ເພື່ອໃຫ້ແນວຄິດ, ຄຸນສົມບັດຂອງ ປະທານໂຮ່ຈິມິນໃຫ້ກາຍເປັນພື້ນຖານຢ່າງໝັ້ນຄົງໜັກແໜ້ນຂອ

ວັນ​ທີ 15/5, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ເລກ​ທີ 05 ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນ. ການ​ປະ​ຕິ​ບັດ​ຄຳ​ສັ່ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ນຳ​​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນໃຫ້​ກາຍ​ເປັນ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ​ຂອງ​ຊີ​ວິດ​ສັງ​ຄົມ.

 

ເພື່ອໃຫ້ແນວຄິດ, ຄຸນສົມບັດຂອງ ປະທານໂຮ່ຈິມິນໃຫ້ກາຍເປັນພື້ນຖານຢ່າງໝັ້ນຄົງໜັກແໜ້ນຂອ - ảnh 1
ປະ​ທານ​ໂຮ່​ຈິ​ມິນ​ໂອ້​ລົມ​ກັບ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຂວງວິ້ງ​ຟຸກ​ເມື່ອ​ວັນ​ທີ 2.3.1963

      ເນື້ອ​ໃນ​ພື້ນ​ຖານ​ຂອງຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ 12 ແມ່ນ​ຕີ​ລາ​ຄາ​ຄືນ​ໂດຍ​ສັງເຂບກ່ຽວ​ກັບ​ໝາກ​ຜົນ, ​ຄວາມຈຳ​ກັດ​ຂອງ​ການ​ປະ​ຕິ​ບັດ ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ 11 ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງຄຸນ​ສົມ​ບັດປະ​ທານ​ໂຮ່​ຈິມ​ິນໃນ 5 ປີ​ທີ່​ຜ່ານ​ມາ. ຕາມນັ້ນ​ແລ້ວ, ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ 11 ໄດ້​ບັນ​ລ​ຸ​ໝາກ​ຜົນ​ໃນ​ເບື້ອງ​ຕ​ົ້ນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ ແລະ ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 11 ກ່ຽວ​ກັບ​ບາງ​ບັນ​ຫາ​ທີ່​ຮີບ​ດ່ວນ​ໃນ​ການກໍ່ສ້າງ​ພັກ​ໃນ​ປະ​ຕິ​ບັນຢ່າງ​ມີ​ໄຊ.

     ຈຸດ​ໃໝ່​ຂອງ​ຄຳ​ສັ່ງ​ເລກ​ທີ 05

    ຄຳ​ສັ່ງ​ເລກ​ທີ 05 ໄດ້​ຍົກ​ອອກ​ລະ​ບົບ​ທັດ​ສະ​ນະ​ແນວ​ຄິດ​ປະ​ທານ​ໂຮ່​ຈິ​ມິນ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ຊົນ​ຊັ້ນ, ປົດ​ປ່ອຍ​ສັງ​ຄົມ ແລະ ມະ​ນຸດ​ຊຶ່​ງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່ລະ​ຄົນຄວນ​ຮ່ຳ​ຮຽນ. ຄຳ​ສັ່ງ​ເລກ​ທີ 5ໄດ້​ເຕື້ອງ​ເຖິງ​ບັນ​ດາ​ທັດ​ສະ​ນະແບບ​ຢ່າງຄຸນ​ສົມ​ບັດປະ​ທານ​ໂຮ່​ຈິມ​ິນກ່ຽວ​ກັບ​ການ​ເດັດ​ດ່ຽວ​ຈົງ​ຮັກ​ພັກ​ດີ, ຍຶດ​ໝັ້ນ​ແນ​ວ​ຄິດປະ​ຕິ​ວັດ, ຖື​ຜົນ​ປະ​ໂຫຍດ​ຂອງ​ພັກ, ຂອງ​ປະ​ຊາ​ຊົນ​ເປັນ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ຮັບ​ໃຊ້​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ. ກ່ຽວ​ກັບ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ຄຳ​ສັ່ງ​ເລກ​ທີ 5 ໄດ້​ຊີ້ໃຫ້​ເຫັນ​ແບບ​ແຜນ​ຈິນ​ຕະ​ນາ​ການ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍາມ​ໃດ​ທິດ​ສະ​ດີ​ກໍ​ຕ້ອງ​ຕິດ​ພັນ​ກັບ​ພຶດ​ຕິ​ກຳ, ມີ​ຈິດ​ໃຈ​ຮັກ​ປະ​ຊາ​ຊົນ, ເຄົາ​ລົບ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ, ຄຳ​ເວົ້າ​ໄປ​ຄຽ​ງ​ຄູ່ກັບ​ການ​ກະ​ທຳ, ເກັ້ຍ​ກອມ​ປະ​ຊາ​ຊົນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ໃນຄຳ​ສັ່ງ​ເລກ​ທີ 05, ກົມ​ການ​ເມ​ືອງ​ໄດ້​ກຳ​ນົດ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນແມ່ນ​ເນື້ອ​ໃນ​ປະ​ການ​ໜຶ່ງ​ທີ່​ສຳ​ຄັນ​ຂອງວຽກ​ງານກໍ່​ສ້າງ​ປັບ​ປຸງ​ພັກ. ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຮ​ວາ ຫົວ​ໜ້າ​ກົມ​ສັງ​ກັດ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໃຫ້​ຮູ້​ວ່າ :

