ເວທີປາໄສ ອາຊີ ໂປອາວ, ທະວີບ ອາຊີ ເປີດອົກເປີດໃຈ ແລະ ປ່ຽນແປງໃໝ່, ເພື່ອໂລກແຫ່ງວັດທະນາຖາວອນກ່ວາ

(VOVWORLD) - ກອງປະຊຸມປະຈຳປີຂອງເວທີປາໄສ ອາຊີ ໂປອາວ ປີ 2018, ດ້ວຍຫົວຂໍ້ວ່າ “ທະວີບ ອາຊີ ເປີດອົກເປີດໃຈ ແລະ ປ່ຽນແປງໃໝ່, ເພື່ອໂລກແຫ່ງວັດທະນາຖາວອນກ່ວາ”, ຫາກໍ່ໄຂຂຶ້ນຢູ່ເທດສະບານແຄມທະເລ ໂປອາວ, ຢູ່ເກາະ ໄຫຫຼຳ, ປະເທດ ຈີນ ແລະ ຈະອັດລົງໃນວັນທີ 11 ເມສາ.
ເວທີປາໄສ ອາຊີ ໂປອາວ, ທະວີບ ອາຊີ ເປີດອົກເປີດໃຈ ແລະ ປ່ຽນແປງໃໝ່, ເພື່ອໂລກແຫ່ງວັດທະນາຖາວອນກ່ວາ - ảnh 1ເວທີປາໄສ ໂປອາວ 

 ເວທີປາໄສປີນີ້ໄດ້ເຕົ້າໂຮມຜູ້ແທນປະມານ 2.000 ຄົນ, ໃນນັ້ນມີປະມຸກລັດແຖວໜ້າຂອງໂລກຫຼາຍທ່ານ, ປຶກສາຫາລືຢ່າງເລິກເຊິ່ງ ກ້ວາງຂວາງກ່ຽວກັບບັນຫາຊຸກຍູ້ການເຕີບໂຕ, ປະດິດຄິດສ້າງ ແລະ ປ່ຽນແປງໃໝ່, ຊຸກຍູ້ຄວາມວັດທະນາຖາວອນລວມຂອງໂລກ.

        ເວທີປາໄສ ອາຊີ ໂປອາວ (BFA), ຍັງໄດ້ຮັບການຮູ້ຈັກເຖິງແມ່ນເວທີປາໄສ Davos (ເວທີປາໄສດ້ານເສດຖະກິດໂລກ) ຂອງພາກພື້ນ ອາຊີ, ໄດ້ຮັບການສ້າງຕັ້ງໃນປີ 2001 ດ້ວຍທິດນຳ ຊຸກຍູ້ການຮ່ວມມືເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ເພື່ອແນໃສ່ພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດພາກພື້ນ. ນີ້ແມ່ນໜຶ່ງໃນບັນດາເວທີປາໄສໂອ້ລົມສົນທະນາສຳຄັນລະຫວ່າງ ອາຊີ ແລະ ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນໂລກ, ຊຶ່ງໄດ້ຮັບການຈັດຕັ້ງປະຈຳປີ.

        ເວທີປາໄສໄດ້ຮັບການຈັດຕັ້ງໃນສະພາບຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ປິນຂັ້ນໄດ, ປີ 2018 ກໍ່ເປັນຂີດໝາຍ 40 ປີແຫ່ງວັນ ຈີນ ເປີດປະຕູພື້ນຖານເສດຖະກິດ, ເວທີປາໄສປີນີ້ໄດ້ຮັບຖືວ່າແມ່ນມີຜົນສະທ້ອນອັນໃຫຍ່ຫຼວງສຳລັບອະນາຄົດຂອງ ອາຊີ.

