ເວທີປາໄສເສດຖະກິດໂລກ 2015: ການທ້າທາຍຫຼາຍຢ່າງ


(vovworld) - ກອງ​ປະຊຸມເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ຄັ້ງ​ທີ 45 ຈະ​ດຳ​ເນີນ​ແຕ່​ວັນ​ທີ 21-24/1, ຢູ່ ດາ​ໂວ​ດ (ຊະ​ວິດ), ດ້ວຍ​ຫົວ​ຂໍ້ວ່າ ”ສະພາບ​ໂລກາ​ພິວັດ​ໃໝ່”. ກອງ​ປະຊຸມ​ໃນ​ປີ​ນີ້​ດຳ​ເນີນ​ໄປ​ໃນ​ສະພາບ​​ປະ​ເທດ​ຕ່າງໆ​ພວມ​ຕ້ອງ​ປະ​​ເຊີນ​ໜ້າ​ບັນດາ​ການ​ທ້າ​ທາຍ​ໃຫຍ່​ໃນ​ການ​ສົບ​ທົບ ​ແລະ ຮ່ວມ​ສຳພັນ​ນຳ​ກັນ, ​ເພື່ອແນ​ໃສ່​ຮັບ​ມີ​ກັບ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ. ຍ້ອນ​ເຫດ​ນັ້ນ. ​ເລື່ອງ​ຊອກ​ຫາ​ວິທີ​ເພື່ອ​ບັນລຸ​ຜົນສຳ​ເລັດ​ໃນ​ປີ 2015 ​ແມ່ນ​ບຸລິ​ມາ​ສິດ​ທີ່ສຳຄັນ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້ບໍ່​ແມ່ນ​ໜ້າ​ທີ່ງ່າຍດາຍ​ເທື່ອ.

ເວທີປາໄສເສດຖະກິດໂລກ 2015: ການທ້າທາຍຫຼາຍຢ່າງ - ảnh 1

(ພາບປະກອບ)

        WEF ຄັ້ງທີ 45 ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ດ້ວຍ 2.500 ຄົນ. ນອກຈາກ​ການ​ນຳ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ແລ້ວ, ຍັງ​ມີ​ນັກທຸລະກິດ​ອັນ​ດັບ​ໜຶ່ງ 1.500 ຄົນ, ​ທີ່​ມາ​ຈາກ 140 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຢູ່​ໃນ​ໂລກ. ຄາດ​ວ່າ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel, ທ່ານ​ນາຍົກລັດຖະມົນຕີ​ເຕິ​ກກີ Ahmet Davutoglu, ທ່ານປະທານາທິບໍດີ​ຝລັ່ງ  Francois Hollande, ທ່ານ​ນາຍົກລັດຖະມົນຕີຈີນ  ຫຼີ​ເຄີ​ຊຽງ, ທ່ານ​ນາຍົກລັດຖະມົນຕີອີຕາລີ Matteo Renzi, ທ່ານປະທານາທິບໍດີ​ອາ​ຟະ​ລິ​ກາ​ໃຕ້ Jacob Zuma, ທ່ານ​ລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຈະ​ມີໜ້າ​ໃນ​ເວທີ​ປາ​ໄສ​ປີ​ນີ້.

