ເລີ່ມ​ດຳ​ເນີນ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ໃໝ່: ຊີ​ຣ​ີ ຊອ​ກ​ຫາ​ສັນ​ຕິ​ພ​າບ, ສະ​ຖຽນ​ລະ​ພາບ

(VOVWORLD) - ລັດຖະບານ ຊີຣີ ແລະ ຝ່າຍຄ້ານ ຫາກໍມີຄວາມເຫັນດີເປັນເອກະພາບຢ່າງເປັນທາງການເລີ່ມດຳເນີນວິວັດການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນ, ພາຍໃຕ້ການເຂົ້າຮ່ວມຂອງ ສປຊ. ການເຈລະຈາຂອງຄະນະກຳມະການລັດຖະທຳມະນູນ ຊີຣີ (SCC) ດຳເນີນຢູ່ ເຊີແນວຄັ້ງນີ້ ຄາດວ່າຈະແກ່ຍາວເປັນເວລາ  01 ອາທິດ, ດ້ວຍຄວາມປາດຖະໜາບັນລຸໄດ້ພື້ນຖານນິຕິກຳຢ່າງຮອບດ້ານ, ຍາວນານ, ແກ້ໄຂຄວາມແຕກຕ່າງກັນລະຫວ່າງພັກຝ່າຍຕ່າງໆຢູ່ ຊີຣີ ແລະ ເປີດປະຕູໃຫ້ແກ່ວິວັດທະນາການການເມືອງທີ່ກວ້າງໃຫຍ່ກວ່າ.

  ຄະນະກຳມະການລັດຖະທຳມະນູນ ຊີຣີ ມີສະມາຊິກທັງໝົດ 150 ທ່ານ, ໃນນັ້ນ ມີ 50 ທ່ານຂຶ້ນກັບລັດຖະບານ ຊີຣີ ແລະ 50 ທ່ານ ແມ່ນຜູ້ຕາງໜ້າຝ່າຍຄ້ານ ແລະ 50 ທ່ານແມ່ນຜູ້ຕາງໜ້າມາຈາກອົງການພົນລະເຮືອນຕ່າງໆ ໂດຍ ສປຊ ແຕ່ງຕັ້ງ. ອະນຸກຳມະການຂອງ ຄະນະກຳມະການລັດຖະທຳມະນູນ ຊີຣີ ລວມມີຜູ້ຕາງໜ້າ 45 ທ່ານ, ແຕ່ລະຝ່າຍມີ 15 ທ່ານ, ໂດຍສຸມໃສ່ປຶກສາຫາລືກ່ຽວກັັບບັນດາຫຼັກການລັດຖະທຳມະນູນ.

ເລີ່ມ​ດຳ​ເນີນ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ໃໝ່: ຊີ​ຣ​ີ ຊອ​ກ​ຫາ​ສັນ​ຕິ​ພ​າບ, ສະ​ຖຽນ​ລະ​ພາບ - ảnh 1ກອງປະຊຸມຄະນະກຳມະການລັດຖະທຳມະນູນ ຊີຣີ ຢູ່ ເຊີແນວ ໃນວັນທີ 30 ຕຸລາ 2019 (ພາບເອກະສານ: THX/TTXVN)

        ຄະນະກຳມະການລັດຖະທຳມະນູນ ຊີຣີ ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ

        ຄະນະກຳມະການລັດຖະທຳມະນູນ ຊີຣີ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ເດືອນຕຸລາ 2019 ພາຍຫຼັງກອງປະຊຸມສັນຕິພາບ ຊີຣີ ໂດຍ ລັດເຊຍ ເປັນປະທານ. ນີ້ແມ່ນຂໍ້ຕົກລົງການເມືອງລະອຽດທຳອິດ ລະຫວ່າງ ລັດຖະບານ ແລະ ຝ່າຍຄ້ານ ເພື່ອເລີ່ມຕົ້ນປະຕິບັດເນື້ອໃນທີ່ສຳຄັນຂອງມະຕິເລກທີ 2254 (ວາງອອກເມື່ອປີ 2015) ຂອງ ສະພາຄວາມໝັ້ນຄົງ, ນັ້ນແມ່ນສ້າງແຜນການ ແລະ ວີທີການເພື່ອກໍ່ສ້າງລັດຖະທຳມະນູນໃໝ່. ຄະນະກຳມະການລັດຖະທຳມະນູນໃໝ່ ມີສິດພິຈາລະນາ ແລະ ປັບປຸງ ລັດຖະທຳມະນູນປີ 2012, ໃນນັ້ນ ລວມທັງການພິຈາລະນາກ່ຽວກັບລັດຖະທຳມະນູນສະບັບຕ່າງໆຂອງ ຊີຣີ ຫຼື ຮຽບຮຽບລັດຖະທຳມະນູນສະບັບໃໝ່.

