ເພື່ອໃຫ້ອິນເຕີແນັດກາຍເປັນພາຫະນະສື່ມວນຊົນທີ່ມີປະໂຫຍດ

​ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຊີ້​ນຳ​ບັນດາ​ອົງການ​ມີໜ້າທີ່​ຮັບຜິດຊອບ​ຈົ່ງ​ສືບສວນ, ​ແກ້​ໄຂ​ເລື່ອງ​ໃຫ້​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ບໍ່​ຖືກ​ກັບ​ຄວາມ​ຈິງ​ເພື່ອ​ໃສ່​ຮ້າຍ​ປາຍ​ສີ​ກົງຈັກ​ການ​ນຳ​ຂອງ​ປະ​ເທດ​, ກະຕຸກ​ຊຸກຍູ້​ການ​ຕ້ານ​ທຳລາຍ​ພັກ ​ແລະ ລັດ​ຫວຽດນາມ​ ໃນ​​ເວັບ​ໄຊຈຳນວນ 1 ຊື່​ງ​ໄດ້​ກໍ່​ຄວາມ​ລະ​ແວງສົງ​ໃສ ​ແລະ ຫາງ​ສຽງ​ບໍ່​ດີ​ໃນ​ສັງຄົມ. ນີ້​ແມ່ນ 1 ​ໃນ​ບັນດາ​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ຜູ້ນຳ​ລັດຖະບານ​ໃນ​ວິວັດທະນາ​ການ​ຄຸ້ມ​ຄອງ​ເພື່ອ​ໃຫ້​ອິນ​ເຕີ​ແນັດກາຍ​ເປັນ​ພາຫະນະ​ສື່​ມວນ​ຊົນທີ່​ມີ​ປະ​ໂຫຍ​ດຢູ່​ຫວຽດນາມ.

ເພື່ອໃຫ້ອິນເຕີແນັດກາຍເປັນພາຫະນະສື່ມວນຊົນທີ່ມີປະໂຫຍດ - ảnh 1

(ພາບ:nguoicaotuoi.org.vn)

  ກ່ອນ​ທີ່ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້ອອກ​ຄຳ​ສັ່ງ​ນີ້,​ ບົດ​ລາຍ​ງານ​ຂອງ​ກະຊວງ​ຕຳຫຼວດ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້, ​​ເວັບ​​ໄຊຈຳນວນ 1 ​ໄດ້​ໃຫ້​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ບໍ່​ຖືກ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ກົງຈັກ​ການນຳ​ຂອງ​ປະ​ເທດ​ຊາດ, ເສກ​ສັນ​ປັ້ນ​ແຕ່ງບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ, ​ໂຄສະນາ​ບັນດາ​ຄຸນຄ່າ “​ເສລີ“ “ປະຊາທິປະ​ໄຕ“ ຕາມ​ແບບ​ຕາ​ເວັນ​ຕົກ. ​ໃນ​ຕົວ​ຈິງ, ບັນດາ​ເວັບ​ໄຊ​ດັ່ງກ່າວ ກໍ່​ຄື​​ເວັບ​ໄຊ​ຂອງ​ບັນດາ​ອົງການປະຕິ​ການ​ຕ່າງປະ​ເທດ​ອື່ນໆ ​ໄດ້ ​ແລະ ພວມ​ເຮັດ​ໃຫ້​ຂໍ້​ມູນ​ຂ່າວ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຖືກປັ່ນ​ປ່ວນ, ກະຕຸກ​ຊຸກຍູ້​ການ​ຕ້ານ​ພັກ ​ແລະ ລັດ, ກໍ່​ຄວາມ​ວິຕົກ​ກັງວົນ​ໃນ​ໝູ່​ມະຫາ​ຊົນ​ກ່ຽວ​ກັບ​ພາລະກິດ​ສ້າງສາ, ພັດທະນາ ​ແລະ ປ່ຽນ​ໃໝ່​ປະ​ເທດ​ຊາດ. ​ໃນ​ການ​ພົບ​ປະ​ແລກ​ປ່ຽນ​ໂດ​ຍກົງຜ່ານປະຕູ​ຖານ​ຂໍ້​ມູນ​ລັດຖະບານ​ເມື​ອ່​ເດືອນ 6/2012 ທີ່​ຜ່ານ​ມາ, ທ່ານ Nguyen Bac Son ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ ຖື​ວ່າ: ບັນດາ​ຂໍ້​ມູນ​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ​ຄື​ແນວ​ນັ້ນ ຕອ້ງ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ມາດ​ຕະການ​ຄຸ້ມ​ຄອງ​ຢ່າງ​ລະອຽດ. ທ່ານ​ລັດຖະມົນຕີ Nguyen Bac Son ຢືນຢັນ​ວ່າ:

   “ນີ້​ແມ່ນ​ການ​ກະທຳ​ທີ່​ກົດໝາຍ​ວ່າ​ດ້ວຍສື່​ມວນ​ຊົນ ​ແລະ ກົດໝາຍ​ອື່ນໆ​ຕ້ອງ​ກຳນົດມາດ​ຕະການ​ບັງຄັບ ຍ້ອນ​ມັນ​ໄດ້​ລະ​ເມີດ​ເຖິງຄຸນ​ນະ​ທາດ, ສິດ​ເສລີພາບ​ຂອງ​ຄົນ​ອື່ນ, ອິດ​ທິພົນ​ຊື່​ສຽງຂອງ​ບຸກຄົນ. ສ່ວນ​ທາງ​ອົງການ​ຄຸ້ມ​ຄອງ​ສື່ສານພວກ​ຂ້າພະ​ເຈົ້າ​ໄດ້ ​ແລະ ພວມ​ຮຽບຮຽງ​ຮ່າງ​ເອກະສານ​ແທນ​ໃຫ້​ດຳລັດ​ເລກທີ 97 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເຄື່​ອນ​ໄຫວ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ເພື່ອ​ໃຫ້​ພວມ​ເຮົາ​ມີ​ມາດ​ຕະການ​ບັງຄັບ, ​ເຮັດ​ແນວ​ໃດ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ, ​​ເສລີ​ໃຫ້​ແກ່​ທຸກ​ຄົນ, ທັງ​​ຈຳກັດ​ບັນດາ​ການ​ກະທຳ​ສວຍ​ໂອກາດ​ເພື່ອ​ລະ​ເມີ​ດສິດ​ເສລີພາບ​ຂອງສ່ວນ​ບຸກຄົນ, ລະ​ເມີດ​ກົດໝາຍ

 
ເພື່ອໃຫ້ອິນເຕີແນັດກາຍເປັນພາຫະນະສື່ມວນຊົນທີ່ມີປະໂຫຍດ - ảnh 2

ປະຕູ​ຖານ​ຂໍ້​ມູນ​ລັດຖະບານ

(ພາບ: thongtincongnghe.com)

   ອິນ​ເຕີ​ແນັດ​ໄດ້​ມີໜ້າ​ຢູ່​ຫວຽດນາມ ນັບ​ແ​ຕ່ທ້າຍ​ທົດ​ສະວັດ​ທີ 90 ມາ​ຮອດ​ປະຈຸ​ບັນ. ຍ້ອນ​ນະ​ໂຍບາຍ​ເປີດ​ປະຕູ, ສ້າງ​ເງື່ອນ​ໄຂ​ສະດວກ​ຂອງ​ລັດຖະບານ​ຫວຽດນາມ ​ເພື່ອ​ໃຫ້​ອິນ​ເຕີ​ແນັດ​ພັດທະນາ​ນັ້ນ, ພ້ອມ​ກັບ​ຈຳນວນ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແມ່ນ​ການ​ປະກົດ​ຕົວ​ຂອງບັນດາ​ສື່​ເອກ​ເລກ​ໂຕ​ນິກ, ​ເວັບ​ໄຊ​ຂອງ​ບັນດາ​ອົງການ​ຈັດຕັ້ງ, ຂະ​ແໜງ​ການ, ໝູ່​ຄະນະ, ທ້ອງ​ຖິ່ນ​ຕ່າງໆ ພ້ອມ​ກັບ blog ສ່ວນ​ຕົວ​ຂອງ​ນັບ​ລ້ານໆ​ຄົນ…. ​ໃນ​ຈຳນວນ​ດັ່ງກ່າວ, ມີ​ຫຼາຍ​ເວັບໄຊພວມ​ສວຍ​​ໃຊ້​ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ​ເພື່ອ​ຊຸກຍູ້​ວິວັດ​ການ​ຜັນ​ແປ່​ສັນຕິພາບ, ກະຕຸ​ຊຸກຍູ້​ການ​ໂຄ່ນ​ລົ້ມລະບອບ. ສະນັ້ນ, ການ​ຊີ້​ນຳ​ຫວ່າງ​ແລ້ວ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກ່ຽວ​ກັບ​ການ​ສືບສວນ, ​ແກ້​ໄຂ​ເລື່ອງ​ໃຫ້​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ບໍ່​ຖືກ​ກັບ​ຄວາມ​ຈິງ​ເພື່ອ​​ໃສ່​ຮ້າຍ​ປາຍ​ສີ​ກົງຈັກ​ການ​ນຳ​ຂອງ​ປະ​ເທດ​ຊາດ, ກະຕຸກ​ຊຸກຍູ້​ການ​ຕ້ານ​ທຳລາຍ​ພັກ ​ແລະ ລັດ​ຫວຽດນາມ​ ໃນ​​ເວັບ​ໄຊຈຳນວນ 1….​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເດັດ​ດຽວ​ສະກັດ​ກັ້ນບັນດາ​ການ​ກະທຳ​ສວຍ​ໃຊ້​ສິ​ດເສລີພາບ​ທາງ​ສື່​ມວນ​ຊົນ​ເພື່ອ​ຕ້ານ​ລັດ, ​ໂຄສະນາ​ບັນດາ​ເນື້ອ​ໃນ​ບໍ່​ເໝາະ​ສົມ​ກັບຂະ​ນົບ​ທຳນຽມ​ຮີດຄອງ​ປະ​ເພນີ, ຊ້ຳບໍ່​ໜຳ​ແມ່ນ​​ລະ​ເມີດ​ບັນດາ​ຜົນ​ປະ​ໂຫຍ​ດ ຫລື​ມີ​ການ​ກະທົບ​ທີ່​ຫຍໍ້​ທໍ້​ເຖິງ​ວົງ​ຄະນາ​ຍາດ….​ການ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ກໍ່​ເຮັດ​ໃຫ້ແຜນ​ນະ​ໂຍບາຍ​ພັດທະນາ​ໄປ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ​ອິນ​ເຕີ​ແນັດ​ປະກົດ​ຜົນ​ເປັນ​ຈິງ, ​ແມ່ນ​ບາດກ້າວ​ເດີນ​ຈຳ​ເປັນບໍ່​ພຽງ​ແຕ່​ສຳລັບ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ສຳລັບ​ທຸກ​ປະ​ເທດທີ່ມີ​ອະທິປະ​ໄຕ​ ​ໃນ​ເລື່ອງ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ທ່ານ Nguyen The Ky ຮອງ​ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຊີ້​ແຈ້ງວ່າ:

   “ບັນດາ​ພາຫະນະ​ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ, ​ໃນ​ນັ້ນມີ​ສື່​ເອ​ເລກ​ໂຕ​ນິກຂອງ​ພວກ​ເຮົາ ຕອ້ງ​ໃຫ້​ຂ່າວ​ຢ່າງ​ໄວວາ, ດູດ​ດືມ​ໃຈ, ມີ​ປະ​ໂຫຍ​ດ​ເພື່ອ​ດຶງ​ດູດ​ຜູ້​ອ່ານ​ພາຍ​ໃນ​ປະ​ເທດ. ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວຫວຽດນາມ ຈະ​ມີ​ກົນ​ໄກ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ສື່​ມວນ​ຊົນ​ໄວ​ກ່ວາ ​ແລະ ຄົບ​ຖ້ວນ​ກ່ວາ

ເພື່ອໃຫ້ອິນເຕີແນັດກາຍເປັນພາຫະນະສື່ມວນຊົນທີ່ມີປະໂຫຍດ - ảnh 3

(ພາບ:nhandan.com.vn)

​   ຄວາມ​ຈິງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ ຂໍ້​ມູນ​ຂ່າວ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ຄົນ​ເຮົາກໍ່ຕາມ ​ແຕ່​ກໍ່​ບໍ່​ແມ່ນຈະ​ແກ້​ໄຂ​ທຸກໆ​ບັນຫາ​ໃນ​ຊີວິດ​ໄດ້. ສະນັ້ນ, ລັດຖະບານ​ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ອິນ​ເຕີ​ແນັດ​ສາມາດ​ເສີມ​ຂະຫຍາຍ​ບັນດາ​ຈຸດ​ດີ​ທີ່​ພົ້ນ​ເດັ່ນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ, ດ້ານ​ອື່ນ​ກໍ່​ມານະ​ພະຍາຍາມ​​ໃນ​ການຄຸ້ມ​ຄອງ​ເພື່ອ​ສະກັດ​ກັ້ນບັນດາ​ຂໍ້​ຈຳກັດ ​ແລະ ຜົນ​ຮ້າຍ​ໂດຍ​ອິນ​ເຕີ​ກ​ແນັດ​ກໍ່​ຂຶ້ນ. ສິ່ງ​ດັ່ງກ່າວ​ກໍ່​ແມ່ນ​ຈຸດປະສົງ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ເປັນ​ປົກກະຕິ, ຈຳກັດ​ບັນດາ​ການ​ກະທົບ​ອັນ​ຫຍໍ້​ທໍ້​ຂອງ​ອິນ​ເຕີ​ແນັດ​ທີ່​ມີ​ຕໍ່​ວົງ​ຄະນາ​ຍາດ​ໃນ​ລະດັບ​ຕ່ຳ​ສຸດ. ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຫຼາຍ​ປະ​ເທດ​ອື່ນໆ​ໃນ​ໂລກ​ກໍ່ໄດ້ ​ແລະ ພວມ​ປະຕິບັດ​​ເຊັ່ນ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