ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ທ່າ​ຟື້ນ​ຟູ

(VOVWORLD) -ຕາຕະລາງຂໍ້ມູນສະຖິຕິເສດຖະກິດເດືອນສິງຫາ  ແລະ 8 ເດືອນຕົ້ນປີ 2022 ໂດຍ ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມຄ່ອຍໆກັບຄືນສູ່ທ່າເຕີບໂຕຄືໃນໄລຍະກ່ອນເກີດພະຍາດໂຄວິດ - 19. ບັນດາສັນຍານເສດຖະກິດທີ່ເປັນໜ້າຊື່ນຊົມສືບຕໍ່ໄດ້ປະກົດມີຢູ່ຫຼາຍຂົງເຂດຄື: ການຜະລິດອຸດສາຫະກຳ, ການນຳເຂົ້າສົ່ງອອກສິນຄ້າ… ໃນຂະນະທີ່ຄວບຄຸມໄດ້ໄພເງິນເຟີ້.

ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ທ່າ​ຟື້ນ​ຟູ - ảnh 1ທ່າກຳປັ່ນກາດລາຍ, ນະຄອນຖູດຶກ (ພາບ:TTXVN)

ການຟື້ນຟູນຢ່າງຈະແຈ້ງ

ຕົວເລກຟື້ນຟູທີ່ເຫັນໄດ້ງ່າຍທີ່ສຸດແມ່ນກຳລັງຊື້ຂອງພື້ນຖານເສດຖະກິດ. ກົມໃຫຍ່ສະຖິຕິເມື່ອປະກາດຕົວເລກນີ້ ກໍ່ໄດ້ໃຫ້ຂໍ້ສັງເກດວ່າ, ການເຄື່ອນໄຫວການຄ້າ ແລະ ການບໍລິການ “ຟື້ນຟູຢູ່ທຸກຂະແໜງການ ແລະ ຮັບຮູ້ລະດັບເພີ່ມຂຶ້ນສູງ” ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2021. ລະອຽດແມ່ນ, ເດືອນສິງຫາ ປີ 2022, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບທີ່ໄດ້ຈາກການບໍລິການບໍລິໂພກຄາດວ່າຈະເພີ່ມຂຶ້ນ 0,6% ເມື່ອທຽບໃສ່ກັບເດືອນຜ່ານມາ ແລະ ເພີ່ມຂຶ້ນ 50,2% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ບັນລຸໄດ້ຂອບຂະໜາດ ແລະ ລະດັບຄວາມໄວໃນການເຕີບໂຕສູງກ່ວາເມື່ອທຽບໃສ່ກັບໄລຍະດຽວກັນຂອງຊຸມປີກ່ອນເກີດພະຍາດໂຄວິດ - 19. ໃນນັ້ນ, ສິ່ງທີ່ເປັນໜ້າປະທັບໃຈທີ່ສຸດແມ່ນການບໍລິການທ່ອງທ່ຽວເພີ່ມຂຶ້ນທົບ 65,4 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.

ກຳລັງແຮງເພີ່ມຂຶ້ນໄດ້ສ້າງກຳລັງໜູນໃຫ້ແກ່ການຜະລິດພາຍໃນປະເທດ. ດັດຊະນີການຜະລິດທົ່ວຂະແໜງ ອຸດສາຫະກຳ (IIP) ເດືອນສິງຫາ ປີ 2022 ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໄລ່ລວມແລ້ວ 8 ເດືອນ ຕົ້ນປີ, ແມ່ນເພີ່ມຂຶ້ນ 9,4 %ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ເມື່ອເງື່ອນໄຂເສດຖະກິດມີຄວາມສະດວກ, ວິສາຫະກິດກໍ່ເພີ່ມການລົງທຶນ, ການຜະລິດ - ດຳເນີນທຸລະກິດ. ນັບແຕ່ຕົ້ນປີນີ້, ຫວຽດນາມ ຢັ້ງຢືນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ເກືອບ 150.000 ແຫ່ງ ແລະ ກັບຄືນສູ່ການເຄື່ອນໄຫວ, ເພີ່ມຂຶ້ນກ່ວາ 31% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.

