ເມື່ອ ອາເມລິກາ ບໍ່ເຂົ້າຮ່ວມ TPP

ເມື່ອ ອາເມລິກາ ບໍ່ເຂົ້າຮ່ວມ TPP - ảnh 1

(ພາບປະກອບ)

(vovworld) - ວັນ​ທີ 23/1, ປະທານາທິບໍດີ​ຄົນ​ໃໝ່ ອາ​ເມ​ລິ​ກາ Donald Trump ​ໄດ້​ລົງ​ນາມ​ໃນ​ລັດຖະດຳລັດ ອຳນາດ​ບໍລິຫານ​ຢ່າງ​ເປັນ​ທາງ​ການ​ແມ່ນຖອນ​ປະ​ເທດ​ນີ້​ອອກ​ຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ປະທານາທິບໍດີ​ Donald Trump ​ ​ປະຕິບັດ​ຄຳ​ໝັ້ນ​ສັນຍາ ​ເຊິ່ງທ່ານ​ໄດ້​ຍົກ​ອອກ​ມາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ປີ 2016 ​ແລະ ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ນີ້​ພວມ​ຕົກ​ຢູ່​ໃນ​ສະພາບ​ອາດ​ຈະ​ຖືກ​ຍຸບ​ເລີກ.

        TPP ​ໄດ້​ຮັບ​ການສະ​ເໜີ ​ແລະ ປຶກສາ​ຫາລື​ໃນ​ຕະຫຼອດ​ເວລາ 10 ປີຜ່ານມາ, ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະມາຊິກ​ສ່ວນ​ຫຼາຍ​ໃນ​ປີ 2016. TPP  ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂໍ້​ຕົກລົງ “​ເຂັ້ມ​ຊີ້​ທິດ“ ​ໃຫ້ການ​ເຄື່ອນ​ໄຫວ​ການ​ຄ້າ​ທົ່ວ​ໂລກ. TPP ຈະ​ມີ​ຜົນ​ສັກສິດ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​​ເຊັນ​ອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດຢ່າງ​ໜ້ອຍ​ສຸດ​ແມ່ນ 6 ປະ​ເທດ​ສະມາຊິກ, ກວມ​ຢ່າງ​ໜ້ອຍ​ສຸດ​ແມ່ນ 86% GDP ຂອງ​ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມ. ສະ​ເພາະ ອາ​ເມ​ລິ​ກາ ​ໄດ້​ກວມ​ເຖິງ ກວ່າ 60% GDP ຂອງ 12 ປະ​ເທດ​ເຂົ້າ​ຮ່ວມ TPP .

        ສາຍ​ເຫດ​ທີ່​ພາ​ໃຫ້ ອາ​ເມ​ລິ​ກາ​ບໍ່​ຢາກ​ເຂົ້າ​ຮ່ວມ TPP

        TPP ລວມມີ​ບັນດາປະ​ເທດ​ສະມາຊິກຄື: ອົດ​ສະ​ຕາ​ລີ, ບຣູ​​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່ປຸ່ນ, ມາ​ເລ​ເຊຍ, ​ເມ​ັກຊີ​ໂກ, ນີວຊີ​ແລນ, ​ເປຣູ, ສິງ​ກະ​ໂປ, ອາ​ເມ​ລິ​ກາ, ຫວຽດນາມ. ອາ​ເມ​ລິ​ກາ ​ແລະ 11 ປະ​ເທດ​ຄູ່​ຮ່ວມ​ມື​ບັນລຸ​ໄດ້​ຂໍ້​ຕົກລົງ TPP ​ເມື່ອ​ເດືອນ 10/2015. ຂໍ້​ຕົກລົງ​ນີ້​ພວມ​ຢູ່​ໃນ​ໄລຍະ​ລໍຖ້າ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ພາຄີ​ເຊັນ​ອະນຸມັດແມ່ນ 2 ປີ.

