ເສກ​ສັ້ນ​ປັ້ນ​ແຕ່ງ ບິດ​ເບືອນ​ຄວາມ​ຈິງ ບໍ່​ອາດ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ​ໄດ້

(VOVWORLD) -ໄພທຳມະຊາດ ພາຍຸນ້ຳຖ້ວມ ເກີດຂຶ້ນຢູ່ບັນດາແຂວງພາກກາງຫວຽດນາມ, ພັກ, ລັດ, ຕຳຫລວດ ກອງທັບ, ບັນດາອົງການການເມືອງ ສັງຄົມມ, ຜູ້ໃຈບຸນໃຈກຸສົນ ພວມຮ່ວມແຮງຮ່ວມໃຈ ຊ່ວຍເຫລືອ ແລະມຸ່ງຫນ້າມາຫາປະຊາຊົນພາກກາງທີ່ຮັກແພງ. ໂດຍສວຍໃຊ້ສະພາບການດັ່ງກ່າວ, ມີພວກຕ້ານທຳລາຍ ສວຍໃຊ້ດ້ານການເມືອງ ໄດ້ໂຄສະນາ, ແບ່ງປັນບົດຂຽນ ຄຼິບວິດີໂອ ສ້າງຂ່າວລື ເສກສັ້ນປັ້ນແຕ່ງສະພາບການ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເຖິງແນວນັ້ນກໍຕາມ ສິ່ງດັ່ງກ່າວກໍ່ບໍ່ອາດແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໄດ້.
ເສກ​ສັ້ນ​ປັ້ນ​ແຕ່ງ ບິດ​ເບືອນ​ຄວາມ​ຈິງ ບໍ່​ອາດ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ​ໄດ້ - ảnh 1 ພາຍຸນ້ຳຖ້ວມກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງຢູ່ບັນດາແຂວງພາກກາງຫວຽດນາມ

ໃນຊຸມມື້ຜ່ານມາ, ໄພທຳມະຊາດ ຢູ່ ບັນດາແຂວງ ພາກກາງ ຫວຽດນາມ ຍາມໃດກໍ່ແມ່ນບັນຫາຈຸດສຸມດຶງດູດຄວາມສົນໃຈ, ຄວາມວິຕົກກັງວົນຂອງຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ວຽກງານຮັບມື ແກ້ໄຂເຫດເກີດຂຶ້ນໃນພາຍຸ ໂດຍແມ່ນບັນດາທ້ອງຖິ່ນ ແລະ ບັນດາກະຊວງຂະແຫນງການກ່ຽວຂ້ອງສົມທົບກັນຜັນຂະຫຍາຍຢ່າງຄົບຊຸດ, ມານະພະຍາຍາມຈຳກັດຄວາມເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດ.  ຢູ່ ຫລາຍທ້ອງຖິ່ນ ເຖິງວ່າໄດ້ມີແຜນການແລ້ວກໍຕາມ ແຕ່ຕໍ່ຫນ້າສະພາບການໄພທຳມະຊາດຜັນແປໄປຢ່າງສັບສົນ ເລື່ອງຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ຕ້ອງຢຸດຕິຊົ່ວຄາວເພື່ອສະຫງວນທຸກບຸລິມະສິດສູງສຸດໃຫ້ແກ່ວຽກງານປ້ອງກັນຕ້ານພາຍຸນ້ຳຖ້ວມ.

ວຽກງານຊອກຫາກູ້ໄພກູ້ຊີບ ໄດ້ຮັບການຜັນຂະຫຍາຍເປັນປະຈຳ ລຽນຕິດ ບໍ່ວ່າທັງເວັນ ແລະຄືນ. ກຳລັງກູ້ໄພກູ້ຊີບ ໄດ້ລົງບ່ອນເກີດເຫດ ມີຫນ້າຢູ່ທຸກສະຖານທີ່ເກີດເຄາະຮ້າຍ ອັນຕະລາຍທີ່ສຸດ. ຕາມບົດລາຍງານໃນວັນທີ 10 ຕຸລາ ປີ 2020 ຂອງຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບເຫດ ໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ, ພຽງໃນໄລຍະສັ້ນ ບັນດາກົມກອງຂຶ້ນກັບ ທະຫານເຂດ 4, ເຂດ 5, ທະຫານປ້ອງກັນຊາຍແດນ ໄດ້ລະດົມນາຍທະຫານ, ທະຫານລາດ 8.843 ຄົນ, 200 ພາຫະນະ ສົມທົບກັບກຳລັງຂອງທ້ອງຖິ່ນ ເພື່ອກູ້ໄພກູ້ຊີບ ປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກນ້ຳຖ້ວມຢ່າງທັນການ.

