ເພື່ອໃຫ້ເສດຖະກິດມະຫາພາກນັບມື້ນັບໝັ້ນທ່ຽງ

(vovworld)- ພາຍຫລັງ  8 ​ເດືອນ ທີ່​ລັດຖະບານ​ຫວຽດນາມ ປະຕິບັດ​ຈຸດໝາຍ​ພັດທະນາ​ເສດຖະກິດ ສັງຄົມ ປີ 2014 , ​ໃນ 14 ຄາດໝາຍ​ເສດຖະກິດ​ສັງຄົມທີ່​ໄດ້​ວາງ​ອອກ​ໃນ​ປີ 2014, ຄາດ​ວ່າ ຈະ​ມີ 12 ຄາດໝາຍ​ບັນລຸ ​ແລະ ລື່ນ​​ແຜນການ​. ໝາກຜົນ​ນີ້​ແມ່ນ​ພື້ນຖານ​ເພ່ືອ​ສຳ​ເລັດ​ບັນດາ​ຈຸດໝາຍ, ຄາດໝາຍ​ຂອງ​ແຜນການ​ທີ່​ໄດ້​ວາງ​ອອກ​ໃຫ້​ທັງ​ປີ, ​ແມ່ນ​ປະຖົມ​ປັ​ດ​ໄຈ​ສະ​ດວດ​ເພື່ອ​ໃຫ້​ຫວຽດນາມ ສູ້​ຊົນ​ບັນລຸ​ບັນດາ​ຄາດໝາຍ​ສູງ​ກວ່າ​ໃນ​ປີ 2015.

ເພື່ອໃຫ້ເສດຖະກິດມະຫາພາກນັບມື້ນັບໝັ້ນທ່ຽງ - ảnh 1
ພາບປະກອບ:chinhphu.vn

        ສະພາບ​ການ​ເສດຖະກິດ ສັງຄົມ ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ທຸກ​ຂົ​ງ​ເຂດ ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

        ຄາດ​ວ່າມີ​ຫລາຍ​ຄາດໝາຍ​ສຳຄັນ​​ລ້ວນ​ແຕ່​ບັນລຸ ​ແລະ ລື່ນ​​​ແຜນການ

        ​ໃນ​ບັນດາ​ຄາດໝາຍ ຊື່​ງຄາດ​ວ່າ​ຈະ​ບັນລຸ ​ແລະ ລື​່ນ​ແຜນການ ມີ​ການ​ເຕີບ​ໂຕ GDP ບັນລຸ 5,8%, ດັດຊະນີ​ລາຄາ​ໃຊ້​ສອຍ (CPI) ບັນລຸ​ປະມານ 5%. ການ​ຄາດ​ຄະ​ເນ​ນີ້​ແມ່ນ​ອີງ​ໃສ່​ຂໍ້​ສັງ​ເກດ​ລວມ ນັ້ນ​ແມ່ນ​ເສດຖະກິດ​ຫວຽດນາມ ພວມ​ໃນ​ທ່າ​ຟື້ນ​ຕົວຢ່າງ​ສະ​ໝຳ່ສະ​ເໝີ ​ແລະ ບາງ​ຂົງ​ເຂດ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ດັດຊະນີ​ລາຄາ​ໃຊ້​ສອຍ ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ຕຳ່​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ລາຄາ​ສິນຄ້າ​ບາງ​ປະ​ເພດ​ຢູ່​ທ້ອງ​ຕະຫລາດໝັ້ນທ່ຽງ. ຮອດ​ເດືອນ 8, GDP ​ໄດ້​ເພີ່ມ​ຂຶ້ນ 5,54%. ດ້ວຍ​ບັນດາ​ດັດຊະນີ​ດັ່ງກ່າວ ​ແຜນການ​ຂອງ​ທັງ​ປີ​ອາດ​ຈະ​ບັນລຸ​ຄາດໝາຍ​ທ່ີ​ວາງ​ອອກ ​ແມ່ນ 5,8%.

