ເພື່ອໃຫ້ໂລກມີຄວາມປອດໄພ, ປອດອາວຸດນິວເຄຼຍ

(VOVWORLD) -Honduras ໄດ້ໃຫ້ສັດຕະຍາບັນສັນຍາ, ກາຍເປັນປະເທດທີ 50 ທີ່ໃຫ້ສັດຕະຍາບັນເອກະສານ, ຜ່ານນັ້ນກໍ່ໄດ້ມີເງື່ອນໄຂຈຳເປັນຢ່າງພຽງພໍເພື່ອໃຫ້ TPNW ເລີ່ມມີຜົນສັກສິດພາຍຫຼັງ 90 ວັນອີກ

ເພື່ອໃຫ້ໂລກມີຄວາມປອດໄພ, ປອດອາວຸດນິວເຄຼຍ - ảnh 1ສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ (TPNW) ເລີ່ມມີຜົນສັກສິດພາຍຫຼັງ 90 ວັນອີກ

(ພາບ: ploughshares.org)

ໃນທ້າຍອາທິດຜ່ານມາ, ບັນດາຄວາມມານະພະຍາຍາມຊຸກຍູ້ສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ (TPNW) ໃຫ້ມີຜົນສັກສິດບັນລຸໄດ້ບາດກ້າວຢ່າງໃຫຍ່ຫຼວງ ເມື່ອສະຫະປະຊາຊາດໄດ້ແຈ້ງໃຫ້ຊາບຢ່າງເປັນທາງການກ່ຽວກັບເລື່ອງ Honduras ໄດ້ໃຫ້ສັດຕະຍາບັນສັນຍາ, ກາຍເປັນປະເທດທີ 50 ທີ່ໃຫ້ສັດຕະຍາບັນເອກະສານ, ຜ່ານນັ້ນກໍ່ໄດ້ມີເງື່ອນໄຂຈຳເປັນຢ່າງພຽງພໍເພື່ອໃຫ້ TPNW ເລີ່ມມີຜົນສັກສິດພາຍຫຼັງ 90 ວັນອີກ (ປະມານໃນເດືອນ ມັງກອນ 2021). ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ອອກສຽງຊົມເຊີຍໂດຍທັນທີ, ຖືນີ້ແມ່ນພື້ນຖານເພື່ອຮັບປະກັນໃຫ້ອະນາຄົດຂອງໂລກມີຄວາມປອດໄພ.

        ສັນຍາເກືອດຫ້າມອາວຸດນິວເຄຼຍໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ ຮັບຮອງເອົາເມື່ອວັນທີ 07 ກໍລະກົດ 2017 ໄດ້ຮັບການສະໜັບສະໜູນ ຈາກສະມາຊິກ 122 ປະເທດ ແລະ ເຂດແຄ້ວນ ແລະ ມາຮອດປະຈຸບັນໄດ້ມີ 84 ສະມາຊິກໄດ້ເຂົ້າຮ່ວມການລົງນາມ. ເຖິງຢ່າງໃດກໍ່ຕາມ, ເພື່ອເລີ່ມມີຜົນສັກສິດ, ສັນຍາສະບັບດັ່ງກ່າວຕ້ອງໄດ້ຮັບການໃຫ້ສັດຕະຍາບັນຢ່າງໜ້ອຍສຸດຂອງ 50 ປະເທດ. ຈຳນວນດັ່ງກ່າວຍັງຢຸດຢູ່ໃນຕົວເລກ 49 ຈົນເຖິງເວລາ Honduras ໃຫ້ສັດຕະຍາບັນ.

