ເພື່ອອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ

ໂດຍ​ເຈືອ​ຈານ​ເຂົ້າ​ກັບບັນ​ດາ​ຜົນ​ງານ​ດ້ານ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ປີ 2016, ຫວຽດ​ນາມ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື​ຂອງ​ອາ​ຊຽນ. ການ​ຮ່ວມ​ມື​ອາ​ຊຽນ​ໃນ​ປີ 2016 ໄດ້​ເປັນ​ຂີດ​ໝາຍ​ດ້ວຍ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ຮັກ​ສາ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ເກີດ​ຂື້ນ​ໃນ​ພາກ​ພື້ນ, ເປັນ​ຕົ້ນແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.  

ເພື່ອອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ  - ảnh 1

       ປີ 2016 ແມ່ນ​ປີ​ທຳ​ອິດ​ເມື່ອ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ອາ​ຊຽນ 2025 ແລະ​ ບັນ​ດາ​ແຜນ​ການ​ສັງ​ລວມໃນ​ທັງ 3 ເສົາ​ຄ້ຳ​ປະ​ຊາ​ຄົມ. ອາ​ຊຽນ​ໄດ້​ຊຸກ​ຍູ້​ການ​ສ້າງ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ, ແຜນ​ການ​ປະ​ຕິ​ບັດ​ຂອງ​ຂະ​ແໜງ, ຂົງ​ເຂດ​ໄລຍະ 2016-2020, ສ້າງ​ແຜນ​ການ​ສັງ​ລວມ​ເຊື່ອມ​ຕໍ່​ອາ​ຊຽນ 2025, ຊຸກ​ຍູ້​ການ​ພົວ​ພັນ​ກັບ​ພາຍນອກຂອງ​ອາ​ຊຽນ, ພ້ອມ​ທັງ​ປັບ​ປຸງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາອ​ົງ​ການ​ຈັດ​ຕັ້ງ​ໃນ​ອາ​ຊຽນ.

     ອາ​ຊຽນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ, ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ພາຍນອກ.

      ປີ 2016, ການ​ຮ່ວ​ມ​ມືອາ​ຊຽນໄດ້​ບັນ​ລຸ​ບັນ​ດາ​ຄວາມ​ຄືບ​ໜ້າ​ດີ ແລະ ບັນ​ດາ​ໝາກ​ຜົນໃນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທຸກໆ​ດ້ານ, ທຸກໆ​ເສົາ​ຄ້ຳ​ການ​ເມືອງ, ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ສັງ​ຄົມ, ພ້ອມ​ທັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ຮັດ​ແຄບ​ຄວາມ​ແ​ຕກ​ໂຕນ​ໃນ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ການ​ພົວ​ພັນ​ກັບ​ພາຍນອກ​ຂອງອາ​ຊຽນ​ກໍ​ໄດ້​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ໃຫ​ຍ່​ໃນ​ປີ 2016. ໃນ​ປີ 2016, ອາ​ຊຽນໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 7 ໃນ ຈຳ​ນວນ 11 ຄູ່​ຮ່ວມ​ມື​ຕົ້ນ​ຕໍ, ພ້ອມ​ກັນ​ນັ້ນ ກໍ​ໄດ້​ມອບ​ຖາ​ນະ​ດ້ານ​ການ​ເຈ​ລະ​ຈາ​ໃຫ້​ແກ່ນອກ​ແວ, ສະ​ວິດ, ເຢັຍ​ລະ​ມັນ. ໄດ​້​ມີ 86 ປະ​ເທດ​ໄດ້​ເປີດ​ສະ​ຖານ​ທູດ​ຢູ່ອາ​ຊຽນ ແລະ 9 ປະ​ເທດ​ໄດ້​ມີ​ຄະ​ນະ​ຜູ້​ຕາງ​ໜ້າສະ​ເພາະ​ຮັບ​ຜິດ​ຊອບ​ອາ​ຊຽນ. ສົນ​ທິ​ສັນ​ຍາ​ສະ​ໜິດ​ສະ​ໜົມ ແລະ ຮ່ວມ​ມືອາ​ຊຽນ (TAC) ໃນ​ປະ​ຈຸ​ບັນ​ໄດ້​ເປີດ​ກ້​ວາງ​ເປັນ 25 ປະ​ເທດ​ເຂົ້າ​ຮ່ວມ. ທ່ານ ວູ້​ໂຮ່ ຮອງ​ຫົວ​ໜ້າ​ກົມ​ອາ​ຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຢືນ​ຢັນ​ວ່າ : 

    “ ສາມັກ​ຄີໃນອາ​ຊຽນ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້, ບັນ​ດາ​ບັນ​ຫາ​ພາຍ​ໃນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ແທດ​ເໝາະ​ພໍ​ສົມ​ຄວນ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກໆ​ປະ​ເທດ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໂດຍ​ອີງ​ບົນ​ບັນ​ດາ​ກົນ​ໄກ, ຂອບ​ເຂດ​ໂດຍ​ອາ​ຊຽນ​ສ້າງ​ຕັ້ງ ແລະ ຊັກ​ຈູງ. ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມອາ​ຊຽນ​ນັ້ນ, ໂຄງ​ຮ່​າງ​ຂອງ​ພາກ​ພື້ນ​ຄ່ອຍໆ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ​ດ້ວຍ​ເລື່ອງອາ​ຊຽນ​ສວມ​ບົດ​ບາດ​ເປັນ​ໃຈ​ກາງ ”

