ເວທີປາໄສ ອາຊີ ປົວອາວ 2023: ສາມັກຄີຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ

(VOVWORLD) -

ວັນທີ 31 ມີນາ, ເວທີປາໄສ ອາຊີ ປົວອາວ ສິ້ນສຸດລົງຢູ່ເກາະໄຮໜານ, ປະເທດຈີນ ພາຍຫຼັງໂຮມປະຊຸມເປັນເວລາ 4 ວັນ (28 31 ມີນາ). ດ້ວຍຫົວຂໍ້ວ່າ: “ໂລກແຫ່ງບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາທ່າມກາງບັນດາສິ່ງທ້າທາຍ”, ເວທີປາໄສໄດ້ຍົກອອກຂໍ້ສະເໜີແນະຫຼາຍຂໍ້ ກ່ຽວກັບທິດພັດທະນາໃນໄລຍະຫຼັງໂຄວິດ - 19 ແລະ ເພີ່ມທະວີການຮ່ວມມືໃນປະຊາຄົມສາກົນ.


        ເວທີປາໄສ ອາຊີ ປົວອາວ ໂດຍຈີນ ແລະ 25 ປະເທດໃນພາກພື້ນສ້າງຂຶ້ນແຕ່ປີ 2000, ເພື່ອແນໃສ່ມຸ່ງໄປເຖິງເວທີປາໄສຂອງ ອາຊີ ດ້ວຍຂອບຂະໜາດຖັດທຽມກັບເວທີປາໄສເສດຖະກິດໂລກ ຢູ່ Davos, ປະເທດ ສະວິດ. ເວທີປາໄສປີນີ້ແມ່ນກອງປະຊຸມສາກົນດ້ວຍຂອບຂະໜາດໃຫຍ່ຄັ້ງທຳອິດເຊິ່ງຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ ຈີນ, ນັບແຕ່ເວລາປະເທດນີ້ໄດ້ຫລຸດລະດັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19, ເປີດປະຕູກັບໂລກເທື່ອລະກ້າວ.

ເວທີປາໄສ ອາຊີ ປົວອາວ 2023: ສາມັກຄີຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ - ảnh 1ກອງປະຊຸມເວທີປາໄສ ອາຊີ ປົວອາວ (BFA) ປີ 2023 ໄຂຂຶ້ນຢູ່ ສູນກອງປະຊຸມສາກົນຢູ່ປົວອາວ , ແຂວງ ໄຮໜານ, ປະເທດ ຈີນ (ພາບ:Kyodo/ TTXVN)

ອາຊີ ກໍ່ຖືກຜົນກະທົບຈາກຄວາມຂາດສະຖຽນລະພາບ

        ກ່າວຄຳເຫັນທີ່ເວທີປາໄສ, ບັນດາຜູ້ແທນໄດ້ຕີລາຄາວ່າ ອາຊີ ແມ່ນພາກພື້ນມີການເຄື່ອນໄຫວຟົດຟື້ນຫຼາຍຢ່າງ. ນີ້ແມ່ນບ່ອນດຳລົງຊີວິດຂອງປະຊາກອນໂລກກ່ວາເຄິ່ງໜຶ່ງ ແລະ ຊາວ ອາຊີ ນັບມື້ນັບໄດ້ຮັບພື້ນຖານການສຶກສາທີ່ດີກ່ວາ, ເຕັມໄປດ້ວຍພະລັງຊີວິດ, ແນວຄວາມຄິດ ແລະ ຄວາມຂະຫຍັນຂັນເຄື່ອນ. ໃນພາກພື້ນ ອາຊີ, ຈີນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ທີ່ມີຕະຫຼາດບໍລິໂພກອຸປະໂພກໃຫຍ່, ເຕັກໂນໂລຊີພັດທະນາຢ່າງວ່ອງໄວ ແລະ ກຳລັງແຮງງານນັບມື້ນັບມີສີມືດີ. ອິນເດຍ ກໍ່ພວມພັດທະນາສະຖຽນລະພາບດ້ວຍທ່າໄດ້ປຽບແມ່ນປະຊາກອນໜຸ່ມ. ອາຊີຕາເວັນອອກສ່ຽງໃຕ້ ກໍ່ໄດ້ຮັບຄາດຄະເນວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ໃນໂລກ ໃນທ້າຍທົດສະວັດນີ້.

        ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຄືກັບພາກພື້ນອື່ນ, ອາຊີ ກໍ່ຖືກຜົນສະທ້ອນຍ້ອນສະພາບແວດລ້ອມທົ່ວໂລກເຕັມໄປດ້ວຍຄວາມຂາດສະຖຽນລະພາບ ແລະ ຄວາມເຄັ່ງຕຶງຍຸດທະສາດ. ໂລກລະບາດໂຄວິດ - 19 ໄດ້ມ້າງທຳລາຍໂຄງປະກອບສັງຄົມ, ພື້ນຖານເສດຖະກິດ ແລະ ລະບົບການສະໜອງ. ການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ - ຢູແກຼນ, ຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ ແລະ ຈີນ ກ່ຽວກັບຫຼາຍບັນຫາຄື: ການຄ້າ ແລະ ການລົງທຶນ, ລະບົບການສະໜອງ, ຄວາມໝັ້ນຄົງທາງອິນເຕີເນັດ, ຄວາມເສລີໃນການເດີນທະເລ… ໄດ້ກະທົບບໍ່ໜ້ອຍເຖິງສະຖຽນລະພາບ ແລະ ການຮ່ວມມື. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼືຊຽນຫຼົງ, ຕີລາຄາວ່າ:

        “ໂລກໄດ້ຮັບຮູ້ຜົນກະທົບຈາກບັນດາຄວາມເຄັ່ງຕຶງນີ້ຢ່າງເລິກເຊິ່ງ. ຄວາມຄືບໜ້າຂອງການແກ້ໄຂບັນດາບັນຫາຮີບດ່ວນ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການກະກຽມສຳລັບບັນຫາໂລກລະບາດ ຖືກຂີດຂວາງຢ່າງແຮງ. ບັນດາຄຳສັ່ງດ້ານເສດຖະກິດພວມມືດມົວໄປຍ້ອນຄວາມວິຕົກກັງວົນດ້ານຄວາມໝັ້ນຄົງແຫ່ງຊາດ. ປະເທດຕ່າງໆພວມຕ້ອງເດີນຕາມກຳລັງແຮງຂອງຕົນເອງ ແລະ ຄວາມສາມາດຟື້ນຟູດ້ວຍວິທີສ້າງການເຊື່ອມຕໍ່ລະບົບການສະໜອງ. ແລະ ສິ່ງດັ່ງກ່າວໄດ້ຮຽກຮ້ອງລາຍຈ່າຍເສດຖະກິດທີ່ໃຫຍ່ຫຼວງ, ກໍ່ຄືເຮັດໃຫ້ຄວາມແກ່ງແຍ້ງ ແລະ ຄວາມບໍ່ລົງລອຍກັນໜັກໜ່ວງຂຶ້ນຕື່ມ”.

ຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ

        ໃນສະພາບການນັ້ນ, ບັນດາຜູ້ແທນຖືວ່າ: ອາຊີ ຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການພົວພັນອັນດີງາມກັບ ຈີນ, ຍ້ອນວ່າ ຈີນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງເກືອບທຸກປະເທດໃນອາຊີ. ການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີ ຈະເຂັ້ມແຂງກ່ວາ ຖ້າໄດ້ຮັບການປັບປຸງ ຍ້ອນການພົວພັນກ້ວາງຂວາງກ່ວາ, ພ້ອມກັບການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອມຸ່ງໄປເຖິງສະຖຽນລະພາບຢູ່ພາກພື້ນ. ສິ່ງດັ່ງກ່າວຈະອະນຸຍາດໃຫ້ທຸກໆປະເທດໃນ ອາຊີ ພ້ອມກັນຄົງຕົວໃນສັນຕິພາບ, ຊອກຫາເສັ້ນທາງພັດທະນາ ແລະ ວັດທະນາຖາວອນສະເພາະຂອງຕົນ.

