ເພື່ອໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາ

(vovworld)- ການພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ໄດ້ຮັບ​ການ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 11 ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິທະຍາສາດ​ ​ແລະ ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ດີ​ພໍ​ສົມຄວນ ​ແຕ່​ຍັງ​ຄົງ​ບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້ ​ແລະ ຄວາມ​ຮຽກຮ້ອງ​ປ່ຽນ​ໃຫມ່​ກ່ຽວ​ກັບ​ກົນ​ໄກ​ຄຸ້ມ​ຄອງ, ການ​ເຄື່ອນ​ໄຫວ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນປະຈຸ​ບັນ​​ໄດ້ກາຍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ.

ເພື່ອໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາ - ảnh 1
ພາບປະກອບ: internet

        ​ໃນ​ຊຸມ​ປີຜ່ານມາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ, ປ້ອງ​ກັນຊາ​ດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຕາມ​ນັ້ນ​ແລ້ວ, ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ ​ໄດ້​ສະຫນອງ​ຫລັກ​ມູນ​ວິ​ທະຍາ​ສາດ

​ໃນ​ການວາງ​ແຜນ​ກຳນົດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ປ່ຽນ​ແປງ​ໃຫມ່,  ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ຢູ່ ຫວຽດນາມ. ວິທະຍາສາດ​ທຳ​ມະ​ຊາດບັນລຸ​ໄດ້​ບັນດາ​ຜົນງານ​ພົ້ນ​ເດັ່ນ​ໃນ​ການ​ຄົ້ນ​ຄ້ວາ​ພື້ນຖານ ​ແລະ ຄົ້ນ​ຄ້ວາ​ການ​ໝູນ​ໃຊ້​ຮັບ​​ໃຊ້​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ, ຜ່ານ​ນັ້ນ ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ວິທະຍາສາດ ຫວຽດນາມ ​ໃນ​ເວທີ​ສາກົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄະ​ນີດສາດ, ທິດ​ສະ​ດີ​ພິຊິກ​ສາດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ໝູນ​ໃຊ້ ​ແລະ ປ່ຽນ​​ໃຫມ່​​ເຕັກ​ໂນ​ໂລ​ຊີຂອງ​ບັນດາ​ຂະ​ແຫນງການ ​ແລະ ຂົງ​ເຂດ​ເສດຖະກິດ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ, ກະສິກຳ, ຄົມມະນາຄົມ​ຂົນ​ສົ່ງ, ກໍ່ສ້າງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ພິ​ເສດ, ບັນດາ​ຜົນງານຂອງ​ຂະ​ແຫນງ​ກະສິກຳ ​ແລະ ສາທາລະນະ​ສຸກ​ບັນລຸ​ໄດ້​ຄືປະຈຸ​ບັນ ຍ້ອນ​ມີ​ການ​ປະກອບສ່ວນ​ຈາກ 30 -35% ຂອງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ.

        ຄຽງ​ຄູ່​ກັນ​ນັ້ນ ບັນດາ​ຜົນງານ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຍັງ​ບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້ ດ້ວຍ​ບັນດາ​ຂໍ້​ຈຳກັດ​ຄື: ມີ​ລັກສະນະ​ທິດ​ສະ​ດີຫລາຍ, ບໍ່​ທັນ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ, ມີ​ປະສິດທິ​ຜົນ ກັບ​ຈຸດໝາຍ, ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ. ການ​ເຄື່ອນ​ໄຫວ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຈຳ​ເປັນ​ຕ້ອງ​ປ່ຽນ​ໃຫມ່, ປັບປຸງ​ໃຫ້​ສົມ​ບູນ​ແບບ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ. ວັນ​ທີ 11/4/2012, ທ່ານ​ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້​ຂໍ້​ຕົກລົງ​ເລກທີ 418 ອະນຸມັດ​ຍຸດ​ທະ​ສາດ​ພັດທະນາ ວິທະຍາສາດ​ ​ແລະ ເຕັກ​ໂນ​ ​ໂລ​ຊີ ​ໄລຍະ 2011 -2020. ກ່ຽວ​ກັບ​ຍຸດ​ທະ​ສາດ​ນີ້, ທ່ານ Nguyen Quan ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມີ​ບາງ​ເນື້ອ​ໃນ​ໃຫມ່​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ ນັ້ນ​ແມ່ນ​ບັນດາ​ຈຸດໝາຍ​ລະອຽດ​ຂອງ​ຍຸດ​ທະ​ສາດ ​ແລະ ບາງ​ມາດ​ຕະການ​ຊຸກຍູ້ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ. ລະອຽດ​ຄື: ຮອດ​ປີ 2020, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ປະ​ກອບ​ສ່ວນ​ຫລາຍພໍ​ສົມຄວນ​ເຂົ້າ​ໃນ​ການຈະ​ເລີ​ນ​ເຕີ​ບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ມູນ​ຄ່າ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຜະລິດ​ຕະພັນ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ບັນລຸ​ປະມານ 45% GDP. ລະດັບ​ການ​ປ່ຽນ​​ໃຫມ່​ເຕັກ​ໂນ​ໂລ​ຊີ, ອຸປະກອນ ບັນລຸ​ກວ່າ 20%/ປີ​ໃນ​​ໄລຍະ 2016 -2020, ມູນ​ຄ່າ​ການ​ພົວພັນ​ແລກປ່ຽນ​ຂອງ​ຕະຫລາດ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 15- 17%/ປີ. ສູ້​ຊົນ​ເພື່​ອ​ໃຫ້ລະດັບ​ການ​ພັດທະນາ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ  ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຈັດ​ອັນ​ດັບ​ໃນ​ພາກ​ພື້ນ ອາ​ຊຽນ.”

