​ເວ​ເ​ນຊູ​ເອລາ ຕໍ່ໜ້າຄວາມ​ສ່ຽງ​ເກີ​ດສົງຄາມ​ພາຍ​ໃນ

(VOVWORLD) -ວິກິດການດ້ານເສດຖະກິດ, ການເມືອງ ຢູ່ ເວເນຊູເອລາ ພວມໄປຕາມທິດນັບມື້ນັບໃກ້ກັບຄວາມສ່ຽງເກີດການປະທະກັນ, ເມື່ອສັງຄົມປະເທດນີ້ ຖືກແບ່ງແຍກຢ່າງເລິກເຊິ່ງ ລະຫວ່າງຝ່າຍທ່ານປະທານາທິບໍດີ Nicolas Maduro ໂດຍໄດ້ຮັບການໜູນຫຼັງຈາກກອງທັບ ແລະ ອີກຝ່າຍໜຶ່ງ ແມ່ນ ຝ່າຍທ່ານປະທານາບໍດີອ້າງຊື່ເອງ Juan Guaido, ປະທານສະພາແຫ່ງຊາດ ແລະ ແມ່ນຫົວໜ້າຂະບວນການຝ່າຍຄ້ານ. ໃນຂະນະນັ້ນ, ປະຊາຄົມສາກົນ ກໍມີຫຼາຍທັດສະນະທີ່ກົງກັນຂ້າມກັນ ເຮັດໃຫ້ສະພາບການຂອງປະເທດນີ້ ນັບມື້ນັບຕົກເຂົ້າສູ່ສະພາບການຈົນຕາແຈ.

ໃນສະພາບການຄວາມເຄັ່ງຕຶງໃນປັດຈຸບັນຢູ່ ເວເນຊູເອລາ, ບັນດານັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ຄວາມສ່ຽງເກີດສົງຄາມພາຍໃນອາດຈະເກີດຂຶ້ນ, ເມື່ອສອງຝ່າຍລ້ວນແຕ່ອີງໃສ່ກໍາລັງໜູນຫຼັງຂອງຕົນ ເພື່ອ “ຕໍ່ສູ້” ກັນໂດຍບໍ່ມີໃຜຍອມຜ່ອນສັ້ນຜ່ອນຍາວ.

ຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນ

        ວັນທີ 28 ມັງກອນ, ໃນການຕອບສໍາພາດຕໍ່ຊ່ອງໂທລະພາບ CNN ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ປະຕິເສດຄໍາຂາດຂອງປະຊາຄົມສາກົນ ກ່ຽວກັບເລື່ອງຕ້ອງຈັດຕັ້ງການປ່ອນບັດເລືອກຕັ້ງພາຍໃນ 8 ວັນ. ທ່ານ Nicolas Maduro ເນັ້ນໜັກວ່າ ການນໍາຝ່າຍຄ້ານ Juan Guaido ໄດ້ລະເມີດລັດຖະທໍາມະນູນ ເມື່ອອ້າງຊື່ເອງວ່າ ແມ່ນປະມຸກລັດ, ພ້ອມທັງເປີດປະຕູການພົວພັນຕ່າງປະເທດ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

        ໃນຂະນະນັ້ນ, ທ່ານປະທານາທິບໍດີອ້າງຊື່ເອງຂອງ ເວເນຊູເອລາ ໃຫ້ຮູ້ວ່າ ພວມເຈລະຈາກັບເຈົ້າໜ້າທີ່ການທະຫານ ແລະ ພົນລະເຮືອນບາງທີ່ທ່ານ ເພື່ອບັງຄັບທ່ານ Nicolas Maduro ຕ້ອງ ລາອອກຈາກຕໍາແໜ່ງ. ສິ່ງທີ່ໜ້າສົນໃຈ ນັ້ນແມ່ນ ປັດຈຸບັນ ບາງເຈົ້າໜ້າທີ່ສໍາຄັນໃນລັດຖະບານ ແລະ ກອງທັບ Caracas ໄດ້ຫັນມາສະໜັບສະໜູນທ່ານ Juan Guaido.