        ໄປຄຽງຄູ່ກັບການປັບປຸງການພົວພັນກັບ ຈີນ ນັ້ນ, ບັນດາປະເທດ ອາຊີ ກໍ່ຄວນສ້າງເຄືອຂ່າຍຮ່ວມມື ແລະ ເອື່ອຍອີງໃສ່ກັນ. ນອກຈາກນັ້ນ, ອາຊີ ຍາມໃດກໍ່ຕ້ອງແມ່ນພາກພື້ນເປີດ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຄວນປັບປຸງການພົວພັນກັບ ອາເມລິກາ, ເອີລົບ ແລະ ບັນດາພາກພື້ນອື່ນໃນໂລກ. ການພົວພັນດ້ານເສດຖະກິດຢ່າງແຮງລະຫວ່າງພາກພື້ນຕ່າງໆຈະສົ່ງເສີມໃຫ້ການແກ່ງແຍ້ງທີ່ໂປ່ງໃສ, ຊຸກຍູ້ການປ່ຽນໃໝ່ ແລະ ການພົວພັນຄູ່ຮ່ວມມື, ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງພາກພື້ນສະຖຽນລະພາບ ແລະ ສົມດຸນກ່ວາ.

        ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ແລະ ຄວາມສາມັກຄີ, ທ່ານນາງ Kristalina Georgieva, ຜູ້ອຳນວຍການບໍລິຫານກອງທຶນເງິນຕາສາກົນ (IMF) ເຊື່ອໝັ້ນວ່າ: ບັນດາປະເທດ ອາຊີ ຈະສາມາດຜ່ານຜ່າບັນດາສິ່ງທ້າທາຍຢູ່ຕໍ່ໜ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ບັນດາຜົນປະໂຫຍດທົ່ວໂລກ ໄດ້ແບ່ງປັນເທົ່າທຽມກັນລະຫວ່າງປະເທດຕ່າງໆ ແລະ ປະຊາຊົນທຸກຄົນ, ບັນດາປະເທດ ອາຊີ ຄວນຮັບປະກັນຄວາມປອດໄພ ແລະ ຄວາມເປັນຫຼາຍຮູບຫຼາຍແບບຂອງລະບົບການສະໜອງ. ການຄົ້ນຄ້ວາຂອງ IMF ກໍ່ໄດ້ສະແດງໃຫ້ເຫັນວ່າ: ດ້ວຍຖານະເປັນພາກພື້ນທີ່ມີການເຊື່ອມໂຍງສູງນັ້ນ, ອາຊີ ຈະຖືກຜົນກະທົບທີ່ເສຍຜົນປະໂຫຍດທີ່ສຸດ ຖ້າບໍ່ເຊື່ອມຕໍ່ລະບົບການສະໜອງໄດ້. ຍິ່ງກ່ວານັ້ນ, ນ້ຳໃຈສາມັກຄີແມ່ນສຳຄັນທີ່ສຸດໃນການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ, ຍ້ອນ ອາຊີ ມີປະຊາກອນໜ້າແໜ້ນ ແລະ ຖືກຜົນທະທົບຍ້ອນການປ່ຽນແປງຂອງດິນຟ້າອາກາດໄດ້ງ່າຍ.

       ດ້ວຍບັນດາເນື້ອໃນທີ່ໄດ້ປືກສາຫາລືນັ້ນ, ເວທີປາໄສ ອາຊີ ປົວອາວ 2023 ໄດ້ສົ່ງສານທີ່ວ່າ: ບັນດາປະເທດຈະເຂັ້ມແຂງກ່ວາເມື່ອກ້າວໄປພ້ອມກັນ, ນັ້ນແມ່ນສິ່ງທີ່ສຳຄັນທີ່ສຸດຕໍ່ອາຊີ ກໍ່ຄືສັນຕິພາບ ແລະ ຄວາມວັດທະນາຖາວອນທົ່ວໂລກໃນສະພາບການໂລກທີ່ມີຄວາມເຄັ່ງຕຶງ ແລະ ຂາດສະຖຽນລະພາບຄືປະຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