕັ້ງ; ບັນຊີລາຍຊື່ບັນດາເຂດເລືອກຕັ້ງ, ຈຳນວນສະມາຊິກສະພາແຫ່ງຊາດໄດ້ຄາດຄະເນຢູ່ແຕ່ລະເຂດເລືອກຕັ້ງ; ປະກາດຈຳນວນເຂດເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ, ເມືອງ, ຕາແສງ… ຢ່າງຊ້າສຸດຮອດວັນທີ 13 ເມສາ 2021 ຈະປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ຢ່າງຊ້າສຸດຮອດວັນທີ 28 ເມສາ ຈະປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢ່າງເປັນທາງການ.

ເລືອກຕັ້ງຜູ້ແທນທີ່ສົມເປັນຕົວແທນຂອງປະຊາຊົນ

       ຄາວຍັງຊີວິດຢູ່, ປະທານ ໂຮ່ຈີມິນ ເຄີຍຢັ້ງຢືນວ່າ “ການເລືອກຕັ້ງຄັ້ງໃຫຍ່ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຊັ້ນວັນນະເລືອກຕັ້ງຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ເພື່ອແບກຫາບວຽກງານຂອງລັດ”. ດ້ວຍສະຕິຄວາມຮັບຮູ້ນັ້ນ, ວຽກງານບຸກຄະລາກອນ, ໃນນັ້ນຈຸດສຸມແມ່ນໂຄງປະກອບ, ມາດຖານ, ຄຸນນະພາບ ແລະ ຂັ້ນຕອນການເລືອກຕັ້ງ, ການແນະນຳຜູ້ແທນແມ່ນປັດໄຈແກ່ນສານໃຫ້ແກ່ຜົນສຳເລັດຂອງການເລືອກຕັ້ງແຕ່ລະຄັ້ງ.

ເພື່ອກະກຽມໃຫ້ວຽກງານເລືອກຕັ້ງຢ່າງລອບຄອບຖີ່ຖ້ວນນັ້ນ, ກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໄດ້ຈັດຕັ້ງພາຍໃຕ້ຮູບການທາງອອນລາຍໃນວັນທີ 21 ມັງກອນ. ກ່າວຄຳເຫັນຊີ້ນຳກອງປະຊຸມສຳຄັນນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ:

ເອົາໃຈໃສ່ຊາບຊຶມບັນດາທັດສະນະ, ແນວຄິດຊີ້ນຳ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ເປັນຢ່າງດີທີ່ສຸດ ຊຶ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກວາງອອກກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ, ໃນນັ້ນ ມີສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນປອດໃສ, ໝັ້ນຕົງເຂັ້ມແຂງ; ເປັນຕົ້ນແມ່ນວຽກງານພະນັກງານ, ເລືອກຕັ້ງບັນດາສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ສົມເປັນຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້ຢ່າງແທ້ຈິງ, ເໝາະສົມກັບໜ້າທີ່, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ.

ເພື່ອຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: dangcongsan.vn)

          ຕໍ່ຈາກນັ້ນ, ກະຊວງພາຍໃນໄດ້ຈັດຕັ້ງກອງປະຊຸມອອນລາຍທົ່ວປະກາດເພື່ອຝຶກອົບຮົບດ້ານວິຊາສະເພາະກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ຄະນຳປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປະກາດໃຊ້ເອກະສານແນະນຳກ່ຽວກັບການຈັດຕັ້ງບັນດາກອງປະຊຸມໃນຂັ້ນຕອນປຶກສາຫາລື, ແນະນຳຜູ້ສະໝັກເປັນຜູ້ແທນ.

          ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ແມ່ນເຫດການການເມືອງສຳຄັນຍິ່ງຂອງ ຫວຽດນາມ. ການກະກຽມຢ່າງລອບຄອບຖີ່ຖ້ວນໃນແຕ່ລະຂັ້ນຕອນການຈັດຕັ້ງ, ກະກຽມບຸກຄະລາກອນແມ່ນປັດໄຈຕັດສິນຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