        ທ່າທີ ແລະ ຫຼັກໝັ້ນຂອງປະຊາຄົມສາກົນ ຕໍ່ບັນດາການຜັນແປຢູ່ ເວເນຊູເອລາ ກໍ ມີຄວາມແຕກຕ່າງກັນ.  ອາເມລິກາ ຮຽກຮ້ອງບັນດາປະເທດ ປະຈໍາ ສປຊ ສະໜັບສະໜູນການນໍາຝ່າຍຄ້ານ Juan Guaido ແລະ ຮຽກຮ້ອງໃຫ້ຈັດຕັ້ງການປ່ອນບັດເລືອກຕັ້ງໂດຍໄວ. ສ່ວນ ລັດເຊຍ, ຍາມໃດກໍຢືນຢູ່ທ່າຄ້ານກັບ ອາເມລິກາ, ໂດຍຖືວ່າ ອາເມລິກາ ພວມຄິດໄລ່ຊັ່ງຊາດໍາເນີນການແຊກແຊງໂດຍກົງເຂົ້າພາຍໃນ ເວເນຊູເອລາ. ມົດສະກູ ກ່າວຫາ ວໍຊິງຕັນ ຕັ້ງໃຈເຮັດໃຫ້ສະພາບການຢູ່ ເວເນຊູເອລາ ຮ້າຍແຮງຂຶ້ນຕື່ມ ແລະ ຍຸແຍ່ບັນດາທັດສະນະທີ່ຫຍໍ້ທໍ້. ລັດເຊຍ ຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ສະແດງຢ່າງຈະແຈ້ງຫຼັກໝັ້ນວ່າ ສະພາບການພາຍໃນ ຂອງ ເວເນຊູເອລາ ໂດຍແມ່ນປະຊາຊົນ ເວເນຊູເອລາ ແກ້ໄຂເອງ ແລະ ພຽງແຕ່ແກ້ໄຂໄດ້ດ້ວຍປະຊາຊົນຂອງປະເທດນີ້ເທົ່ານັ້ນ. ປະເທດທີ່ມີທັດສະນະເຊັ່ນດຽວກັນກັບລັດເຊຍ ນັ້ນແມ່ນ ອີຣານ, ຈີນ, ອາຟິຼກາໃຕ້. ສ່ວນບັນດາປະເທດໃຫຍ່ ຢູ່ເອີຣົບ ພັດສະແດງໃຫ້ເຫັນການສະໜັບສະໜູນການນໍາຝ່າຍຄ້ານ ເວເນຊູເອລາ.

​ເວ​ເ​ນຊູ​ເອລາ ຕໍ່ໜ້າຄວາມ​ສ່ຽງ​ເກີ​ດສົງຄາມ​ພາຍ​ໃນ - ảnh 1 ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduroໃນພິທີສາບານຕົວຮັບດໍາລົງຕໍາແໜ່ງ (ພາບປະກອບ: TTXVN)

ເສັ້ນທາງນໍາ ເວເນຊູເອລາ ຕົກເຂົ້າສູ່ສະພາບການສັບສົນວຸ້ນວາຍ

        ທີ່ຈິງແລ້ວ, ບັນດາການຜັນແປທີ່ຂາດສະຖຽນລະພາບຢູ່ເວເນຊູເອລາ ແມ່ນຜົນຕາມຫຼັງຂອງວິວັດການຕິດຂັດພາຍໃນມາເປັນເວລາຍາວນານ. ເມື່ອທ່ານ Nicolas Maduro ສືບຕໍ່ໄດ້ຮັບດໍາລົງຕໍາແໜ່ງ ເມື່ອເດືອນ ພຶດສະພາ 2018, ມີຜູ້ມີສິດເລືອກຕັ້ງຫຼາຍຄົນ ໄດ້ປະຕິບັດການປ່ອນບັດເລືອກຕັ້ງດັ່ງກ່າວ. 14 ປະເທດ ອາເມລິກາລາຕີນ ແລະ ການາດາ ໄດ້ປະກາດວ່າ ການປ່ອນບັດເລືອກຕັ້ງດັ່ງກ່າວ ແມ່ນບໍ່ຖືກຕາມຂໍ້ກໍານົດ. ເມື່ອທ່ານ Nicolas Maduro ສາບານຕົວ ຮັບດໍາລົງຕໍາແໜ່ງ ພາຍຫຼັງການປ່່ອນບັດເລືອກຕັ້ງ ທີ່ເກີດການຖົກຖຽງກັນ ໃນສະພາບທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ.  ກອງທຶນເງິນຕາສາກົນ ຄາດຄະເນວ່າ ໄພເງິນເຟີ້ ຢູ່ ເວເນຊູເອລາ ອາດຈະຢູ່ໃນລະດັບ 10 ລ້ານ % ໃນປີ 2019. ພື້ນຖານເສດຖະກິດ ເວເນຊູເອລາ ບໍ່ຍາດແຍ່ງໄດ້ແຫຼ່ງຊັບພະຍາກອນນໍ້າມັນບໍ່ທີ່ອຸດົມສົມບູນຂອງປະເທດນີ້ນໍາມາໃຫ້ ຈິ່ງເຮັດໃຫ້ພື້ນຖານເສດຖະກິດຖືກຫຼຸດໜ້ອຍຖອຍລົງ. ການແຫ່ຂະບວນປະທ້ວງຄັ້ງຕ່າງໆ ໄດ້ເກີດຂຶ້ນຢູ່ຖະໜົນສາຍຕ່າງໆໃນປີ 2017. ຝ່າຍຄ້ານ ປະຕິເສດສິດອໍານາດຂອງທ່ານປະທານາທິບໍດີ Nicolas Maduro ແລະ ບຸກຄົນທີ່ສະໜັບສະໜູນທ່ານ. ເຂົາເຈົ້າ ກ່າວຫາ ທ່ານ Nicolas Maduro ວ່າ ໄດ້ສ້າງລະບອບຜະເດັດການ, ໃນຂະນະທ່ານ Nicolas Maduro ເອີ້ນບຸກຄົນທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງວ່າ ແມ່ນ “ພວກທໍາລາຍ ແລະ ກໍ່ການຮ້າຍ”.