        ສຳລັບ ອາ​ເມ​ລິ​ກາ​ແລ້ວ, ​ໃນ​ຂະນະ​ທີ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ພວມ​ຢູ່​ໃນ​ໄລຍະ​ຄ້ຽວ​ຂາດນັ້ນ, ຜູ້​ສະໝັກ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ​ ແມ່ນ​ທ່ານ Donald Trump ຂອງ​ພັກສາ​ທາ​ລະນະ ​ແລະ ທ່ານ​ນາງ Hillary Clinton ຂອງ​ພັກ ປະຊາທິປະ​ໄຕ ລ້ວນ​ແຕ່​ບໍ່​ສະໜັບສະໜູນ​ຕໍ່​ເລື່ອງ​ຮັບຮອງ​ເອົາ TPP, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ມໍລະດົກ​ໃຫຍ່​ເຊິ່ງປະທາ​ນາ​ທິບໍດີ​ອາຍຸ​ການ​ກ່ອນທ່ານ Barack Obama ​ໄດ້ປະ​ໄວ້.​ ສາຍ​ເຫດ​ແມ່ນ​ຍ້ອນ​ວ່າ, ຊາວ ອາ​ເມ​ລິ​ກາ ນັບ​ມື້​ນັບ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ການ​ກະທົບ​ທີ່​ຫຍໍ້​ທໍ້​ຂອງ ​ໂລກາ​ພິວັດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ພາ​ໃຫ້ ອັງກິດ​ຕ້ອງ​ລົງ​ປະຊາ​ມະຕິ ຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ (ອີ​ຢູ). ນັບ​ແຕ່​ພາຍຫຼັງ​ວິ​ກິດ​ການ​ດ້ານ​ການ​ເງິນ​ເມື່ອ​ປີ 2008, ​ໃນ 8 ປີຜ່ານມາ, ​ເສດຖະກິດ ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ພາ​ໄປ​ເຖິງ​ສະພາບ​ຂາດ​ຄວາມ​ສະ​ເໝີ​ພາບດ້ານ​ລາຍ​ຮັບ, ສັງຄົມ ​ແລະ ການ​ຜະລິດ​ຖືກ​ຮັດ​ແຄບ​ໄວ້. ຍ້ອນ​ເຫດ​ນັ້ນ, ຊາວ ອາ​ເມ​ລິ​ກາ ຫຼາຍ​ຄົນ ​ໄດ້​ຖີ້ມ​ໂທດ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​​ເວົ້າ​ສະ​ເພາະ ​ແລະ ສະພາບ​ໂລກາ​ພິວັດ​ເວົ້າ​ລວມ.

        ​ໃນ​ສະພາບ​ການ​ນັ້ນ, ທ່ານ Donald Trump ​ແມ່ນ​ຜູ້​ທີ່​ເຄີຍ​ສະໜັບສະໜູນ​ການ​ຄ້າເສລີ ​ແລະ ທັງ​ເປັນ​ຜູ້​ທີ່​ໄດ້​ສະ​ເໜີ​ສ້າງ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ເສລີ ອາ​ເມ​ລິ​ກາ​ເໜືອ ​ໃຫ້​ສຳ​ເລັດ, ຈັດ​ວາງ​ອັດຕາ​ພາສີ 35%-45% ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາກ ​ເມັກ​ຊີ​ໂກ ​ແລະ ຈີນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Donald Trump ພັດ​ຄັດຄ້ານ TPP  ຢ່າງ​ຂ້ຽວຂາດ ​ແລະ ຖື​ວ່ານີ້​ແມ່ນ “ຂໍ້​ຕົກລົງ​ທີ່​ຮ້າຍ​ແຮງ“. ດັ່ງ​ນັ້ນ, ວຽກ​ງານ​ທຳ​ອິດ​ເມື່ອ​ກາຍ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ນັ້ນ​ແມ່ນ​ຢຸດຕິ TPP.

        ອະນາຄົດ​ຂອງ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່?

