ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນຂອງພື້ນຖານເສດຖະກິດຢ່າງແທ້ຈິງ

(VOVWORLD) -ພາຍຫຼັງໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຂົງເຂດເສດຖະກິດພາກເອກະຊົນຢູ່ຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາ ດ້ວຍວິສາຫະກິດປະມານ 700.000 ແຫ່ງທີ່ພວມມີການເຄື່ອນໄຫວ, ເປັນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະ, ແນວທາງສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ.

ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນຂອງພື້ນຖານເສດຖະກິດຢ່າງແທ້ຈິງ - ảnh 1

 ເວທີປາໄສເສດຖະກິດພາກເອກະຊົນຫວຽດນາມ ປີ 2019

(ພາບ: truyenhinhthanhhoa.vn)

ໄປພ້ອມກັບຂົງເຂດເສດຖະກິດພາກລັດທີ່ພວມພັດທະນາຢ່າງໝັ້ນຄົງ, ມີປະສິດທິຜົນນັ້ນ, ລັດຖະບານຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອໃຫ້ຂົງເຂດເສດຖະກິດພາກເອກະຊົນພັດທະນາຢ່າງສະດວກກວ່າ, ນຳເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ສ້າງອະນາຄົດໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ມີຄວາມວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງກວ່າ.

        ພາຍຫຼັງໄລຍະ 30 ປີແຫ່ງການປ່ຽນແປງໃໝ່, ເສດຖະກິດພາກເອກະຊົນໄດ້ພົ້ນເດັ່ນຂຶ້ນຄືເປັນໜຶ່ງໃນບັນດາກຳລັງໜູນສຳຄັນ, ຊັກຈູງການເຕີບໂຕຂອງພື້ນຖານເສດຖະກິດ. ຂົງເຂດເສດຖະກິດພາກເອກະຊົນພວມສ້າງປະມານ 42% GDP, 30% ງົບປະມານແຫ່ງລັດ ແລະ ດຶງດູດກຳລັງຜູ້ອອກແຮງງານໄດ້ປະມານ 85% ຂອງທົ່ວປະເທດ.

ບາດກ້າວຫັນປ່ຽນໃຫຍ່ຈາກແນວທາງ, ນະໂຍບາຍ

        ນັບແຕ່ເມື່ອປະຕິບັດການປ່ຽນແປງໃໝ່ມາຮອດປະຈຸບັນ, ທັດສະນະ, ແນວທາງຂອງຫວຽດນາມ ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ ແລະ ນັບມື້ນັບສົມບູນແບບຜ່ານແຕ່ລະໄລຍະພັດທະນາ. ຍາມໃດເສດຖະກິດພາກເອກະຊົນກໍ່ໄດ້ຮັບຖືວ່າແມ່ນກຳລັງໜູນສຳຄັນໃນການພັດທະນາເສດຖະກິດຫຼາຍພາກສ່ວນຕາມກຳນົດທິດສັງຄົມນິຍົມ. ພາກສ່ວນເສດຖະກິດດັ່ງກ່າວໄດ້ຮັບການພັດທະນາຢູ່ທຸກຂະແໜງການ, ຂົງເຂດ ເຊິ່ງກົດໝາຍບໍ່ເກືອດຫ້າມ. ພາຍຫຼັງໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຂົງເຂດເສດຖະກິດພາກເອກະຊົນຢູ່ຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາ ດ້ວຍວິສາຫະກິດປະມານ 700.000 ແຫ່ງທີ່ພວມມີການເຄື່ອນໄຫວ, ເປັນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະ, ແນວທາງສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ.

        ບັນດາທັດສະນະຂອງພັກ, ລັດຫວຽດນາມ ກ່ຽວກັບເສດຖະກິດພາກເອກະຊົນ ແລະ ການພັດທະນາເສດຖະກິດພາກເອກະຊົນໄດ້ສະແດງໃຫ້ເຫັນຢ່າງລວມສູນໃນບັນດາໂຄງການດຳເນີນງານໃນການສ້າງສາປະເທດຊາດ, ເອກະສານກອງປະຊຸມໃຫຍ່ຂອງພັກ, ມະຕິຫົວເລື່ອງສະເພາະຂອງສູນກາງ ແລະ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ. ໃນຂະນະນັ້ນ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນພັດທະນາເສດຖະກິດພາກເອກະຊົນຫຼາຍພາກສ່ວນ ແລະ ຢັ້ງຢືນວ່າ: ເສດຖະກິດພາກເອກະສົນແມ່ນພາກສ່ວນສ້າງເປັນອົງປະກອບສຳຄັນຂອງພື້ນຖານເສດຖະກິດແຫ່ງຊາດ.

