ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ WEF 2023: ຮ່ວມ​ມື​ເພື່​ອ​ຜ່ານ​ຜ່າ​ວິ​ກິດ​ການ

(VOVWORLD) -ວັນທີ 16 ມັງກອນ, ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 53 ຖືກໄຂຂຶ້ນຢູ່ Davos, ປະເທດ ສະວິດ. ດ້ວຍຫົວຂໍ້ “ການຮ່ວມມືໃນໂລກທີ່ແບ່ງແຍກ”, ເຊິ່ງເປັນກອງປະຊຸມທີ່ມີພາລະກຳຢ່າງໜັກໜ່ວງ ນັ້ນແມ່ນເຕົ້າໂຮມຄວາມມານະພະຍາຍາມຮ່ວມມືສາກົນ ແລະ ຊຸກຍູ້ການຊອກຫາມາດຕະການຊ່ວຍນຳເສດຖະກິດໂລກຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ຮ້າຍແຮງນາໆປະການໃນປັດຈຸບັນ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ WEF 2023: ຮ່ວມ​ມື​ເພື່​ອ​ຜ່ານ​ຜ່າ​ວິ​ກິດ​ການ - ảnh 1ເຂດພັກຜ່ອນບຳລຸງສຸຂະພາບຢູ່ Davos, ສະວິດ - ບ່ອນດຳເນີນກອງປະຊຸມ (ພາບ: Reuters)

ໂດຍດຳເນີນໃນລະຫວ່າງວັນທີ 16 – 17 ມັງກອນ ດ້ວຍການເຂົ້າຮ່ວມຂອງນັກການເມືອງ, ນັກວາງແຜນກຳນົດ, ນັກຊ່ຽວຊານດ້ານການເງິນ, ເສດຖະກິດສາກົນ ປະມານ 2.700 ທ່ານ, WEF ຄັ້ງທີ 53 ແມ່ນເຫດການລະດັບໂລກທີ່ດຶງດູດຄວາມສົນໃຈທີ່ສຸດໃນປັດຈຸບັນ, ໃນຂະນະທີ່ໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນກ່ຽວກັບເສດຖະກິດ.

ສະພາບການເຕັມໄປດ້ວຍສິ່ງທ້າທາຍສຳລັບເສດຖະກິດໂລກ

ກອງປະຊຸມ WEF ຄັ້ງທີ 53 ໄດ້ດຳເນີນໃນສະພາບການທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍ, ວິກິດການຫຼາຍຢ່າງ. ເມື່ອພື້ນຖານເສດຖະກິດໂລກ ຍັງບໍ່ທັນໄດ້ຮັບການຟື້ນຟູຄືນໃໝ່ພາຍຫຼັງຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ນັ້ນ, ແຕ່ທັນໃດກໍຕ້ອງປະເຊີນໜ້າກັບຫຼາຍບັນຫາອື່ນອີກ, ໃນນັ້ນ ພົ້ນເດັ່ນແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ສິ່ງດັ່ງກ່າວເຮັດໃຫ້ສະພາບເສດຖະກິດທົ່ວໂລກຍິ່ງປະສົບກັບຄວາມຫຍຸ້ງຍາກຕື່ມອີກ, ເຮັດໃຫ້ລະດັບຄວາມໄວໃນການເຕີບໂຕຊັກຊ້າລົງ, ໄພເງິນເຟີ້ສູງຂຶ້ນ, ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງຫຼາຍຂົງເຂດໃນຂອບເຂດທົ່ວໂລກ, ໂດຍສະເພາະແມ່ນທາງດ້ານພະລັງງານ, ສະບຽງອາຫານ, ລະບົບສະໜອງວັດຖຸດິບຮັບໃຊ້ການຜະລິດ, ບັນຫາຊາວອົບພະຍົບ ແລະ ອື່ນໆ. ບັນດາວິກິດການເຫຼົ່ານັ້ນ ຍິ່ງເຮັດໃຫ້ການແບ່ງແຍກສະພາບການເມືອງຈະແຈ້ງຂຶ້ນຕື່ມ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ Klaus Schwab ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF ຊີ້ແຈ້ງວ່າ “ບັນດາກຳລັງດ້ານການເມືອງ, ເສດຖະກິດ ແລະ ສັງຄົມທີ່ຫຼາກຫຼາຍ ພວມເຮັດໃຫ້ການແບ່ງແຍກ, ຕັດຕອນເພີ່ມຂຶ້ນຢູ່ໃນລະດັບໂລກ ແລະ ລະດັບຊາດ”.