ເພື່ອໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາ - ảnh 2
ທ່ານ Nguyen Quan ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ
ພາບ: internet

        ຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄລຍະ 2011 -2020 ຂອງ ຫວຽດນາມ ​ໄດ້​ວາງ​ຄາດໝາຍ: ຈຳນວນ​ຫົວ​ເລື່ອງ​ສະ​ເພາະ​ຄົ້ນ​ຄ້ວາ​ການ​ນຳ​ໃຊ້​ງົບ​ປະມານ​ແຫ່ງ​ລັດ​ທີ່​ໄດ້​ປະກາດ​ອອກ​ສູ່​ສາກົນແມ່ນ​ເພີ່ມ​ຂຶ້ນ​ສະ​ເລ່ຍ 15 -20%/ປີ, , ລະດັບ​ຈົດ​ທະບຽນ​ການ​ສ້າງ​ມາດ​ຕະການ​ທີ່​ມີ​ປະ​ໂຫຍ​ດ​ເພີ່ມ​ຂຶ້ນ ຈາກ 1,5 -2 ​ເທົ່າ. ຫວຽດນາມ ສູ້​ຊົນ​ເພີ່ມ​ຍອດ​ຈຳນວນ​ເງິນ​ລົງທຶນ​ໃຫ້​ແກ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີບັນລຸ​ກວ່າ 2% GDP ​ໃນ​ປີ 2020, ຮັບປະກັນ​ລະດັບ​ລົງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ​ໃຫ້​ແກ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ບໍ່​ຕຳ່​ກວ່າ 2% ຍອດ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ໃນ​ແຕ່ລະ​ປີ, ​ເພີ່ມ​ກຳລັງ​ບົ່ມຊ້ອນດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ກໍ່ສ້າງ​ຮາກ​ຖານ​ບຳລຸງສ້າງ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ສູງ, ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ສູງ 60 ຮາກ​ຖານ, ມີ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ 5000 ​ແຫ່ງ ​ເພື່ອ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ການ​ເຕີບ​ໂຕ. ພິ​ເສດ ຫວຽດນາມ ສູ້​ຊົນ​ບຳລຸງສ້າງ​ຖັນ​ແຖວ​ຊັບພະຍາກອນ​ມະນຸດ​ເຮັດ​ວຽກ​ງານ​ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ມີ​ລະດັບ​ຄວາມ​ຮູ້​ພຽງພໍ ດ້ວຍ​ອັດຕາ​ສ່ວນ 11 - 12 ຄົນ​ໃນ​ຈຳນວນປະຊາຊົນ 10.000 ຄົນ​ໃນ​ປີ 2020. ທົ່ວ​ລະບົບ​ຈະ​ມີ​ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ແຫ່ງ​ລັດ ​ແລະ ພາກສ່ວນ​ເສດຖະກິດ​ອື່ນ​ເກືອບ 2.000 ຄົນ.