ການເຕີບໂຕ ຂອງພື້ນຖານເສດຖະກິດ ຫວຽດນາມ ນັບແຕ່ຕ້ົ້ນປີມາຮອດປັດຈຸບັນ ມີການປະກອບສ່ວນສຳຄັນ ຂອງປະເພດສິນຄ້າສົ່ງອອກຕ່າງໆ. ໄລ່ລວມແລ້ວໃນ 8 ເດືອນ, ວົງເງິນສົ່ງອອກຄາດວ່າຈະເພີ່ມຂຶ້ນ 17,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຕົວເລກນີ້ໄດ້ສະແດງໃຫ້ເຫັນວ່າ, ຫວຽດນາມ ສືບຕໍ່ແມ່ນສະຖານທີ່ສະໜອງສິນຄ້າໃຫຍ່ທີ່ສຸດໃຫ້ຕະຫຼາດທົ່ວໂລກ. ແມ່ນປະເທດມີລະດັບການເປີດເສດຖະກິດໃຫຍ່, ເຂົ້າຮ່ວມສັນຍາ FTA ຈຳນວນ 17 ສະບັບ (ໃນນັ້ນ ມີ 15 ສະບັບມີຜົນບັງຄັບໃຊ້ແລ້ວ ແລະ 2 ສະບັບພວມດຳເນີນການເຈລະຈາ), ສ້າງກາລະໂອກາດຫຼາຍຢ່າງເພື່ອເພີ່ມຄວາມໄວໃນການສົ່ງອອກ, ຍາດແຍ່ງບັນດາບຸລິມະສິດດ້ານພາສີຕາມສັນຍາ FTA ແຕ່ລະສະບັບ. ບົດລາຍງານຫຼ້າສຸດ ຂອງ Fitch Solutions ໃຫ້ຮູ້ວ່າ, ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງສູນຜະລິດສຳຄັນຢູ່ພາກພື້ນຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ຮັບການໜູນຊ່ວຍຈາກຄວາມມານະພະຍາຍາມຫັນເສດຖະກິດເປັນເສລີໂດຍ ລັດຖະບານຊີ້ນຳ ແລະ ການເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກ, ຜ່ານສັນຍາການຄ້າສະບັບຕ່າງໆ ແລະ ໃນນາມເປັນສະມາຊິກຂອງກຸ່ມພາກພື້ນ ແລະ ສາກົນ. ທ່ານ ປ.ອ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ, ຜູ້ອຳນວຍການບໍລິຫານສູນຄົ້ນຄ້ວາເສດຖະກິດ ຫວຽດນາມ Econimica ຖືວ່າ:

ລະດັບສົ່ງອອກເກີນດຸນນີ້ໄດ້ໜູນຊ່ວຍຫຼາຍຢ່າງທີ່ສຸດໃຫ້ແກ່ການປະຕິບັດບັນດານະໂຍບາຍເງິນຕາຂອງ ຫວຽດນາມ, ພິເສດໃນສະພາບການທີ່ມີຄວາມກົດດັນຕໍ່ສະກຸນເງິນຫວຽດນາມ ໃນໄລຍະຜ່ານມາ. ເບິ່ງລວມແລ້ວ, ອັດຕາເຕີບໂຕຍັງດຳເນີນໃນສະພາບການມຮາດັດຊະນີລາຄາຊົມໃຊ້ ເພີ່ມຂຶ້ນພຽງແຕ່ປະມານ 2,5% ແລະ ໄພເງິນເຟີ້ ໂດຍພື້ນຖານແມ່ນເພີ່ມຂຶ້ນພຽງປະມານ 1,6%. ນີ້ແມ່ນຈຸດພົ້ນເດັ່ນຂອງຫວຽດນາມ ໃນຂະນະທີ່ຫຼາຍພື້ນຖານເສດຖະກິດໃນໂລກ ແລະ ພາກພື້ນພວມປະສົບກັບຄວາມຫຍຸ້ງຍາກ.

ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ທ່າ​ຟື້ນ​ຟູ - ảnh 2ທ່ານ ປ.ອ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ, ຜູ້ອຳນວຍການບໍລິຫານສູນຄົ້ນຄ້ວາເສດຖະກິດ ຫວຽດນາມ Econimica  (ພາບ:vnexpress)

ແງ່ຫວັງທີ່ສະຫງ່າສະໄຫວ

        ອາດເຫັນໄດ້ວ່າ, ບັນດາດັດຊະນີ ເສດຖະກິດມະຫາພາກໃນເດືອນສິງຫາ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ສາຍເຫດຕົ້ນຕໍແມ່ນ ຫວຽດນາມ ໄດ້ເປີດປະຕູຄືນໃໝ່ພາຍຫຼັງການປ້ອງກັນ, ຕ້ານພະຍາດໂຄວິດ - 19ໃນໄລຍະຍາວ. ເຖິງຢ່າງໃດກໍ່ຕາມ, ມີນັກຊ່ຽວຊານຫຼາຍທ່ານ, ນັບທັງເລື່ອງປະລະປັດໄຈທີ່ກ່າວມາຂ້າງເທິງນັ້ນ, ການຟື້ນຟູຂອງພື້ນຖານເສດຖະກິດກໍ່ເຫັນໄດ້ຢ່າງຈະແຈ້ງ. ພະຍານຫຼັກຖານແມ່ນໃນ 8 ເດືອນຕົ້ນປີ 2022, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບທີ່ໄດ້ຈາກການບໍລິການບໍລິໂພກເພີ່ມຂຶ້ນ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ກ່ອນເກີດພະຍາດໂຄວິດ - 19.