        ອຸດສາຫະກຳ​ຜະລິດປຸງ​ແຕ່ງ, ການ​ປະດິດ​ສ້າງ ສືບ​ຕໍ່​ຟື້ນ​ຕົວ​ດ້ວຍ​ລະດັບ​ການ​ເຕີບ​ໂຕ​ສູງ​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ(​ເພີ່ມ​ຂຶ້ນ 6,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໃນ​ນັ້ນ​ອຸດສາຫະກຳ​ຜະລິດປຸງ​ແຕ່ງ, ປະດິດ​ສ້າງ​ເພີ່ມ​ຂຶ້ນ 8,1%). ຂົງ​ເຂດ​ກະສິກຳ ກໍ​ເຊັ່ນ​ດຽວ​ກັນ, ​ເປັນ​ຕົ້ນ​ແມ່ນ​ສິນ​ໃນ​ນ້ຳ​ບັນລຸ​ຕົວ​ເລກ​ທີ່​ຫນ້າ​ປະ​ທັບ​ໃຈ ​ເມື່ອ​ມູນ​ຄ່າ​ການ​ສົ່ງ​ອອກ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ບັນລຸ​ເກືອບ 5 ຕື້ USD, ​ເພີ່ມ​ຂຶ້ນ 25% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ການ​ບໍລິການ​ກໍ​ຟື້ນ​ຕົວຢ່າງ​ວ່ອງ​ໄວ.

     

​ເລື່ອງ​ກວດກາ​ເສດຖະກິດ​ມະຫາ​ພາກ​ທຸກ​ດ້ານ​ສະ​ແດງ​ໃຫ້​ເຫັນ​ວ່າ​ສະກຸນ​ເງິນ​ມີ​ຄວາມ​ໝັ້ນທ່ຽງ. ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ບັນລຸ​ລະດັບສູງ. ປະຈຸ​ບັນ, ​ລະດັບສົ່ງ​ອອກ​ເກີນ​ດຸນຍັງຄົງ​ບັນລຸ​ໄດ້ 1,7 ຕຶ້ USD . ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນແມ່ນ, ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ການ​ສົ່ງ​ອອກ​ຂອງ​ພາກສ່ວນ​ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) ​​​ໄດ້ ກວມ​ອັດຕາສ່ວນ​ຫຼາຍ, ​ແຕ່​ວ່າ​ທ້າຍ​ປີ 2013, ພາກສ່ວນ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ໄດ້​ປະກອບສ່ວນ​ໃຫ້​ແກ່​ການ​ສົ່ງ​ອອກ, ດ້ວຍ​ລະດັບ​ເຕີບ​ໂຕ 11%. ການ​ນຳ​ເຂົ້າ​ກໍ່​ເພີ່ມ​ຂຶ້ນ, ​ແຕ່​ສ່ວນ​ຫຼາຍ​ແມ່ນ​ເຄື່ອງ​ຈັກ ​ແລະ ວັດຖຸ ອຸປະກອນທີ່ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ, ຈຳກັດ​ການ​ນຳ​ເຂົ້າ​ວັດຖຸ​ອຸປະກອນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ໃຊ້​ສອຍ. ນີ້​ກໍ່​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ການ​ນຳ​ເຂົ້າ​ໄດ້​ຮັບການ​ຄຸ້ມ​ຄອງ​ຢ່າງ​​ແໜ້ນ​ແຟ້ນ​​.

        ກ່ຽວ​ກັບ​ການ​ປ່ອຍ​ທຶນ FDI ​, ທຶນ ODA  ​ແລະ ທຶນ​ກູ້​ຢືມ​ດ້ວຍ​ດອກ​ເບ້ຍ​ຕຳ່​ແມ່ນ​ບັນລຸ​ລະດັບ​ສູງ​ພໍ​ສົມຄວນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ການ​ປ່ອຍ​ເງິນ ODA ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013 ​ແມ່ນ​ເພີ່ມ​ຂຶ້ນ 41%, ​ເທົ່າ​ກັບ 3 ຕຶ້ກວ່າ USD. ນີ້​ແມ່ນ​ອັດຕາ​ສ່ວນ​ສູງ​ສູດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.

