ເມື່ອໂລກລະບາດເກີດຂຶ້ນ, ປະຊາຊົນຍິ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານກວ່າ

(VOVWORLD) -ອົງການອະນາໄມໂລກ ຫາກໍ່ຖະແຫລງ ເຊື້ອພະຍາດ Covid 19 ແມ່ນໂລກພະຍາດແຜ່ລະບາດໃນທົ່ວໂລກ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມຄວາມມານະພະຍາຍາມຂຶ້ນທົບສອງເທົ່າເພື່ອສະກັດກັ້ນ ຄວບຄຸມໂລກພະຍາດ. ແຕ່ວ່າ ກ່ອນທີ່ ອົງການນີ້ອອກຄຳກ່າວເຕືອນ, ຫວຽດນາມ ໄດ້ເພີ່ມທະວີການປົກປ້ອງ ແລະ ເບິ່ງແຍງສຸຂະພາບໃຫ້ປະຊາຊົນ ດ້ວຍຫລາຍມາດຕະການແຮງກວ່າການຄາດຄະເນ ແລະ ບັນລຸໄດ້ປະສິດທິຜົນຕັ້ງຫນ້າ. ສິ່ງນີ້ ໄດ້ປະກອບສ່ວນເຮັດໃຫ້ປະຊາຊົນຍິ່ງມີຄວາມເຊື່ອໝັ້ນຕໍ່ພັກ ແລະ  ລັດຫວຽດນາມ ກວ່າ. 

ເມື່ອໂລກລະບາດເກີດຂຶ້ນ, ປະຊາຊົນຍິ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານກວ່າ - ảnh 1 ທ່ານາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຂອງລັດຖະບານກ່ຽວກັບການປ້ອງງກັນ ຄວບຄຸມເຊື້ອພະຍາດ Covid 19

ພາບ: TTXVN

ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ນັບແຕ່ຫົວທີ ແລະ ກະກຽມບັນດາແຜນດຳເນີນງານໃນການປ້ອງກັນ ຄວບຄຸມເຊື້ອພະຍາດ ອີງຕາມແຕ່ລະສະພາບການ. ລັດຖະບານ ໄດ້ປະກາດຂໍ້ມູນກ່ຽວກັບເຊື້ອພະຍາດຢ່າງເປີດເຜີຍ, ໂປ່ງໃສ, ຊັດເຈນ ແລະ ທັນການເພື່ອໃຫ້ປະຊາຊົນ ແລະ ປະຊາຄົມສາກົນຮັບຊາບ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ບັນດາກະຊວງ, ຂະແຫນງການ, ອົງການ, ທອ້ງຖິ່ນຕ່າງໆທີ່ກ່ຽວຂ້ອງ ແລະ ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນໃນການຜັນຂະຫຍາຍບັນດາມາດຕະການຢ່າງເໝາະສົມ, ຄົບຊຸດ, ຂ້ຽວຂາດ ແລະ ທັນການ, ສະນັ້ນ ຍາມໃດຫວຽດນາມ ກໍ່ຄວບຄຸມສະພາບການເປັນຢ່າງດີ.

ຊີວິດອີນຊີຂອງປະຊາຊົນແມ່ນການບຸລິມະສິດຕົ້ນຕໍ

ຕາມຜູ້ນຳຫນ້າລັດຖະບານແລ້ວ, ຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່ ນັ້ນແມ່ນ ທັງຄວບຄຸມໂລກລະບາດ ທັງພັດທະນາເສດຖະກິດ ແຕ່ບຸລິມະສິດຕົ້ນຕໍຂອງລັດຖະບານ ແມ່ນເດັດດ່ຽວຄວບຄຸມໂລກລະບາດ ເພື່ອຮັບປະກັນຊີວິດອີນຊີ, ສຸຂະພາບຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: “ເຖິງວ່າ ເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ອາດຈະຊອກຫາມາດຕະການຫນູນຊ່ວຍໄດ້ ແຕ່ຊີວິດອີນຊີຂອງປະຊາຊົນບໍ່ສາມາດປ່ຽນແທນໄດ້”. ຫວຽດນາມ ຍອມຮັບການເສຍຫາຍທາງດ້ານເສດຖະກິດໃນໄລຍະສັ້ນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

