ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທາງ​ທິດ​ຕາ​ເວັນ​ອອກ - ການ​ກະ​ຕຸກ​ຊຸກ​ຍູ້​ຂອງ​ປະ​ເທດ ລັດ​ເຊຍ ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ VII (EEF - 2022) ພວມດຳເນີນຢູ່ມະຫາວິທະຍາໄລສັງລວມ ສະຫະພັນຕາເວັນອອກໄກ (FEFU) ຢູ່ນະຄອນ Vladivosto ຂອງສະຫະພັນ ລັດເຊຍ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 4  5 ກັນຍາ, EEF  2022 ດ້ວຍຫົວຂໍ້ “ເສັ້ນທາງມຸ່ງໄປເຖິງໂລກຫຼາຍຂົ້ວ”, ປຶກສາຫາລືກ່ຽວກັບການພັດທະນາຂອງເຂດຕາເວັນອອກໄກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ການຮ່ວມມືສາກົນ, ກໍ່ຄືວົງຈອນຜ່ານຜ່າວິກິດການ ແລະ ໂຄງສ້າງໃໝ່ຂອງໂລກ. ສຳຄັນທີ່ສຸດແມ່ນ EEF  2022 ໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ມົດສະກູສົ່ງສານທີ່ວ່າ ບັນດາຄຳສັ່ງລົງໂທດໄດ້ເຮັດໃຫ້ປ່ຽນແປງບັນດາການພົວພັນລະຫວ່າງບັນດາປະເທດ, ພິເສດແມ່ນທຳລາຍບັນດາການພົວພັນດ້ານເສດຖະກິດ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທາງ​ທິດ​ຕາ​ເວັນ​ອອກ - ການ​ກະ​ຕຸກ​ຊຸກ​ຍູ້​ຂອງ​ປະ​ເທດ ລັດ​ເຊຍ ໃນ​ສະ​ພາບ​ການ​ໃໝ່ - ảnh 1ພາບປະກອບ: CFP

EEF ແມ່ນເວທີປາໄສສາກົນສຳຄັນເພື່ອສ້າງ ແລະ ເພີ່ມທະວີການພົວພັນລະຫວ່າງປະຊາຄົມລົງທຶນ ຂອງ ລັດເຊຍ ແລະ ໂລກ, ຕີລາຄາຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງເຂດຕາເວັນອອກໄກ ຂອງ ສະຫະພັນລັດເຊຍ ຢ່າງຮອບດ້ານ, ແນະນຳບັນດາກາລະໂອກາດລົງທຶນ ແລະ ເງື່ອນໄຂດຳເນີນທຸລະກິດໃນບັນດາຂົງເຂດທີ່ໄດ້ຮັບບຸລິມະສິດໃນການພັດທະນາ.

ມຸ່ງໄປເຖິງໂລກຫຼາຍຂົ້ວ

  ເວທີປາໄສປີນີ້ ມີຈຸດພິເສດທີ່ເປັນໜ້າສົນໃຈນັ້ນແມ່ນ ໃນສະພາບການທີ່ ສະຫະພັນລັດເຊຍ ຕ້ອງປະເຊີນໜ້າກັບຫຼາຍມາດຕະການລົງໂທດຂອງ ຝ່າຍຕາເວັນຕົກພາຍຫຼັງບັ້ນການທະຫານພິເສດຂອງປະເທດນີ້ຢູ່ຢູແກຼນ. ຍິ່ງໄປກ່ວານັ້ນ, ໃນຊຸມປີມໍ່ໆມານີ້ ລັດເຊຍໄດ້ກຳນົດນະໂຍບາຍຫັນໄປຍັງ ອາຊີ, ເພາະສະນັ້ນ ເວທີປາໄສອາດຈະສົ່ງເສີມບັນດາຂໍ້ສະເໜີຂອງ ສະຫະພັນ ລັດເຊຍ ກັບບັນດາປະເທດອາຊີ, ຖືເຂດຕາເວັນອອກໄກ ທີ່ເຕັມໄປດ້ວຍຊັບພະຍາກອນທຳມະຊາດເປັນແປ້ນຢັນ, ເພື່ອຫັນບັນດາຂໍ້ລິເລີ່ມນີ້ເປັນລະອຽດ.