ເຖິງວ່າ ຍ້ອນຝົນຕົກຫນັກ, ນ້ຳປ່າໄຫລຊູ ຫລາຍເຂດມີດິນເຊາະເຈືອນຢ່າງຮ້າຍແຮງ ໄດ້ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງກ່ຽວກັບຊີວິດອີນຊີ ແລະ ສັບສິນ, ໃນນັ້ນ ມີພະນັກງານ ນັກຮົບຫລາຍຄົນຂອງທະຫານເຂດ 4 ເສຍສະຫລະຊີວິດເມື່ອປະຕິບັດຫນາທີ່ກູ້ໄພກູ້ຊີບປະຊາຊົນປະສົບເຄາະຮ້າຍໃນພາຍຸນ້ຳຖ້ວມ ໄດ້ເຮັດໃຫ້ປະຊາຊົນໃນທົ່ວປະເທດມີຄວາມເຄົາລົບນັບຖືໂສກເສົ້າເສຍດາຍຢ່າງສຸດຊຶ້ງ.

ເສກ​ສັ້ນ​ປັ້ນ​ແຕ່ງ ບິດ​ເບືອນ​ຄວາມ​ຈິງ ບໍ່​ອາດ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ​ໄດ້ - ảnh 2 ກຳລັງກູ້ໄພກູ້ຊີບແຂວງກວ໋າງບີ່ງ ຊ່ວຍເຫລືອປະຊາຊົນ

ກ່ອນ ແລະ ເມື່ອເກີດພາຍຸນ້ຳຖ້ວມຢູ່ພາກກາງ, ພັກ ແລະ ລັດຖະບານ ໄດ້ມີການຊີ້ນຳຢ່າງທັນການ ເປັນປະຈຳ ເພື່ອເປັນເຈົ້າການໃນການປ້ອງກັນ ຫລີກລ້ຽງ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ. ວັນທີ 16 ຕຸລາ ຄະນະປະຈຳຄະນະເລຂາສູນກາງພັກ ໄດ້ສົ່ງໂທລະເລກກ່ຽວກັບການເພີ່ມທະວີ ວຽກງານປ້ອງກັນ ຕ້ານໄພທຳມະຊາດ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກນ້ຳຖ້ວມ ຢູ່ ບັນດາແຂວງ ພາກກາງ. ວັນທີ 18 ຕຸລາ ນາຍົກລັດຖະມົນຕີ ໄດ້ມີໂທລະເລກທາງການ ກ່ຽວກັບການສຸມໃສ່ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດດິນເຊາະເຈືອນຢູ່ເຂື່ອນໄຟຟ້າ ຣ່າວຈັງ 3 (ແຂວງ ເທື່ອທຽນເຫ້ວ) ແລະ ຢູ່ກົມກອງເສດຖະກິດ ປ້ອງກັນຊາດ 337 ຂຶ້ນກັບທະຫານເຂດ 4 ຢູ່ ບໍລິເວນແຂວງ ກວ໋າງຈິ.

ວັນທີ 19 ຕຸລາ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງມອບໃຫ້ກະຊວງການເງິນ ເບີກຈ່າຍເຂົ້າສານ  5000 ໂຕນ ໂດຍບໍ່ເກັບຄ່າ ຈາກແຫລ່ງສະສົມແຫ່ງຊາດໃຫ້ແກ່ບັນດາແຂວງ: ກວ໋າງບີງ, ກວ໋າງຈິ, ເທື່ອທຽນເຫ້ວ, ກວ໋າງນາມ, ຮ່າຕິງ, ແຂວງລະ 1000 ໂຕນ ເພື່ອຫນູນຊ່ວຍ ປະຊາຊົນທີ່ອຶດຫິວຢູ່ເຂດປະສົບໄພທຳມະຊາດ ຝົນຕົກຫນັກນ້ຳຖ້ວມ.

ຫວ່າງແລ້ວນີ້ ນາຍົກລັດຖະມົນຕີ ຫາກໍ່ຕົກລົງ ເບີກຈ່າຍດ່ວນຈຳນວນເງິນ 500 ຕື້ດົ່ງ ຈາກແຫລ່ງສະສົບງົບປະມານສູນກາງປີ 2020 ເພີ່ມເຕີມງົບປະມານໃຫ້ແກ່ 5 ແຂວງ ພາກກາງ ເພື່ອປະຕິບັດຫນ້າທີ່ກູ້ໄພກູ້ຊີບ, ນະໂຍບາຍຮັບປະກັນຊີວິດສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ.