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ WEF 2023: ຮ່ວມ​ມື​ເພື່​ອ​ຜ່ານ​ຜ່າ​ວິ​ກິດ​ການ - ảnh 2ທ່ານ Klaus Schwab ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF (ພາບ: AP)

ຕາມນັກຊ່ຽວຊານ ແລະ ຜູ້ສ້າງກຳນົດກົນໄກ, ລະບຽບການດ້ານການເງິນ - ເສດຖະກິດສາກົນແລ້ວ, ສະພາບການຕົວຈິງນີ້ ໄດ້ວາງອອກສິ່ງທ້າທາຍຢ່າງໜັກໜ່ວງສຳລັບການເຕີບໂຕເສດຖະກິດທົ່ວໂລກ. ວັນທີ 15 ມັງກອນ, ໝາຍຄວາມວ່າກ່ອນມື້ໄຂກອງປະຊຸມ WEF ຄັ້ງທີ 53 ໜຶ່ງວັນ, ກອງທຶນເງິນຕາສາກົນ ໄດ້ປະກາດບົດລາຍງານ ໂດຍຊີ້ໃຫ້ເຫັນສະພາບການແບ່ງແຍກຢ່າງຮ້າຍແຮງຂອງພື້ນຖານເສດຖະກິດທົ່ວໂລກ ພາຍຫຼັງຫຼາຍທົດສະວັດຊຸກຍູ້ການເຊື່ອມໂຍງ ອາດຈະເຮັດໃຫ້ສະມັດຕະພາບເສດຖະກິດທົ່ວໂລກຫຼຸດລົງເຖິງ 7%, ຍິ່ງໄປກວ່ານັ້ນ ຢູ່ບາງພື້ນຖານເສດຖະກິດອາດຈະຫຼຸດລົງແຕ່ 8 – 12%. ຂະໜາດທີ່ ເມື່ອສະພາບການແບ່ງແຍກພວມດຳເນີນໃນລະດັບຈຳກັດ ແຕ່ກໍຍັງເຮັດໃຫ້ GDP ທົ່ວໂລກຫຼຸດລົງ 0,2%.

ກ່ອນໜ້ານັ້ນ, ວັນທີ 1 ມັງກອນ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ໃຫ້ຂໍ້ສັງເກດວ່າ ເສດຖະກິດໂລກປີ 2023 ຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອກຳລັງຕົ້ນຕໍຂອງການເຕີບໂຕທົ່ວໂລກ ລ້ວນແຕ່ຜ່ານໄລຍະຊຸດໂຊມ. ຕາມນັ້ນແລ້ວ, ບັນດາພື້ນຖານເສດຖະກິດໃຫຍ່ຄື ອາເມລິກາ, ເອີຣົບ ແລະ ຈີນ ລ້ວນແຕ່ຢູ່ໃນໄລຍະຫຼຸດລະດັບຄວາມໄວໃນການເຕີບໂຕ. ຜົນຕາມມາແມ່ນ ປະມານ 1/3 ພື້ນຖານເສດຖະກິດໃນທົ່ວໂລກ ຖືກຄາດຄະເນວ່າ ຈະຕົກເຂົ້າສະພາບຊຸດໂຊມ. ສະເພາະແຕ່ ສະຫະພາບເອີຣົບ (ອີຢູ) ມີເຄິ່ງໜຶ່ງຈຳນວນສະມາຊິກຕົກເຂົ້າສູ່ສະພາບດັ່ງກ່າວ.

ເພີ່ມທະວີການຮ່ວມມືເພື່ອຜ່ານຜ່າວິກິດການ

ຕາມນັກຊ່ຽວຊານສາກົນແລ້ວ, ເລື່ອງ WEF ໄດ້ເລືອກເອົາຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ການຮ່ວມມືໃນໂລກທີ່ແບ່ງແຍກ” ກໍໄດ້ສ່ອງແສງໃຫ້ເຫັນຄວາມຈິງທີ່ເຕັມໄປດ້ວຍສິ່ງທ້າທາຍໃນປັດຈຸບັນຂອງພື້ນຖານເສດຖະກິດໂລກ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ ຫົວຂໍ້ນີ້ລະບຸສານຢ່າງຈະແຈ້ງວ່າ: ມີແຕ່ການຮ່ວມມື ແລະ ເພີ່ມທະວີການຮ່ວມມື ຈຶ່ງສາມາດຊ່ວຍໃຫ້ເສດຖະກິດໂລກ ແລະ ແຕ່ລະພື້ນຖານເສດຖະກິດສະມາຊິກຜ່ານຜ່າສະພາບການທີ່ຫຍຸ້ງຍາກ ແລະ ວິກິດການໃນປັດຈຸບັນ.