        ຕາມ​ຕົວ​ເລກ​ສະຖິຕິ​ເຖິງ​ເດື​ອນ 8 ​ແລ້ວ, ມີ​ສັນຍານ​ທີ່​ໜ້າ​ຊື່ນ​ຊົມ​ໜຶ່ງ​ອີກ​ນັ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງທຶນ​ຕໍ່​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງລົງທຶນ​ກ້ອນ​ໃຫຍ່, ​​ແລະ ເປີດ​ກວ້າງ​ການ​ຜະລິດຢູ່​ຫວຽດນາມ. ນອກ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ກໍ່​ມີ​ວິ​ສາ​ຫະກິດ​ປະມານ 10.000 ​ແຫ່ງ, ​ເຊິ່ງກ່ອນ​ນີ້​ໄດ້​ປະກາດ​ອັດ​ປະຕູ, ​ແຕ່​ປະຈຸ​ບັນ​ໄດ້ສືບ​ຕໍ່​ທຳ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ແລ້ວ.

        ການ​ສົມທົບ​ນະ​ໂຍບາຍ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​ຢ່າງ​ແໜ້ນ​ແຟ້ນ, ມີ​ໄຫວ​ພິກ

        ​ເຖິງ​ວ່າ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ​ໄດ້​ຮັບ​ກາ​ນຄວບ​ຄູ​ມ​ແລ້ວ​ກໍ່ຕາມ, ​ແຕ່​ລັກສະນະ​ໝັ້ນທ່ຽງ​ບໍ່​ທັນ​ສູງ​ເທື່ອ, ລະດັບ​ສິນ​ເຊື່ອ​ຍັງ​ຕຳ່, ຄວາມ​ຕ້ອງການ​ສັງ​ລວມບໍ່​ທັນ​ຫັນປ່ຽນ​ຕາມ​ທ່າ​ອ່ຽງທີ່​ດີ​ເທື່ອ. ບົນ​ພື້ນຖານ​ນັ້ນ, ​ໃນ 4 ​ເດືອນ​ທີ່​ຍັງ​ເຫຼືອ​ຂອງ​ປີ 2014, ລັດຖະບານ​ຫວຽດນາມ​ຈະ​ສືບ​ຕໍ່​ເຕົ້າ​ໂຮມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ຄວາມ​ຕ້ອງການ, ​ເພີ່ມ​ລະດັບ​ສິນ​ເຊື່ອ​ດ້ວຍ​ຫຼາຍ​ມາດ​ຕະການ. ກ່ຽວ​ກັບ​ການ​ແກ້​ໄຂ​ໜີ້​ເສຍ. ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ, ທ່ານ​ນາງ ຫງວຽນ​ທິຮົ່ງ ​ໃຫ້​ຮູ້​ວ່າ, ​ເພື່ອ​ໜູນ​ຊ່ວຍ​ໃຫ້​ວິວັດ​ການ​ແກ້​ໄຂ​ໜີ້​ເສຍ​ຢ່າງ​ຕັ້ງໜ້າ, ທະນາຄານ​ແຫ່ງ​ລັດ​ໄດ້​ຊີ້​ນຳ​ໃຫ້​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສົມບັດ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ຫວຽດນາມ ຕັ້ງໜ້າ​ຊີ້​ໜີ້​ເສຍ, ​ເພື່ອ​ຮອດ​ທ້າຍ​ປີ​ນີ້​ຊື້​ໜີ້​ເສຍຂອງ​ບັນດາ​ອົງການ​ສິນ​ເຊື່ອໃຫ້​ໄດ້​ປະມານ 70.000-100.000 ຕື້​ດົ່ງ.

“​ໃນ​ໄລຍະ​ຈະ​ມາ​ເຖິງ ທະນາຄານ​ແຫ່ງ​ລັດ ສືບ​ຕໍ່​ຊີ້​ນຳ​ບັນດາ​ອົງການ​ສິນ​ເຊື່ອ​ເພີ່ມທະວີ ​ແລະ ນຳ​ໃຊ້​ກອງ​ທຶນ​ສະ​ສົມ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ ​ເພື່ອ​ແກ້​ໄຂ​ຫນີ້​ເສຍ ​ແລະ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ເພື່ອ​ກວດກາ​ບັນດາ​ຂໍ້​ຕິດ​ຂັດ​ໃນ​ດຳລັດ​ເລກທີ 53 ກ່ຽວ​ກັບ​ການ​ແກ້​ໄຂ​ຫນີ້​ເສຍ​ຂອງ​ລັດຖະບານ ​ເພື່ອ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ແກ້​ໄຂ​ຫນີ້​ເສຍ. ນອກ​ນັ້ນ, ຄວນ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ຢ່າງ​ແຫນ້ນ​ແຟ້ນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ດຳລັດ​ເລກທີ 53 ​ເພື່ອ​ຍູ້​ໄວ​ວິວັດ​ການ​ແກ້​ໄຂ​ຫນີ້​ເສຍ.”