ໃນຊຸມມື້ຜ່ານມາ, ມີການນຳຂັ້ນສູງຂອງພັກ, ລັດ ຫລາຍທ່ານ ໄດ້ມີຫນ້າຢ່າງທັນການຢູ່ບັນດາແຂວງປະສົບກັບໄພທຳມະຊາດ ເພື່ອກຳແຫນ້ນສະພາບການ, ຊີ້ນຳການປ້ອງກັນ ຕ້ານໄພທຳມະຊາດ ແລະ ລະດົມກຳລັງໃຈ ຢື້ຢາມຖາມຂ່າວມອບຂອງຂວັນໃຫ້ປະຊາຊົນ. ວັນທີ 24 ຕຸລາ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກນ້ຳຖ້ວມຢູ່ແຂວງ ກວ໋າງບີງ. ວັນທີ 26 ຕຸລາ, ເມື່ອເປັນປະທານກອງປະຊຸມອອນລາຍກັບບັນດາທ້ອງຖິ່ນເພື່ອຊີ້ນຳວຽກງານຮັບມືກັບພາຍຸ Molave, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ ຂະແຫນງການສູນກາງ ທ້ອງຖິ່ນ ຈົ່ງຢຸດຕິບັນດາກອງປະຊຸມບໍ່ຈຳເປັນ, ຖືວຽກງານປ້ອງກັນຕ້ານພາຍຸເປັນສຳຄັນແຖວຫນ້າ, ໃນນັ້ນ ຮັບປະກັນຄວາມປອດໄພຊີວິດອິນຊີຂອງປະຊາຊົນແມ່ນບັນຫາສຳຄັນກວ່າໝູ່. ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ບັນດາກຳລັງທີ່ມີຫນ້າທີ່ຮັບຜິດຊອບ, ມີການເຄື່ອນໄຫວຫລາຍຢ່າງມຸ່ງຫນ້າໄປຫາພໍ່ແມ່ປະຊາຊົນພາກກາງ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຈາກປະຊາຊົນຫວຽດນາມໃນທົ່ວປະເທດ.

ອາດເຫັນໄດ້ວ່າ ເມື່ອປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ເຄາະຮ້າຍ, ປະຊາຄົມຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ເສີມຂະຫຍາຍຈິດໃຈອຸ້ມຊູຊ່ວຍເຫລືອເຊິ່ງກັນແລະກັນ , ເປັນຈິດຫນຶ່ງໃຈດຽວ ແບ່ງເບົາຄວາມຫຍຸ້ງຍາກ. ການບໍລິຈາກ ຫນູນຊ່ວຍປະຊາຊົນຢູ່ເຂດທີ່ພວມປະສົບເຄາະຮ້າຍອັນຫນັກຫນ່ວງຈາກໄພທຳມະຊາດ ແມ່ນມູນເຊື້ອວັດທະນະທຳມະນຸດອັນສູງສົ່ງຂອງຊາວຫວຽດນາມ. ໃນຈຸດເວລາທົ່ວປະເທດພວມມຸ່ງຫນ້າໄປຫາພາກກາງທີ່ຮັກແພງ ພັດມີບາງຄົນ ອ້າງ “ປະຊາທິປະໄຕ”, “ສິດທິມະນຸດ” ແຕ່ບໍ່ມີການກະທຳໃດມຸ່ງຫນ້າຫາພາກກາງ, ຫາປະຊາຊົນຫວຽດນາມ ທີ່ຮັກແພງ.

ແທນທີ່ນັ້ນ ເຂົາເຈົ້າ ພັດມີບັນດາບົດຂຽນກ່າວປະນາມ ອຳນາດການປົກຄອງ, ຕຳຫນິກຳລັງຕຳຫລວດ, ກອງທັບ, ຜູ້ທີ່ພວມບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ ເພື່ອປົກປ້ອງປະຊາຊົນ. ຈຸດປະສົງຂອງເຂົາເຈົ້າ ນອກຈາກຕ້ານທຳລາຍພັກ, ລັດ, ຍັງແນໃສ່ສະຫນອງບັນດາຂໍ້ມູນຂ່າວສານຂາດຄວາມຊັດເຈນ, ຫຍໍ້ທໍ້ກ່ຽວກັບສະພາບການຢູ່ພາຍໃນປະເທດ ສຳລັບປະຊາຊົນເວົ້າລວມ ແລະ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະ ເພື່ອແນໃສ່ປຸກປັ່ນຍຸແຍ່ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແບ່ງແຍກພັກ, ລັດ ແລະ ອຳນາດການປົກຄອງຂັ້ນຮາກຖານ. ເຖິງວ່າ ເຂົາເຈົ້າ ມີການກະທຳເສກສັນປັ້ນແຕ່ງ ປ່ອຍຂ່າວລືກ່ຽວກັບຄວາມຈິງຄືແນວໃດກໍ່ຕາມ ກໍ່ບໍ່ສາມາດລົບລ້າງມູນເຊື້ອວັດທະນະທຳມະນຸດ ແລະ ແບ່ງແຍງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