      ເປັນ​ໜ້າ​ສົນ​ໃຈ, ໃນ​ປີ​ທີ່​ຜ່ານ​ມາ, ຫຼັກ​ໝັ້ນຂອງ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຖືກ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ປະ​ກອບ​ສ່ວ​ນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັັ້ນ​ຄົງ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ວິ​ວັດ​ທະ​ນາ​ການ​ທາງ​ການ​ທູດ​ຂອງ​ພາກ​ພື້ນ, ປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC), ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ ແລະ ການທູດ​ເພື່ອ​ສະ​ກັດ​ກັ້ນ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC). ກ່ຽວ​ກັບ​ສິ່ງນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມກວາງວິງ ຖື​ວ່າ : 

    “ ສິ່ງ​ສຳ​ຄັນ​ກວ່າ​ໝູ່​ຂອງອາ​ຊຽນ​ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ. ນອກ​ຈາກນັ້ນ, ອາ​ຊຽນໄດ້​ສ້າງ​ຂອບ​ເຂດ, ເວ​ທີ​ປາ​ໄສ​ຜູກ​ຮັດ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່​ກ່​ວາ. ອາ​ຊຽນໄດ້​ສ້າງມາດ​ຕະ​ຖານ​ການ​ປະ​ພຶດ​ໃນ​ພາກ​ພື້ນ. ຂ້າ​ພະ​ເຈົ້າຖື​ວ່າ ໃນ​ທັງ 3 ດ້ານນັ້ນ, ອາ​ຊຽນພວມ​ເສີມ​ຂະ​ຫຍາຍ​ດີ​ທີ່​ສຸດ. ອາດ​ຈະ​ເວົ້າ​ວ່າ ບົນເສ​ັ້ນ​ທາງພັດ​ທະ​ນາ​ຂອງອາ​ຊຽນນັ້ນ ກໍ​ມີ​ໄລ​ຍະ​ແນວນີ້, ແນວນັ້ນ, ແຕ່​ເມື່ອ​ສັງ​ເກດ​ໃສ່ 3 ຈຸດ​ໃຫຍ່, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອາ​ຊຽນພວມ​ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ໃຈ​ກາງ​ຂອງ​ຕົນ ”

      ຕິດ​ພັນ​ກັບ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ຮ່ວມ

   ໃນ​ບັນ​ດາ​ຜົນ​ງານ​ລວມຂອງອາ​ຊຽນ, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຂົ້າ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື​ຂອງອາ​ຊຽນ. ບົດ​ບາດ​ຂອງ​ຫວຽດ​ນາມ​ໄດ້​ຖືກ​ສະ​ແດງ​ອອກ​ຜ່ານ​ຂໍ້​ລິ​ເລີ່​ມຫຼາຍ​ຂໍ້, ຖະ​ແຫຼງ​ການ, ເອ​ກະ​ສານ​ຂອງອາ​ຊຽນ​ໃນ​ຕະຫຼອດ​ປີ 2016. ໃນ​ລະ​ດັບ​ຊາດ, ຫວຽດ​ນາມ​ໄດ້​ຜັນ​ຂະ​ຫຍາຍ​ການ​ສ້າງບັນ​ດາ​ແຜນ​ການ​ປະ​ຕິ​ບັດ​ວິ​ໄສ​ທັດອາ​ຊຽນ 2025 ຢູ່​ທຸກ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ, ຕິດ​ພັນ​ກັບ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ຮ່ວມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ຖື​ວ່າ :

    “ ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ເຄື່ອນ​ໄຫ​ວ​ຂອງ​ຕົນ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ, ສົມ​ທົບຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ເທດ​​ລາວ​ເປັນປະ​ທານອາ​ຊຽນໃນ​ປີ 2016ເພື່ອຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ເສີມ​ຂະ​ຫຍາຍ ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ. ຫວຽດ​ນາມ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມຫຼາຍ​ຂໍ້​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກຫຼາຍ​ປະ​ເທດ. ໃນ​ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະ​ຈຸ​ບັນ, ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ​ແມ່ນ​ມີ​ປະ​ໂຫຍດ​ທີ່​ສຸດ ”

      ປີ 2017 ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ແລະ 10 ປີແຫ່ງວັນ​ເຊັນ​ກົດ​ບັດ​ ອາ​ຊຽນ, ໃນ​ສະ​ຖ​າ​ນະ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄວ້​ລ່ວງ​ໜ້າ, ຊຶ່ງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ບົດ​ບາດ​ໃຈ​ກາງ​ຂອງອາ​ຊຽນ. ຫວຽດ​ນາມ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມືອາ​ຊຽນ, ເລັ່ງ​ໃສ່​ບັນ​ດາ​ຈຸດ​ສຸມ​ຄື ສືບ​ຕໍ່​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ ແຜນ​ງານ​ສ້າງ​ປະ​ຊາ​ຄົມອາ​ຊຽນ 2025 ໃນ 3 ເສົາ​ຄ້ຳ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປີ​ປະ​ທານອາ​ຊຽນ 2017 ຂອງ​ຟີ​ລິບ​ປິນ; ຍິ່ງ​ກ່​ວານັ້ນ,ຫວຽດ​ນາມ​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ​ຊຸກ​ຍູ້​ການ​ບັນ​ລຸ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ​ໃນ​ການປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຄົບ​ຖ້ວນ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ເພື່ອ​ສ້າງ​ກຳ​ລັງ​ໜູນ ແລະ ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