ຕາມທິດນຳນີ້, ຫວຽດນາມ ໄດ້ລະດົມຫລາຍກຳລັງໃນສັງຄົມເຂົ້າຮ່ວມການປ້ອງກັນຄວບຄຸມໂລກລະບາດ. ພ້ອມກັບການກະກຽມບັນດາວິທີການປ້ອງກັນ ຄວບຄຸມພາຍໃນປະເທດແລ້ວ ນັບແຕ່ເມື່ອເຊື້ອພະຍາດລະບາດຂຶ້ນຢູ່ຫລາຍປະເທດ, ຫວຽດນາມ ໄດ້ປະຕິບັດວຽກງານປົກປ້ອງພົນລະເມືອງຢູ່ເຂດທີ່ຖືກຜົນສະທ້ອນ.

 ມີພົນລະເມືອງຢູ່ພາຍໃນປະເທດ ແລະ ຊາວຕ່າງປະເທດນັບໝື່ນໆຄົນ ມີຄວາມສ່ຽງຕິດເຊື້ອພະຍາດ ກໍ່ໄດ້ຮັບການຕິດຕາມກວດກາ, ແຍກຕົວ, ຮັບປະກັນເງື່ອນໄຂເລື່ອງກິນຢູ່ ແລະ ເບິ່ງແຍງສຸຂະພາບໂດຍບໍ່ເສຍຄ່າ. ສຳລັບຜູ້ຕິດເຊື້ອພະຍາດ, ຫວຽດນາມ ໄດ້ລະດົມທຸກພາຫະນະ ອຸປະກອນການແພດ ແລະ ຖັນແຖວແພດໝໍ ທ່ານໝໍ ເພື່ອປິ່ນປົວໃຫ້ 16 ຄົນຕິດເຊື້ອພະຍາດ Covid 19 ມາຮອດຈຸດເວລາປະຈຸບັນ ໄດ້ຫາຍດີ ແລະ ອອກໂຮງໝໍແລ້ວ, ໃນນັ້ນ ມີຊາວຕ່າງປະເທດ.

ຄວາມເຊື່ອໝັ້ນເພີ່ມຂຶ້ນທົບສອງເທົ່າ

ມາຮອດປະຈຸບັນ ກິດຈະການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ຢູ່ ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນ, ສ້າງຄວາມປະທັບໃຈອັນດີງາມຕໍ່ປະຊາຊົນ ແລະ ປະຊາຄົມສາກົນ. ນາງ ດ່າວທິລຽນ ນັກສຶກສາກັບມາຈາກ ສເກົາຫລີ ເມື່ອວັນທີ 26 ກຸມພາ ແລະ ໄດ້ແຍກຕົວເຝົ້າລະວັງ ໄດ້ຂຽນວ່າ: ມາຮັບພວກຂ້າພະເຈົ້າຢູ່ສະຫນາມບິນ ໂນ້ຍບາຍ ບໍ່ແມ່ນພໍ່ແມ່ ຍາດຕິພີ່ນ້ອງ ຫາກແມ່ນບັນດານັກຮົບ, ພະນັກງານການທະຫານ. ທຸກໆມື້ ພວກຂ້າພະເຈົ້າໄດ້ຮັບການກວດພະຍາດ, ໄດ້ໂອ້ລົມ, ຫັດກາຍ, ຫລິ້ນກິລາ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງ ພັກ, ລັດ, ທະຫານລຸງໂຮ່ທີ່ຮັກແພງ.

ນັກປະພັນ Marko Nikolic ຊາວ ແຊກບີ ດຳລົງຊີວິດມາເປັນຫລາຍປີຢູ່ ຮ່າໂນ້ຍ ໄດ້ຂຽນວ່າ: “ເຖິງວ່າ ເຊື້ອພະຍາດ Covid 19 ຜັນແປໄປຢ່າງສັບສົນຍາກທີ່ຈະຄາດຄະເນລ່ວງຫນ້າໄດ້, ແຕ່ຂ້າພະເຈົ້າຍັງຄົງມີຄວາມປະເອີບໃຈເມື່ອເຫັນວ່າ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ໄດ້ມີມາດຕະການປ້ອງກັນ ຄວບຄຸມໂລກລະບາດຢ່າງວ່ອງໄວ ຖືກຕ້ອງ ແລະ ພະນັກງານການແພດຂອງຫວຽດນາມ ສຸດຈິດສຸດໃຈກັບຄົນເຈັບ.