    “ຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ​ໄດ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ເຮັດ​ໃຫ້​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນກາຍ​ເປັນ​ພື້ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ​ຂອງ​ຊີ​ວິດ​ສັງ​ຄົມ, ສ້າງວັດ​ທະ​ນະ​ທຳ​ມະ​ນຸດ​ຫວຽດ​ນາມ. ຕ້ອງ​ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ກອງ​ທັບ​ມີ​ຄວາມ​ຮັບ​ຮູ້​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ່​ວາ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຄຸນ​ຄ່າອັນ​ໃຫຍ່ຫຼວງ​ຂອງແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນ. ກົມ​ການ​ເມືອງ​ໃນ​ຄັ້ງ​ນີ້ ​ພິ​ເສດໄດ້​ຮຽກ​ຮ້ອງໃຫ້​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນຕ້ອງ​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 29 ຂອງ​ຄະ​ນະ​ບໍ​ລິ​ຫາ​ນ​ງານ​ສູນ​ກາງ​ພັກສະ​ໄໝ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກ​ສາ ແລະ ກໍ່​ສ້າງ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ. ດັ່ງ​ນັ້ນ, ກົມ​ການ​ເມືອງ​ສະ​ໄໝ​ທີ 12 ໄດ້​ຮຽກ​ຮ້ອງ​ຢ່າງ​ສູງ​ສຸດ​ວ່າ ການກໍ່​ສ້າງ​ຕ້ອງ​ຕິດ​ພັນ​ກັບ​ການ​ຕ້ານ, ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ ກະ​ຕຸກ​ຊຸກ​ຍູ້, ໂຄ​ສະ​ນາ​ກ່ຽວ​ກັບ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ”

     ຮ່ຳ​ຮຽນ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນ ຕາມ​ຫົວ​ເລື່ອງ​ໃນ​ທົ່ວ​ທັງ​​ອາ​ຍຸ​ການ

    ຕາມ​ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຮ​ວາ, ເພື່ອ​ນຳຄຳ​ສັ່ງ​ເລກ​ທີ 05 ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ຄົ້ນ​ຄ້​ວາ​ຊາບ​ຊຶມຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ​ໃນ​ບັ້ນ​ດຳ​ເນີນ​ຊີ​ວິດ​ພັກ​ກໍ​ຄືບັ້ນ​ດຳ​ເນີນ​ຊີ​ວິດ​ຂອງ​ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ. ຈາກນັ້ນ, ສາ​ມາດ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນ​ດາ​ຈຸດ​ປະ​ສົງ​ທີ່​ຕ້​ອງ​ການ, ກໍ​ຄື​ເນື້ອ​ໃນ, ຈຸດ​ໃໝ່​ຂອງຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຮ​ວາ ເນັ້ນ​ໜັກ​ວ່າ : 