        ໃນສອງປີຜ່ານມາ, ຄະນະກຳມະການດັ່ງກ່າວ ໄດ້ໂຮມປະຊຸມເປັນ 5 ຄັ້ງ, ແຕ່ໝາກຜົນທີ່ບັນລຸບໍ່ໄດ້ດັ່ງຫວັງ ຍ້ອນເກີດຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍຄ້ານ ກັບ ລັດຖະບານ ຊີຣີ, ໂດຍບໍ່ຫົວຊາຕໍ່ເລື່ອງປະຊາຊົນນັບລ້ານໆຄົນຂອງປະເທດຕາເວັນອອກກາງນີ້ ພວມສຸດທີ່ລໍຄອຍການເລືອກຕັ້ງໃນຂອບເຂດທົ່ວປະເທດ, ເຊິ່ງພຽງແຕ່ດຳເນີນພາຍຫຼັງມີລັດຖະທໍາມະນູນສະບັບໃໝ່. ເພາະສະນັ້ນ, ວົງການນັກສັງເກດການຫວັງວ່າ ການເຈລະຈາຄັ້ງນີ້ ຈະຊ່ວຍ ຊີຮີ ບັນລຸໄດ້ລັດຖະທຳມະນູນສະບັບໃໝ່ ທີ່ທຸກຝ່າຍລ້ວນແຕ່ຍອມຮັບໄດ້.

        ຊີຣີ ຕົກເຂົ້າສູ່ວິກິດການການເມືອງ ນັບແຕ່ເດືອນມີນາ 2011, ໂດຍໄດ້ເລີ່ມຈາກຫຼາຍການແຫ່ຂະບວນປະທ້ວງຂະໜາດນ້ອຍ, ແນໃສ່ຄັດຄ້ານຕ້ານຄືນອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar al – Assad. ຫຼັງຈາກນັ້ນ, ການແຫ່ຂະບວນປະທ້ວງໄດ້ຂະຫຍາຍໄປທົ່ວປະເທດ ຕາເວັນອອກາງນີ້ ແລະ ກາຍເປັນສົງຄາມພາຍໃນທີ່ນອງເລືອດ. ແລະກໍໃນໄລຍະເວລານີ້, ອົງການຈັດຕັ້ງແຫ່ງລັດ ອິດສະລາມ (IS) ອ້າງຊື່ເອງ ກໍ່ໄດ້ເຕີບໃຫຍ່ເຂັ້ມແຂງຢູ່ ຊີຣີ ແລະ ກໍ່ໃຫ້ເກີດຫຼາຍເຫດກໍ່ການຮ້າຍຢ່າງຮ້າຍແຮງ. ຈາກນັ້ນ ກໍ່ດຶງດູດການເຂົ້າຮ່ວມສົງຄາມຈາກຫຼາຍປະເທດຢູ່ທີ່ນີ້ ດ້ວຍຂໍ້ອ້າງດັບສູນ IS ແລະ ສ້າງສັນຕິພາບໃຫ້ແກ່ ຊີຣີ.

        ການສ້າງສັນຕິພາບໃຫ້ແກ່ ຊີຣີ ຍັງຄົງແມ່ນບັນຫາທີ່ຍາກຢູ່

        ພາຍຫຼັງກວ່າ 10 ປີ ທີ່ເກີດການປະທະກັນຢູ່ ຊີຣີ, ດ້ວຍຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງລະຫວ່າງ ຝ່າຍໜຶ່ງແມ່ນບັນດາປະເທດຕາເວັນຕົກ ພ້ອມກັບກຸ່ມ ອາຣັບ ແລະ ອີກຝ່າຍໜຶ່ງ ແມ່ນ ລັດເຊຍ, ຈີນ ແລະ ອີຣານ, ບັນດາປະເທດປົກປ້ອງ ລັດຖະບານ ຊີຣີ ໄດ້ເຮັດໃຫ້ ເກືອບ 400.000 ຄົນເສຍຊີວິດ, ປະຊາຊົນນັບລ້ານຄົນຕ້ອງຍົກຍ້າຍຖິ່ນຖານ ມາຮອດປັດຈຸບັນນີ້ກໍຍັງບໍ່ທັນໄດ້ກັບຄືນມາບ້ານເກີດເມືອງນອນ. ມາຮອດປັດຈຸບັນ, ລັດຖະບານ ຊີຣີ ໄດ້ຍາດສິດຄວບຄຸມດິນແດນເກືອບທັງໝົດ ແຕ່ພື້ນຖານໂຄງລ່າງຖືກມ້າງທຳລາຍຢ່າງໜັກໜ່ວງ ຕ້ອງເສຍເວລານັບສິບໆປີ ຫຼື ນັບຮ້ອຍປີ ຈຶ່ງຟືນຟູໄດ້. ດ້ານອື່ນ, ການແບ່ງແຍກຊົນຊາດຢ່າງເລິກເຊິ່ງ ກໍຍັງສືບຕໍ່ເກີດຂຶ້ນ ເຮັດໃຫ້ປະເທດນີ້ຍາກທີ່ຈະຟື້ນຟູໄດ້. ນອກຈາກນັ້ນ, ການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບຫຍຸ້ງຍາກລຳບາກຂຶ້ນຕື່ມ. ສປຊ ກ່າວເຕືອນວ່າ, ຖ້າຫາກວ່າບໍ່ມີການໜູນຊ່ວຍຂອງປະຊາຄົມສາກົນນັ້ນ, 60% ປະຊາຊົນ ຊີຣີ ມີຄວາມສ່ຽງອາດຈະປະເຊີນໜ້າກັບໄພອຶດຫິວໃນປີນີ້, ພິເສດແມ່ນປະຊາຊົນຢູ່ເຂດຊາຍແດນ ແລະ ບັນດາເຂດເກີດການປະທະກັນ.