ກຳລັງໜູນ ແລະ ນຳໜ້າຂອງການເຕີບໂຕເສດຖະກິດໂລກ

       ໃນຮອບເວລາ 2 – 3 ທົດສະວັດຜ່ານມາ, ຍາມໃດ ອາຊີ ກໍ່ໄດ້ຮັບຖືວ່າ ແມ່ນກຳລັງໜູນ ແລະ ນຳໜ້າຂອງການເຕີບໂຕເສດຖະກິດໂລກ. ການພັດທະນາອີງໃສ່ການປ່ຽນແປງໃໝ່ ແລະ ການເຊື່ອມໂຍງຂອງທະວີບນີ້ ພວມກາຍເປັນຂໍ້ກຸ່ນແຈ ພາໄປເຖິງຜົນສຳເລັດຂອງບັນດາພື້ນຖານເສດຖະກິດ ອາຊີ, ຜ່ານນັ້ນ, ຢັ້ງຢືນບົດບາດ “ເຈົ້າພາທາງ” ສຳລັບເສດຖະກິດທົ່ວໂລກ ແລະ ຍົກສູງຜົນສະທ້ອນຂອງບັນດາປະເທດ ອາຊີ. ຍີ່ປຸ່ນ ຮັກສາທີ່ຕັ້ງແມ່ນພື້ນຖານເສດຖະກິດໃຫຍ່ທີ 3 ໃນໂລກ. ຈີນ ບັນລຸການເຕີບໂຕ GDP ສະເລ່ຍ 2 ຕົວເລກໃນ 3 ທົດສະວັດ ຜ່ານມາເພື່ອກາຍເປັນພື້ນຖານເສດຖະກິດໃຫຍ່ທີ 2 ໃນໂລກ. ສ່ວນ ອິນເດຍ, ປະເທດມີພົນລະເມືອງຫຼາຍທີ່ສຸດໃນໂລກ, ໃນໄລຍະມໍ່ໆມານີ້, ກໍ່ບັນລຸໄດ້ລະດັບເຕີບໂຕ GDP ໜ້າປະທັບໃຈຢ່າງຕໍ່ເນື່ອງແມ່ນ 7 – 8% ຕໍ່ປີ. 10 ປະເທດສະມາຊິກຂອງ ອາຊຽນ ກໍ່ມີລະດັບການເຕີບໂຕສະເລ່ຍ 5% ໃນຊຸມປີມໍ່ໆມານີ້. ເປັນທີ່ຈະແຈ້ງແລ້ວວ່າ, ໃນສະພາບການການຟື້ນຕົວຂອງບັນດາພື້ນຖານເສດຖະກິດໃຫຍ່ຍັງບໍ່ທັນບັນລຸໝາກຜົນດີປານໃດ, ການຮັກສາລະດັບການເຕີບໂຕເປັນປົກກະຕິຂອງ ອາຊີ ແມ່ນສວມບົດບາດສຳຄັນສຳລັບການພັດທະນາເສດຖະກິດທົ່ວໂລກ.

        ແຕ່ເຖິງຢ່າງໃດກໍ່ຕາມ, ອາຊີ ກໍ່ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ຈາກຄວາມໝັ້ນຄົງ ຕະຫຼອດຮອດສິ່ງແວດລ້ອມ, ຈາກບັນຫາການແກ່ງແຍ້ງ, ຜົນສະທ້ອນຂອງວິວັດການຫັນເປັນໂລກາພິວັດ ຕະຫຼອດຮອດຜົນກະທົບຂອງທ່າອ່ຽງ ອາລັກຂາການຄ້າພວມບື່ນຕົວຂຶ້ນ… ບັງຄັບໃຫ້ບັນດາພື້ນຖານເສດຖະກິດ ອາຊີ ຕ້ອງຊອກຫາວິທີການຮັບມືຢ່າງມີປະສິດທິຜົນ. ພິເສດ, ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ນຳມາເຊິ່ງການຫັນປ່ຽນຫຼາຍຢ່າງກ່ຽວກັບເນື້ອແທ້, ທັງມີກາລະໂອກາດຫຼາຍຢ່າງແຕ່ຄວາມຫຍຸ້ງຍາກກໍ່ບໍ່ແມ່ນໜ້ອຍຮຽກຮ້ອງຕ້ອງມີມາດຕະການແກ້ໄຂ.

        ກ່ອນທີ່ຈັດເວທີປາໄສຄັ້ງນີ້, ສົງຄາມດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ເກີດຂຶ້ນ ກໍ່ວາງອອກສິ່ງທ້າທາຍໃໝ່ສຳລັບບັນດາປະເທດໃນພາກພື້ນ. ຍ້ອນເຫດນັ້ນ, ນີ້ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດ ອາຊີ ຍົກອອກປະຕິກິລິຍາ ຕໍ່ໜ້າທ່າອ່ຽງອາລັກຂາການຄ້າພວມແຜ່ລາມຢ່າງກ້ວາງຂວາງ, ຈາກນັ້ນ, ຢັ້ງຢືນຄືນໃໝ່ ຄວາມໝາຍຂອງການເປີດປະຕູການເຊື່ອມໂຍງ. ເຮັດແນວໃດເພື່ອໃຫ້ເວທີປາໄສ ສືບຕໍ່ແມ່ນການຢັ້ງຢືນກ່ຽວກັບບົດບາດຂອງ ອາຊີ ຍາມໃດກໍ່ ໃນການເຕີບໂຕດ້ານເສດຖະກິດ, ການລົບລ້າງຄວາມອຶດຫິວທຸກຍາກ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.