        ໃນສານທີ່ສົ່ງໄປເຖິງຜູ້ເຂົ້າຮ່ວມເວທີປາໄສ, ທ່ານປະທານາທິບໍດີ ລັດເຊຍ ປູຕີນ ໄດ້ເນັ້ນໜັກວ່າ, ຫົວໜ້າຫຼັກຂອງການພົບປະປີນີ້ ເບິ່ງຄືວ່າ ມີຄວາມເໝາະສົມ ແລະ ມີຄວາມໝາຍທີ່ສຸດ. ຮູບການຝ່າຍດຽວຫຼ້າຫຼັງພວມໄດ້ປ່ຽນແປງດ້ວຍລະບຽບຮຽບຮ້ອຍໂລກໃໝ່ ອີ່ງຕາມບັນດາຫຼັກການພື້ນຖານແຫ່ງຄວາມຍຸຕິທຳ ແລະ ຄວາມສະເໝີພາບ, ຮັບຮອງເອົາສິດຂອງທຸກປະເທດ ແລະ ທຸກຄົນຕໍ່ເສັ້ນທາງພັດທະນາທີ່ມີອະທິປະໄຕຂອງຕົນ. ນັບແຕ່ພາຍຫຼັງເວລາ ລັດເຊຍດຳເນີນບັ້ນການທະຫານ ພິເສດ,  ປະເທດນີ້ຢືນຢູ່ອັນດັບທີ 1 ຂອງໂລກ ກ່ຽວກັບຈຳນວນຄຳສັ່ງລົງໂທດທີ່ຖືກຈັດວາງໃນຫຼາຍດ້ານ. ບັນດາຄຳສັ່ງລົງໂທດ ໄດ້ຈັດວາງໃສ່ລັດເຊຍ ບໍ່ພຽງແຕ່ໃນທ້າຍເດືອນກຸມພາ ປີ 2022 ເທົ່ານັ້ນ, ຫາກຍັງມີແຕ່ປີ 2014 ອີກດ້ວຍ, ພາຍຫຼັງລັດເຊຍ ໂຮມແຫຼມ Crimea ເຂົ້າດິນແດນລັດເຊຍ. ດັ່ງນັ້ນ,  ອາດເຊື່ອໝັ້ນວ່າ ການມຸ່ງໄປເຖິງໂລກຫຼາຍຂົ້ວ, ຫຼາຍສູນກາງແມ່ນແຜນການຂອງລັດເຊຍ ໄດ້ຝັກໃຝ່ມາແຕ່ດົນນານ. ໃນສະພາບການປັດຈຸບັນພຽງແຕ່ຊຸກຍູ້ທ່າອ່ຽງນັ້ນຕື່ມອີກ.

ກາລະໂອກາດເພື່ອໃຫ້ລັດເຊຍແກ້ໄຂຄວາມຫຍຸ້ງຍາກ

ພື້ນຖານເສດຖະກິດ ລັດເຊຍໄດ້ຮັບມືກັບບັນດາຄຳສັ່ງລົງໂທດທີ່ຮ້າຍແຮງທີ່ສຸດຂອງຝ່າຍຕາເວັນຕົກມາເປັນເວລາກ່ວາ 6 ເດືອນ. ເພາະສະນັ້ນ, ເວທີປາໄສເສດຖະກິດທາງທິດຕາເວັນອອກ ແມ່ນກາລະໂອກາດເພື່ອໃຫ້ລັດເຊຍ ຊອກຫາບັນດາມາດຕະການ, ການພົວພັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ ມາຈາກບັນດາຄຳສັ່ງລົງໂທດ. ມຸ່ງໄປເຖິງທາງທິດຕາເວັນອອກ ພວມກາຍເປັນທ່າອ່ຽງຫຼັກໃນການປັບປຸງພື້ນຖານເສດຖະກິດຂອງລັດເຊຍ ເມື່ອປະເຊີນໜ້າກັບບັນດາຄຳສັ່ງລົງໂທດ ໂດຍບັນດາປະເທດບໍ່ເປັນມິດຈັດວາງ. ການສ້າງ ກຳນົດທິດຄືນໃໝ່ຂອງບັນດາຂະແໜງອຸດສາຫະກຳທາງທິດຕາເວັນອອກໄກ ພວມດຳເນີນ, ບັນດາຜູ້ຜະລິດພາຍໃນປະເທດ ລັດເຊຍພວມຍົກສູງ ສີມືແຮງງານ, ສ້າງຄວາມສາມາດບົ່ມຊ້ອນ, ເປັນເຈົ້າການທາງດ້ານເຕັກໂນໂລຢີໃໝ່.