ເລື່ອງດັດຊະນີເສດຖະກິດມະຫາພາກໃນ 8 ເດືອນ ລ້ວນແຕ່ເພີ່ມຂຶ້ນສູງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນັ້ນ ໝັ້ນໝາຍວ່າຄວາມໄວໃນການເຕີບໂຕ GDP ຂອງໄຕມາດທີ III ປີນີ້ຈະຢູ່ໃນລະດັບສູງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ທະນາຄານ Standard Chartered ເຄີຍຍົກອອກການຄາດຄະເນວ່າ, ລະດັບການເຕີບໂຕ GDP ໃນໄຕມາດທີ III/2022 ຂອງຫວຽດນາມ ອາດຈະບັນລຸ 10,8%. ມີນັກຊ່ຽວຊານຫຼາຍທ່ານກໍ່ໃຫ້ຂໍ້ສັງເກດວ່າ, ເພີ່ມຂຶ້ນ 2 ຕົວເລກ ເລື່ອງ GDP ໄຕມາດທີ III ແມ່ນອາດຈະເປັນໄປໄດ້.

ເພື່ອຮັກສາທ່າເຕີບໂຕຂອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນເພື່ອຈຳກັດບັນດາຜົນກະທົບຫຍໍ້ທໍ້ ຈາກການບໍລິຫານນະໂຍບາຍຂອງບັນດາປະເທດໃຫຍ່ໃນໂລກ, ຕາມວົງການນັກໄຈ້ແຍກແລ້ວ, ຫວຽດນາມ ຕ້ອງຍູ້ແຮງການປ່ອນເງິນລົງທຶນສາທາລະນະ, ມີຄວາມໄຫວພິບໃນການບໍລິການນະໂຍບາຍປີການເງິນ, ເງິນຕາ ແລະ ເອົາໃຈໃສ່ເປັນພິເສດເຖິງການຟື້ນຟູ ຂອງກຳລັງວິສາຫະກິດ. ທ່ານຮອງສາດສະດາຈານ ປ.ອ ຟານຈີແອັງ - ຜູ້ອຳນວຍການສູນຄົ້ນຄ້ວາ ບໍລິຫານທຸລະກິດ (CBAS), ມະຫາວິທະຍາໄລແຫ່ງຊາດເສດຖະກິດ - ມະຫາວິທະຍາໄລຮ່າໂນ້ຍ ສະແດງທັດສະນະວ່າ:

ການພັດທະນາຂອງພາກພື້ນວິສາຫະກິດ, ການບໍລິການກວມເອົາປະມານ 40% ໃນການເຕີບໂຕຂອງ GDP ໃນແຕ່ລະປີ. ຖ້າພວກເຮົາບໍ່ແກ້ໄຂໄດ້ບັນຫາການໜູນຊ່ວຍໃຫ້ແກ່ພາກພື້ນນີ້ ຈະພາໃຫ້ມີຄວາມສ່ຽງໃນການຮັບປະກັນການເຕີບໂຕ GDP.

        ເສດຖະກິດມະຫາພາກມີສະຖຽນລະພາບ ໃນຊຸມເດືອນທ້າຍປີ 2022 ບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ ຄາດໝາຍການເຕີບໂຕ ໃນທົ່ວປີ ເທົ່ານັ້ນ ຫາກຍັງແມ່ນປະຖົມປັດໄຈເພື່ອໃຫ້ທົ່ວພື້ນຖານເສດຖະກິດຫວຽດນາມ ມີການເຕີບໂຕຢ່າງແຮງ ແລະ ຍືນຍົງໃນປີ 2023. ຫວັງວ່າ ພາຍໃຕ້ການບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄວາມມານະພະຍາຍາມຂອງ ປະຊາຄົມວິສາຫະກິດ, ພື້ນຖານເສດຖະກິດຫວຽດນາມ ຈະສືບຕໍ່ມີການຈະເລີນເຕີບໂຕດີ. 

ຕອບກັບ

ຂ່າວ/ບົດ​ອື່ນ