ລົບລ້າງອາວຸດນິວເຄຼຍເພື່ອອະນາຄົດທີ່ປອດໄພກວ່າ

        ໃນແຈ້ງການສະບັບໜຶ່ງ, ທ່ານປະທານຄະນະກຳມະການສະພາກາແດງສາກົນ (ICRC) Peter Maurer ຖະແຫຼງວ່າ ເຫດການ TPNW ໄດ້ມີເງື່ອນໄຂຢ່າງພຽງພໍ ແລະ ເລີ່ມມີຜົນສັກສິດແມ່ນ “ໄຊຊະນະຂອງມວນມະນຸດ ແລະ ສ້າງຄວາມຫວັງວ່າ ຈະມີອະນາຄົດປອດໄພກວ່າ”. ສ່ວນໃນສື່ສັງຄົມ Twitter, ອົງການບັ້ນລົບລ້າງອາວຸດນິວເຄຼຍ (ICAN) ສາກົນ ໄດ້ແຈ້ງໃຫ້ຊາບວ່າ Honduras ກາຍເປັນປະເທດທີ 50 ທີ່ໃຫ້ສັດຕະຍາບັນ TPNW, ເຊິ່ງເປັນການຊຸກຍູ້ສັນຍາໃຫ້ເລີ່ມມີຜົນສັກສິດ ແລະ ສ້າງ “ໜ້າປະຫວັດສາດ”.

        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Gutteres ຢືນຢັນວ່າ, ມາດຕະການແກ້ໄຂດ້ານນິວເຄຼຍແມ່ນບຸລິມະສິດຂອງສະຫະປະຊາຊາດນັບແຕ່ວັນສ້າງຕັ້ງ. ເພື່ອຜົນປະໂຫຍດທາງດ້ານຄວາມໝັ້ນຄົງຂອງທຸກໆປະເທດ, ໂລກຕ້ອງກ້າວເດີນໃນເສັ້ນທາງດຽວປອດອາວຸດນິວເຄຼຍ. ຕາມຜູ້ນຳ ອົງການສະຫະປະຊາຊາດແລ້ວ “ວິທີໜຶ່ງດຽວເພື່ອລົບລ້າງຄວາມສ່ຽງດ້ານນິວເຄຼຍ ແມ່ນລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ”.

        ຕາມວົງການນັກໄຈ້ແຍກແລ້ວ, ເຫດການສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ ໄດ້ເຕົ້າໂຮມເງື່ອນໄຂຢ່າງພຽງພໍແມ່ນຂໍ້ມູນຂ່າວທີ່ດີ ໃນສະພາບທີ່ 2 ປະເທດມີສາງອາວຸດນິວເຄຼຍໃຫຍ່ທີ່ສຸດໃນໂລກເຊິ່ງແມ່ນອາເມລິກາ ແລະ ລັດເຊຍ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບການຕໍ່ກຳນົດເວລາໃຫ້ສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ START ສະບັບໃໝ່, ເຊິ່ງແມ່ນກົນໄກຄວບຄຸມອາວຸດນິວເຄຼຍສຳຄັນທີ່ສຸດ ທີ່ຍັງມີຜົນສັກສິດລະຫວ່າງ 2 ປະເທດ.

