ເສດຖະກິດ ຫວຽດນາມ - ຄວາມປະເອີບໃຈຕໍ່ຄວາມເຊື່ອໝັ້ນໃນການເຕີບໂຕ

(VOVWORLD) - ຕາມບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2018 ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2019 ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ໃນວັນທີ 22 ຕຸລາ, GDP ຂອງ 9 ເດືອນຕົ້ນປີ 2018 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 6,98%.
ເສດຖະກິດ ຫວຽດນາມ - ຄວາມປະເອີບໃຈຕໍ່ຄວາມເຊື່ອໝັ້ນໃນການເຕີບໂຕ - ảnh 1 ຄາດວ່າທັງປີ 2018 ຫວຽດນາມ ຈະສົ່ງອອກເກີນດຸນບັນລຸ 1 ຕື້ USD

ນີ້ແມ່ນລະດັບການເຕີບໂຕທີ່ເປັນໜ້າປະທັບໃຈເມື່ອທຽບໃສ່ໄລຍະດຽວກັນຂອງເກືອບ 10 ປີຜ່ານມາ. ທີ່ບັນດາວາລະປຶກສາຫາລືຂອງສະພາແຫ່ງຊາດ, ບັນດາຜູ້ແທນໄດ້ສະແດງຄວາມພາກພູມໃຈກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າເສດຖະກິດ ຫວຽດນາມ ຈະປະຕິບັດສຳເລັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2016 2020.

        ຄຳເຫັນສ່ວນຫຼາຍຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ລ້ວນແຕ່ຖືວ່າ: ລະດັບການເຕີບໂຕປີ 2016 – 2018 ບັນລຸລະດັບສູງກ່ວາໄລຍະ 2010 – 2015. ດ້ວຍໝາກຜົນທີ່ບັນລຸໄດ້ຂອງປີ ບານພັບ 2018 ນັ້ນ, ສະພາບການຂອງປະເທດຊາດໃນທຸກຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນ 3 ປີ 2016 – 2018 ພັດທະນາຢ່າງຖືກທິດ. ຂອບຂະໜາດຂອງພື້ນຖານເສດຖະກິດເພີ່ມຂຶ້ນທົບ 1,3 ເທື່ອ, GDP ສະເລ່ຍໃສ່ຫົວຄົນເພີ່ມຂຶ້ນ 440 USD ເມື່ອທຽບໃສ່ໄລຍະຕົ້ນອາຍຸການ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ບັນດາຜົນງານນັ້ນໄດ້ສະແດງໃຫ້ເຫັນສັນຍານດີພໍສົມຄວນເພື່ອໃຫ້ເສດຖະກິດ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍໃນປີ 2018 ແລະ ແຜນການ 5 ປີ 2016 – 2020.

ເສດຖະກິດ ຫວຽດນາມ ເຕີບໂຕຮອບດ້ານ ແລະ ຖືກທິດ

       ໝາກຜົນຂອງການປະຕິບັດບັນດາຄາດໝາຍ, ໜ້າທີ່ຂອງເສດຖະກິດ ຫວຽດນາມ ໃນ 3 ປີຂອງໄລຍະ 2016 – 2020 ແມ່ນຕັ້ງໜ້າ ແລະ ຖືກທິດ. ໝາກຜົນແຫ່ງການພັດທະນາເສດຖະກິດໃນ 9 ເດືອນຜ່ານມາຂອງປີ 2018 ແມ່ນຮອບດ້ານ, GDP 9 ເດືອນເພີ່ມຂຶ້ນ 6,98%. ໃນນັ້ນ, ທັງ 3 ຂົງເຂດ: ກະສິກຳ, ອຸດສາຫະກຳ ແລະ ການບໍລິການລ້ວນແຕ່ເພີ່ມຂຶ້ນສູງ. ພິເສດ, ອຸດສາຫະກຳປຸງແຕ່ງ, ການປະດິດເພີ່ມຂຶ້ນ 12,65%, ແມ່ນກຳລັງໜູນຕົ້ນຕໍຂອງການເຕີບໂຕ. ພ້ອມກັນນັ້ນ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ດັດຊະນີ CPI ສະເລ່ຍ 9 ເດືອນປີ 2018 ເພີ່ມຂຶ້ນ 3,57%. ທ່ານ ຫງວຽນຫືວດຶກ, ສະມາຊິກສະພາແຫ່ງຊາດແຂວງ ບີ່ງດິ້ງ, ຖືວ່າ:

        “ຂ້າພະເຈົ້າຖືວ່າການເຕີບໂຕ GDP ປີ 2018 ຂອງປະເທດຊາດບັນລຸລະດັບ 6,98%...ແມ່ນຜົນງານອັນໃຫຍ່ຫຼວງທີ່ສະແດງໃຫ້ເຫັນວ່າວຽກງານບໍລິຫານ, ຊີ້ນຳຂອງລັດຖະບານໃນໄລຍະຜ່ານມາມີປະສິດທິຜົນຫຼາຍ. ບໍ່ພຽງແຕ່ໄດ້ເຕີບໂຕ 6,98% ເທົ່ານັ້ນ, ຫາກດັດຊະນີການໃຊ້ສອຍກໍ່ຕ່ຳກ່ວາ 4%, ຕ່ຳກ່ວາເມື່ອທຽບໃສ່ມະຕິຂອງສະພາແຫ່ງຊາດມອບໝາຍໃຫ້. ຂ້າພະເຈົ້າຖືວ່າ ນີ້ແມ່ນສິ່ງທີ່ດີ ແລະ ການຮັກສາເສດຖະກິດມະຫາພາກ, ຮັກສາໄພເງິນເຟີ້ໃຫ້ເປັນປົກກະຕິນັ້ນ ເສດຖະກິດຂອງປະເທດຊາດນັບແຕ່ນີ້ຮອດທ້າຍປີ ແລະ ໃນປີ 2019 ແມ່ນຈະພັດທະນາດີພໍສົມຄວນ.”

ເສດຖະກິດ ຫວຽດນາມ - ຄວາມປະເອີບໃຈຕໍ່ຄວາມເຊື່ອໝັ້ນໃນການເຕີບໂຕ - ảnh 2ພາບປະກອບ

        ຕາມການຄິດໄລ່ຂອງບັນດານັກຊ່ຽວຊານແລ້ວ, GDP ໃນ 3 ເດືອນທ້າຍປີພຽງແຕ່ຕ້ອງການໃຫ້ເພີ່ມຂຶ້ນປະມານ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເສດຖະກິດ ຫວຽດນາມ ກໍ່ຈະບັນລຸໄດ້ ແລະ ລື່ນກາຍຄາດໝາຍການເຕີບໂຕທັງປີແມ່ນ 6,7%. ທ່ານ ດິງວັນຫຍາ, ຮອງຫົວໜ້າກຳມາທິການການເງິນ ງົບປະມານຂອງສະພາແຫ່ງຊາດ, ຖືວ່າ:

        “ບັນດາປັດໄຈພາຍນອກ ແລະ ພາຍໃນປະເທດໃນປີນີ້ໄດ້ສ້າງປັດໄຈສັງລວມ, ກຳລັງແຮງສັງລວມສະດວກກ່ວານຳມາເຊິ່ງໝາກຜົນລວມກ່ຽວກັບເສດຖະກິດ - ສັງຄົມ. ແຕ່ປີ 2011 ມາຮອດປະຈຸບັນ, ນີ້ແມ່ນປີມີລະດັບການເຕີບໂຕບັນລຸລະດັບສູງ ແລະ ຮອບດ້ານໃນບັນດາຄາດໝາຍທັງໝົດ. ໃນຮອບ 10 ປີມານີ້, ຍັງບໍ່ທັນມີປີໃດປະເທດຊາດບັນລຸໄດ້ຢ່າງຮອບດ້ານຄືແນວນັ້ນ. ຕາມປົກກະຕິແລ້ວການເຕີບໂຕແຕ່ 6,5 7% ນັ້ນເສົາຄ້ຳຕົ້ນຕໍຍັງແມ່ນອຸດສາຫະກຳ, ແຕ່ໃນປີນີ້ກະສິກຳໄດ້ປະກອບສ່ວນເປັນສ່ວນໃຫຍ່. ຂ້າພະເຈົ້າຖືວ່າ ເມື່ອໝົດປີ 2018 ກະສິກຳຈະປະກອບສ່ວນກ່ວາ 3,5% GDP.”

ມານະພະຍາຍາມປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2016 2020

        ບົດລາຍງານຂອງລັດຖະບານຢູ່ສະພາແຫ່ງຊາດໄດ້ສະແດງໃຫ້ເຫັນວ່າ ແຜນການໄລຍະ 2016 – 2020 ແມ່ນມີຄວາມສະດວກໂດຍພື້ນຖານ. ປີ 2018, ຫວຽດນາມ ອາດຈະປະຕິບັດສໍາເລັດ 12/12 ຄາດໝາຍພັດທະນາເສດຖະກິດ-ສັງຄົມ ທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້ ຢ່າງຮອບດ້ານ. ໃນນັ້ນ, ມີ 8 ຄາດໝາຍໄດ້ລື່ນກາຍ ແລະ 4 ຄາດໝາຍແມ່ນບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງອອກ. ສິ່ງດັ່ງກ່າວ ຈະປະກອບສ່ວນເຂົ້າໃນການປະຕິບັດບັນດາຄາດໝາຍພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ທີ່ໄດ້ວາງອອກ ແມ່ນ 6,7% ໄດ້ຢ່າງມີໄຊ. ທ່ານ ກາວດິ່ງເຖືອງ, ສະມາຊິກສະພາແຫ່ງຊາດແຂວງ ຝູເທາະ, ຖືວ່າ: ດ້ວຍເນື້ອໃນຈິດໃຈເຂົ້າຮ່ວມຢ່າງແຮງຂອງທົ່ວລະບົບການເມືອງ,  ການຊີ້ນໍາ, ການບໍລິຫານຢ່າງຂ້ຽວຂາດ ແລະມີປະສິດທິຜົນຂອງລັດຖະບານ, ນາຍົກລັດຖະມົນຕີ ບວກກັບຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ... ເສດຖະກິດ-ສັງຄົມຂອງຫວຽດນາມ ຈະປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2016 – 2020. ທ່ານກ່າວວ່າ:

        “ຄວາມມຸ່ງມາດປາດຖະໜາຂອງພວກຂ້າພະເຈົ້າ ແມ່ນເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບຄວາມກ້າວໜ້າຂອງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫວຽດນາມຈະຕ້ອງເຕີບໂຕແບບຍືນຍົງ. ດ້ວຍສະພາບການປັດຈຸບັນ, ກໍຄືບັນດາມາດຕະການຂອງລັດຖະບານ ນັ້ນ ການເຕີບໂຕຂອງປະເທດ ຈະບັນລຸ 6,7 6,8%, ຊໍ້າບໍ່ໜໍາຈະສູງກວ່າອີກ, ນີ້ກໍແມ່ນປະຖົມປັດໄຈໃຫ້ຊຸມປີຕໍ່ໄປ ແລະ ທັງອາຍຸການ. ບັນຫາທີ່ພວກຂ້າພະເຈົ້າສົນໃຈແມ່ນມີຫຼາຍ ແຕ່ພວກຂ້າພະເຈົ້າເອົາໃຈໃສ່ເຖິງການພັດທະນາເສດຖະກິດມະຫາພາກ, ໜີ້ສາທາລະນະ ແລະ ການລົງທຶນໄລຍະກາງ. ຖ້າຫາກພວກເຮົາຮັກສາໄດ້ ແລະ ປະຕິບັດຖືກຕ້ອງຕາມແຜນການນັ້ນ ແມ່ນຈະບັນລຸໄດ້. ຍ້ອນວ່າຍັງມີບາງປັດໄຈພາຍນອກສົ່ງຜົນກະທົບໃສ່ ສະນັ້ນ ລັດຖະບານຄວນມີບັນດາມາດຕະການຕັ້ງໜ້າກວ່າອີກ ໃນໄລຍະຈະມາເຖິງ”.

        ບົນພື້ນຖານບັນດາໝາກຜົນກາງອາຍຸການທີ່ປະຕິບັດໄດ້ນັ້ນ, ບັນດາສະມາຊິກສະພາແຫ່ງຊາດເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ພາຍໃນປະເທດ ຈະບັນລຸໄດ້ບັນດາຄາດໝາຍຂອງປີນີ້ ແລະ ແຜນການ ໄລຍະ 5 ປີ 2016 – 2020 ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດ ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