ເວທີປາໄສ ອາຊີ ໂປອາວ, ທະວີບ ອາຊີ ເປີດອົກເປີດໃຈ ແລະ ປ່ຽນແປງໃໝ່, ເພື່ອໂລກແຫ່ງວັດທະນາຖາວອນກ່ວາ - ảnh 2 ຜູ້ແທນກ່າວຄຳເຫັນທີ່ເວທີປາໄສ

ສືບຕໍ່ຢັ້ງຢືນບົດບາດນຳໜ້າ

       ເລື່ອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ມີບົດກ່າວປາໄສທີ່ເວທີປາໄສ, ສະຫລຸບຜົນງານ ແລະ ບົດຮຽນ 40 ປີແຫ່ງການປະຕິຮູບເປີດປະຕູຂອງ ຈີນ, ກໍ່ຄືຄວາມໝາຍສຳຄັນ ແລະ ຜົນສະທ້ອນຂອງວິວັດການນີ້ສຳລັບໂລກ, ພ້ອມທັງປຶກສາຫາລືກ່ຽວກັບແງ່ຫວັງຊຸກຍູ້ການປະຕິຮູບເປີດປະຕູຂອງ ຈີນ ໃນຍຸກສະໄໝໃໝ່, ເປັນການພິສູດໃຫ້ເຫັນກ່ຽວກັບບົດບາດຂອງທ່າອ່ຽງການເຊື່ອມໂຍງຂອງພາກພື້ນ. ວິວັດການປະຕິຮູບ, ເປີດປະຕູການເຊື່ອມໂຍງບໍ່ພຽງແຕ່ສຳຄັນສຳລັບຈີນ ເທົ່ານັ້ນ ຫາກຍັງໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງສຳລັບໂລກ ອີກດ້ວຍ, ຍ້ອນວ່າ ຈີນ ໃນປະຈຸບັນແມ່ນພື້ນຖານເສດຖະກິດໃຫຍ່ທີ່ 2 ໃນໂລກ.

        ໃນ “ບົດລາຍງານປະຈຳປີກ່ຽວກັບກຳລັງແກ່ງແຍ້ງຂອງ ອາຊີ ປີ 2018” ທີ່ປະກາດໃນເວທີປາໄສ, ຄາດຄະເນວ່າ ຄວາມຕ້ອງການລົງທຶນຂອງ ອາຊີ ຈະລື່ນກາຍຕົວເລກ 8.000 ຕື້ USD ໃນປີ 2020. ເວທີປາໄສກໍ່ເນັ້ນໜັກເຖິງການສົມທົບກັນປະຕິບັດຍຸດທະສາດແຫ່ງການພັດທະນາຕະຫຼາດສາກົນລວມລະຫວ່າງບັນດາພື້ນຖານເສດຖະກິດ, ໝູນໃຊ້ກາລະໂອກາດ ແລະ ການຮ່ວມມືນຳກັນເພື່ອສ້າງຕັ້ງຕະຫຼາດການເງິນ ມີຄວາມສະໜິດຕິດພັນໃນຂອບຂະໜາດທົ່ວໂລກ ຜ່ານນະໂຍບາຍການປະຕິຮູບ. ໃນສະພາບການນັ້ນ, ເວທີປາໄສ ໂປອາວ ແມ່ນບ່ອນເພື່ອໃຫ້ບັນດາປະເທດ ກຳນົດບັນດາມູນຄ່າລວມຂອງ ອາຊີ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີໃນພາກພື້ນ ກໍ່ຄືຢືນຢັນການຄົງຕົວຂອງຕົນຜ່ານການເຊື່ອມໂຍງ. ອາດເຫັນໄດ້ວ່າ, ສານຈາກເວທີປາໄສປີນີ້ແມ່ນມຸ່ງໄປເຖິງການສ້າງສະພາບແວດລ້ອມຊຸກຍູ້ຄວາມເສລີດ້ານການຄ້າ ແລະ ການລົງທຶນ, ຊ່ວຍການເຊື່ອມໂຍງເສດຖະກິດເປີດອົກເປີດໃຈກ່ວາ, ຍູ້ແຮງພື້ນຖານເສດຖະກິດປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ສ້າງກຳລັງໜູນພັດທະນານຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ, ຈາກນັ້ນ,  ມຸ່ງໄປເຖິງອະນາຄົດ ອາຊີ ວັດທະນະຖາວອນ ໃນໂລກແຫ່ງວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