        WEF 2015 ດຳ​ເນີນ​ໄປ​ໃນ​ສະພາບ​​ໂລກ​ພວມເກີດ​ການ​ຜັນ​ແປ​ຫຼາຍ​ຢ່າງ​ເຊັ່ນ: ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຊົ່ວ​ຮ້າຍ​ລົງ​ນັບ​ແຕ່​ພາຍຫຼັງ​ສົງຄາມ​ເຢັນ; ​ໂລກ​ພະຍາດ​ເອ​ໂບລາ ​ແຜ່​ລະບາດ​ຢູ່​ອາ​ຟລິ​ກາ​ຕາ​ເວັນ​ຕົກ; ລາຄາ​ນຳ້ມັນ​ຕົກລົງ​ໃນ​ລະດັບ​ຕຳ່​ສຸດ, ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຜະລິດ ​ແລະ ຂົ່ມຂູ່​ນຳ​ໃຊ້​ອາວຸດ​ນິວຄະ​ເລຍ​ຢູ່​ບາງ​ປະ​ເທດ. ດັ່ງ​ນັ້ນ​ໃນ​ກອງ​ປະຊຸມ​ຄັ້ງ​ນີຈະ​ດຳ​ເນີນ​ການ​ພົບ​ປະ, ​​ເຈລະຈາ​ທາງ​ການ ​ແລະ ບໍ່​ເປັນ​ທາງ​ການ​ຄັ້ງຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ມານະ​ພະຍາຍາມ​ສ້າງສັນ​ຕິ​ພາບ. ນີ້​ກໍ່​ແມ່ນ​ສາຍ​ເຫດ, ກ່ອນທີ່​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 45, ​ແທນ​ທີ່​ຈະ​ສຸມ​ໃສ່​ເຂົ້າ​ຫົວ​ເລື່ອງ​ເສດຖະກິດ, WEF ພັດ​ປະກາດ ການ​ທ້າ​ທາຍ​ໃຫຍ່ 10 ຢ່າງ, ເຊິ່ງ​ໂລກ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ຄື: ​ບັນຫາ​ຂາດຊັບພະຍາກອນ, ທັກ​ສະ​ເຮັດ​ວຽກ; ​ແຫຼ່ງຊັບພະຍາກອນ​ມະນຸດ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ - ຊາຍ; ການ​ລົງທຶນ​ໄລຍະ​ຍາວ, ພື້ນຖານ​ໂຄງ​ລ່າງ ​ແລະ ການ​ພັດທະນາ; ການ​ຄ້າ ​ແລະ ການ​ລົງທຶນ​ສາກົນ; ອະນາຄົດ​ຂອງ​ລະບົບ​ການ​ເງິນ; ການຄຳ້ປະກັນ​ດ້ານ​ສະບຽງ​ອາຫານ​. ສ່ວນບັນດາ​ບັນຫາ​ໃນ​ປະຈຸ​ບັນ​ຄື: ການ​ປະ​ທະ​ກັນ​ປິ່ນ​ຂັ້ນ​ໄດ, ດ້ານພູມ​ສາດ​ການ​ເມືອງ, ​ໂລກລະບາດ, ​ການແບ່ງ​ໄລຍະ​ເຕີບ​ໂຕ ​ແລະ ສິ່ງ​ແວດ​ລ້ອມ​ພະລັງງານ​ໃໝ່ກໍ່​ຖືກ​ນຳ​ເຂົ້າ​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ.

        ຕາມ​ປະ​ທານ​ຜູ້​ບໍ​ລິ​ຫານ WEF ທ່ານ Klaus Schwab ແລ​້ວ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ Davos ຮັບ​ໃຊ້​ປະ​ຊາ​ຄົມ​ໂລ​ກ​ຄື​ດັ່ງ​ພື້​ນ​ຖານ​ໃຫ້ແກ່​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ. ການ​ຮ່ວມ​ມືນີ້​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ການ​ທ້າ​ທາຍ​ເຊິ່ງ​ທຸກໆ​ປະ​ເທດ​ພວມ​ຕ້ອງ​ປະ​ເຊີນ​ໜ້າ. ດັ່ງ​ນັ້ນ​ຮຽກ​ຮ້ອງ​​ຕ້ອງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ. ທ່ານ Schwab ຫວັງ​ວ່າ ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້​ຈະ​ເລີ່ມ​ຕົ້ນໄລ​ຍະ​ຟື້​ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທົ່ວ​ໂລກ.

        ໃນ​ຂະ​ນະ​ນັ້ນ, ​ຫົວ​ໜ​້ານັກ​ເສດ​ຖະ​ກິດ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Jennifer Blanke ກໍ່​ຖື​ວ່າ: ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ປີນີ້​ເຊິ່ງກອງ​ປະ​ຊຸມ​ຄວນ​ບຸ​ລິ​ມະ​ສິດ​ນັ້ນ​ແມ່ນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ໂລກ. ຜ່ານນັ້ນ​ຟື້ນ​ຟູ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ລະ​ບົບ​ການ​ເມືອງ ແລະ ເສດ​ຖະ​ກິດ. ຕາມ​ນັກ​ເສດ​ຖະ​ກິດ Jennifer Blanke ແລ້ວ, ມີ​ການ​ກະ​ທົບ​ລະ​ຫວ່າງ​ລະ​ບົບ​ເສດ​ຖະ​ກິດ ແລະ ​ພູມ​ສາດການ​ເມືອງ. ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ປະ​ທະ​ກັນ​ດ້ານ​ພູມ​ສາດການ​ເມືອງ ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຖືກ​ທຳ​ລາຍ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ປະ​ເທດ​ຕ່າງໆ. ຜູ້​ອຳ​ນວຍ​ການ​ໃຫຍ່ກອ​ງ​ທຶນ​ເງິນ​ຕາ​ສາ​ກົນ Christine Lagarde ຮັບ​ຮູ້​ວ່າ: ເສດ​ຖະ​ກິດ​ກິດ​ທົ່ວ​ໂລກ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍຫຼາຍ​ຢ່າງ, ໂດຍ​ບໍ​່​ຫົວ​ຊາ​ຕໍ່​ບັນ​ດາ​ສັນ​ຍານ​ຕັ້ງ​ໜ້າ​ຈາ​ກ​ພື້ນ​ຖານ​ເສດ​ຖະ​ກິດ​ ອ​າ​ເມ​ລິ​ກາ ແລະ ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ.  ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຟື້ນ​ຟູ​ຢ່າງ​ໝັ້ນ​ຄົງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ຮຽກ​ຮ້ອງ​ໃຫ້​ມີບັນ​ດາ​ການ​ເຄື່ອນ​ໄຫວ​ເໝາະ​ສົມ​ຂອງ​ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ​ຈາກ ເອີ​ລົບ ແລະ ທົ່ວ​ໂລກ.