        ບັນຫາ​ທີ່​ສອງຄວນ​ສຸມ​ໃສ່​ ລັດຖະບານ​ພວມ​ຊີ້​ນຳທຸກ​ຂັ້ນ,​ ຂະ​ແຫນງ​ການ,  ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່. ຂົງ​ເຂດ​ນີ້ ຫວຽດນາມ ມີ​ຄວາ​ມານະ​ພະຍາຍາມ​ໃຫຍ່​ຫລວງ ​ແຕ່​ໃນ​ໄລຍະ​ນີ້ ຄວນ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ກວ່າ​ອີກ. ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ ​ແລະ ລະບົບ​ທະນາຄານຄືນ​ໃຫມ່ ດ້ວຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ປະກອບສ່ວນ​ບັນລຸ​ການ​ເຕີບ​ໂຕ.

        ນອກ​ນັ້ນ, ​ເລື່ອງ​ເດັດດ່ຽວ​ຫລຸດຜ່ອນ​ບັນດາ​ລະບຽບ​ການ​ດ້ານ​ບໍລິຫານ​ທີ່​ບໍ່ຈຳ​​ເປັນ ​ເພື່ອ​ສ້າງ​ກຳລັງ​ຫນູນ ຊຸກ​ຍູ້​ການ​ຜະລິດ, ການ​ລົງທຶນ, ປັບປຸງ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ແຫ່ງ​ຊາດ ກໍ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ການ​ກວດກາ, ສະຫລຸບ, ຕີ​ລາຄາ ​ແລະ ສະ​ເຫ​ນີ ລົບ​ລ້າງ​ບັນດາ​ການ​ວາງ​ແຜນ​ກຳນົດ​ທີ່​ບໍ່​ເໝາະ​ສົມ, ​ສິ້ນເປືອງ​ຫລາຍ, ກີດຂວາ​ງຕະຫລາດ, ກີດຂວາງການພັດທະນາ…. ​ເມື່ອ​ເຕື້​ອງ​ເຖິງ​ເນື້ອ​ໃນ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ສັງຄົມ​ໃດ​ກໍ​ຕ້ອງ​ຄຸ້ມ​ຄອງ​ດ້ວຍ​ກົດໝາຍ, ດ້ວຍ​ຍຸດ​ທະ​ສາດ, ດ້ວຍ​ການວາງ​ແຜນ​ກຳນົດ. ປະຈຸ​ບັນ  ແຜນ​ກຳນົດ​ຂອງ​ຫວຽດນາມ ຄຸນ​ນະພາ​ບບໍ່​ທັນ​ສູງ, ສິ້ນເປືອງຫລາຍ, ກໍ່​ຄວາມ​ຫຍຸ້ງຍາກສັບສົນ… ສະ​ນັ້ນ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮັບຜິດຊອບ​ເປັນ​ເສນາ​ທິການ​​ເພື່ອ​ສັງ​ລວມໃຫ້​ແກ່​ລັດຖະບານ ສຸ່ມ​ໃສ່​ວາງ​ແຜນ​ກຳນົດ​ເພື່ອສາມາດ​ເປັນ​ໄປໄດ້.”

        ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ລະບົບ​ການ​ເມືອງ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ, ຫວຽດນາມ ພວມ​ສຳ​ເລັດ​ບັນດາ​ຄາດໝາຍ​ເສດຖະກິດ ສັງຄົມ​ຂອງ​ປີ 2014 ເທື່ອລະກ້າວ. ນີ້​ແມ່ນ​ສັນຍາ​ນ​ເປັນ​ຫນ້າ​ຊື່ນ​ຊົມ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສດຖະກິດ​ຫວຽດນາມ ພວມ​ໃນ​ທ່າ​ຟື້ນ​ຕົວຢ່າງ​ສະ​ໝຳ່ສະ​ເຫມີ, ສ່າ​ງທ່າ​ພັດທະນາ​ຢູ່​ໃນ​ລະດັບ​ສູງ​ກວ່າ, ໝັ້ນທ່ຽງກວ່າ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