    “ ການ​ຮ່ຳ​ຮຽນ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນແມ່ນ​ໄດ້​ປະ​ຕິ​ບັດ​ຕາມ​ທິດ​ນຳ​ທີ່​ວ່າ ຂັ້ນ​ເທິງຮຽນ​ກ່ອນ ປະ​ຕິ​ບັດ ​ກ່ອນ, ຂັ້ນ​ລຸ່ມ​ຮຽນ​ຕາມ​ພາຍຫຼັງ, ປະ​ຕິ​ບັດ​ຕາມ​ພາຍຫຼັງ ກໍ​ຄື​ຢູ່​ພາຍ​ໃນ​ພັກ​ຮຽນ​ກ່ອນ, ຢູ່​ພາຍນອກ​ພັກ ຮຽນ​ຕາມ​ພາຍຫຼັງ. ແຕ່​ລະ​ປີ ເນື່ອງ​ໃນໂອ​ກາດສະ​ເຫຼີມ​ສະຫຼອງວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ, ກົມ​ການ​ເມືອງ ກໍ​ເປີດ​ຊຸດ​ຮຽນ​ ​ຫົວ​ເລື່ອງ ກ່ຽວ​ກັບແນວ​ຄິດແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນຕິດ​ພັນ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ຂອງໜ້າ​ທີ່ໃນ​ປີ. ພ້ອມ​ກັນ​ນັ້ນ ກໍ​ສ້າງ​ແຜນ​ການ​ປະ​ຕິ​ບັດຕາມປະ​ທານ​ໂຮ່​ຈິມິນເພື່ອ​ໃຫ້​ພະ​ນັກ​ງານ ສະ​ມາ​ຊິກ​ພັກ​ເຮັດ​ຕາມ”

     ຄຳ​ສັ່ງ​ເລກ​ທີ 05 ໄດ້​ເນັ້ນ​ໜັກ​ວ​່າ ການ​ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ, ກະ​ຕຸກ​ຊຸກ​ຍູ້​ການ​ຮ່ຳ​ຮຽນ ແລະ ​ປະ​ຕິ​ບັດຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນ ຕ້ອງ​ຕິດ​ພັນ​ກັບ​ການ​ສັງ​ເກດຕີ​ລ​າ​ຄາພະ​ນັກ​ງານ ລັດ​ຖະ​ກອນ, ສະ​ມາ​ຊິກ​ພັກໃນ​ແຕ່​ລະ​ປີ ແລະ ທັງ​ອາ​ຍຸ​ການ. ຕາມນັ້ນ​ແລ້ວ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສືບ​ຕໍ່​ສ້າງ​ມາດ​ຖານ​ດ້ານ​ຈັນ​ຍາ​ບັນ, ຈັນ​ຍາ​ທຳຂອງ​ພະ​ນັກ​ງານ​ຢູ່ແຕ່​ລ​ະ​ທ້ອງ​ຖິ່ນ, ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ​ໃຫ້​ສົມ​ບູນ​ແບບ. ບັນ​ດານ​ະ​ໂຍ​ບາຍ, ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຈັນ​ຍາ​ບັນ, ຈັນ​ຍາ​ທຳ​ຂອງ​ພະ​ນັກ​ງານ ກໍ​ຈະ​ສືບ​ຕໍ່​ສ້າງ​ໃຫ້​ສົມ​ບູນ​ແບບ. ຄຳ​ສັ່ງ​ເລກ​ທີ 05 ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການກໍ່​ສ້າງ, ສະຫຼຸບ ແລະ  ທະ​ວີ​ຄຸນບັນ​ດາຕົວ​​ແບບ​ທີ່​ກ້າວ​ໜ້າກ່ຽວ​ກັບ​ການປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິມ​ິນ.

ຕອບກັບ

ຂ່າວ/ບົດ​ອື່ນ