        ພາຍຫຼັງ​ທີ່ປະທານາທິບໍດີ​ຄົນ​ໃໝ່ ອາ​ເມ​ລິ​ກາ Donald Trump ​ ​ເຊັນ​ລັດຖະດຳລັດຖອນ​ປະ​ເທດ​ນີ້​ອອກ​ຈາກTPP ຢ່າງ​ເປັນ​ທາງ​ການ, ຫາງ​ສຽງ​ໂລກ​ໄດ້​ມີ​ປະຕິກິລິຍາ​ທີ່​ແຕກ​ຕ່າງ​ກັນ. ຍີ່ປຸ່ນ​ໃຫ້​ຮູ້​ວ່າ​ຈະ “ໝູນ​ໃຊ້​ກາລະ​ໂອກາດ​ທຸກ​ຢ່າງ“ ​ເພື່ອ​ເກ້​ຍກ່ອມ ປະທານາທິບໍດີ​ຄົນ​ໃໝ່ ອາ​ເມ​ລິ​ກາ Donald Trump ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ເລື່ອງ​​ເຂົ້າ​ຮ່ວມ TPP. ສ່ວນ ນິວຊີ​ແລນ ກໍ່​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພວມ​ປຶກສາ​ຫາລື​ກ່ຽວ​ກັບ “​ແຜນການ B“ ສຳລັບ TPP ​ແລະ ຈີນກໍ່​ອາດ​ຈະ​ເຂົ້າ​ຮ່ວມ TPP. ​ເຢຍລະ​ມັນ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນດາ​ວິ​ສາ​ຫະກິດ​ປະ​ເທດ​ນີ້ ອາດ​ຈະ​ໝູນ​ໃຊ້​ທ່າ​ໄດ້​ປຽບ​ເພື່ອ​ກຳ​ເອົາ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາຊີ ​ແລະ ອາ​ເມ​ລິ​ກາ​ໃຕ້ ພາຍຫຼັງ​ທີ່ ວໍ​ຊິງ​ຕັນ​ຖອນ​ອອກ​ຈາກ TPP. ​ໃນ​ຂະນະ​ນັ້ນ, ຢູ່​ປະ​ເທດ​ ອາ​ເມ​ລິ​ກາເອງ​ ກໍ່ໄດ້​ມີຄວາມ​ເຫັນ​ຄັດຄ້ານ​ຢ່າງ​ແຮງ. ວັນ​ທີ 23/1, ທ່ານ​ປະທານ​ກຳມາ​ທິການ​ກຳລັງ​ກອງທັບ, ສະພາ​ສູງ ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ John McCain ​ໄດ້​ອອກ​ຖະ​ແຫຼ​ງການ​ຕຳ​ໜິຕິຕຽນ​ການ​ກະທຳ​ນີ້​ວ່າ​ແມ່ນ “ຄວາມ​ຜິດພາດ​ຢ່າງ​ຮ້າຍ​ແຮງ“.

        TPP ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ພູມ​ສາດ​ການ​ເມືອງ​ອີກ​ດ້ວຍ. ຂໍ້​ຕົກລົງ​ລວມມີ​ບັນດາ​ຫຼັກການ​ຂ້າມ​ຊາຍ​ແດນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ຊັບ​ສິນ​ທາງ​ປັນຍາ, ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ ​ແລະ ບົດບາດ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ. TPP ຫວັງ​ວ່າ​ຈະ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສາກົນ ​ແລະ ຄອບ​ຄອງ​ບັນດາ​ບັນຫາ​ເສດຖະກິດ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ທົ່ວ​ໂລກ.