        ບົດບາດ​ຂອງ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ຖືກ​ລະບຸຢ່າງ​ຈະ​ແຈ້ງ​ໃນ​ມະຕິ​ຕ່າງໆ​ຜ່ານ​ບັນດາ​ສະ​ໄຫມ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ​. ຕາມ​ນັ້ນ​ແລ້ວ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຂອດ​ເປັນໄລກອນ ​ແມ່ນ​ກຳລັງ​ຫນູນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ປະ​ເທດ​ຊາດ. ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ​ໃຫ້​ໄດ້, ທ່ານ Nguyen Quan ລັດຖະມົນຕີກະຊວງ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ໄດ້ຢືນຢັນວ່າ:

        “ມີຫລາຍມາດຕະການແລ້ວ ແຕ່ມາດຕະການສຳຄັນ ມີລັກສະນະບຸກທະລຸ​ແມ່ນ​ເພີ່ມ​ທະວີ​ການ​ສຸມ​ໃສ່​ລົງທຶນ, ຍົກ​ສູງ​ກຳລັງ​ແຮງ​ໃຫ້​ແກ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ ຮັກສາ 2% ຍອດ​ລາຍ​ຈ່າຍ​ງົບປະມານ, ຕ້ອງ​ມີ​ມາດ​ຕະການ​ລະດົມ​ການ​ປະກອບສ່ວນ​ຂອງ​ສັງຄົມ, ວິ​ສາ​ຫະກິດ. ​ເພື່ອ​ບັນລຸ​ໃຫ້​ໄດ້ 2% ຍອດ GDP ​ແຫ່ງ​ຊາດ​ສະຫງວນ​ໃຫ້​ແກ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແນ່ນອນ​ວ່າ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ປະກອບສ່ວນ​3 -4 ​ເທົ່າລະດັບ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​​ . ນອກ​ນັ້ນ ຕ້ອງ​ມີ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ໃນ​ນັ້ນ ມີ​ນະ​ໂຍບາຍ​ສົ່ງ​​ເສີມ, ຂໍ​້ກຳນົດ… ​ເພື່ອ​ໃຫ້​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສະຫງວນ​ລາຍ​ຮັບ​ສ່ວນ​ຫນຶ່ງ​ໃຫ້​ແກ່​ກອງ​ທຶນ​ພັດທະນາ​ວິທະຍາສາດ​ຂອງ​ວິ​ສາ​ຫະກິດ​ເອງ ຫລື ຂອງ ທ້ອງ​ຖິ່ນ, ​ເຮັດຄືແນວນັ້ນ ພວກ​ເຮົາ​ຈຶ່ງ​ມີ​​ແຫ​ລ່ງກຳລັງ​ຢ່າງ​ພຽງພໍ​ເພື່ອ​ພັດທະນາ​ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຂອງ​ປະ​ເທດ​ຊາດ​ໄດ້.”

 

        ທ່ານ​ລັດຖະມົນຕີ​ກະຊວງ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ Nguyen Quan ກໍ​ໃຫ້​ຮູ້​ວ່າ: ທາງ​ກະຊວງ​ພວມ​ປະຕິບັດ​ແຜນ​ຮ່າງ “ສືບ​ຕໍ່​ປ່ຽນ​ໃຫມ່ອົງການ​ຈັດ​ຕັ້ງ, ກົນ​ໄກ​ຄຸ້ມ​ຄອງ, ການ​ເຄື່ອນ​ໄຫວ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ໂດຍ​ພື້ນຖານ, ຮອບດ້ານ ​ແລະ ຄົບ​ຊຸດ” ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ ວິທະຍາສາດ​ເຕັກ​ໂນ​ໂລ​ຊີຂອງ​ປະ​ເທດ​ຊາດ. ບັນດາ​ການ​ປ່ຽນ​ໃຫມ່​ກ່ຽວ​ກັບ​ກົນ​ໄກ​ການ​ເຄື່ອນ​ໄຫວ​ວິທະຍາສາດ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ດຶງ​ດູດ, ລະດົມ​ກຳລັງ​ໃຈ​ຖັນ​ແຖວ​ຊັບພະຍາກອນ​ມະນຸດ​ເຮັດ​ວຽກ​ງານ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ມີ​ຫົວຄິດ​ປະດິດ​ສ້າງ, ໝູນ​ໃຊ້​ວິທະຍາສາດເຕັກໂນໂລຊີນັບແຕ່​ການ​ຄົ້ນ​ຄ້ວາຕະ​ຫລອດ​ຮອດ​ການ​ໝູນ​ໃຊ້​ພຶດຕິ​ກຳ, ສ້າງ​ປະສິດທິ​ຜົນທາງດ້ານເສດຖະກິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