        ສະພາບຕົວຈິງຊີ້ໃຫ້ເຫັນວ່າ, ໃນໄລຍະຜ່ານມາ, ລັດຖະບານໄດ້ມີການສົ່ງເສີມການລົງທຶນ ແລະ ບັນດາເຫດການສົນທະນາກັບວິສາຫະກິດເປັນຫຼາຍຄັ້ງ. ຕົວຢ່າງທີ່ຊີ້ໃຫ້ເຫັນແຈ້ງທີ່ສຸດແມ່ນບັນດາຄວາມມານະພະຍາຍາມຂອງລັດຖະບານ ໃນການຊຸກຍູ້ການຫຼຸດຜ່ອນລາຍຈ່າຍໃຫ້ແກ່ວິສາຫະກິດ, ປະຕິຮູບລະບຽບການບໍລິຫານ. ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ໃຫ້ຮູ້ວ່າ.

        “ທ່ານນາຍົກລັດຖະມົນຕີໄດ້ສ້າງຕັ້ງສະພາໃຫ້ຄຳປຶກສາດ້ານການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ. ສະພາດັ່ງກ່າວມີ 2 ໜ້າທີ່ພື້ນຖານຄື: ທີ່ 1 ແມ່ນການເຊື່ອມຕໍ່ປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ສະເໜີໃຫ້ຂໍ້ສະເໜີແນະປະຕິຮູບ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ທີ 2 ແມ່ນຕີລາຄາການປັບປຸງລະບຽບການບໍລິຫານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ພິເສດແມ່ນການປັບປຸງຕາມມາດຕະຖານທະນາຄານໂລກ ທີ່ໄດ້ວາງອອກກ່ຽວກັບການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ”.

ສືບຕໍ່ປະຕິຮູບກົນໄກ, ນະໂຍບາຍເພື່ອພັດທະນາເສດຖະກິດພາກເອກະຊົນ

        ໃນສະພາບການທີ່ທຸກພາກສ່ວນເສດຖະກິດພວມຖືກຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0 ຫຼື ບັນດາສັນຍາການຄ້າເສລີນັ້ນ, ຄວາມຮັບຮູ້ຢ່າງຈະແຈ້ງບັນດາກາລະໂອກາດ, ສິ່ງທ້າທາຍເພື່ອໃຫ້ຂົງເຂດເສດຖະກິດພາກເອກະຊົນພັດທະນາຢ່າງມີສະຖຽນລະພາບ, ໝັ້ນຄົງ ບໍ່ພຽງແຕ່ອີງໃສ່ວິສາຫະກິດນັ້ນເອງເທົ່ານັ້ນ, ຫາກຍັງຕ້ອງການມີການໜູນຊ່ວຍຈາກລັດ, ໃນນັ້ນມີກົນໄກ, ນະໂຍບາຍທີ່ເໝາະສົມ, ແໜ້ນແຟ້ນ ແລະ ມີຄວາມຍຸຕິທຳແມ່ນສິ່ງສຳຄັນທີ່ສຸດ. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ສະເໜີວ່າ.

        “ເພື່ອເຮັດໄດ້ຕ້ອງປະຕິຮູບລະບອບລະບຽບການຮັກສາບົດບາດເປັນພື້ນຖານ. ພວກຂ້າພະເຈົ້າສະເໜີການປະຕິຮູບລະບອບລະບຽບການຕ້ອງຫັນຈຸດສຸມຈາກການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໄປສູ່ການສ້າງເງື່ອນໄຂ ແລະ ໜູນຊ່ວຍໃຫ້ແກ່ການພັດທະນາຂອງວິສາຫະກິດເວົ້າລວມ, ພາກເອກະຊົນດຳເນີນທຸລະກິດເວົ້າສະເພາະ. ຄວນປັບປຸງກົດໝາຍວ່າດ້ວຍວິສາຫະກິດ ເພື່ອໃຫ້ມີມາດຕະການບຸກທະລຸ ແນໃສ່ເປີດຊ່ອງທາງໃຫ້ບັນດາຄອບຄົວດຳເນີນທຸລະກິດ, ບັນດາວິສາຫະກິດຂະໜາດນ້ອຍເຕີບໃຫຍ່ຂຶ້ນ”.