ໂດ​ຍ​ສັງ​ເກດ​ຈາກ​ທັດ​ສະ​ນະ​ດ້ານ​ເສດ​ຖະ​ກິດ ຈະ​ບໍ່​ມີ​ຄວາມ​ເສຍ​ຫາຍຫຼາຍ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ ຖ້າ​ຫາກວ່າ TPP ຖືກຫຼົງ​ລື່ມ​​. ຊ້ຳ​ບໍ່​ໜຳ, ການ​ຊຸດ​ໂຊມ​ຂອງ​ມັນ​ອາດ​ຈະ​ແມ່ນ​ປະ​ຖົມ​ປັດ​ໄຈ ແລະ ​ໄດ້ເປີດ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າ​ງ​ທີ່ດີ​ກ່​ວາ​ເພື່ອໃຫ້​​ບັນ​ດາ​ມາດ​ຕະ​ການ​​ເສດ​ຖະ​ກິດໄດ​້​ດີ​ກ່​ວາ​. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຖື​ວ່າ: ສິ່ງ​ທີ່​ເປັນ​ໜ້າ​ວິ​ຕົກ​ວັງ​ວົນ​ນັ້ນ​ແມ່ນ​ການ​ລົ້ມ​ລະ​ລາຍ​ຂອງ TPP ຈະ​ສ້າງ​ຊ່ອງ​ຫວ່າງ​ຢູ່ ອາ​ຊີ, ບັນ​ຫາ​ທີ່ ທ່ານ Barack Obama, ອະ​ດິດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ​ໄດ້​ປະ​ກອບ​ເຫື່ອ​ແຮງໃນ​ຕະຫຼອດ 8 ປີ​ທີ່​ຜ່ານ​ມາ​ເພື່​ອ​ສ້າງ​ຜົນ​ສະ​ທ້ອນ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊ​ີ​ຟິກ. ປະ​ເທດ ຈີນ ໄດ້​ກຽມ​ພ້ອມ​ປ່ຽນ​ແທນ​ເພື່ອ​ກາຍ​ເປັນ​ການ​ນຳ​ພາກ​ພື້ນ​ໃນ​ການ​ສ້າງ​ບັນ​ດາ​ຂໍ​້​ຕົກ​ລົງ​ດ້ານ​ການ​ຄ້າ​. ​ຄວາມ​ຈິງ​ແລ້ວ, ເຖິງວ່າບໍ່​ເຂົ້າ​ຮ່ວມ TPP ກໍ່​ຕາມ, ແຕ່ ຈີນ ພວມ​ຊຸກ​ຍູ້​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ລະ​ຫວ່າງ 10 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ 6 ຄູ່​ຮ່ວມ​ມື​ການ​ຄ້າ​ໃກ້​ຄຽງ, ເຊິ່ງ​ລວມ​ມີ: ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ. ເກົາຫຼີ ແລະ ນິວ​​ຊີແລນ. ພ້ອມ​ກັບ​ການ​ສ້າງ​ RCEP ​ສຳ​ເລັດ​ໂດຍ​ໄວນັ້ນ, ຈີນ ​ກໍ່ຈະ​ດຳ​ເນີນ​ການ​ເປີດ​ປະ​ຕູ​ໃຫ້​ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ ລາ​ຕີງ ເຂົ້າ​ຮ່ວມ​ຂໍ​້​ລິ​ເລີ່ມ “ແລວ​ເສດ​ຖະ​ກິດ​ໜຶ່ງ, ເສັ້ນ​ທາງ​ດຽວ” ໂດຍ​ປະ​ເທດນີ້​ເປັ​ນ​ປະ​ເທດ​ກ​ໍ່​ຕັ້ງ.

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ TPP ບໍ່​ໝາຍ​ຄວາມ​ວ່າ​ເປັນ​ການ​ສິ້ນ​ສຸດ​ສັນ​ຍາ​ການ​ຄ້າ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມັກ​ໃຫຍ່​ໄຟ​ສູງນີ້. ປະ​ຈຸ​ບັນ, ຫຼາຍ​ປະ​ເທດ​ສະ​ມາ​ຊິກ TPP ພວມ​ຄິດ​ໄລ່​ຊັ່ງ​ຊາເຖິງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ສັນ​ຍານ​ີ້ ເຊິ່ງບໍ່​ຕ້ອງ​ການ​ ​ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ TPP ອາດ​ຈະ​ກໍ່​ໃຫ້​ເກີດ​ບັນ​ດາ​ຜົນ​ຮ້າຍ​ທີ່​ຫຍໍ້​ທໍ້​ໃນ​ໄລ​ຍະ​ຍາວ, ບໍ່​ພຽງ​ແຕ່​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​​ໄປ​ຝ​ືນ​ກັບ​ທ່າ​ອຽງ​ຕ້ານ​ລັດ​ທິ​ອາ​ລັກ​ຂາ​ດ້ານ​ການ​ຄ້າ​ທົ່ວ​ໂລກອີກ​ດ້ວຍ.


ຂ່າວ/ບົດ​ອື່ນ