ໃນຕົວຈິງ, ບັນດາເນື້ອໃນດຳເນີນໃນກອງປະຊຸມ WEF ປີນີ້ ສ່ວນຫຼາຍແມ່ນສຸມໃສ່ມາດຕະການຕ່າງໆ ແລະ ການຮ່ວມມືພາກລັດ, ພາກເອກະຊົນ ເພື່ອແກ້ໄຂສິ່ງທ້າທາຍຮີບດ່ວນທີ່ສຸດໃນໂລກ. ລະອຽດແມ່ນ, ໃນວາລະປະຊຸມຕ່າງໆ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາບັນຫາພົ້ນເດັ່ນໃນປັດຈຸບັນຄື: ວິກິດການທາງດ້ານພະລັງງານ ແລະ ສະບຽງອາຫານໃນສະພາບຂອງການປ່ຽນແປງຂອງດິນຟ້າອາກາດ; ສະພາບໄພເງິນເຟີ້ສູງ, ການເຕີບໂຕຕ່ຳ, ໜີ້ສິນ ແລະ ຄວາມສ່ຽງເສດຖະກິດຊຸດໂຊມ; ປ່ຽນແປງອາຊີບ ແລະ ພັດທະນາອຸດສາຫະກຳໃນຍຸກເຕັກໂນໂລຢີໃໝ່; ການຂາດແຄນແຮງງານທີ່ເປັນມືອາຊີບ, ບັນຫາຂາດຄວາມດຸ່ນດ່ຽງດ້ານລາຍຮັບ ແລະ ຕະຫຼາດແຮງງານສຳລັບແມ່ຍິງ... ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ການຜັນແປດ້ານພູມີສາດການເມືອງທີ່ຕາມມາ, ບັນຫາຊ່ວຍເຫຼືອມະນຸດສະທຳ ແລະ ການສ້າງໂຄງປະກອບຄືນໃໝ່, ເຊິ່ງກໍແມ່ນບັນດາບັນຫາແຖວໜ້າທີ່ໄດ້ນຳມາປຶກສາຫາລື.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນວາລະປືກສາຫາລືເປັນທາງການ ກໍຄື ບັນດາກິດຈະກຳຢູ່ນອກກອງປະຊຸມ, ການນຳບັນດາປະເທດໃນໂລກ ໄດ້ສົ່ງເສີມການຮ່ວມມືນຳກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງດ້ານພະລັງງານ, ດິນຟ້າອາກາດ ແລະ ທຳມະຊາດ; ການລົງທຶນ, ການຄ້າ ແລະ ພື້ນຖານໂຄງລ່າງ; ເຕັກໂນໂລຢີທີ່ກ້າວໜ້າ ແລະ ຄວາມສາມາດໃນການຟື້ນຟູຂອງຂະແໜງການ; ວຽກເຮັດງານທຳ, ທັກສະ ແລະ ສຸຂະພາບ; ແລະການຮ່ວມມືດ້ານການເມືອງໃນໂລກຫຼາຍສົ້ນ. ຕາມທ່ານປະທານຝ່າຍບໍລິຫານ WEF ແລ້ວ, ເພື່ອແກ້ໄຂສິ່ງທີ່ໄດ້ຮັບຖືວ່າເປັນສາຍເຫດພາໄປເຖິງການເສຍຄວາມໄວ້ເນື້ອເຊື່ອໃຈເຊິ່ງໂລກພວມຜ່ານມາຢ່າງສຸດກົກສຸດປາຍນັ້ນ ແມ່ນຕ້ອງເພີ່ມທະວີການຮ່ວມມືລະຫວ່າງລັດຖະບານ ແລະ ວິສາຫະກິດ, ສ້າງເງື່ອນໄຂຟື້ນຟູຢ່າງແຮງ ແລະ ຍືນຍົງ. ພ້ອມທັງ, ຕ້ອງຍອມຮັບວ່າ ການພັດທະນາເສດຖະກິດຕ້ອງມີໄຫວພິບຄ່ອງຕົວກວ່າ, ຍືນຍົງກວ່າ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ./.

ຕອບກັບ

ຂ່າວ/ບົດ​ອື່ນ