        ໃນສະພາບການດ້ານການເມືອງ, ເສດຖະກິດທີ່ມືດມົວນັ້ນ, ທ່ານ Juan Guaido, ນັກການເມືອງຫາກໍ່ພົ້ນເດັ່ນຂຶ້ນ ແລະ ກາຍເປັນປະທານສະພາແຫ່ງຊາດ ເວເນຊູເອລາ, ເມື່ອວັນທີ 5 ມັງກອນ ໄດ້ເຮັດໃຫ້ເວທີການເມືອງຂອງປະເທດນີ້ຖືກສັບສົນ. ທ່ານ Juan Guaido ອ້າງຊື່ເອງວ່າ ແມ່ນປະທານາທິບໍດີຊົ່ວຄາວ ໃນພິທີສາບານຕົວ ຢູ່ ນະຄອນຫຼວງ Caracas ເມື່ອວັນທີ 23 ມັງກອນ ທີ່ຜ່ານມາ, ຮຽກຮ້ອງຈັດຕັ້ງການປ່ອນບັດເລືອກຕັ້ງຄັ້ງໃໝ່, ເລີ່ມຕົ້ນໃຫ້ແກ່ໄລຍະຂາດສະຖຽນລະພາບ ທີ່ອາດຈະແກ່ຍາວໄປອີກ ຢູ່ ເວເນຊູເອລາ.

​ເວ​ເ​ນຊູ​ເອລາ ຕໍ່ໜ້າຄວາມ​ສ່ຽງ​ເກີ​ດສົງຄາມ​ພາຍ​ໃນ - ảnh 2 ທ່ານ Juan Guaido ອ້າງຊື່ເອງວ່າ ແມ່ນປະທານາທິບໍດີຊົ່ວຄາວ (ພາບປະກອບ: TTXVN)

        ປັດຈຸບັນ, ປະຊາຊົນ ເວເນຊູເອລາ ພວມຢືນຢູ່ຕໍ່ໜ້າສະພາບການປະເທດມີການນໍາສອງທ່ານ, ແຕ່ລະວັນຕ້ອງດໍາລົງຊີວິດໃນສະພາບການບຸກໂຈມຕີ ແລະ ແຫ່ຂະບວນປະທ້ວງໃນຖະໜົນສາຍຕ່າງໆ ແລະ ບັນດາປະເທດມະຫາອໍານາດຕ່າງປະເທດ ຖືກແບ່ງແຍກ ກ່ຽວກັບເລື່ອງຈະເລືອກເອົາຜູ້ໃດເປັນ ປະທານາທິບໍດີ ຖືກຕ້ອງຕາມກົດໝາຍ. ການປ່ອນບັດເລືອກຕັ້ງທີ່ຈະດໍາເນີນໃນຈຸດເວລານີ້ ດ້ວຍໝາກຜົນແມ່ນຂຶ້ນກັບຝ່າຍໃດກໍຕາມ ກໍລ້ວນແຕ່ສາມາດເຮັດໃຫ້ສະພາບຂັດແຍ້ງກັນ ແລະ ເກີດການແຕກແຍກກັນ ຢູ່ເວເນຊູເອລາ ເລິກເຊິ່ງກວ້າງຂວາງກວ່າ, ເຮັດໃຫ້ຄວາມສ່ຽງເກີດການປະທະກັນນັບມື້ນັບຮ້າຍແຮງກວ່າ. ຕາມບັນດານັກໄຈ້ແຍກສາກົນແລ້ວ, ສິ່ງທີ່ປະເທດ ອາເມລີກາລາຕີນ ນີ້ຕ້ອງປະຕິບັດໃນປັດຈຸບັນ ແມ່ນ ຊອກຫາມາດຕະການເຈລະຈາ ເພື່ອຫຼີກລ້ຽງການສູ້ຢັນໃຊ້ຄວາມຮຸນແຮງລະຫວ່າງລັດຖະບານ ແລະ ຝ່າຍຄ້ານ, ຫຼືກໍ່ລັດຖະປະຫານ, ເກີດສົງຄາມພາຍໃນ ແລະ ຍິ່ງໄປກວ່ານັ້ນ ແມ່ນເກີດການຕໍ່ສູ້ ຫົວໜ້າລະຫວ່າງກໍາລັງທະຫານຕ່າງປະເທດ ໂດຍ ອາເມລິກາ ແລະ ລັດເຊຍ ໜູນຫຼັງ. ເພາະບົດຮຽນປະຫວັດສາດ ໃຫ້ເຫັນວ່າ ບັນດາແຜນການດັ່ງກ່າວ ລ້ວນແຕ່ກໍຈະນໍາມາເຊິ່ງບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ./.

ຕອບກັບ

ຂ່າວ/ບົດ​ອື່ນ