ຄວາມວິຕົກກັງວົນຍັງມີຢູ່

        ບໍ່ພຽງແຕ່ສະພາບບໍ່ມີທາງອອກໃນການເຈລະຈາດ້ານນິວເຄຼຍລະຫວ່າງອາເມລິກາ - ລັດເຊຍ ກ່ຽວກັບສັນຍາ START ສະບັບໃໝ່ຈຶ່ງເຮັດໃຫ້ໂລກມີຄວາມວິຕົກກັງວົນເທົ່ານັ້ນ, ບັນດາກຳລັງສະໜັບສະໜູນໂລກປອດອາວຸດນິວເຄຼຍກໍ່ຍັງມີຄວາມວິຕົກກັງວົນເປັນຢ່າງຍິ່ງຕໍ່ສະພາບຕົວຈິງທີ່ວ່າ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເຊິ່ງແມ່ນ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ ແລະ ຈີນ ລ້ວນແຕ່ຍັງບໍ່ທັນເຂົ້າຮ່ວມສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ. ຊ້ຳບໍ່ໜຳນັບທັງຍີ່ປຸ່ນ ໄລ່ຮອດຈຸດເວລານີ້ແມ່ນປະເທດໜຶ່ງດຽວໃນໂລກທີ່ຖືກບຸກໂຈມຕີດ້ານອາວຸດປາລະມະນູ ກໍ່ປະຕິເສດການເຂົ້າຮ່ວມສັນຍາ TPNW. ຫວ່າງມໍ່ໆມານີ້, ວັນທີ 26 ຕຸລາ, ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Katsunobu Kato ໄດ້ຖະແຫຼງວ່າ, ປະເທດນີ້ຈະບໍ່ເຂົ້າຮ່ວມສັນຍາ TPNW. ທ່ານ Kato ຢືນຢັນວ່າ “ຍີ່ປຸ່ນ ມີເປົ້າໝາຍຮ່ວມຕໍ່ກັບສົນທິສັນຍາດັ່ງກ່າວແມ່ນລົບລ້າງອາວຸດນິວເຄຼຍ, ແຕ່ມີຄວາມແຕກຕ່າງກ່ຽວກັບວິທີສຳຜັດບັນຫາ, ສະນັ້ນ ຍີ່ປຸ່ນ ຈະບໍ່ເຂົ້າຮ່ວມການລົງນາມໃນສົນທິສັນຍາ”.

        ນອກຈາກນັ້ນ, ຫາງສຽງກໍ່ມີຄວາມວິຕົກກັງວົນຕໍ່ຄວາມປອດໄພຂອງມວນມະນຸດ ເມື່ອບັນດາວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ຫຼື ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ໃນຂະນະທີ່ການພົວພັນລະຫວ່າງບາງປະເທດມີສາງອາວຸດນິວເຄຼຍຄືອິນເດຍ - ປາກິດສະຖານ ຍາມໃດກໍ່ເຄັ່ງຕຶງ, ຊ້ອນແຝງຄວາມສ່ຽງນຳໃຊ້ອາວຸດນິວເຄຼຍ, ຊຸກຍູ້ການຊ່ວງເສັງອາວຸດນິວເຄຼຍ.

        ໂດຍແມ່ນປະເທດທີ່ມີຄວາມເຈັບປວດຢ່າງໂຫດຮ້າຍຈາກສົງຄາມ, ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ປອດອາວຸດນິວເຄຼຍ. ສານສະແດງໃຫ້ເຫັນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫານີ້ຍາມໃດກໍ່ໄດ້ສະແດງອອກຢ່າງເປັນປະຈຳ, ຕໍ່ເນື່ອງ ແລະ ຈະແຈ້ງ. ຫວ່າງມໍ່ໆມານີ້, ທີ່ກອງປະຊຸມຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຖືກໄຂຂຶ້ນໃນວັນທີ 09 ຕຸລາ ຜ່ານມາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ມີບົດກ່າວປາໄສໂດຍຕາງໜ້າບັນດາປະເທດອາຊຽນ, ໃນນັ້ນຢືນຢັນວ່າ ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສາກົນກ່ຽວກັບການຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນກຳລັງອາວຸດລ້າງຜານ, ປະຕິບັດບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ ເພື່ອມຸ່ງໄປເຖິງເລື່ອງສ້າງໂລກປອດອາວຸດນິວເຄຼຍ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຊີ້ແຈ້ງຄວາມວິຕົກກັງວົນຂອງອາຊຽນ ກ່ຽວກັບການຄົງຕົວຂອງອາວຸດນິວເຄຼຍ, ກໍ່ຄືຜົນສະທ້ອນຂອງການນຳໃຊ້ອາວຸດປະເພດນີ້. ອາຊຽນ ຖືວ່າ ການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງແມ່ນມາດຕະການໜຶ່ງດຽວ, ສະໜັບສະໜູນການປະຕິບັດສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ມຸ່ງໄປເຖິງກອງປະຊຸມກວດກາ NPT ຄັ້ງທີ 10 ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