        ສິ່ງທີ່ໜ້າວິຕົກກັງວົນນັ້ນແມ່ນ ເດັກນ້ອຍນັບລ້ານຄົນກາຍເປັນຜູ້ປະສົບເຄາະຮ້າຍຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດໃນທ່າມກາງການປະທະກັນທີ່ແກ່ຍາວຢູ່ ຊີຣີ. ຕາມແຈ້ງການຂອງກອງທຶນເພື່ອເດັກ ສປຊ ແລ້ວ, ໃນຮອບເວລາ 10 ປີຜ່ານມາ, ມີເດັກນ້ອຍຫຼາຍກວ່າ 1 ລ້ານຄົນເກີດກຳເນີດໃນຄ້າຍລີ້ໄພຢູ່ນອກກຊີຣີ, ມີເດັກນ້ອຍ 3,5 ລ້ານຄົນບໍ່ໄດ້ໄປໂຮງຮຽນ, 90% ເດັກນ້ອຍຢູ່ ຊີຣີ ພວມສຸດທີ່ລໍຄອຍຈະໄດ້ຮັບການຊ່ວຍເຫຼືອນັບທັງດ້ານວັດຖຸ ແລະ ຈິດໃຈ. ໃນຂະນະນັ້ນ, ການປະທະກັນຢູ່ ຊີຣີ ຍັງສືບຕໍ່ເກີດຂຶ້ນໃນແຕ່ລະວັນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ມີຄວາມວິຕົກກັງວົນ ເຖິງວ່າ ມີຫຼາຍອົງການຈັດຕັ້ງສາກົນ ແລະ ປະເທດກ່ຽວຂ້ອງຕ່າງໆໄດ້ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອແລ້ວກໍຕາມ, ແຕ່ການສ້າງສັນຕິພາບຄືນໃໝ່ໃຫ້ແກ່ ຊີຣີ ຍັງຄົງແມ່ນບັນຫາຍາກຢ່າງແທ້ຈິງ.

        ປັດຈຸບນ, ປະຊາຊົນ ຊີຣີ ນັບລ້ານຄົນ ຍັງຄົງສືບຕໍ່ລໍຄອຍການເລືອກຕັ້ງອິດສະຫຼະໃໝ່, ເຊິ່ງພຽງແຕ່ໄດ້ຮັບການດຳເນີນພາຍຫຼັງທີ່ມີລັດຖະທຳມະນູນໃໝ່. ເພາະສະນັ້ນ, ການສ້າງລັດຖະທຳມະນູນສະບັບໃໝ່ຢ່າງໄວວາ ພາຍຫຼັງສົງຄາມ ແມ່ນສິ່ງທີ່ໄດ້ຮັບຄວາມລໍຄອຍທີ່ສຸດຢູ່ ຊີຣີ. ການເຊື່ອມຕໍ່ການເຈລະຈາຄືນໃໝ່ໃນຂອບເຂດ ຄະນະກຳມະການລັດຖະທຳມະນູນຄັ້ງນີ້ແມ່ນປະຖົມປັດໄຈສຳຄັນ ແນໃສ່ໜູນຊ່ວຍ ຊີຣີ ສ້າງສະພາບການສະຫງົບປອດໄພ, ແກ້ໄຂວິກິດການທາງດ້ານເສດຖະກິດ - ສັງຄົມ ແລະ ມະນຸດສະທຳ./.   

ຕອບກັບ

ຂ່າວ/ບົດ​ອື່ນ