ບໍ່ພຽງແຕ່ໃນປີນີ້, ງານວາງສະແດງ “ຖະໜົນທາງທິດຕາເວັນອອກໄກ” ໄດ້ຈັດຂຶ້ນໃນຂອງເຂດເວທີປາໄສເສດຖະກິດທາງທິດຕາເວັນອອກ ດ້ວຍຄຳຂວັນທີ່ວ່າ: “ເພື່ອນໄດ້ເຮັດຫຍັງໃຫ້ແກ່ໄຊຊະນະດ້ານ ອຸດສາຫະກຳ ຂອງລັດເຊຍ?”, ພິເສດເນັ້ນໜັກເຖິງການສະແດງບັນດາຄວາມສາມາດປ່ຽນແປງການນຳເຂົ້າ ແລະ ຄວາມເປັນເອກະພາບກ່ຽວກັບອຸດສາຫະກຳ ແລະ ບັນດາເຂດຕາເວັນອອກໄກ, ຄວາມສາມາດໃນການສະໜອງບັນດາຜະຕິດຕະພັນທັນຍາຫານດ້ວຍຕົນເອງ. ຍ້ອນວ່າ, ໜຶ່ງໃນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ທີ່ສຸດສຳລັບລັດເຊຍນັ້ນແມ່ນຈຳກັດການສຳຜັດກັບບັນດາເຕັກໂນໂລຢີຂອງໂລກ, ກໍ່ຜົນສະທ້ອນຕໍ່ການພັດທະນາຂອງພື້ນຖານເສດຖະກິດ, ຖ້າບໍ່ຢາກເວົ້າວ່າ ມີຄວາມສ່ຽງຫຼ້າຫຼັງ. ລັດເຊຍດ້ານໜຶ່ງຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ ເພື່ອພັດທະນາບັນດາວິທີການດ້ານເຕັກໂນໂລຢີປ່ຽນແທນ, ດ້ານອື່ນ ພວມຕັ້ງໜ້າຊອກຫາການຮ່ວມມືຈາກບັນດາປະເທດຄູ່ຮ່ວມມືສຳຄັນຄື: ຈີນ, ອິນເດຍ, ອົງການຈັດຕັ້ງຮ່ວມມື ຊາງໄຮ (SCO), ບັນດາປະເທດໃນສະຫະພາບ ເສດຖະກິດ ອາຊີ - ເອີລົບ…

ແມ່ນສ່ວນໜຶ່ງທີ່ສຳຄັນໃນລາຍການຕ່າງໆຂອງເວທີປາໄສ ແມ່ນການໂອ້ລົມສົນທະນາດຳເນີນທຸລະກິດ ລະຫວ່າງ “ລັດເຊຍ - ອິນເດຍ”, “ລັດເຊຍ - ອາຊຽນ”, “ລັດເຊຍ - ໂມງກົນ”, ກອງປະຊຸມຂອງສະພາວິສາຫະກິດ ເພື່ອການພັດທະນາເຂດຕາເວັນອອກໄກ ຂອງລັດເຊຍ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ - ຈີນ, ກອງປະຊຸມການຄ້າ ແລະ ການລົງທຶນເຂດຂົ້ວໂລກເໜືອ.

ຕາມວົງການນັກຊ່ຽວຊານແລ້ວ, ພາຍໃຕ້ຄວາມກົດດັ່ນຂອງບັນດາຄຳສັ່ງລົງໂທດ ກໍ່ຄືສະພາບການສັບສົນຕ່າງໆ, ເລື່ອງລັດເຊຍ ຍັງສາມາດຈັດຕັ້ງເວທີປາໄສດ້ານເສດຖະກິດ ທາງທິດຕາເວັນອອກ ຄັ້ງທີ VII ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າທີ່ມາຈາກຫຼາຍປະເທດໃນໂລກສະແດງໃຫ້ເຫັນວ່າ, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ລັດເຊຍ ແກ້ໄຂຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