        ຈາກສະພາບຕົວຈິງ - ປະສິດທິຜົນໃນການເຄື່ອນໄຫວ - ການປະກອບສ່ວນຂອງກຸ່ມເສດຖະກິດພາກເອກະຊົນໃຫ້ແກ່ພື້ນຖານເສດຖະກິດ, ຕະຫຼອດຮອດແງ່ຫວັງພັດທະນາໃນສະພາບເສດຖະກິດທົ່ວໂລກນັ້ນ, ລັດຖະບານຫວຽດນາມ ພວມສືບຕໍ່ປະຕິຮູບບັນດາກົນໄກ, ນະໂຍບາຍຢ່າງແຮງ ເພື່ອພັດທະນາເສດຖະກິດພາກເອກະຊົນ, ຊ່ວຍໃຫ້ນັກທຸລະກິດພາກເອກະຊົນມີກາລະໂອກາດແກ່ງແຍ້ງ - ເຕີບໂຕຢ່າງສະເໝີພາບຢູ່ພາຍໃນປະເທດ. ທີ່ເວທີປາໄສເສດຖະກິດພາກເອກະຊົນຫວຽດນາມ ປີ 2019, ເຊິ່ງດຳເນີນໃນວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໄດ້ຢືນຢັນຕໍ່ໜ້າວິສາຫະກິດກວ່າ 2.500 ແຫ່ງວ່າ.

        “ເສດຖະກິດພາກເອກະຊົນມີຄວາມສະເໝີພາບຕໍ່ກົດໝາຍ, ສະເໝີພາບໃນການແກ່ງແຍ້ງ ແລະ ໃນການຈັດແບ່ງແຫຼ່ງກຳລັງກັບບັນດາພາກສ່ວນເສດຖະກິດອື່ນ, ໂດຍສະເພາະແມ່ນການສຳພັດກັບແຫຼ່ງກຳລັງ. ໄດ້ຮັບການປົກປ້ອງຢູ່ບ່ອນວ່າ ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ເສດຖະກິດພາກເອກະຊົນພັດທະນາ. ໄດ້ຮັບການປົກປ້ອງສິດຖືກຕາມຂໍ້ກຳນົດຂອງກົດໝາຍ, ພິເສດແມ່ນຫຼຸດຜ່ອນການທັບຊ້ອນການກວດກາຂອງຂັ້ນຕ່າງໆ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ເສດຖະກິດພາກເອກະຊົນ, ເຊີດຊູບັນດາວິສາຫະກິດທຳມາຫາກິນດ້ວຍຄວາມສັດຊື່”.

        ຕາມຄາດໝາຍທີ່ໄດ້ວາງອອກຮອດປີ 2020, ຢ່າງໜ້ອຍສຸດໃຫ້ມີວິສາຫະກິດພາກເອກະຊົນ 1 ລ້ານແຫ່ງມີອັດຕາປະກອບສ່ວນເຂົ້າຍອດຜະລິດຕະພັນພາຍໃນໄດ້ປະມານ 50%. ຕົວເລກເປົ້າໝາຍເພີ່ມຂຶ້ນທົບ 1,5 ເທົ່າ ໃນປີ 2025 ແລະ ປີ 2030, ຄາດໝາຍໜ້ອຍສຸດແມ່ນມີວິສາຫະກິດພາກເອກະຊົນ 2 ລ້ານແຫ່ງ ແລະ ຍອດຜະລິດຕະພັນພາຍໃນຂອງກຸ່ມນີ້ປະກອບຄາດວ່າບັນລຸແຕ່ 60% ຫາ 65 %. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ລັດຖະບານໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ສ້າງລະບົບກົດໝາຍໃຫ້ຮັດກຸທ, ທະລຸລ່ວງ, ມີຄວາມກະຈ່າງແຈ້ງກ່ຽວກັບດ້ານພາສີອາກອນ, ຊຸກຍູ້ບົດບາດຂອງເສດຖະກິດພາກເອກະຊົນໃນການພັດທະນາລວມຂອງບັນດາພາກສ່ວນເສດຖະກິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