        ກາ​ລະ​ໂອ​ກາດ​​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກບໍ່​ມີຫຼາຍ

        ອາດ​ເຫັນ​ໄດ້​ວ່າ: ເຖິງວ່າ​ນີ້ແມ່ນກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ກໍ່​ຕາມ ແຕ່​​ບັນ​ຫາ​ເສດ​ຖະ​ກິດ​​ພັດ​ບໍ່ຖືກ​ຈັດ​ອັບ​ດັບ​​ຕົ້ນ​ຢູ່ WEF ຄັ້ງ​ທີ 45. ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ຄວາມ​ສ່ຽງ​ດ້ານ​ເສດ​ຖະ​ກິດ​ຄື: ສະ​ພາບ​ຫວ່າງ​ງານ, ຂາດ​ວຽກ​ເຮັດ​ງາ​ນ​ທຳ ຫຼື ວິ​ກິດ​ການ​ການ​ເງິນ​ບໍ່​ໄດ້​ເຕື້ອງ​ເຖິງຫຼາຍ ຫາກຖັດຈາກ​ຄວາມ​ສົນ​ໃຈ​ອື່ນໆ​ເຊັ່ນ: ​ການ​ປະ​ທະ​ກັນ, ບັນຫາ​ສັງຄົມ, ສິ່ງ​ແວດ​ລ້ອມ. ຍິ່ງ​ກວ່າ​ນັ້ນ, ດ້ວຍ​ລາຍການ​ເຮັດ​ວຽກ​ທີ່​ມີ​ຫຼາຍ​ເນື້ອ​ໃນ​ຄື​ແນວ​ນັ້ນ, ຍາກ​ທີ່​ຈະ​ບັນລຸ​ໄດ້​ບັນດາ​ມາດ​ຕະການ​ລະອຽດ ​ແລະ ສຳຄັນ​ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້. ​ປະທານ​ WEF ທ່ານ Klaus Schwab ສະ​ແດງ​ຄວາມ​ຫວັງ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມລະຫວ່າງ​ປະ​ເທດ​ຕ່າງໆ, ຊອກ​ຫາ​ມາດ​ຕະການ​ໃຫ້​ສົນທິສັນຍາ​ແມ່ ກໍ່​ຄື​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ເຂດ​ທີ່​ພວມ​ມີ​ການ​ປະ​ທະ​ກັນ, ບັນລຸ​ໄດ້​ບາດກ້າວ​ໃນ​ການ​ແກ້​ໄຂ​ການ​ທ້າ​ທາຍ​ທາງ​ດ້ານ​ເສດຖະກິດ​ທີ່​ມີ​ລັກສະນະ​ທົ່ວ​ໂລກ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນດາ​ການ​ທ້າ​ທາຍ​ທົ່ວ​ໂລກ​ໄດ້​ມີ​ການ​ກະທົບ​ຢ່າງ​ແຮງ​ເຖິງ​​ເນື້ອ​ໃນ​ກອງ​ປະຊຸມ WEF 2015. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂລກ​ພວມ​ຕົກ​ເຂົ້າ​ໃນ​ສະພາບ​ວິ​ກິດ​ການ​ຢ່າງຮອບດ້ານ ​ແລະ ​ເລື່ອງຊອກ​ຫາ​ວິທີ​ຫຼຸດ​ພົ້ນ​ອອກ​ຈາກ​ການ​ທ້າ​ທາຍນີ້ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ທຸກ​ປະ​ເທດ, ຫາກ​ບໍ່​ແມ່ນ​ໜ້າ​ທີ່​ສະ​ເພາະ​ຂອງ WEF 45 ​ເທົ່າ​ນັ້ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