ອ້າຍ ຢາງຫງວຽນ, ອາຈານສອນຢູ່ສູນພາສາອັງກິດ ແມ່ນຜູ້ທີ່ໄດ້ດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ ອາເມລິກາ ມາເປັນເວລາຫລາຍປີ ໄດ້ເວົ້າວ່າ: “ບໍ່ມີຜູ້ໃດປະຕິເສດຕໍ່ຄວາມສຳຄັນສູງສຸດຂອງລັດຖະບານຫວຽດນາມ ໃນການປົກປ້ອງໃຫ້ ຊາວ ຮ່າໂນ້ຍ ກໍ່ຄື ປະຊາຊົນໃນທົ່ວປະເທດມີຄວາມປອດໄພຈົນເຖິງຈຸດເວລານີ້.ອາດເວົ້າໄດ້ວ່າ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລັດຖະບານ ໄດ້ຮັບການປັບປຸງໃນຫລາຍຊ່ອງທາງ, ໃນນັ້ນ ພົ້ນເດັ່ນ ແມ່ນຄວາມເຊື່ອໝັ້ນຕໍ່ຂໍ້ມູນຂ່າວ ແລະ ການແນະນຳຂອງລັດຖະບານເຖິງຊີວິດການເປັນຢູ່ຂອງປະຊາຊົນໃນ ສອງເດືອນຜ່ານມາ. ບັນດາການນຳລັດຖະບານ ສະແດງໃຫ້ເຫັນລັກສະນະຊັດເຈນ, ກະທັດລັດ ໃນການຖະແຫລງ ທັງເຕັມໄປດ້ວຍຂໍ້ມູນຂ່າວ ທັງມີລັກສະນະຄາດຄະເນ,  ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ. ສຳລັບບັນດາປະເທດ ເອີລົບ ຫລື ອາເມລິກາ, ເກືອບຄືວ່າ ບໍ່ມີການປ້ອງກັນ ຄວບຄຸມໂລກລະບາດຢ່າງແຮງ ແລະ ຂ້ຽວຂາດ ກໍ່ຄືການປິ່ນປົວ ທັນການ ແລະ ຖືກຕ້ອງຄື ຢູ່ຫວຽດນາມ. ອາຈານ ຢາງຫງວຽນ ຢືນຢັນ: ອ້າຍຂຽນມາ ບໍ່ແມ່ນຍ້ອງຍໍ ແຕ່ອ້າຍມີຄວາມເຊື່ອໝັ້ນຢ່າງແທ້ຈິງ.

ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລ້ວ, ມາຮອດປະຈຸບັນ ຫວຽດນາມ ມີກຳລັງຄວາມສາມາດ, ແຫລ່ງກຳລັງ, ຈິດໃຈ, ປະສົບການຢ່າງພຽງພໍເພື່ອຄວບຄຸມໂລກລະບາດ. ຕໍ່ຫນ້າການຜັນແປຫລ້າສຸດຂອງເຊື້ອພະຍາດແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳເພື່ອກະກຽມໃຫ້ດີສຸດ, ກຽມພ້ອມໃຫ້ທຸກສະພາບການເກີດຂຶ້ນ, ສືບຕໍ່ຊາບຊຶມຈິດໃຈ “ຕ້ານໂລກລະບາດເໝືອນດັ່ງຕ້ານສັດຕູ” ພ້ອມແລ້ວເສຍຫາຍດ້ານເສດຖະກິດເພື່ອປົກປ້ອງສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນ. ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ລັດຖະບານ ຈະແມ່ນສິ່ງອັນລ້ຳຄ່າເພື່ອໃຫ້ລັດຖະບານ ສືບຕໍ່ໝັ້ນໃຈ ມີມາດຕະການປ້ອງກັນ ຄວບຄຸມເຊື້ອພະຍາດໄດ້ຢ່າງທັນການ, ຕັດສິນໃຈຍູ້ເຊື້ອພະຍາດ Covid 19 ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